ການເມືອງ

ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວຽກງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດຊຸດທີ່ 8 ໃນຕອນເຊົ້າຂອງວັນທີ 26 ພະຈິກ 2018 ຜ່ານມາວ່າ: ໄລຍະການຈັດຕັ້ງປະຕິບັດ ວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ດໍາເນີນໄປຕາມແນວທາງປ່ຽນແປງໃໝ່ຂອງພັກເປັນຕົ້ນ: ການຫັນເປັນອຸດສາຫະກຳທັນສະໄໝ, ປັດຈຸບັນທົ່ວປະເທດມີແຫຼ່ງພະລິດພະລັງງານໄຟຟ້າເຖີງ 61 ແຫ່ງລວມກຳລັງຕິດຕັ້ງ 7ແສນເມກະວັດ ສາມາດຜະລິດໄຟຟ້າໄດ້ 37ລ້ານກວ່າກິໂລວັດໂມງ ນັບແຕ່ປີ 2003 ຫາ 2017 ຂະແໜງທໍລະນີສາດ – ບໍ່ແຮ່ ເປັນຂະແໜງໜື່ງທີ່ສຳຄັນນອນຢູ່ໃນແຖວໜ້າຂອງລະບົບເສດຖະກິດແຫ່ງຊາດ ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ຫຼາຍສົມຄວນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຢ່າງຕໍ່ເນື່ອງ, ຄຽງຄູ່ກັນນັ້ນຍັງຕ້ອງໄດ້ສຸມໃສ່ແກ້ໄຂຂໍ້ຄົງຄ້າງຕື່ມອີກ ໂດຍສະເພາະການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຍັງບໍ່ທັນສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ, ການກຳນົດຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ລະຫວ່າງສູນກາງຍັງບໍ່ທັນລະອຽດ ລວມເຖິງວຽກງານສຳຄັນອື່ນໆ. ປັດຈຸບັນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສືບຕໍ່ປັບປຸງຍຸດທະສາດການພັດທະນາວຽກງານພະລັງງານ ແລະ ...

Read More »

ທ່ານ ບຸນຈັນ ສິນທະວົງ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງໃນໄລຍະຜ່ານມາ.

ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານ ຂອງກະຊວງ ໃນໄລຍະຜ່ານມາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ໃນຕອນບ່າຍຂອງວັນທີ 26 ພະຈິກ 2018 ຜ່ານມາວ່າ: ໄລຍະຜ່ານມາ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເອົາໃຈໃສ່ໃນການເກັບຄ່າທຳນຽມທາງຫັນເປັນທັນສະໄໝ ຜ່ານລະບົບທະນາຄານໂດຍສົມທົບກັບກະຊວງການເງິນ ຜ່ານການປະຕິບັດຕົວຈິງເຫັນວ່າ ບໍ່ທັນໄດ້ຮັບການຄຸ້ມຄອງດີປານໃດ ແລະ ໄດ້ສະເໜີພາກສ່ວນທີ່ກ່ຽວຂ້ອງຮີບຮ້ອນແກ້ໄຂໃຫ້ທັນກັບສະພາບການພັດທະນາໃນປັດຈຸບັນ ພ້ອມນັ້ນຍັງໄດ້ເອົາໃຈໃສ່ແກ້ໄຂບັນຫາເຂດຊາຍແດນຕິດຈອດລະຫວ່າງປະເທດ ການກໍ່ສ້າງຕາຝັງເຈື່ອນຕາມແມ່ນ້ຳຕ່າງໆ ຊຸກຍູ້ການກໍ່ສ້າງໂຄງການຕາຝັງເຈື່ອນລຽບຕາມຊາຍແດນລະຫວ່າງປະເທດໃຫ້ທັນກັບສະພາບການ, ກວດກາຄືນ ແລະ ຢຸດຕິການຂຸດຄົ້ນ ແຮ່-ຊາຍຢ່າງຖາວອນ, ພ້ອມທັງເອົາໃຈໃສ່ແກ້ໄຂບັນຫາການນຳເຂົ້າພາຫະນະທີ່ຫຼີກການເສຍພາສີອາກອນ ການເກັບອາກອນຜູ້ນຳໃຊ້ປ້າຍລົດ,ການກໍ່ສ້າງທາງລົດໄຟລາວຈີນ ພ້ອມທັງແກ້ໄຂບັນຫາການບັນທຸກເກີນນ້ຳໜັກ ແລະ ອື່ນໆ. ພາຍຫຼັງສະມາຊິກສະພາແຫ່ງແຕ່ລະເຂດເລືອກຕັ້ງໄດ້ຟັງການຊີ້ແຈງ ກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານຂອງກະຊວງໂຍທາທິການ ແລະ ຂົນສົ່ງ ໃນໄລຍະຜ່ານມາແລ້ວ ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ປະກອບຄຳເຫັນໃສ່ວຽກງານນີ້ຕື່ມອີກເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈິງໃນປັດຈຸບັນ. ທ່ານ ເພັດແກ້ວ ເຮືອງປັນຍາ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 17 ແຂວງອັດຕະປືມີຄຳຊັກຖາມ ຕໍ່ການຊີ້ແຈງຂອງລັດຖະມົນຕີ ຍທຂ ວ່າ: ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ທຶນເຂົ້າໃນການສ້ອມແປງເສັ້ນທາງຢູ່ທ້ອງຖິ່ນໄດ້ຈັດຕັ້ງປະຕິບັດແນວໃດ ເພາະເຫັນວ່າພະແນກໂຍທາທິການ ແລະ ຂົນສົ່ງແຂວງຈັດຕັ້ງປະຕິບັດເອງ ...

