ການນໍາແຂວງອັດຕະປືເລັ່ງຟື້ນຟູ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ກັບສູ່ສະພາບປົກກະຕິໂດຍໄວ, ພ້ອມທັງ…..ກົດເຂົ້າໄປອ່ານເລີຍ…  

​​​​ໃນຕອນເຊົ້າຂອງວັນທີ 9 ຕຸລາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສະເພາະກິດ ແກ້ໄຂໄພພິບັດລະດັບຊາດ ໄດ້ໃຫ້ກຽດໂອ້ລົມຊີ້ນຳ ຕໍ່ອໍານາດການປົກຄອງ ແຂວງອັດຕະປື.

ທ່ານ ຮອງນາຍົກໄດ້ມີຄຳເຫັນເນັ້ນໜັກ ໃຫ້ອໍານາດການປົກຄອງແຂວງອັດຕະປື ​ສືບຕໍ່ເອົາໃຈໃສ່ ເປັນຕົ້ນ: ກໍ່ສ້າງທີ່ພັກອາໃສຊົ່ວຄາວຂອງປະຊາຊົນ ໃຫ້ສໍາເລັດໂດຍໄວ້ ໂດຍໃຫ້ມີການຄຸ້ມຄອງ ແລະ ເສີມກໍາລັງເຂົ້າໃນການປຸກສ້າງພື້ນຖານໂຄງລ່າງຕ່າງໆ ເພື່ອໃຫ້ສໍາເລັດໂດຍໄວ; ບຸກເບີກເນື້ອທີ່ການຜະລິດຂອງປະຊາຊົນ; ເກັບກໍາ, ຈັດສັນ ແລະ ເກັບມ້ຽນເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ດີ.

ຄະນະຈັດຕັ້ງຮັບຜິດຊອບສູນໃຫ້ ສືບຕໍ່ຕິດຕາມສະພາບການດໍາລົງຊີວິດ ຂອງປະຊາຊົນພາຍໃນສູນຢ່າງເປັນປົກກະຕິ ໂດຍສະເພາະ ສະພາບທາງດ້ານແນວຄິດຈິດໃຈ ຂອງປະຊາຊົນ; ເອົາໃຈໃສ່ວຽກງານຄຸ້ມຄອງສູນພັກເຊົາຊົ່ວຄາວ ເປັນຕົ້ນ ການຮັກສາຄວາມສະອາດ, ການແກ້ໄຂລະບົບລະບາຍນໍ້າເປື້ອນພາຍໃນສູນ ເພື່ອຮັບປະກັນສຸຂະພາບ, ຊີວິດ ແລະ ຫຼີກບໍ່ໃຫ້ເກີດມີພະຍາດລະບາດ.

ເອົາໃຈໃສ່ວຽກງານການສຶກສາ ໂດຍມອບໃຫ້ຂະແໜງການສຶກສາແຂວງ, ເມືອງ ກໍານົດແຜນການ ເພື່ອແກ້ໄຂໃຫ້ລະອຽດ ອັນໃດຈະມອບໃຫ້ສູນກາງຊ່ວຍເຫຼືອ ແລະ ອັນໃດຈະແມ່ນທ້ອງຖິ່ນແກ້ໄຂ; ສືບຕໍ່ຕິດຕາມ ແລະ ປະຕິບັດນະໂຍບາຍໃຫ້ປະຊາຊົນ ຢ່າງເປັນປົກກະຕິ ໃນນີ້ ຕ້ອງໄດ້ມີການສຶກສາອົບຮົມ, ອະທິບາຍໃຫ້ປະຊາຊົນ ມີຄວາມເຂົ້າໃຈຕໍ່ນະໂຍບາຍທີ່ພັກ ແລະ ລັດມອບໃຫ້.

