ການເມືອງ

ມື້ນີ້ ສສຊ ຍັງສືບຕໍ່ປະກອບຄໍາເຫັນໃນບົດລາຍງານຂອງລັດຖະບານ….

ໃນວັນທີ 23 ພະຈິກ 2018 ຕາມວາລະຂອງ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆ ຍັງຈະສືບຕໍ່ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານ. ໃນສາມວັນທີ່ຜ່ານມາ ບັນດາ ສສຊ ເຂດເລືອກຕັ້ງຕ່າງໆ ໄດ້ສຸມໃສ່ພິຈະລະນາ ແລະ ສະເໜີຕໍ່ລັດຖະບານ, ພາກສ່ວນກ່ຽວຂ້ອງ ໃນຫຼາຍບັນຫາ ເພື່ອເຮັດໃຫ້ການພັດທະນາມີບາດກ້າວຂະຫຍາຍຕົວ,ເຮັດໃຫ້ປະກົດການຫຍໍ້ທໍ້ຕ່າງໆຫຼຸດລົງເປັນລໍາດັບ. ບັນຫາທີ່ ສສຊ ຍົກຂຶ້ນແມ່ນ: ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກເຫັນວ່າ ຍັງບໍ່ທັນສອດຄ່ອງກັບຕົວຈິງ, ມີຄວາມຢາກໄດ້ສູງ ແຕ່ຄວາມສາມາດໃນການຈັດຕັ້ງປະຕິບັດຕົວຈິງຜັດຍັງມີໜ້ອຍ, ການກວດສອບ ພົບເຫັນຜູ້ກະທໍາຜິດແລ້ວ ແຕ່ບໍ່ສາມາດນໍາມາລົງໂທດ ຫຼື ດໍາເນີນຄະດີໄດ້,ດັ່ງໃນປີ 2018 ນີ້ ຜ່ານການກວດສອບເຫັນ 99 ເປົ້າໝາຍ ພົບລາຍຮັບທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 239,64 ຕື້ກີບ. ໃນນັ້ນ, ຂັ້ນສູນກາງ 112,21 ຕື້ກີບ ແລະ ທ້ອງຖິ່ນ127,43 ຕື້ກີບ. ການແກ້ໄຂຊ່ວຍເຫຼືອປະຊາຊົນ ທີ່ປະສົບໄພພິບັດ,ອຸທົກກະໄພ ແລະ ໄພທໍາມະຊາດ ຍັງບໍ່ໄດ້ຮັບການແກ້ໄຂເທົ່າທີ່ຄວນ, ຍັງມີບາງບັນຫາເກີດຂຶ້ນຢູ່ບາງທ້ອງຖິ່ນ ທີ່ຈັດຕັ້ງປະຕິບັດການສົ່ງເສີມ ...

Read More »

ມື້ທີ 3 ຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 .

