ການເມືອງ

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ຕຸລາ 2018

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ຕຸລາ 2018 ໄດ້ໄຂຂຶ້ນໃນວັນທີ 18 ແລະ ປິດລົງໃນວັນທີ 19 ຕຸລາ 2018 ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 6 ເອກະສານສໍາຄັນ ດັ່ງນີ້: ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈໍາປີ 2018 ແລະ ທິດທາງແຜນການ ສໍາລັບປີ 2019; ທິດທາງ ແລະ ແຜນການຊຸກຍູ້ສົ່ງເສີມການຜະລິດລະດູແລ້ງ;ຜົນການສໍາຫຼວດ, ສຶກສາຄົ້ນຄວ້າ ແລະ ວິເຄາະວິໄຈ ກ່ຽວກັບການສ້າງຕັ້ງ ແລະ ດໍາເນີນງານຂອງເຂດເສດ ຖະກິດພິເສດ;ສະພາບການຄຸ້ມຄອງ ແລະ ນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນໄລ໌;ຮ່າງດຳລັດ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ; ຮ່າງດໍາລັດ ວ່າດ້ວຍຄວາມປອດໄພ ແລະ ...

Read More »

ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດຝຣັ່ງປະຈຳລາວ ຄົນໃໝ່

ໃນວັນທີ 17 ຕຸລາ 2018, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຝຣັ່ງ ປະຈຳ ສປປ ລາວ ຄົນໃໝ່ ໃນໂອກາດທີ່ມາດຳລົງຕຳແໜ່ງຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈຳ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຕະຫຼອດໄລຍະການມາປະຕິບັດໜ້າທີ່ການທູດຢູ່ລາວ ທ່ານທູດ ຈະສືບຕໍ່ຊຸກຍູ້ການຮ່ວມມືລະ ຫວ່າງສອງປະເທດ ລາວ-ຝຣັ່ງ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ. ທັງສອງຝ່າຍ ໄດ້ໂອ້ລົມປຶກສາຫາລື ກ່ຽວກັບການຮ່ວມມືຂອງສອງປະເທດ ທາງດ້ານວັດທະ ນະທຳ ...

Read More »

ກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝ X

ກອງປະຊຸມ ຄະນະປະຈຳ ສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝ X ໄດ້ຈັດຂຶ້ນໃນວັນທີ 16-17 ຕຸລາ 2018 ທີ່ສູນກາງແນວລາວສ້າງຊາດ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ໃນ 1 ປີ ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ. ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ໃນໄລຍະ 1 ປີ ຜ່ານມາ 2017-2018, ຜົນງານທີ່ພົ້ນເດັ່ນໃນການຊີ້ນຳ-ນໍາພາ ຂອງຄະນະປະຈຳ ແລະ ທິດທາງແຜນການໃນ ປີ 2018-2019 ພ້ອມນີ້, ຍັງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ກ່ຽວກັບເນື້ອໃນສຳຄັນຈຳນວນໜຶ່ງເຊັ່ນ: ຮ່າງບົດປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ລາຍງານຜົນສຳເລັດ ການປັບປຸງກົດໝາຍ ວ່າດ້ວຍແນວລາວສ້າງຊາດ ສະບັບປັບປຸງ, ຄຳແນະນຳວ່າດ້ວຍ ...

Read More »

ລັດຖະບານ ຕົກລົງມອບຫຼຽນໄຊແຮງງານໃຫ້ 22 ທ່ານ

ເພື່ອຕອບບຸນແທນຄຸນ ຕໍ່ການປະກອບສ່ວນອັນໃຫຍ່ຫຼວງ ໃນການເຄື່ອນໄຫວທີ່ຫ້າວຫັນ ຂອງບັນດາອະດີດປະທານ ແລະ ຮອງປະທານສະມາຄົມສະມາຄົມ ມິດຕະພາບຂອງລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງລາວ ກັບຕ່າງປະເທດ ກໍຄື ການປະກອບສ່ວນດ້ານສະຕິປັນຍາ, ເຫື່ອແຮງ ໃນໄລຍະຜ່ານມາ. ໃນວັນທີ 15 ຕຸລາ 2018 ລັດຖະບານໄດ້ຕົກລົງມອບຫຼຽນໄຊແຮງງານ ຊັ້ນ I ຊັ້ນ II ໃຫ້ 22 ທ່ານ ເຊິ່ງພິທີປະດັບຫຼຽນ ໄຊແຮງງານດັ່ງກ່າວຕາງໜ້າໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ. ໃນພິທີໄດ້ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ບັນດາອະດີດປະທານສະມາຄົມມິດຕະພາບລາວຂອງ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 15 ທ່ານ ແລະ ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ຮອງປະທານສະມາຄົມ ມິດຕະພາບຂອງລາວ ກັບຕ່າງປະເທດ, ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ຈຳນວນ 7 ທ່ານ. ...

