ວັນປະກາດເອກະລາດຄົບຮອບ73ປີ

ເພື່ອເປັນການລະນຶກ ແລະ ຫວນຄືນມູນເຊື້ອ ຂອງວັນທີ 12 ຕຸລາ ຄົບຮອບ 73 ປີ (12 ຕຸລາ 1945 – 12 ຕຸລາ 2018)  ເຊິ່ງແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດ ເປັນວັນປະກາດເອກະລາດ,  ພາຍໃຕ້ການນໍາພາຂອງພັກ ແລະ ການຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ເປັນກໍາລັງແຮງ ໃນຂະບວນການຕໍ່ສູ້ ປົດປ່ອຍຊາດ ອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ນໍ້າໃຈຕໍ່ສູ້ອັນພິລະອາດຫານ ແລະ ຄວາມເສຍສະລະອັນສູນສົ່ງ ຂອງປະຊາຊົນລາວ ຜູ້ຮັກຫອມສັນຕິພາບ ຈົນເຮັດໃຫ້ສາມາດຍາດເອົາເອກະລາດ ໃນປີ 1945 ມາໄດ້.

ວັນທີ 12 ຕຸລາ ຍັງແມ່ນວັນການທູດ ແລະ ວັນວິທະຍາສາດແຫ່ງຊາດ.

ທີມງານວາລະສານທາເກັດ ຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານການນໍາພັກ ແລະ ລັດຖະບານ ສປປ ລາວ ຈົ່ງມີພະລານາໄມສົມບູນ ສືບຕໍ່ນໍາພາ ປະເທດຊາດ ໃຫ້ຈະເຣີນສີວິໄລ ຮຸ່ງເຮືອງ ເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ປະຊາຊົນຢູ່ດີກິນດີ ມີຄວາມຜາສຸກ ທຸກຖ້ວນໜ້າ.   #12 ຕຸລາ ໝັ້ນຍືນ!!!

Comments