ໃນຕອນບ່າຍ ວັນທີ 22 ພະຈິກ 2018 , ຢູ່ຫໍສະພາແຫ່ງຊາດຫຼັັກ 6 ນະຄອນຫຼວງວຽງຈັນ ໄດ້ດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ເປັນມື້ທີສາມ. ພາຍໃຕ້ການເປັນປະທານຂອງທ່ານ ນາງປານີ ຢາທໍຕູ ປະທານສະພາແຫ່ງຊາດ, ໃນພາກບ່າຍນີ້ ສະມາຊິກສະພາແຫ່ງຊາດຈາກເຂດເລືອກຕັ້ງຕ່າງໆໄດ້ປະກອບຄຳເຫັນຕໍ່ບົດລາຍງານຂອງລັດຖະບານ, ອົງການກວດສອບແຫ່ງລັດ ແລະ ອົງການກວດກາລັດຖະບານຢ່າງກົງໄປກົງມາ ແລະ ມີຄວາມຮັບຜິດຊອບສູງ. ທ່ານ ບຸນເພັງ ສາຍນໍລະດີ ສາມະຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 7 ແຂວງວຽງຈັນ ໄດ້ສະເໜີໃຫ້ລັດຖະບານກໍຄືຂະແໜງການກ່ຽວຂ້ອງເພີ່ມຄວາມເອົາໃຈໃສ່ຢ່າງຈິງຈັງເພື່ອແກ້ໄຂການພັດທະນາຊົນນະບົດລົບລ້າງຄວາມທຸກຍາກ ເພາະລັດຖະບານໄດ້ລົງທຶນຈໍານວນມະຫາສານໃສ່ວຽກງານດ້ານນີ້ ແຕ່ການຈັດຕັ້ງປະຕິບັດ ບາງໂຄງການກໍປະຕິບັດໄດ້ດີ ແຕ່ບາງໂຄງການຍັງບະຕິບັດບໍ່ໄດ້ດີ.  ຕົວຢ່າງ ການລົບລ້າງຄວາມທຸກຍາກຢູ່ເມືອງແມດ ແຂວງວຽງຈັນ ຍັງບໍ່ສາມາດລົບລ້າງໄດ້ ໂດຍສະເພາະຖະໜົນຫົນທາງບໍ່ສາມາດແກ້ໄຂໄດ້ ຍ້ອນບໍ່ມີງົບປະມານ ຢາກໃຫ້ລັດຖະບານມີມາດຕະການສຸມທຶນຮອນໃສ່ ຄວນກໍານົດໃຫ້ຈະແຈ້ງ ປີໃດສຸມໃສ່ດ້ານໃດ, ບ້ານໃດ, ເມືອງໃດ. ເພາະວ່ານັບແຕ່ໄດ້ແຍກການລົງກໍ່ສ້າງຮາກຖານອອກໄປເຮັດພໍໃຜພໍລາວ ຂະບວນການນີ້ຖືວ່າງຽບລົງ. ບັນດາປະກົດການຫຍໍ້ທໍ້ໃນສັງຄົມ ໂດຍສະເພາະການກວດສອບ ພົບເຫັນຜູ້ກະທໍາຜິດແລ້ວ ແຕ່ບໍ່ສາມາດນໍາມາລົງໂທດຫລືດໍາເນີນຄະດີໄດ້, ພ້ອມກັນນັ້ນ ການຈັດການບໍລິຫານນໍ້າຕາມສາຍນໍ້າຕ່າງໆຍັງເຮັດບໍ່ທັນໄດ້ດີ ເພາະວ່າລະດູຝົນປີນີ້ ແຂວງວຽງຈັນ ໄດ້ຮັບຜົນກະທົບໜັກຈາກໄພນໍ້າຖ້ວມ. ທ່ານນາງ ພອນມະນີ ຂຽນໄຊຍະວົງ ...

Read More »

ຈໍາປາສັກ ຈັດກອງປະຊຸມຫັນລົງກໍ່ສ້າງ ຮາກຖານການເມືອງ.

ກອງປະຊຸມຫັນລົງກໍ່ສ້າງຮາກຖານການເມືອງ​ ປັບປຸງວຽກງານຮອບດ້ານຕາມ​ 4​ ເນື້ອໃນ​ 4​ ຄາດໝາຍຕິດພັນກັບກອງປະຊຸມໃຫ່ຍ​ 3​ ຂັ້ນຂອງພັກ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ​ 22​ ພະຈິກ​ 2018ນີ້ ​ຢູ່ທີ່ສະໂມສອນຫຼັກ​ 4​ ຂອງແຂວງຈໍາປາສັກ ​ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ​ ປອ​ ບຸນຖອງ​ ດີວິໄຊ​ ກໍາມະການສູນກາງພັກ,​ເລຂາຄະນະບໍລິຫານງານພັກແຂວງ​ ເຈົ້າແຂວງໆ​ຈຳປາສັກ,​ມີ​ຄະນະປະຈຳພັກແຂວງ,​ກຳມະການພັກແຂວງ,​ຄະນະນຳ,​ພະນັກງານຫຼັກແຫຼ່ງຈາກນະຄອນປາກເຊ,​ 9​ ຕົວເມືອງ,​ມີເລຂາຄະນະພັກຮາກຖານກຸ່ມບ້ານ,​ພະນັກງານຫັນລົງກໍ່ສ້າງຮາກຖານເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມແມ່ນໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຫັນລົງກໍ່ສ້າງຮາກຖານການເມືອງ ປະຕິບັດວຽກງານຮອບດ້ານ ຕາມ​ 4​ ເນື້ອ 4​ ຄາດໝາຍຕິດພັນກັບກອງປະຊຸມໃຫ່ຍ 3​ ຂັ້ນ​ ຂອງພັກ,​ຢູ່ນະຄອນປາກເຊ,​ແຂວງຈຳປາສັກ,​ບົດແນະນຳບາດກ້າວຫັນລົງກໍ່ສ້າງຮາກຖານການເມືອງ ປັບປຸງວຽກງານຮອບດ້ານຕາມ 4​ ເນື້ອໃນ​ 4​ ຄາດໝາຍ,​ຮັບຟັງແຜນການເຮັດທົດລອງຂອງຄະນະຮັບຜິດຊອບນຳພາສ້າງ ແລະຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ​ ຈັດສັນຄວາມເປັນລະບຽບຮຽບຮ້ອຍໃນນະຄອນປາກເຊແຂວງຈໍາປາສັກ​ ເພື່ອແນ່ໄສ່ກະກຽມໃຫ້ແກ່ກອງປະຊຸມໃຫ່ຍ 3​ ຂັ້ນຂອງພັກ ໃຫ້ສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ຂໍ້ມູນຈາກສະຖານີ ວິທະຍຸຈໍາປາສັກ 100,7 Mhz ຂ່າວ:ນ.​ປະພິດ ສີສົມບູນ