Read More »

ຮອງນາຍົກ ຮຽກຮ້ອງຜູ້ຮັບເໝົາກໍ່ສ້າງ ປະກອບສ່ວນເສຍພັນທະອາກອນ

ກົມສ່ວຍສາອາກອນກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລື ກັບລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ບັນດາບໍລິສັດ ຜູ້ຮັບເໝົາກໍ່ສ້າງໂຄງການສາຍສົ່ງສະຖານີ ແລະ ເຂື່ອນໄຟຟ້າ ຂຶ້ນ ເມື່ອບໍ່ດົນມານີ້, ທີ່ກະຊວງການເງິນ. ໃນກອງປະຊຸມໄດ້ພ້ອມກັນປຶກສາຫາລື ກ່ຽວກັບການເສຍພັນທະອາກອນກຳໄລ 1% ຂອງມູນຄ່າການກໍ່ສ້າງຕົວຈິງ ໃນໂຄງການກໍ່ສ້າງສາຍສົ່ງ-ສະຖານີໄຟຟ້າ ແລະ ເຂື່ອນໄຟຟ້າ ຊຶ່ງອີງຕາມການເຫັນດີໃຫ້ເກັບຕາມມະຕິຕົກລົງຂອງຄະນະປະຈໍາສະພາແຫ່ງຊາດເລກທີ 0163/ຄປຈ, ລົງວັັນທີ 14 ທັນວາ 2014 ກ່ຽວກັບການອະນຸຍາດເກັບອາກອນກຳໄລ ຂອງມູນຄ່າຮັບເໝົາກໍ່ສ້າງໂຄງການສາຍສົ່ງ ແລະ ເຂື່ອນໄຟຟ້າ. ຊຶ່ງໃນໄລຍະຜ່ານມາບັນດາໂຄງການທີ່ເຊັນສັນຍາຮັບເໝົາກໍ່ສ້າງ (EPC) ກັບ ຟຟລ ແມ່ນໄດ້ລະບຸເສຍແຕ່ອາກອນລາຍໄດ້ຈາກເງິນເດືອນ ແລະ ໃຫ້ມີການຍົກເວັ້ນ ອາກອນກຳໄລ, ອາກອນມູນຄ່າເພີ່ມ ແລະ ອາກອນຊົມໃຊ້ ແລະ ໃນສັນຍາເງິນກູ້ລະຫວ່າງລັດຖະບານຂອງ ສປປ ລາວ ແລະ (EXIM BANK) ຂອງຈີນ ແມ່ນໄດ້ລະບຸວ່າ ຖ້າຕ້ອງໄດ້ຈ່າຍອາກອນຕ່າງໆ ແມ່ນໃຫ້ເປັນພາລະຂອງຜູ້ກູ້ຢືມ. ສະນັ້ນ, ນິຕິກຳດັ່ງກ່າວ ແມ່ນບໍ່ສອດຄ່ອງຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ທີ່ກຳນົດວ່າ: ການຍົກເວັ້ນພັນທະອາກອນ ແມ່ນຕ້ອງໄດ້ຜ່ານການຮັບຮອງເຫັນດີຈາກສະພາແຫ່ງຊາດ ແລະ ບໍ່ສອດຄ່ອງກັບຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ ...

Read More »

