ການເມືອງ

ພິທີຕ້ອນຮັບ ຈັດຂຶ້ນຢ່າງເປັນທາງການ ທີ່ທຳນຽບປະທານປະເທດ.

ຕອນເຊົ້າວັນທີ 11 ພະຈິກ 2018 ນີ້, ຢູ່ທໍານຽບປະທານປະເທດ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ, ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ສ. ກູບາ ທີ່ມາຢ້ຽມຢາມ ລັດຖະກິດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນລະຫວ່າງວັນທີ 10-11 ພະຈິກ 2018 ນີ້. ການຢ້ຽມຢາມລາວທາງລັດຖະກິດຂອງ ທ່ານ ມີເກັນ ດີເອັດສ-ກາແນນ ແບຣມູເດັດສ ຄັ້ງນີ້ ເປັນເຫດ ການສໍາຄັນທາງດ້ານປະຫວັດສາດ ແຫ່ງການພົວພັນ ລະຫວ່າງ ສປປ ລາວ ແລະ ສ.ກູບາ ເປັນການປະກອບສ່ວນສໍາຄັນເຂົ້າໃນການຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີຖານອ້າຍນ້ອງ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ກໍຄືປະຊາຊົນສອງຊາດ ລາວ-ກູບາ ທີ່ມີມາດົນນານນັ້ນ ໃຫ້ນັບມື້ນັບໄດ້ຮັບການເພີ່ມພູນຄູນສ້າງ ແລະ ...

Read More »

ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ ພ້ອມດ້ວຍພັນລະຍາ ເດີນທາງມາເຖິງນະຄອນຫຼວງວຽງຈັນ

ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ ປະທານສະພາແຫ່ງລັດ, ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງມາເຖິງນະຄອນຫຼວງວຽງຈັນ ໃນຕອນຄໍ່າວັນທີ 10 ພະຈິກ 2018 ເພື່ອທໍາການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 11-12 ພະຈິກ 2018 ນີ້.   ຊີວະປະຫວັດ ຂອງ ທ່ານ ມີເກັນ ມາຣີໂອ ດີເອັດສ-ກາແນນ ແບຣມູເດັດສ  ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສ.ກູບາ ທ່ານ Miguel Diaz-Canel Bermudez, ເກີດເມື່ອວັນທີ 20 ເມສາ 1960 ທີ່ເມືອງ Placetas, ແຂວງ Villa Clara; ເຂົ້າເປັນສະມາຊິກພັກ ປີ 1987 ລະດັບການສຶກສາ: ປີ 1982, ຮຽນຈົບປະລິນຍາຕີ ຂະແໜງວິສະວະກໍາໄຟຟ້າ ...

Read More »

ນາຍົກ ຕ້ອນຮັບແຂກຕ່າງປະເທດ

ໃນວັນທີ 8 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ເມຣຸດ ຄາວູໂຊລູ (MevlutCavusoglu) ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ໃນລະຫວ່າງວັນທີ 7-8 ພະຈິກ 2018. ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື, ໂດຍສະເພາະ ວຽກງານການຄ້າ, ການລົງທຶນ ຂອງສອງປະເທດ ລາວ-ຕວັກກີ ໃຫ້ໄດ້ຮັບການພັດທະນາ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ. ...

Read More »

ຮອງນາຍົກ ເນັ້ນນຳໃຊ້ທ່າແຮງຂອງແຂວງ ເພື່ອສ້າງເສດຖະກິດ ໂດຍສະເພາະແມ່ນໃບຊາ.

ໃນຕອນເຊົ້າ ຂອງວັນທີ 8 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກຽດພົບປະໂອ້ລົມ ຕໍ່ພະນັກງານການນຳຫຼັກແຫຼ່ງ ຂອງແຂວງຜົ້ງສາລີ ຢູ່ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ. ໃນໂອກາດນີ້, ທ່ານໄດ້ຮັບຟັງລາຍງານ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2018 ຊຶ່ງເຫັນວ່າ: ທົ່ວແຂວງ ສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 7,81%, ການປະຕິບັດແຜນເກັບລາຍຮັບ ໄລຍະ 10 ເດືອນ ໄດ້ 329,86 ຕື້ກີບ ເທົ່າກັບ 87% ຂອງແຜນການປີ, ສ່ວນແຜນລາຍຈ່າຍ ປະຕິບັດໄດ້ 273,58 ຕື້ກີບ ຂອງແຜນການປີ ເທົ່າກັບ 75,77%. ປັດຈຸບັນ, ທົ່ວແຂວງ ມີບ້ານພັດທະນາ ກວມ 16%, ຄອບຄົວພັດທະນາ ກວມ 33%, ບ້ານທຸກຍາກ ຍັງກວມ 70%, ຄອບຄົວທຸກຍາກ ຍັງກວມ 26%, ...

