ການເມືອງ

ສປປ ລາວ-ສເກົາຫລີ ພົບປະສອງຝ່າຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ ທີ່ ປະເທດສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ມູນ ແຈ ອິນ ປະທານາທິບໍດີ ແຫ່ງ ສ.ເກົາຫຼີ, ໃນວັນທີ 14 ພະຈິກ 2018, ເພື່ອຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ. ຂອບໃຈແຫຼ່ງຂໍ້ມູນ ພາບຈາກອິນເຕີເນັດ  

Read More »

ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP)

ໃນວັນທີ 14 ພະຈິກ 2018, ກອງປະຊຸມສຸດຍອດ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ (RCEP) ຄັ້ງທີສອງ ໄດ້ໄຂຂຶ້ນຢ່າງເປັນທາງການທີ່ປະເທດສິງກະໂປ ແລະ ປະມຸກລັດ/ຫົວໜ້າລັດຖະບານ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຢ່າງຫຼວງຫຼາຍໃນການເຈລະຈາມາຮອດປະຈຸບັນ ແລະ ກໍານົດຄາດໝາຍຈະສໍາເລັດການເຈລະຈາໃຫ້ໄດ້ພາຍໃນປີ 2019. ການເຈລະຈາສັນຍາດັ່ງກ່າວ ໄດ້ດໍາເນີນມາເປັນເວລາ ຫົກປີ ໂດຍມີ 24 ຮອບ  ນັບແຕ່ປີ 2012 ເປັນຕົ້ນມາ. ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານລະດັບພາກພື້ນ ຖືໄດ້ວ່າ ເປັນຂໍ້ຕົກລົງທາງດ້ານເສດຖະກິດພາກພື້ນຂະໜາດໃຫຍ່ທີ່ສຸດຂອງໂລກ ກວມເອົາປະຊາກອນເກືອບເຄິ່ງໂລກ 3,5 ຕື້ຄົນ, ເກືອບ 1/3 ຂອງ GDP ໂລກ ແລະ 30% ຂອງການໄຫຼວຽນເງິນລົງທຶນທາງກົງຂອງໂລກ ຊຶ່ງພວມເຈລະຈາກັນລະຫວ່າງ 10 ປະເທດອາຊຽນ ກັບ ຫົກຄູ່ຮ່ວມເຈລະຈາ ຄື: ອົດສະຕຣາລີ, ຈີນ, ອິນເດຍ, ນິວຊີແລນ ແລະ ເກົາຫຼີໃຕ້ ປະກອບເປັນ 16 ປະເທດໃນເຂດການຄ້າເສລີນີ້. ເປົ້າໝາຍຂອງການເຈລະຈາ ແມ່ນເພື່ອເຮັດໃຫ້ການເຊື່ອມໂຍງເສດຖະກິດພາກພື້ນໃຫ້ເປັນໄປໃນລວງກວ້າງ ແລະ ລວງເລິກຍິ່ງຂຶ້ນ, ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດພາກພື້ນ ແລະ ການພັດທະນາເສດຖະກິດທີ່ສະເໝີພາບ ...

Read More »

ລັດຖະມົນຕີ ກະຊວງການຕ່າງປະເທດ ເຂົ້າຮ່ວມກອງປະຊຸມອາຊຽນ ທີ່ ສິງກະໂປ.

ວັນທີ 13 ພະຈິກ 2018 ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 18 ທີ່ປະເທດສິງກະໂປເປັນເຈົ້າພາບ ເຊິ່ງໃນກອງປະຊຸມຄະນະຜູ້ແທນໄດ້ຮ່ວມກັນປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໃນໄລຍະ 1 ປີ ຜ່ານມາ ໂດຍສະເພາະ ແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນດາກິດຈະກໍາພາຍໃຕ້ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງຊຸກຍູ້ບັນດາຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມຫມັ້ນຄົງ ໃຫ້ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກໍາທີ່ຍັງຄ້າງຄາ. ປັດຈຸບັນ ອາຊຽນ ສາມາດຈັດຕັ້ງປະຕິບັດສໍາເລັດແລ້ວ 88%ຂອງຈຳນວນທັງໝົດ 290 ກິດຈະກໍາ ພາຍໃຕ້ແຜນແມ່ບົດດັ່ງກ່າວ ໃນນັ້ນ ສປປ ລາວ ກໍໄດ້ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ໂດຍໄດ້ສຳເລັດການເປັນເຈົ້າພາບກອງປະຊຸມປະສານງານ ຄັ້ງທີ 2 ໃນການສຶກສາຄົ້ນຄວ້າ ຂອງ ຄະນະກຳມາທິການລະຫວ່າງລັດຖະບານອາຊຽນ ວ່າດ້ວຍ ສິດທິມະນຸດ ກ່ຽວກັບສິດທິໄດ້ຮັບການສຶກສາ ແລະ ເປັນເຈົ້າພາບຈັດກອງປະຊຸມລັດ ຖະມົນຕີກົດໝາຍອາຊຽນ ຄັ້ງທີ 10 ແລະ ກອງປະຊຸມເຈົ້າໜ້າທີ່ອາວຸໂສກົດໝາຍອາຊຽນ ຄັ້ງທີ 18 ໃນຕົ້ນເດືອນຕຸລາ ຜ່ານມາ. ພ້ອມນັ້ນໃນຕອນເຊົ້າຂອງວັນດຽວກັນ ທ່ານ ...

