ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ຕຸລາ 2018

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ຕຸລາ 2018 ໄດ້ໄຂຂຶ້ນໃນວັນທີ 18 ແລະ ປິດລົງໃນວັນທີ 19 ຕຸລາ 2018 ຢູ່ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ.

ກອງປະຊຸມ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 6 ເອກະສານສໍາຄັນ ດັ່ງນີ້:
ບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປະຈໍາປີ 2018 ແລະ ທິດທາງແຜນການ ສໍາລັບປີ 2019; ທິດທາງ ແລະ ແຜນການຊຸກຍູ້ສົ່ງເສີມການຜະລິດລະດູແລ້ງ;ຜົນການສໍາຫຼວດ, ສຶກສາຄົ້ນຄວ້າ ແລະ ວິເຄາະວິໄຈ ກ່ຽວກັບການສ້າງຕັ້ງ ແລະ ດໍາເນີນງານຂອງເຂດເສດ ຖະກິດພິເສດ;ສະພາບການຄຸ້ມຄອງ ແລະ ນໍາໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນໄລ໌;ຮ່າງດຳລັດ ວ່າດ້ວຍການຈັດຕັ້ງປະຕິບັດ ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ;
ຮ່າງດໍາລັດ ວ່າດ້ວຍຄວາມປອດໄພ ແລະ ສຸຂະພາບແຮງງານ;ດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການ ເພື່ອການພັດທະນາ (ສະບັບປັບປຸງ).

ກອງປະຊຸມ ໄດ້ເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນ ພະຈິກ 2018 ດັ່ງນີ້:
1. ໃຫ້ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພີ່ມທະວີຄວາມເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ທາງສັງຄົມ ໂດຍໃຫ້ທົ່ວສັງຄົມມີສ່ວນຮ່ວມຊ່ວຍກັນ, ຕອບຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ລ່ຽມທີ່ເຄື່ອນໄຫວກໍ່ຄວາມບໍ່ສະຫງົບຂອງພວກສັດຕູ ແລະ ກຸ່ມຄົນບໍ່ດີ ສືບຕໍ່ຕິດຕາມ, ກວດກາ ແລະ ບັງຄັບໃຊ້ກົດໝາຍ ແລະ ລະບຽບການ ເພື່ອຄຸ້ມຄອງການນຳໃຊ້ສື່ສັງຄົມອອນລາຍຕ່າງໆ.

2. ໃຫ້ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ແລະ ທະນາຄານ ແຫ່ງ ສປປ ລາວ ປະສານສົມທົບກັນ ເພື່ອຄວາມເປັນເອກະພາບ ໃນການກະກຽມລາຍງານກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ສຳລັບປີ 2018 ແລະ ທິດທາງແຜນການ ປີ 2019 ຕໍ່ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 7 ສະໄໝທີ x ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22 ຫາ 30 ຕຸລາ 2018.

3. ໃຫ້ກະຊວງການເງິນ ເປັນເຈົ້າການສົມກັບພາກສ່ວນກ່ຽວຂ້ອງສືບຕໍ່ບຸກບືນເກັບລາຍຮັບ ຈາກຖານລາຍຮັບຕ່າງໆ ເປັນຕົ້ນແມ່ນຈາກພາສີທີ່ດິນ, ການນຳເຂົ້າ ແລະ ສົ່ງອອກສິນຄ້າ, ໜີ້ຄ້າງມອບຄ່າສຳປະທານທີ່ດິນ, ຄ່າສຳປະທານເພື່ອການຊອກຄົ້ນ, ສຳຫຼວດ ຫຼື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫຼວງໄຟຟ້າ ແລະ ອື່ນໆ.

4. ໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານກັບບັນດາຂະແໜງການ ເພື່ອເລັ່ງແກ້ໄຂ ບັນດາ 7 ສິ່ງກີດຂວາງໃນການດຳເນີນທຸລະກິດ ແລະ ການລົງທຶນ ເພື່ອປັບປຸງບັນຍາກາດ ແລະ ສິ່ງແວດລ້ອມໃນການລົງທຶນ ຂອງປະເທດເຮົາໃຫ້ດີຂຶ້ນ, ພ້ອມທັງຕິດຕາມຊຸກຍູ້ ແລະ ສະຫຼຸບລາຍງານການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດໃຫ້ມີຄວາມຄືບໜ້າ ແລະ ມີປະສິດທິຜົນ ເພື່ອກຽມລາຍງານຕໍ່ກອງປະຊຸມສະພາ ເທື່ອທີ 6 ຂອງສະ ພາແຫ່ງຊາດ ຊຸດທີ 8 ທີ່ຈະມາເຖິງນີ້.

5. ໃຫ້ທະນາຄານ ແຫ່ງ ສປປ ລາວ ສືບຕໍ່ຄຸ້ມຄອງ ແລະ ຮັກສາສະຖຽນລະພາບເງິນຕາຕ່າງປະເທດ ໃຫ້ມີຄວາມໝັ້ນທ່ຽງ, ຄຸ້ມຄອງອັດຕາແລກປ່ຽນໃຫ້ເໜັງຕີງໃນລະດັບທີ່ກຳນົດໄວ້, ຄຸ້ມຄອງການເຄື່ອນໄຫວຂອງທະນາຄານທຸລະກິດ ແລະ ເພີ່ມທະວີການຕິດຕາມ-ກວດກາສິນເຊື່ອ ຂອງບັນດາສະຖາບັນການເງິນຈຸນລະພາກ ໃຫ້ເຄື່ອນໄຫວຖືກຕ້ອງຕາມລະບຽບ-ກົດໝາຍ; ຄົ້ນຄວ້າອັດຕາດອກເບ້ຍເງິນກູ້ ເພື່ອສົ່ງເສີມຊຸກຍູ້ການຜະລິດ, ການລົງທຶນ ແລະ ເພື່ອກະຕຸ້ນເສດຖະກິດ ໃຫ້ຂະຫຍາຍຕົວ.

6. ໃຫ້ກະຊວງອຸດສາຫະກໍາ ແລະ ການຄ້າ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງ ຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ພ້ອມທັງ ຊອກຫາຕະຫຼາດ ໃຫ້ຜູ້ປະກອບການເພື່ອຮອງຮັບ; ຄຸ້ມຄອງລາຄາສິນຄ້າໃນທ້ອງຕະຫຼາດ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາສິນຄ້າ ເນື່ອງຈາກລາຄານໍ້າມັນມີການເໜັງຕິງ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ພ້ອມກັນນີ້, ກໍ່ໃຫ້ຄົ້ນຄວ້າທິດທາງ ແລະ ຄຳສະເໜີ ເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ລາວ-ຈີນ ໃນໂອກາດທີ່ຄະນະຜູ້ແທນຂອງລັດຖະບານ ຈະເຂົ້າຮ່ວມງານວາງສະແດງສິນຄ້າທີ່ ສປ ຈີນ ໃນຕົ້ນເດືອນພະຈິກ ທີ່ຈະມາເຖິງ.

7. ໃຫ້ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສືບຕໍ່ໂຄສະນາຂົນຂວາຍ ເພື່ອຍາດແຍ່ງນັກທ່ອງທ່ຽວໃຫ້ຫຼາຍຂຶ້ນ ໃນໄຕມາດສຸດທ້າຍຂອງປີ 2018 ເຊິ່ງເປັນໄລຍະທີ່ນັກທ່ອງທ່ຽວຈະມາຫຼາຍ (High Season) ເພື່ອເປັນກຳລັງແຮງສຳຄັນ ໃຫ້ພວກເຮົາບັນລຸຕົວເລກຄາດໝາຍ ການເຕີບໂຕທາງດ້ານເສດຖະກິດທີ່ວ່າງໄວ້.

8. ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ປະສານສົມທົບ ແລະ ວາງແຜນໃຫ້ສົມຄູ່ກັນໃນການສ້ອມແປງ, ປັບປຸງ ແລະ ຟື້ນຟູພື້ນຖານໂຄງລ່າງທີ່ຈຳເປັນ ແລະ ປັດໃຈການຜະລິດຕ່າງໆ ເປັນຕົ້ນແນວພັນພື້, ແນວພັນສັດ ເພື່ອຊຸກຍູ້ການຜະລິດຂອງປະຊາຊົນ ພາຍຫຼັງໄພນ້ຳຖ້ວມ, ທັງກະກຽມໃຫ້ແກ່ການຜະລິດລະດູແລ້ງ.

9. ໃຫ້ຄະນະຮັບຜິດຊອບແກ້ໄຂໄພພິບັດ ສືບຕໍ່ສໍາຫຼວດຜົນເສຍຫາຍ ແລະ ສືບຕໍ່ຊ່ວຍເຫຼືອປະຊາຊົນຜູ້ຖືກຜົນກະທົບ ຈົນໄດ້ຮັບການຟື້ນຟູໄດ້ເປັນປົກກະຕິ. ພ້ອມດຽວກັນນີ້, ກໍ່ໃຫ້ຄະນະສືບສວນສອບສວນ ຫາສາເຫດການແຕກຟັງຄູກັນນໍ້າຂອງເຂື່ອນເຊປຽນ-ເຊນໍ້ານ້ອຍ ແລະ ຄະນະກວດກາຄຸນນະພາບຂອງເຂື່ອນ ໃນຂອບເຂດທົ່ວປະເທດ ສືບຕໍ່ປະຕິບັດວຽກງານຈຸດສຸມຂອງຕົນ ໃຫ້ມີຄວາມຄືບໜ້າຕາມແຜນການທີ່ວາງໄວ້, ທັງຮັບປະກັນຄຸນນະພາບ, ຄວາມໂປ່ງໃສ, ປະຢັດງົບປະມານ ແລະ ເປັນທີ່ຍອມຮັບຕໍ່ພາຍໃນ ແລະ ສາກົນ.

10. ໃຫ້ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ ທີ່ກ່ຽວຂ້ອງ ຂຸ້ນຂ້ຽວປະຕິບັດວຽກງານກະກຽມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ເມືອງວຽງໄຊເຂດທີ່ໝັ້ນການປະຕິວັດລາວ ຄົບຮອບ 50 ປີ ຕາມແຜນການຂອງຄະນະຮັບ ຜິດຊອບຂັ້ນສູນກາງວາງອອກ.

11. ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມສະພາບການຂອງສາກົນ ແລະ ພາກພື້ນຢ່າງໃກ້ຊິດ ແລະ ສັງ ລວມລາຍງານເອົາທັດສະນະຂອງ ສປປ ລາວ ຕໍ່ບັນຫາ ແລະ ລາຍງານຂັ້ນເທິງຢ່າງເປັນປະຈໍາ. ພ້ອມກັນນີ້, ໃຫ້ເອົາໃຈໃສ່ຄົ້ນຄວ້າ ແລະ ຜັນຂະຫຍາຍໝາກຜົນຂອງການເຂົ້າຮ່ວມກອງປະຊຸມສາກົນ ເພື່ອຍາດແຍ່ງເອົາການສະໜັບສະໜູນ, ຊ່ວຍເຫຼືອ ແລະ ຜັນຂະຫຍາຍຂໍ້ຕົກລົງການຮ່ວມມືກັບຕ່າງປະເທດ. ໃຫ້ປະສານກັບຂະແໜງການກ່ຽວຂ້ອງ ກະກຽມການເຄື່ອນໄຫວວຽກງານຕ່າງປະເທດ ໃຫ້ແກ່ການນໍາພັກ-ລັດ ໂດຍສະເພາະການກະກຽມເຂົ້າຮ່ວມງານວາງ ສະແດງເອັກສະໂປຣ ທີ່ ສປ ຈີນ; ການເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33 ແລະ ບັນດາກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງ ທີ່ປະເທດສິງກະໂປ ແລະ ອື່ນໆ.

ຂ່າວ;ພາບ: ກົມປະຊາສຳພັນ ສຳນັກງານນາຍົກລັດຖະມົນຕີ

Comments