ນາຍົກເດີນທາງເຂົ້າຮ່ວມ ກອງປະຊຸມແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງ 10

ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ທ່ານ ຊິນໂຊ ອາເບະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ ປຸ່ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປ ປ ລາວ ພ້ອມດ້ວຍຄະນະຜູ້ແທນ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມສຸດຍອດແມ່ນໍ້າຂອງ-ຍີ່ປຸ່ນ ຄັ້ງທີ 10, ພ້ອມທັງຈະມີການພົບປະສອງຝ່າຍ ລະຫວ່າງ ສປປ ລາວ ແລະ ຍີ່ ປຸ່ນ ແລະ ກິດຈະກໍາປິ່ນອ້ອມຕ່າງໆ.

ຊຶ່ງໄດ້ຈັດຂຶ້ນລະ ຫວ່າງວັນທີ 8-9 ຕຸລາ 2018 ນີ້ທີ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ.
ສໍາລັບໂຄງການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ ທີ່ໄດ້ຈັດຕັ້ງປະຕິບັດ ຢູ່ ສປປ ລາວ ລວມມີໂຄງການສົ່ງເສີມການເຊື່ອມຈອດພາກພື້ນ ແລະ ການພັດທະນາພື້ນຖານໂຄງລ່າງ ທີ່ມີຄຸນນະພາບເຊັ່ນ: ໂຄງການຂະຫຍາຍອາຄານສະໜາມບິນສາກົນວັດໄຕ, ໂຄງການປັບປຸງເສັ້ນທາງໝາຍເລກ 9, ໂຄງການສ້າງຂົວເຊກອງ ຢູ່ ເສັ້ນທາງຫຼວງແຫ່ງຊາດໝາຍເລກ 16B, ໂຄງການເຂື່ອນໄຟຟ້າ ນໍ້າງຽບ 1 ແລະ ອື່ນໆ.

ທີ່ມາ: ຂ່າວສານປະເທດລາວ

Comments