ພ້ອມດຽວກັນນີ້, ໃຫ້ເອົາໃຈໃສ່ຈັດສັນເຂດຜະລິດ ແລະ ການສະໜອງແນວພັນ, ກວດກາ ແລະ ຟື້ນຟູລະບົບຊົນລະປະທານ ເພື່ອຊຸກຍູ້ຊ່ວຍເຫຼືອການຜະລິດຕົວຈິງ ຂອງປະຊາຊົນ. ນອກນັ້ນ, ໃຫ້ສືບຕໍ່ຈັດກິດຈະກໍາຢູ່ພາຍໃນສູນໃຫ້ເປັນປົກກະຕິ; ສືບຕໍ່ຮັບເອົາການຊ່ວຍເຫຼືອ, ການບໍລິຈາກ ທັງພາຍໃນ ແລະ ຕ່າງປະເທດ ໂດຍມີການລາຍງານຕໍ່ສູນກາງຢ່າງເປັນປົກກະຕິ, ເອົາໃຈໃສ່ກວດກາ ແລະ ຄຸ້ມຄອງສາງເກັບເຄື່ອງຊ່ວຍເຫຼືອໃຫ້ດີ ເພື່ອໃຫ້ມີຄວາມສະອາດ ແລະ ເປັນລະບຽບຮຽບຮ້ອຍ; ຄົ້ນຄວ້າ ແລະ ເກັບກໍາຄວາມຕ້ອງການຕົວຈິງຂອງປະຊາຊົນ ໃນໄລຍະຮີບດ່ວນ, ໄລຍະສັ້ນ ແລະ ໄລຍະຍາວ ເພື່ອວາງແຜນການແກ້ໄຂ ແລະ ສະໜອງການຊ່ວຍເຫຼືອໃຫ້ຖືກຕ້ອງ ແລະ ທັນການ.

ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງອັດຕະປື ໄດ້ລາຍງານໃຫ້ຊາບຜົນຂອງການຈັດຕັ້ງປະຕິບັດວຽກງານປະເມີນຜົນເສຍຫາຍ ຕໍ່ທ່ານຮອງນາຍົກຮັບຊາບວ່າ: ປັດຈຸບັນ ໄດ້ສໍາເລັດການສໍາຫຼວດເກັບກໍາຂໍ້ມູນ ຕາມແບບຟອມການສໍາຫຼວດໃນ 19 ບ້ານ ແລະ ໄດ້ເກັບໄວ້ໃນລະບົບຖານຂໍ້ມູນສຳເລັດແລ້ວ 91%; ສໍາເລັດການລົງຖ່າຍພາບ ສະມາຊິກຄອບຄົວຜູ້ທີ່ຖືກຜົນກະທົບໜັກ ໃນ 8 ບ້ານ, ມີ 1.127 ຄອບຄົວ, 4.560 ຄົນ; ສຳເລັດການເກັບກໍາ ແລະ ຖ່າຍພາບຂໍ້ມູນຫຼັກຖານ ຄວາມເສຍຫາຍ ດ້ານເສດຖະກິດຄົວເຮືອນ ຂອງປະຊາຊົນ.

ພ້ອມດຽວກັນນີ້, ຄະນະຮັບຜິດຊອບຍັງໄດ້ມີການຈັດກອງປະຊຸມປຶກສາຫາລື ຮ່ວມກັບ ບໍລິສັດຜູ້ຮ່ວມທຶນພັດທະນາເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ຫຼາຍຄັ້ງ ເພື່ອໃຫ້ມີຄວາມເປັນເອກະພາບ ແລະ ມີຄວາມເຂົ້າໃຈ ໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.​​

ຂ່າວແຈ້ງໃຫ້ຊາບຕື່ມວ່າ:ໃນວັນທີ 8 ຕຸລາ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກພ້ອມດ້ວຍຄະນະ ໄດ້ເດີນທາງໄປຕິດຕາມຄວາມຄືບໜ້າ ໃນການແກ້ໄຂ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດ ຢູ່ມືອງສະໜາມໄຊ, ແຂວງອັດຕະປື.

ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງໆສະໜາມໄຊ ໄດ້ລາຍງານກ່ຽວກັບ ຄວາມຄືບໜ້າ ໃນການຟື້ນຟູ ແລະ ຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດວ່າ: ວຽກປະສານງານ ແລະ ວາງແຜນຈັດສັນຄຸ້ມຄອງ ສູນພັກຊົ່ວຄາວ: ໄດ້ສັງລວມການອອກບັດ ໃຫ້ຜູ້ປະສົບໄພ ໃນຈຳນວນ 6 ບ້ານ, 1 ຄຸ້ມ, 8 ຈຸດພັກ, ລວມທັງໝົດມາຮອດປັດຈຸບັນສາມາດອອກບັດໄດ້ 7.559 ຄົນ, ສືບຕໍ່ຈັດສັນຜູ້ປະສົບໄພ ຢູ່ໃນສູນພັກສຸກເສີນ 7 ສູນ; ຈໍານວນ 980 ຄອບຄົວ; 4.012 ຄົນ ແລະ ຢູ່ສູນພັກຊົ່ວຄາວ 1 ສູນ; ຈັດສັນປະຊາຊົນ ບ້ານທ່າຫີນ, ຫີນລາດ ເຂົ້າສູນພັກຊົ່ວຄາວ ຈຳນວນ 6 ຫຼັງ, ໄດ້ດຳເນີນການສຳຫຼວດ-ສົມທຽບຕົວເລກຄອບຄົວ ຜູ້ປະສົບໄພ.

ປັດຈຸບັນ ສາມາດສຳເລັດ ການດຳເນີນການສຳຫຼວດ 6 ບ້ານ; ໄດ້ຮັບຮອງ ຈຳນວນພົນລະເມືອງຄືນໃໝ່ ຕໍ່ພາກສ່ວນທີ່ໄປອອກແຮງງານ ຢູ່ຕ່າງເມືອງ, ຕ່າງແຂວງ ແລະ ນັກຮຽນທີ່ໄປຮຽນຕໍ່ວິຊາຊີບ ກ່ອນເກີດເຫດການ; ໄດ້ຈ່າຍເງິນໃຫ້ຜູ້ປະສົບໄພ ຄົນລະ 100.000 ກີບ/ຄົນ/ເດືອນ; ລວມລາຍຈ່າຍ ມາຮອດມື້ນີ້ ແມ່ນສຳເລັດແລ້ວ 5 ບ້ານ 1 ຄຸ້ມ ຄື: ບ້ານຫີນລາດ, ສະໝອງໄຕ້, ບ້ານໃໝ່, ບ້ານທ່າຫີນ, ບ້ານທ່າແສງຈັນ ແລະ ຄຸ້ມໂຄກກ່ອງ ມີຈໍານວນ 4.300 ຄົນ.

ການສ້າງທີ່ພັກຊົ່ວຄາວ ແລະ ຖາວອນ: ໄດ້ບຸກເບີກເນື້ອທີ່ ເພື່ອປຸກສ້າງທີ່ພັກຖາວອນ: ຈຸດດົງບາກ ໃນຈຳນວນເນື້ອທີ່ 120 ຮຕ; ຈຸດຄຸ້ມດອນບົກ-ບ້ານທ່າແສງຈັນ ມີເນື້ອທີ່ ເພື່ອບຸກເບີກ ຈຸດພັກຊົ່ວຄາວ ແລະ ຖາວອນຈຳນວນ 60 ຮຕ:  ມາຮອດປັດຈຸບັນນີ້ ບຸກເບີກໄດ້ແລ້ວຈຳນວນ 22 ຮຕ, ເທົ່າກັບ 36,66%; ຈຸດບ້ານຕະມໍຢອດ-ບ້ານຫີນລາດ ມີເນື້ອທີ່ບຸກເບີກ ຈຳນວນ 60 ເຮັກຕາ ປັດຈຸບັນສຳເລັດການບຸກເບີກ 31,66%; ສໍາເລັດການກໍ່ສ້າງເຮືອນ ສຳເລັດຮູບ ທັງໝົດ 24 ຫຼັງ; ຈຸດບ້ານປິນດົງ: ບ້ານສະໝອງ ມີເນື້ອທີ່ ເພື່ອບຸກເບີກເນື້ອທີ່ 56 ຮຕ.