ສປປ ລາວ ມີສາຍພົວພັນທາງການທູດກັບ 141 ປະເທດ

ກ່ອນນີ້ 73 ປີ ຢູ່ທີ່ເດີ່ນກິລາວຽງຈັນ ຫຼື ນະຄອນຫຼວງວຽງຈັນ, ລັດຖະບານລາວອິດສະຫລະ ໄດ້ປະກາດປະເທດລາວເປັນເອກະລາດຕໍ່ໂລກຢ່າງເປັນທາງການ, ມັນແມ່ນໝາກຜົນຂອງການຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນລາວທົ່ວທັງຊາດຜ່ານຫຼາຍສະໄໝ, ປະກາດເອກະລາດຂອງຊາດລາວເຮົາຕໍ່ໂລກໃຫ້ໂລກຮັບຮູ້ວ່າ: ໃນແຜ່ນດິນແຫ່ງນີ້ມີປະເທດລາວແມ່ນຄົນລາວເປັນເຈົ້າຂອງປະເທດຊາດ ທີ່ມີອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຕົນ. ລັດຖະບານລາວອິດສະຫລະໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ປະກາດນະໂຍບາຍການເມືອງ 12 ຂໍ້, ໃນນັ້ນໄດ້ປະກາດນະໂຍບາຍການຕ່າງປະເທດອອກຢ່າງເປັນທາງການ. ດັ່ງນັ້ນ, ວັນທີ 12 ຕຸລາ 1945 ຈິ່ງໄດ້ກາຍເປັນວັນການທູດລາວ. ຕະຫຼອດໄລຍະ 73 ປີ ຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດ ສ່ອງໃສ ແລະ ປີຊາສາມາດຂອງພັກປະຊາຊົນປະຕິວັດລາວ, ວຽກງານຕ່າງປະເທດໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດຕໍ່ສູ້ກູ້ຊາດ, ສາມາດຍາດໄດ້ໄຊຊະນະໃໝ່ຢ່າງຕໍ່ເນື່ອງ, ຈົນໃນທີ່ສຸດການປະຕິວັດຊາດ ປະຊາທິປະໄຕຢູ່ປະເທດເຮົາ ຈິ່ງໄດ້ສໍາເລັດຜົນຢ່າງມີໄຊ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ໃນ 73 ປີ ທີ່ຜ່ານມາ, ການເຄື່ອນໄຫວວຽກງານການທູດລາວໄດ້ຮັບຜົນສໍາເລັດອັນໃຫຍ່ຫຼວງ. ສປປ ລາວ ມີຖານະບົດບາດຫຼາຍຂຶ້ນໃນເວທີພາກພື້ນ ແລະ ສາກົນ, ທີ່ມີເພື່ອນມິດສາກົນຢ່າງກວ້າງຂວາງ ...

Read More »

ວັນປະກາດເອກະລາດຄົບຮອບ73ປີ

ເພື່ອເປັນການລະນຶກ ແລະ ຫວນຄືນມູນເຊື້ອ ຂອງວັນທີ 12 ຕຸລາ ຄົບຮອບ 73 ປີ (12 ຕຸລາ 1945 – 12 ຕຸລາ 2018)  ເຊິ່ງແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດ ເປັນວັນປະກາດເອກະລາດ,  ພາຍໃຕ້ການນໍາພາຂອງພັກ ແລະ ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເປັນກໍາລັງແຮງ ໃນຂະບວນການຕໍ່ສູ້ ປົດປ່ອຍຊາດ ອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ນໍ້າໃຈຕໍ່ສູ້ອັນພິລະອາດຫານ ແລະ ຄວາມເສຍສະລະອັນສູນສົ່ງ ຂອງປະຊາຊົນລາວ ຜູ້ຮັກຫອມສັນຕິພາບ ຈົນເຮັດໃຫ້ສາມາດຍາດເອົາເອກະລາດ ໃນປີ 1945 ມາໄດ້. ວັນທີ 12 ຕຸລາ ຍັງແມ່ນວັນການທູດ ແລະ ວັນວິທະຍາສາດແຫ່ງຊາດ. ທີມງານວາລະສານທາເກັດ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນໍາພັກ ແລະ ລັດຖະບານ ສປປ ລາວ ຈົ່ງມີພະລານາໄມສົມບູນ ສືບຕໍ່ນໍາພາ ປະເທດຊາດ ໃຫ້ຈະເຣີນສີວິໄລ ຮຸ່ງເຮືອງ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ປະຊາຊົນຢູ່ດີກິນດີ ມີຄວາມຜາສຸກ ທຸກຖ້ວນໜ້າ.   #12 ...

Read More »

ປະທານປະເທດ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ກອງທັບສະຫະພາບມຽນມາ

ວັນທີ 11 ຕຸລາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-13 ຕຸລາ 2018 ນີ້. ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງ ເຂດວຽກງານ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະງົບ ຂອງສອງປະເທດ ລາວ-ມຽນມາ ...