Read More »

ຜູ້ນຳເຮົາ ຕ້ອນຮັບບັນດາທູຕານຸທູດ ອວຍພອນວັນຊາດ

ວັນທີ 26 ພະຈິກ 2018 ນີ້ ທີ່ທຳນຽບປະທານປະເທດ ບັນດາຜູ້ນຳເຮົານຳໂດຍ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຕ້ອນຮັບບັນດາທູຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳລາວ, ພ້ອມດ້ວຍຄູ່ສົມລົດ ເຂົ້າອວຍພອນ, ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 43 ປີ. ໃນໂອກາດດັ່ງກ່າວ ທ່ານ ມິຄາອິນ ບາຣານົບ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສະຫະພັນລັດເຊຍ ປະຈຳ ສປປ ລາວ, ພ້ອມທັງເປັນທູດອາວຸໂສ ໄດ້ຕາງໜ້າໃຫ້ແກ່ບັນດາທູ ຕານຸທູດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ລາວ ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນຫຼາຍດ້ານ ທີ່ ...

Read More »

ມື້ທີຫ້າ ກອງປະຊຸມສະໄໝສາມັນເທື່ອທີ 6

ວັນທີ 26 ພະຈິກ 2018 ເປັນມື້ທີຫ້າຂອງການດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ IIIV ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫາງຊາດ ຊຸດທີ IIIV ໃນພາກເຊົ້າທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບວຽກງານການສົ່ງເສີມທຸລະກິດຂະໜາດນ້ອຍ ຂະໜາດກາງ , ສິນຄ້າ ໂອດອບ,ສິນຄ້າກະສິກໍາ, ຫຼັງຈາກນັ້ນ ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບການອະນຸຍາດຊໍ້າຊ້ອນ ໃນບາງໂຄງການ ການກວດກາເຕັກນິກມາດຕະຖານໂຄງການກໍ່ສ້າງເຂື່ອນໃນປະເທດ ລວມທັງຄ່າກະແສໄຟຟ້າ ໃນປັດຈຸບັນແມ່ນເໝາະສົມແລ້ວບໍ່, ຫຼັງຈາກນັ້ນທ່ານ ສົມມາດ  ພົນເສນາ ລັດຖະມົນກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ຂຶ້ນຕອບຂໍ້ຊັກຖາມກ່ຽວກັບການແກ້ໄຂຂໍ້ຂັດແຍ່ງບັນຫາທີ່ດິນ ໃນການເອົາໄປເປັນຫຼັກຊັບຄໍ້າປະກັນເພື່ອກູ້ເງິນກັບທະນາຄານ, ບັນຫາການອອກໃບຕາດິນຊໍ້າຊ້ອນ, ການຈັບຈອງທີ່ດິນແຕ່ບໍ່ມີການພັດທະນາ. ສໍາລັບລາຍລະອຽດຈະແຈ້ງໃຫ້ຊາບຕື່ມ.

