ປະທານປະເທດ ຕ້ອນຮັບຜູ້ບັນຊາການທະຫານສູງສຸດ ກອງທັບສະຫະພາບມຽນມາ

ວັນທີ 11 ຕຸລາ 2018, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ຜູ້ບັນຊາການທະຫານສູງສຸດ ກອງທັບ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 10-13 ຕຸລາ 2018 ນີ້.
ໃນໂອກາດດັ່ງກ່າວ, ທ່ານ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັດແໜ້ນການພົວພັນຮ່ວມມື ໃນທຸກຂົງ ເຂດວຽກງານ ໂດຍສະເພາະວຽກງານປ້ອງກັນຊາດ-ປ້ອງກັນຄວາມສະງົບ ຂອງສອງປະເທດ ລາວ-ມຽນມາ ໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ.

ທີ່ມາ: ຂ່າວສານປະເທດລາວ.

Comments