ກອງປະຊຸມຄະນະປະຈຳສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝ X

ກອງປະຊຸມ ຄະນະປະຈຳ ສູນກາງແນວລາວສ້າງຊາດ ເປີດກວ້າງ ຄັ້ງທີ 3 ສະໄໝ X ໄດ້ຈັດຂຶ້ນໃນວັນທີ 16-17 ຕຸລາ 2018 ທີ່ສູນກາງແນວລາວສ້າງຊາດ ເພື່ອທົບທວນຄືນການຈັດຕັ້ງປະຕິບັດວຽກງານ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ໃນ 1 ປີ ຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ.


ກອງປະຊຸມດັ່ງກ່າວ, ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາ ການເຄື່ອນໄຫວວຽກງານ ຂອງຄະນະປະຈຳ ສູນກາງແນວລາວສ້າງຊາດ ໃນໄລຍະ 1 ປີ ຜ່ານມາ 2017-2018, ຜົນງານທີ່ພົ້ນເດັ່ນໃນການຊີ້ນຳ-ນໍາພາ ຂອງຄະນະປະຈຳ ແລະ ທິດທາງແຜນການໃນ ປີ 2018-2019 ພ້ອມນີ້, ຍັງໄດ້ຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນ ກ່ຽວກັບເນື້ອໃນສຳຄັນຈຳນວນໜຶ່ງເຊັ່ນ: ຮ່າງບົດປະກອບຄຳຄິດຄຳເຫັນ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ລາຍງານຜົນສຳເລັດ ການປັບປຸງກົດໝາຍ ວ່າດ້ວຍແນວລາວສ້າງຊາດ ສະບັບປັບປຸງ, ຄຳແນະນຳວ່າດ້ວຍ ການສ້າງຂະບວນການ ຮອບດ້ານໃນການກະກຽມ ກອງປະຊຸມໃຫຍ່ແນວລາວສ້າງຊາດ 3 ຂັ້ນ ຄື: ຂັ້ນແຂວງ-ນະຄອນຫຼວງ, ເມືອງ ແລະ ບ້ານ, ເອກະສານບົດລາຍງານຕົວແບບ ຂອງບາງທ້ອງຖິ່ນ ຈຳນວນໜຶ່ງ ແລະ ອື່ນໆ.

ທີ່ມາ: ຂ່າວສານປະເທດລາວ

Comments