Read More »

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສສ ມຽນມາ

ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຊໍວິນ ຮອງປະທານຄະນະກໍາມະການ ຕ້ານການສໍ້ລາດບັງຫຼວງ ສສ.ມຽນມາ ພ້ອມຄະນະ ເຂົ້າຢຽມຂໍ່ານັບໃນຕອນແລງວັນທີ 21 ພະຈິກ 2018 ທີ່ ນະຄອນຫຼວງວຽງຈັນ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-23 ພະຈິກ 2018. ໃນໂອກາດດັ່ງກ່າວ, ທ່ານ ບຸນທອງ ຈິດມະນີ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ອູ ເຊນວິນ ພ້ອມຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນທີ່ສໍາຄັນ ໃນການການສົ່ງເສີມສາຍພົວພັນມິດຕະພາບ, ການຮ່ວມມືທີ່ໃກ້ສິດອັນເປັນມູນເຊື້ອຖານບ້ານໃກ້ເຮືອນຄຽງ ລະຫວ່າງ ສອງລັດຖະບານ ແລະ ປະຊາຊົນ 2 ຊາດ ລາວ-ມຽນມາ, ໂດຍສະ ເພາະແມ່ນ ເປັນການປະຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ 2 ອົງ ການຕ້ານການສໍ້ລາດບັງຫຼວງ ...

Read More »

ນາຍົກ ຕ້ອນຮັບເຈົ້າຂອງລາງວັນໂນເບວ ສາຂາຟີຊິກ ປີ 2004

ໃນວັນທີ 21 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ເດວິດ ເຈ ກຣອສ (Davic J.Gross) ເຈົ້າຂອງລາງວັນໂນເບວ ສາຂາຟີຊິກ ປີ 2004 ພ້ອມດ້ວຍພັນລະຍາ ໃນໂອກາດທີ່ເດີ່ນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງ ຕໍ່ ທ່ານ ເດວິດ ເຈ ກຣອສ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ພ້ອມທັງອຸທິດເວລາອັນມີຄຸນຄ່າ ມາປາຖະກະຖາ ກ່ຽວກັບ “ອະນາຄົດຂອງວິທະຍາສາດ ແລະ ການພັດທະນາມະນຸດ” (The Future of Science and Human Development) ໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດ ...

Read More »

ສສຊ ສຸມໃສ່ປະກອບຄຳເຫັນ ແລະ ສະເໜີໃຫ້ຮີບຮ້ອນກວດກາຄືນ ເຂື່ອນໄຟຟ້າ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດເທື່ອທີ VIII ໃນວັນທີ 21 ພະຈິກ 2018, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ການປະກອບຄຳຄິດ ຄຳເຫັນໃສ່ ບັນດາບົດລາຍງານຂອງລັດຖະບານ, ເຊິ່ງປະກອບມີ ການຈັດຕັ້ງປະຕິບັດວຽກງານ ພົ້ນເດັ່ນ ປະຈຳປີ 2018, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ລວມທັງ ບົດລາຍງານອົງການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດກາ ລັດຖະບານ. ພ້ອມກັນນີ້ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ຮີບຮ້ອນກວດກາຄືນບັນດາໂຄງການເຂື່ອນໄຟຟ້າທີ່ສ້າງສຳເລັດ ແລະ ດໍາເນີນການຜະລິດໄຟຟ້າແລ້ວ ແນໃສ່ຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມປອດໄພ. ການປະກອບຄຳຄິດເຫັນຂອງບັນດາ ສສຊ ຫຼາຍເຂດເລືອກຕັ້ງ ໄດ້ເປັນເອກະພາບສະເໜີໃຫ້ປະເມີນຄືນກ່ຽວກັບຜົນກະທົບຂອງການສ້າງເຂື່ອນໄຟຟ້າ ແລະ ສະເໜີໃຫ້ມີການສົ່ງເສີມວິຊາຊີບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການສ້າງເຂື່ອນໃນແຕ່ລະແຫ່ງ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເທື່ອລະກ້າວ. ຂໍ້ມູນຈາກ: ຂປລ.