Read More »

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ໄຂຂຶ້ນຢ່າງເປັນທາງການ

ພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດ ສິງກະໂປ (ປະທານອາຊຽນ ປີ 2018) ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”. ໃນກອງປະຊຸມ ຄັ້ງທີ 33 ນີ້ ຜູ້ນຳອາຊຽນໄດ້ປຶກສາຫາລື ກ່ຽວກັບການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອໃຫ້ອາຊຽນມີຄວາມສາມາດປັບຕົວ ແລະ ຮັບມືກັບສີ່ງທ້າທາຍຕ່າງໆໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດ “ດີຈີຕອນ” ແລະ ການປະຕິວັດອຸດສາຫະກໍາ 4.0 ທີ່ເຕັກໂນໂລຊີ ມີການພັດທະນາຢ່າງໄວວາ. ພ້ອມນີ້ ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຍິນດີ ທີ່ບັນດາຂະແໜງການກ່ຽວຂ້ອງພາຍໃຕ້ສາມເສົາຄໍ້າປະຊາຄົມອາຊຽນໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025 ຈັດຕັ້ງປະຕິບັດບັນດາແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ...

Read More »

ທ່ານ ນາຍົກ ນຳພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 33.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນ ຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດອື່ນໆ ທີ່ກ່ຽວຂ້ອງ, ເຊິ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນແລງຂອງວັນທີ 13 ພະຈິກ 2018 ທີ່ ປະເທດສິງກະໂປ ພາຍໃຕ້ຄຳຂວັນ: “ສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ”.    ກອງປະຊຸມຄັ້ງທີ 33 ນີ້, ຜູ້ນຳອາຊຽນ ໄດ້ປຶກສາຫາລື ກ່ຽວກັບການສ້າງປະຊາຄົມອາຊຽນໃຫ້ເຂັ້ມແຂງ ແລະ ທັນສະໄໝ ເພື່ອໃຫ້ອາຊຽນ ມີຄວາມສາມາດປັບຕົວ ແລະ ຮັບມືກັບສີ່ງທ້າທາຍຕ່າງໆໄດ້ຢ່າງທັນການ ໂດຍສະເພາະ ໃນຍຸກເສດຖະກິດດີຈີຕອນ ແລະ ການປະຕິວັດອຸດສາ ຫະກຳ 4.0 ທີ່ເຕັກໂນໂລຊີ ມີການພັດທະນາຢ່າງໄວວາ. ພ້ອມນີ້, ຜູ້ນຳອາຊຽນ ຍັງໄດ້ສະແດງຄວາມຍິນດີ ທີ່ບັນດາຂະແໜງການກ່ຽວຂ້ອງ ພາຍໃຕ້ສາມເສົາຄໍ້າປະຊາຄົມອາຊຽນ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025, ຈັດຕັ້ງປະຕິບັດບັນດາແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ, ປະຊາຄົມເສດຖະກິດອາຊຽນ ແລະ ປະຊາຄົມວັດທະນະທຳ-ສັງຄົມອາຊຽນ ແລະ ...

Read More »

ຫສນຍ ຈັດປາຖະກະຖາ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ.

ໃນຕອນເຊົ້າ ຂອງວັນທີ 13 ພະຈິກ 2018 ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປາຖະກະຖາ ກ່ຽວກັບວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຖານທີ່ໜັ້ນຂອງການປະຕິວັດ ຄົບຮອບ 50 ປີ, ໂດຍການໃຫ້ກຽດປາຖະກະຖາ ຂອງສະຫາຍ ເພັດ ພົມພິພັກ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ; ມີຄະນະພັກ ຫສນຍ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກ-ພະນັກງານ ພາຍໃນຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ທັງໝົດເຂົ້າຮ່ວມ. ຈຸດປະສົງ ແມ່ນເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ ພາຍໃນຫ້ອງວ່າການສຳນັກງານ ນາຍົກລັດຖະມົນຕີ ໄດ້ຮັບຮູ້, ເຊື່ອມຊືມ ກ່ຽວກັບປະຫວັດ, ມູນເຊື້ອ, ຄວາມໝາຍຄວາມສຳຄັນ ຂອງເມືອງວຽງໄຊ ກໍຄືມູນເຊື້ອອັນປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກ ປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດ, ທັງເປັນການລະນຶກ ໄຊຊະນະອັນຍິ່ງໃຫຍ່ ຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າ ຕະຫຼອດຮອດ ຜົນງານອັນລໍ້າເລີດ, ຄວາມເປັນແບບຢ່າງ ທາງດ້ານຄຸນສົມບັດສິນທຳປະຕິວັດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງການນຳຮຸ່ນກ່ອນ. ໂດຍສະເພາະ ປະທານ ໄກສອນ ...