Read More »

ການນໍາແຂວງອັດຕະປືເລັ່ງຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ພ້ອມທັງ…..ກົດເຂົ້າໄປອ່ານເລີຍ…  

​​​​ໃນຕອນເຊົ້າຂອງວັນທີ 9 ຕຸລາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ໃຫ້ກຽດໂອ້ລົມຊີ້ນຳ ຕໍ່ອໍານາດການປົກຄອງ ແຂວງອັດຕະປື. ທ່ານ ຮອງນາຍົກໄດ້ມີຄຳເຫັນເນັ້ນໜັກ ໃຫ້ອໍານາດການປົກຄອງແຂວງອັດຕະປື ​ສືບຕໍ່ເອົາໃຈໃສ່ ເປັນຕົ້ນ: ກໍ່ສ້າງທີ່ພັກອາໃສຊົ່ວຄາວຂອງປະຊາຊົນ ໃຫ້ສໍາເລັດໂດຍໄວ້ ໂດຍໃຫ້ມີການຄຸ້ມຄອງ ແລະ ເສີມກໍາລັງເຂົ້າໃນການປຸກສ້າງພື້ນຖານໂຄງລ່າງຕ່າງໆ ເພື່ອໃຫ້ສໍາເລັດໂດຍໄວ; ບຸກເບີກເນື້ອທີ່ການຜະລິດຂອງປະຊາຊົນ; ເກັບກໍາ, ຈັດສັນ ແລະ ເກັບມ້ຽນເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ດີ. ຄະນະຈັດຕັ້ງຮັບຜິດຊອບສູນໃຫ້ ສືບຕໍ່ຕິດຕາມສະພາບການດໍາລົງຊີວິດ ຂອງປະຊາຊົນພາຍໃນສູນຢ່າງເປັນປົກກະຕິ ໂດຍສະເພາະ ສະພາບທາງດ້ານແນວຄິດຈິດໃຈ ຂອງປະຊາຊົນ; ເອົາໃຈໃສ່ວຽກງານຄຸ້ມຄອງສູນພັກເຊົາຊົ່ວຄາວ ເປັນຕົ້ນ ການຮັກສາຄວາມສະອາດ, ການແກ້ໄຂລະບົບລະບາຍນໍ້າເປື້ອນພາຍໃນສູນ ເພື່ອຮັບປະກັນສຸຂະພາບ, ຊີວິດ ແລະ ຫຼີກບໍ່ໃຫ້ເກີດມີພະຍາດລະບາດ. ເອົາໃຈໃສ່ວຽກງານການສຶກສາ ໂດຍມອບໃຫ້ຂະແໜງການສຶກສາແຂວງ, ເມືອງ ກໍານົດແຜນການ ເພື່ອແກ້ໄຂໃຫ້ລະອຽດ ອັນໃດຈະມອບໃຫ້ສູນກາງຊ່ວຍເຫຼືອ ແລະ ອັນໃດຈະແມ່ນທ້ອງຖິ່ນແກ້ໄຂ; ສືບຕໍ່ຕິດຕາມ ແລະ ປະຕິບັດນະໂຍບາຍໃຫ້ປະຊາຊົນ ຢ່າງເປັນປົກກະຕິ ໃນນີ້ ຕ້ອງໄດ້ມີການສຶກສາອົບຮົມ, ອະທິບາຍໃຫ້ປະຊາຊົນ ມີຄວາມເຂົ້າໃຈຕໍ່ນະໂຍບາຍທີ່ພັກ ແລະ ລັດມອບໃຫ້. ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ຈັດສັນເຂດຜະລິດ ...

Read More »

ນາຍົກເດີນທາງເຂົ້າຮ່ວມ ກອງປະຊຸມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງ 10

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ ປຸ່ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປ ປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພ້ອມທັງຈະມີການພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ ປຸ່ນ ແລະ ກິດຈະກໍາປິ່ນອ້ອມຕ່າງໆ. ຊຶ່ງໄດ້ຈັດຂຶ້ນລະ ຫວ່າງວັນທີ 8-9 ຕຸລາ 2018 ນີ້ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ. ສໍາລັບໂຄງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ ສປປ ລາວ ລວມມີໂຄງການສົ່ງເສີມການເຊື່ອມຈອດພາກພື້ນ ແລະ ການພັດທະນາພື້ນຖານໂຄງລ່າງ ທີ່ມີຄຸນນະພາບເຊັ່ນ: ໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ໂຄງການປັບປຸງເສັ້ນທາງໝາຍເລກ 9, ໂຄງການສ້າງຂົວເຊກອງ ຢູ່ ເສັ້ນທາງຫຼວງແຫ່ງຊາດໝາຍເລກ 16B, ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ແລະ ອື່ນໆ. ທີ່ມາ: ຂ່າວສານປະເທດລາວ

Read More »