ນາຍົກລາວ ຕ້ອນຮັບເລຂາທິການກອງປະຊຸມ ປົວອ້າວສຳລັບອາຊີ

ໃນວັນທີ 28 ກັນຍາ 2018,   ທີ່ສໍານັກງານນາຍົກລັດຖະມົນຕີ,  ທ່ານ ທອງລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ  ແຫ່ງ ສປປ ລາວ  ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຫລີ ປາວ​ຕົ່ງ  ​ເລຂາທິການ ກອງ​ປະຊຸມ ປົວ​ອ້າວ​ສຳລັບ​ອາຊີ  ພ້ອມ​ດ້ວຍ​ຄະນະ ​ໃນ​​ໂອກາດ​ເດີ​ນທາງມາ​ຢ້ຽມຢາມ  ​ແລະ ​ເຂົ້າຮ່ວມ​ກອງ​ປະຊຸມ ປົວ​ອ້າວ​ສຳລັບ​ອາຊີ ຢູ່ ສປປ ລາວ.

ໃນ​ໂອກາດ​ດັ່ງກ່າວ, ທ່ານ ທອງລຸນ ສີ​ສຸ​ລິດ  ນາຍົກລັດຖະມົນຕີ​ ກໍໄດ້​ກ່າວສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ,   ຊົມ​ເຊີຍ ​ແລະ ຕີ​ລາຄາ​ສູງ​ຕໍ່ ທ່ານ ຫລີ ປາວ​ຕົ່ງ  ທີ່ໄດ້ນຳພາຄະນະ ເດີ​ນທາງ​ມາ​ຢ້ຽມຢາມ ສປປ ລາວ  ​ໃນ​ຄັ້ງ​ນີ້,​  ​ເຊິ່ງເປັນການ ປະ ກອບສ່ວນອັນສໍາຄັນເຂົ້າ   ​ໃນ​ການເພີ່ມທະວີຮັດແໜ້ນ ສາຍພົວພັນການຮ່ວມມື​ສະໜັບສະໜູນ,   ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ ໃນທຸກ​ຂົງ​ເຂດວຽກງານ  ​ໂດຍ​ສະ​ເພາະ ​ແມ່ນ​ວຽກງານການ​ຮ່ວມ​ມື  ​ທາງ​ດ້ານ​ການ​ຄ້າ-ການ​ລົງທຶນ ລະຫວ່າງ ສປປ ລາວ ​ແລະ ສປ ຈີນ  ​ໃຫ້​ໄດ້​ຮັບ​ການ​ພັດທະນາ ​ແລະ ​ແຕກ​ດອກ​ອອກ​ຜົນ​ຍິ່ງໆຂຶ້ນ.

​         ໃນໂອກາດດັ່ງກ່າວ, ທ່ານ ຫລີ ປາວ​ຕົ່ງ  ກໍ​ໄດ້​ສະ​ແດ​ງຄວາມ​ຂອບ​ໃຈ ຕໍ່ ​ ທ່ານ ທອງລຸນ ສີ​ສຸ​ລິດ   ທີ່​ໄດ້​ສະຫລະ​ເວລາ​ອັນ​ມີຄ່າ   ໃຫ້ການຕ້ອນຮັບ​ຢ່າງ​ອົບ​ອຸ່ນໃນ​ຄັ້ງນີ້,   ພ້ອມ​ທັງ​ແຈ້ງຈຸດປະສົງ ​ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ສປປ ລາວ  ໃນ​ຄັ້ງ​ນີ້ ​ໃຫ້​ທ່ານນາຍົກລັດ ຖະມົນຕີ ຮັບຊາບອີກ ດ້ວຍ.

​ໃນ​ວັນ​ດຽວກັນນີ້, ທ່ານ ທອງລຸນ ສີ​ສຸ​ລິດ  ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ  ທ່ານ ສຸລະກຽດ, ອາ​ດີດຮອງ​ນາຍົກລັດຖະມົນຕີ,  ລັດຖະມົນຕີ ກະຊວງ​ການ​ຕ່າງປະ​ເທດ​,  ປະທານ APRC, ຄະນະ​ບໍລິຫານ​ງານ ກອງ​ປະຊຸມປົວ​ອ້າວ​ສຳລັບ​ອາຊີ  ​ ​ໃນ​ໂອກາດ​ເດີນ​ທາງ​ມາເຂົ້າຮ່ວມ​ ກອງ​ປະຊຸມປົວ​ອ້າວ​ສຳລັບ​ອາຊີ  ຢູ່ ສປປ ລາວ ​ເຊັ່ນ​ດຽວກັນ.

ຂ່າວ: ກິດ​ຕາ

ພາບ:​ເກດສະໜາ

ຊົມຄຼິບຂ່າວ

ທີ່ມາ: ຂ່າວສານປະເທດລາວ.

Comments