ລັດຖະມົນຕີ ກະຊວງ ຖວທ ຕ້ອນຮັບທູດຝຣັ່ງປະຈຳລາວ ຄົນໃໝ່

ໃນວັນທີ 17 ຕຸລາ 2018, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສ.ຝຣັ່ງ ປະຈຳ ສປປ ລາວ ຄົນໃໝ່ ໃນໂອກາດທີ່ມາດຳລົງຕຳແໜ່ງຢູ່ ສປປ ລາວ.


ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ນາງ ຟລໍຮັອງສ ຊັອງບລັອງ-ຣີສແລກ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາ ແໜ່ງເປັນເອກອັກຄະລັດຖະທູດຄົນໃໝ່ປະຈຳ ສປປ ລາວ ໃນຄັ້ງນີ້, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ຕະຫຼອດໄລຍະການມາປະຕິບັດໜ້າທີ່ການທູດຢູ່ລາວ ທ່ານທູດ ຈະສືບຕໍ່ຊຸກຍູ້ການຮ່ວມມືລະ ຫວ່າງສອງປະເທດ ລາວ-ຝຣັ່ງ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂຶ້ນ.
ທັງສອງຝ່າຍ ໄດ້ໂອ້ລົມປຶກສາຫາລື ກ່ຽວກັບການຮ່ວມມືຂອງສອງປະເທດ ທາງດ້ານວັດທະ ນະທຳ ແລະ ທ່ອງທ່ຽວ, ຊຶ່ງໃນໄລຍະຜ່ານມາ ສປປ ລາວ ໄດ້ຮັບການຊ່ວຍເຫຼືອ ຈາກລັດຖະບານຝຣັ່ງມາຊ່ວຍວຽກບູລະນະ ປົກປັກຮັກສາຄຸ້ມຄອງມໍລະດົກໂລກຫຼວງພະບາງ ແລະ ວັດພູຈຳປາສັກຢ່າງມີປະສິດທິຜົນ.

ທີ່ມາ: ຂ່າວສານປະປເທດລາວ.

Comments