Read More »

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບປະທານສະມາຄົມ ຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ.

ໃນວັນທີ 7 ພະຈິກ 2018, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອິວ ດົສ Yves Dauge ປະທານສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ. ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ອິວ ດົສ ທີ່ໄດ້ນໍາພາຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເພື່ອທົບທວນຕີລາຄາວຽກງານຄຸ້ມຄອງມໍລະດົກໂລກ ຂອງ ສປປ ລາວ, ໂດຍຜ່ານການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກປະເທດຝຣັ່ງ ໃນໄລຍະຜ່ານມາ. ໃນລະຫວ່າງການສົນທະນາ, ທັງສອງຝ່າຍໄດ້ຮ່ວມກັນປຶກ ສາຫາລືຄວາມເປັນໄປໄດ້ ໃນການລົງເລິກວຽກງານຄຸ້ມຄອງ ດ້ານມໍລະດົກ ວັດທະນະທຳ, ໂດຍສະເພາະເພື່ອການຊຸກຍູ້ວຽກງານການຄຸ້ມຄອງມໍລະດົກໂລກ ຂອງ ...

Read More »

ປະທານປະເທດ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດແລະແຕ່ງຕັ້ງທູດລາວ ໄປປະຈຳຕ່າງປະເທດ.

ໃນຕອນວັນເຊົ້າທີ 6 ພະຈິກ 2018 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດເຂົ້າຢື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ປະຈຳ ສປປ ລາວ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈໍາຢູ່ປະເທດຕ່າງໆ ຕາມລຳດັບດັ່ງນີ້: ເວລາ 8:00 ໂມງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ Jaime Andres Chomali Garib) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຊີເລ ຄົນໃໝ່ປະຈຳ ສປປ ລາວ, ໂດຍມີສຳນັກງານການທູດຕັ້ງຢູ່ ຮາໂນຍ, ສສ.ຫວຽດນາມ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ Jaime Andres Chomali Garib ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຊີເລ ປະຈຳ ສສ.ຫວຽດນາມ. ສປປ ລາວ ແລະ ຊີເລ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ...

Read More »

ທ່ານຮອງນາຍົກ ເຄື່ອນໄຫວຊຸກຍູ້ການກະກຽມສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ

ໃນວັນທີ 6 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຊຸກຍູ້, ຕິດຕາມ-ກວດກາ ຄວາມຄືບໜ້າ ໃນການກະກຽມວຽກງານດ້ານຕ່າງໆ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ, ແຂວງຫົວພັນ ຄົບຮອບ 50 ປີ ໃນທ້າຍເດືອນພະຈິກ 2018ໂດຍມີທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງວຽງໄຊ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ກ່ອນອື່ນ ແມ່ນໄດ້ໄປຢ້ຽມຢາມ ສູນເສຍອົງຄະ 11 (ນາແທ່ນ), ເມືອງວຽງໄຊໂດຍຮັບຟັງການລາຍງານ ກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງສູນດັ່ງກ່າວ ຈາກທ່ານ ພັນສີ ພິມພາວົງ ຫົວໜ້າສູນເສຍອົງຄະ 11 ຊຶ່ງເຫັນວ່າ: ສູນເສຍອົງຄະແຫ່ງນີ້ ມີ 78 ຄອບຄົວ, ພົນລະເມືອງ 247 ຄົນ, ຍິງ 126 ຄົນ. ໃນນັ້ນ ມີພະນັກງານເສຍອົງຄະ ຈຳນວນ 22 ທ່ານ, ເສຍອົງຄະພິເສດ 1 ...

Read More »

ລາວ-ຈີນ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ໝັ້ນຄົງ ແລະ ຍາວນານ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ ຈີນ ຄັ້ງທີ 1 (China International Import – Expo), ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 5-10 ພະຈິກ 2018 ທີ່ ນະຄອນຊຽງໄຮ້, ສປ ຈີນ. ໃນວັນທີ 4 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ຕໍ່ການເຊື້ອເຊີນຄະນະຜູແທນ ສປປ ລາວ ...