ປັດຈຸບັນ ສາມາດບຸກເບີກໄດ້ 39,28%; ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ແລະ ຂົວ: ໄດ້ສ້ອມແປງ ທາງແຍກ 18 A ຫາ ບ້ານແທ ແລະ ການກໍ່ສ້າງຂົວເຫຼັກ ກໍ່ໄດ້ຮັບການຈັດຕັ້ງປະຕິບັດໄປ ຢ່າງມີຄວາມຄືບໜ້າດີ.

ວຽກງານກະສິກໍາ-ປ່າໄມ້: ໄດ້ສະໜອງແນວພັນເຂົ້າໃຫ້ 1 ເຂດ ລວມທັງໝົດ 8.500 ກິໂລ; ການສໍາຫຼວດດິນ ເພື່ອບຸກເບີກເນື້ອທີ່ນາ ໃຫ້ປະຊາຊົນ ທີ່ຖືກຜົນກະທົບ ມີ 5 ຈຸດ, ໃນຈຳນວນເນື້ອທີ່ທັງໝົດ 1.800 ຮຕ; ວຽກງານການສຶກສາ: ສໍາລັບນັກຮຽນແຕ່ ມ4-ມ7 ແມ່ນໄດ້ເລີ່ມເປີດການຮຽນ-ການສອນ ເປັນປົກກະຕິ ແຕ່ວັນທີ 3 ສິງຫາ 2018 ເປັນຕົ້ນມາ; ສ່ວນຊັ້ນອະນຸບານ, ປະຖົມ-ມັດທະຍົມຕົ້ນ ໄດ້ເປີດສົກຮຽນ ແຕ່ວັນທີ 10-15 ກັນຍາ 2018. ສ່ວນ, ການຈັດຕັ້ງປະຕິບັດວຽກງານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຄວາມຄືບໜ້າເປັນຢ່າງດີ.

ສຳລັບທິດທາງ ແກ້ໄຂບັນຫາຕ່າງໆ ໃນໄລຍະເລັ່ງດ່ວນ, ໄລຍະສັ້ນ ແລະ ໄລຍະຍາວ ນັ້ນ, ທ່ານເຈົ້າເມືອງໆສະໜາມໄຊ ໄດ້ສະເໜີຕື່ມວ່າ: ວຽກອັນຮີບດ່ວນ ແມ່ນສືບຕໍ່ບຸກເບີກພື້ນທີ່ ຈະປຸກສ້າງທີ່ພັກຖາວອນ ແລະ ປຸກສ້າງທີ່ຢູ່ອາໃສຊົ່ວຄາວ ຕາມຈຸດທີ່ໄດ້ກຳນົດໄວ້, ສືບຕໍ່ສໍາຫຼວດຈໍານວນຄອບຄົວ,ຈໍານວນພົນ; ອອກບັດ ແລະ ຈ່າຍເງິນ ໃຫ້ຜູ້ປະສົບໄພ, ສືບຕໍ່ເບີກຈ່າຍເຂົ້າສານ, ອາຫານແຫ້ງ ແລະ ເຄື່ອງໃຊ້ຕ່າງໆ ຕາມຄວາມຕ້ອງການ ແລະ ເງື່ອນໄຂຕົວຈິງ ເທົ່າທີ່ມີ, ສືບຕໍ່ສໍາຫຼວດພື້ນທີ່ ທໍາການຜະລິດ ໃຫ້ປະຊາຊົນ, ສືບຕໍ່ປຸກເຮືອນພັກຊົ່ວຄາວ ທີ່ໄດ້ຮັບການຊ່ວຍເຫຼືອ ຈຳນວນ 3 ຫຼັງ, 30 ຫ້ອງ.

ຂໍ້ມູນຈາກ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

Comments