Read More »

ຄະນະລັດຖະບານ ຫາລືວຽກງານ ປະຈໍາເດືອນ ພະຈິກ 2018.

ກອງປະຊຸມ ລັດຖະບານ ສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໄດ້ໄຂຂຶ້ນໃນວັນທີ 12 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ໂດຍມີບັນດາສະມາຊິກ ລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈະລະນາ, ປະກອບຄໍາເຫັນເຂົ້າໃສ່ 8 ເອກະສານສໍາຄັນ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝສາ ມັນເທື່ອທີ 6 ຂອງສະພາແຫ່ງ ຊາດ ຊຸດທີ 8 ທີ່ຈະໄຂຂຶ້ນໃນທ້າຍເດືອນ ພະຈິກ 2018 , ເຊິ່ງມີເນື້ອໃນລາຍລະອຽດ ດັ່ງນີ້: ບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນໃນໄລຍະທີ່ຜ່ານມາ ແລະ ທິດທາງວຽກຈຸດສຸມໃນຕໍ່ໜ້າຂອງລັດຖະບານ. 2. ບົດລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປີ 2018 ແລະ ທິດທາງແຜນປີ 2019. 3. ບົດລາຍງານກ່ຽວກັບສະພາບການກໍ່ສ້າງ ແລະ ສ້ອມແປງຖະໜົນຫົນທາງ ໃນໄລຍະຜ່ານມາ ທີ່ເຫັນວ່າຄຸນນະພາບຕໍ່າ, ມູນຄ່າການກໍ່ສ້າງສູງ ແລະ ແກ່ຍາວເວລາໃນການກໍ່ສ້າງ. 4. ບົດລາຍງານກ່ຽວກັບ ...

Read More »

ປະທານປະເທດ ຕ້ອນຮັບຄະນະຜູ້ແທນອົງການພຸດທະສາສະໜາ ຫວຽດນາມ

ວັນທີ 12 ພະຈິກ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ຄະນະຜູ້ແທນຂັ້ນສູງອົງການພຸດທະສາສະໜາແຫ່ງ ສສ ຫວຽດນາມ ນໍາໂດຍພຣະອາຈານໃຫຍ່ ທິກ ທຽນເຍີນ ປະທານສູນກາງ ອົງການພຸດທະສາສະໜາ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມອົງການພຸດທະສະສາສະໜາ 3 ປະເທດ ກຳປູເຈຍ-ລາວ-ຫວຽດນາມ ຢູ່ນະຄອນຫຼວງວຽງຈັນ. ໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາເຂົ້າຮ່ວມກອງປະຊຸມດັ່ງກ່າວ, ຂອງ ພຣະອາຈານ ທິກທຽນ ເຢີນ ພ້ອມດ້ວຍຄະນະ ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ລະຫວ່າງສອງອົງການພຸດທະສາສະໜາ ລາວ-ຫວຽດນາມ ທັງເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຫວຽດນາມ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນຍິ່ງຂຶ້ນໄປເລື້ອຍໆ. ຂໍ້ມູນຈາກ: ຂປລ.  

Read More »

ຜູ້ນໍາເຮົາ ຕ້ອນຮັບ ແລະ ພົບປະ ປະທານສະພາແຫ່ງ ລັດ ສ.ກູບາ

ໃນໂອກາດ ເດີນທາງມາຢ້ຽມຢາມ ລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 11 ພະຈິກ 2018 ຜ່ານມານີ້ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ໄດ້ພົບປະກັບ ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ເຊິ່ງສອງຝ່າຍຕ່າງກໍໄດ້ແຈ້ງໃຫ້ກັນຊາບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ໄດ້ຕີລາຄາກ່ຽວກັບການຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ. ການພົບປະຄັ້ງນີ້, ຝ່າຍລາວໄດ້ຢືນຢັນຄືນເຖິງແນວທາງສະເໝີຕົ້ນສະເໝີປາຍຂອງພັກ ລັດຖະບານລາວ ໃນການສືບຕໍ່ການພົວພັນ, ຮ່ວມມື ລະຫວ່າງ ສອງປະເທດໃນອະນາຄົດ ເພື່ອເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມແລ້ວນັ້ນ ລະຫວ່າງ ສອງປະເທດໄດ້ສືບຕໍ່ຮັບການເສີມຂະຫຍາຍ ແລະ ຈະເລີນງອກງາມຂຶ້ນເລື້ອຍໆ. ຝ່າຍ ກູບາ ກໍໄດ້ຢືນຢັນຄືນແນວທາງນະໂຍບາຍຂອງພັກ ແລະ ລັດ ກູບາ ທີ່ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນ ແລະ ຮ່ວມມືອັນເປັນມູນເຊື້ອ ...

Read More »

ທ່ານ ທອງລຸນ ສີສຸລິດ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ລີ ຊຽນ ລຸງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສິງກະໂປ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງອື່ນໆ, ໃນລະຫວ່າງວັນທີ 12-15 ພະຈິກ 2018 ທີ່ ປະເທດສິງກະໂປ. ທີ່ມາ: ແຈ້ງການຂອງກະຊວງການຕ່າງປະເທດ.

Read More »