Read More »

ຂໍ່ານັບຊົມເຊີຍ ການພົບປະສອງຝ່າຍ ລາວ-ຈີນ

ຂໍ່ານັບຊົມເຊີຍ “ການພົບປະສອງຝ່າຍລະຫວ່າງຄະນະພະນະທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປລາວ ແລະ ພະນະທ່ານ ສີຈີ້ນຜີງ ປະທານປະເທດແຫ່ງ ສປຈີນ, ກ່ອນວາລະການເຂົ້າຮ່ວມງານລ້ຽງຕ້ອນຮັບບັນດາປະມຸກລັດ ນາຍົກລັດຖະມົນຕີ ແລະ ການນຳສູງສຸດປະເທດ ເຂົ້າຮ່ວມງານວາງສະແດງສິນຄ້າສາກົນນຳເຂົ້າຄັ້ງທີ່ I ສປຈີນ” – at 04 ພະຈິກ 2018 ນະຄອນຊຽງໄຮ ສປ ຈີນ Chinese President Xi Jinping meets with Lao Prime Minister Thongloun Sisoulith in Shanghai, east China, Nov. 4, 2018. (Xinhua/Rao Aimin) Chinese President Xi Jinping meets with foreign leaders and hosts banquet for guests attending ...

Read More »

ສປປ ລາວ ກູ້ຍືມເງິນທະນາຄານໂລກ ເພື່ອປັບປຸງທຸລະກິດ ມູນຄ່າສູງເຖິງ……..ຕື້ກີບ

ວັນ​ທີ 31 ຕຸ­ລາ 2018 ທີ່​ກະ­ຊວງ​ການ​ເງິນ ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ​ເງິນ​ກູ້​ຢືມ​ຈາກ​ທະ­ນາ­ຄານ​ໂລກ 10 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 85 ຕື້​ກີບ ພາຍ​ໃຕ້​ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ບັນ­ດາ​ທຸ­ລະ​ກິດ ແລະ ຄົວ​ເຮືອນ​ໃນ​ລາວ ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ເຊັ່ນ: ການ​ຫຼຸດ​ຈຳ­ນວນ​ມື້​ໃນ​ການ​ຂໍ­ອະ­ນຸ­ຍາດ​ສ້າງ­ຕັ້ງ​ທຸ­ລະ​ກິດ ຮ່ວມ​ລົງ​ນາມ​ລະ­ຫວ່າງ ທ່ານ​ນາງ ທິບ​ພະ​ກອນ ຈັນ­ທະ​ວົງ­ສາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ແລະ ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ຫົວ­ໜ້າ​ຫ້ອງ­ການ​ທະ­ນາ­ຄານ​ໂລກ ປະ­ຈຳ​ລາວ ໂຄງ­ການ​ຈະ​ສະ­ໜັບ­ສະ­ໜູນ​ຄວາມ​ພະ­ຍາ­ຍາມ​ຂອງ​ລັດ­ຖະ­ບານ ໃນ​ການ​ຫຼຸດ​ຂັ້ນ​ຕອນ​ການ​ຄຸ້ມ​ຄອງ​ທຸ­ລະ​ກິດ ອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ການ​ຄ້າ ແລະ ປັບ­ປຸງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ບໍ­ລິ­ສັດ​ລາວ​ທີ່​ກຳ­ລັງ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ແລະ ທີ່​ສ້າງ­ຕັ້ງ​ໃໝ່ ຈະ​ໄດ້​ຮັບ​ປະ­ໂຫຍດ​ຈາກ​ການ​ຫຼຸດ­ຜ່ອນ​ຕົ້ນ​ທຶນ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ມີ​ຂັ້ນ​ຕອນ​ທີ່​ສະ­ດວກ​ກວ່າ​ເກົ່າ ແລະ ເຂົ້າ​ເຖິງ​ແຫຼ່ງ​ທຶນ​ເພື່ອ​ປັບ­ປຸງ​ທຸ­ລະ​ກິດ​ຂອງ​ຕົນ ການ​ປັບ­ປຸງ​ເຫຼົ່າ​ນີ້ ຍັງ​ຈະ​ມີ​ຜົນ​ປະ­ໂຫຍດ​ໃຫ້​ແກ່​ປະ­ຊາ­ຊົນ​ລາວ​ທົ່ວ​ໄປ ເນື່ອງ​ຈາກ​ການ​ປັບ­ປຸງ​ເຫຼົ່າ­ນັ້ນ ຈະ​ຊຸກ­ຍູ້​ໃຫ້​ມີ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ ແລະ ນຳ­ໄປ​ສູ່​ການ​ແຂ່ງ­ຂັນ​ຫຼາຍ​ຂຶ້ນ ລາ­ຄາ​ສິນ­ຄ້າ​ຈະ​ຄ່ອຍ​ຫຼຸດ​ລົງ ແລະ ເພີ່ມ​ທາງ​ເລືອກ​ໃຫ້​ຜູ້​ບໍ­ລິ­ໂພກ. ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ກ່າວ​ວ່າ: “ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ...

Read More »