Read More »

ເຜີຍແຜ່ດຳລັດ 348 ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ.

ແຂວງຈຳປາສັກຈັດກອງປະຊຸມເຜີຍແຜ່ ແລະ ຈັດຕັ້ງຜັນຂະຫຍາຍດຳລັດ 348 ຂອງລັດຖະບານວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ໃນຕອນເຊົ້າວັນທີ 20 ພະຈິກ 2018 ຢູ່ທີ່ຫ້ອງວ່າການແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສົມສະໜິດ ບຸດຕິວົງ ຮອງເລຂາພັກແຂວງ ຮອງເຈົ້າແຂວງຈຳປສັກ,ມີການນຳພະແນກການອ້ອມຂ້າງແຂວງ,ນະຄອນ,ເມືອງຕ່າງໆ,ວິຊາການຫ້ອງການ,ຂະແໜງການກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສົມສະໜິດ ບຸດຕິວົງ ຮອງເຈົ້າແຂວງຈຳປາສັກ ໄດ້ເປັນກຽດກ່າວໄຂກອງປະຊຸມ ແລະ ເຜີຍແຜ່ດຳລັດເລກທີ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຊຶ່ງບາງຕອນທ່ານກ່າວວ່າ: ກອງປະຊຸມຄັ້ງນີ້ມີຄວາມສຳຄັນເນື່ອງຈາກແນໃສ່ສ້າງຄວາມຮັບຮູ້ເຂົ້າໃຈແກ່ພະນັກງານການນຳ ແລະ ວິຊາການທີ່ເຮັດວຽກພັດທະນາຊົນນະບົດທົ່ວແຂວງ ໃນການຈັດຕັ້ງປະຕິບັດປະເມີນຄອບຄົວທຸກຍາກ ແລະ ຄອບຄົວພົ້ນທຸກຢູ່ແຂວງຈຳປາສັກ ຊຶ່ງພາຍຫຼັງເຊື່ອມຊຶມແລ້ວຈະໄດ້ພ້ອມກັນລົງໄປຈັດຕັ້ງປະຕິບັດຕົວຈິງ ຢູ່ທີ່ບ້ານໂພນທອງ ເມືອງໂພນທອງ ເປັນບ້ານ ແລະ ເມືອງທຳອິດຂອງແຂວງ ເພື່ອຖອດຖອນບົດຮຽນນຳໄປຜັນຂະຫຍາຍໃຫ້ເກີດດອກອອກຜົນ ຢູ່ບ້ານອື່ນໆ ໃນທົ່ວແຂວງໃນຕໍ່ໜ້າ. ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຟັງບົດແນະນຳມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາຂອງລັດຖະມົນຕີກະຊວງກະສີກຳ ແລະ ປ່າໄມ້ ທີ່ສະເເໜີໂດຍ ທ່ານ ປະດິດ ວັນນະລັດສະໝີ ຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງ,ຮຽນຮູ້ປື້ມຄູ່ມືການນຳໃຊ້ແບບຟອມເກັບກຳຂໍ້ມູນລາຍຮັບຂອງແຕ່ລະຄອບຄົວ,ການປ້ອນຂໍ້ມູນ,ການນຳໃຊ້ ລະບົບໄອທີເຂົ້າໃນການວິເຄາະຂໍ້ມູນ ແລະ ຮັກສາຂໍ້ມູສະຖີຕິ. ...

Read More »

ເດືອນທັນວາ ລັດຖະບານວາງ 10 ວຽກງານຈຸດສຸມ

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໃນມື້ທີສອງໄດ້ດໍາເນີນໃນວັນທີ 19 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ນອກຈາກຈະສຸມໃສ່ພິຈະລະນາ ແລະ ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນແລ້ວ ກອງປະຊຸມຍັງໄດ້ເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນ ທັນວາ 2018 ດັ່ງນີ້: ​​​​​1.ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເພີ່ມທະວີຄວາມເອົາໃຈ ໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນດາໜໍ່ແໜງຂອງອາຊະຍາກຳ, ຄ້າມະນຸດ, ການຂີ້ລັກງັດແງະ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການໃຊ້ສື່ອອນໄລ໌ ເຄື່ອນໄຫວແບ່ງແຍກ ແລະ ຍຸແຍ່ໃຫ້ປະຊາຊົນເຂົ້າໃຈຜິດ ຕໍ່ການຈັດຕັ້ງຂອງພວກເຮົາ ແລະ ການເຄື່ອນໄຫວ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນໆ. ​​​​​2.ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງກ່ຽວກັບຄວາມສ່ຽງ ...

Read More »

ຄະນະຊ່ຽວຊານ ຈາກສະຖາບັນກວດສອບສູງສຸດ 10 ປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ເຈົ້າແຂວງ.

ໃນວັນທີ 20 ພະຈິກ 2018 ທີ່ຫ້ອງວ່າການປົກຄອງ ແຂວງ ຫຼວງພະບາງ ທ່ານ ບຸນປອນ ວັນນະຈິດ ຮອງປະທານກວດສອບແຫ່ງຊາດລາວ ໄດ້ນໍາຄະນະຊ່ຽວຊານ ຈາກສະຖາບັນກວດສອບສູງສຸດ ບັນດາ 10 ປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ແລະ ຫາລື ກັບ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ. ຈຸດປະສົງເພື່ອລາຍງານການຈັດກອງປະຊຸມເຝິກອົບຮົມ ວຽກງານກວດສອບການເງິນຂອງສະຖາບັນສູງສຸດ 10 ປະເທດອາຊຽນ ຢູ່ອົງການກວດສອບປະຈໍາພາກເໜືອ (ແຂວງຫຼວງພະບາງ). ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານກວດສອບ, ໂດຍສະເພາະຢູ່ແຂວງ ຫຼວງພະບາງ ໃນໄລຍະຜ່ານມາ ພ້ອມທັງສະໜັບສະໜູນໃຫ້ຊຸດອົບຮົມດັ່ງກ່າວ, ຈັດຕັ້ງປະຕິບັດປະສົບຜົນສໍາເລັດ ພ້ອມນໍາໄປຈັດຕັ້ງປະຕິບັດຢູ່ໃນແຕ່ລະປະເທດຂອງຕົນ. ຈາກນັ້ນທາງຄະນະຊ່ຽວຊານດັ່ງກ່າວ, ກໍໄດ້ເດີນທາງໄປເຂົ້າຮ່ວມເປີດຊຸດເຝິກອົບຮົມ ຢູ່ອົງການກວດສອບແຫ່ງຊາດ ປະຈໍາພາກເໜືອ ທີ່ ແຂວງຫຼວງພະບາງ. ຂໍ້ມູນຈາກ: ຂປລ.    

Read More »

ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດທະນາ.

ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ (ເຄິ່ງສະໄໝ) ທີ່ລັດຖະບານ ຊຸດທີ 8 ໄດ້ສຸມໃສ່ປະຕິບັດໜ້າທີ່ ຕາມທີ່ກົດໝາຍວ່າດ້ວຍລັດຖະບານໄດ້ກຳນົດໄວ້ ແລະ ໄດ້ຜັນຂະຫຍາຍບັນດານະໂຍບາຍ ແລະ ມະຕິຂອງພັກ, ມະຕິກອງປະຊຸມຂອງສະພາແຫ່ງຊາດ ແຕ່ລະຄັ້ງເຂົ້າໃນແຜນວຽກຕົວຈິງ ເຮັດໃຫ້ການຄຸ້ມຄອງລັດ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີສະພາບພົ້ນເດັ່ນ ແລະ ບັນລຸຕາມຄາດໝາຍໃນຫຼາຍດ້ານ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ພະຈິກ 2018 ມີບາງຕອນສຳຄັນວ່າ: ໃນເຄິ່ງສະໄໝທີ່ຜ່ານມາ, ລັດຖະບານ ໄດ້ພະຍາຍາມສືບ ຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ມີຄວາມະສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງ ຄົມໄດ້ໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດ ທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວແປງໃຫ້ດີຂຶ້ນກວ່າເກົ່າ, ການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ຊັບພະຍາກອນທໍາມະຊາດ ຕາມທິດການພັດທະນາສີ ຂຽວ-ຍືນຍົງ ...

Read More »