Read More »

ສານທ່ານນາຍົກ ໃນໂອກາດວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ມື້ນີ້ປວງຊົນລາວທັງຊາດ ແລະ ວົງຄະນະຍາດສາກົນ ໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງຂະບວນການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງເປັນວັນຫນຶ່ງທີ່ມີຄວາມໝາຍສໍາຄັນສໍາລັບບັນດາປະຊາຊາດໃນທົ່ວໂລກ ໂດຍໄດ້ເລີ່ມມີການ ສະເຫຼີມສະຫຼອງນັບແຕ່ປີ 1991 ເປັນຕົ້ນມາ ອັນມີຈຸດປະສົງເພື່ອປູກຈິດສໍານຶກ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ການລຶບລ້າງການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງ ທັງຍັງເປັນວັນລະນຶກເຖິງຂະບວນການເຄື່ອນໄຫວຕໍ່ສູ້ເພື່ອເຮັດໃຫ້ສິດທິອັນເປັນພື້ນຖານ ກໍຄືກຽດສັກສີ ຂອງແມ່ຍິງ ແລະ ເດັກຍິງໃນທົ່ວໂລກ ໄດ້ຮັບການປົກປ້ອງ. ການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງສໍາລັບປີ 2018 ນີ້ ແມ່ນຈະເລີ່ມແຕ່ວັນທີ 25 ພະຈິກ ຈົນຮອດ ວັນທີ 10 ທັນວາ, ພາຍໃຕ້ຫົວຂໍ້ “Hear Me Too” ຊຶ່ງມີຄວາມໝາຍວ່າ “ຮັບຟັງຂ້ອຍແນ່”. ຫົວຂໍ້ດັ່ງກ່າວນີ້, ເຖິງວ່າເປັນຄໍາເວົ້າສັ້ນໆ ແຕ່ກໍມີຄວາມໝາຍເລິກເຊິ່ງທີ່ສື່ສານເຖີງຄວາມຕ້ອງການຂອງ ແມ່ຍິງ ແລະ ເດັກຍິງ ທີ່ເປັນຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ໃນຄອບຄົວ ກໍຄື ໃນສັງຄົມ. ອີງຕາມສະຖິຕິຈາກອົງການອະນາໄມໂລກ, ປັດຈຸບັນນີ້ 1 ໃນ 3 ຂອງແມ່ຍິງ ຫຼື  ...

Read More »

ສສຊ ເຂດເລືອກຕັ້ງທີ 2 ແລະ 13 ສະເໜີລັດຖະບານເບິ່ງຄືນບາງດ້ານ.

ໃນວັນທີ 23 ພະຈິກ 2018, ເປັນມື້ທີ 4 ຂອງກອງປະຊຸມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດປະຈຳແຕ່ລະເຂດເລືອກຕັ້ງຍັງສືບຕໍ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານ, ບົດລາຍງານຂອງອົງການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດສອບລັດຖະບານ. ທ່ານນາງ ປານີ ຢາທໍຕູ້, ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ບັນດາສະມະຊິກສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນໃສ່ໂຄງການຂອງລັດຖະບານກ່ຽວກັບການເກັບລາຍຮັບຈາກແຕ່ລະໂຄງການ; ຖ້າວ່າໂຄງການໃດຫາກນອນຢູ່ໃນຄວາມຮັບຜິດຊອບຂອງທ້ອງຖິ່ນແລ້ວ ສະພາທ້ອງຖິ່ນຈະມີສ່ວນຮ່ວມຄືແນວໃດໃນການຊຸກຍູ້ ການແກ້ໄຂຜົນຂອງການກວດສອບ ກໍຄື ການເກັບລາຍຮັບງົບປະມານທີ່ເປັນການລະເມີດວິໄນແຜນການ-ການເງິນ ເຊິ່ງແຕ່ປີ 2013 – 2016 ແມ່ນຫາກໍ່ກວດໄດ້ພຽງປະມານ 200 ໂຄງການ, ໂດຍທີ່ຍັງບໍ່ທັນໄດ້ລົງເລິກໃສ່ ການແກ້ໄຂຜົນຂອງການກວດສອບກວດກາ ເຮັດໄດ້ຄືແນວໃດແດ່, ຈະມີວິທີທາງແນວໃດເພື່ອເປັນການເກັບລາຍຮັບທີ່ເປັນການລະເມີດວິໄນນັ້ນ ເຂົ້າມອບຄືນໃຫ້ງົບປະມານ, ທັງເປັນການກຳຈັດປະກົດການຫຍໍ້ທໍ້ໃນກົງຈັກລັດຢູ່ແຕ່ລະຂັ້ນອີກ. ນອກຈາກນີ້, ຍັງເປັນການແກ້ໄຂບັນຫາ 8 ສິ່ງກີດຂວາງທີ່ພວກເຮົາກຳລັງປະເຊີນໜ້າຢູ່ໃນປະຈຸບັນນີ້ ພ້ອມທັງ ເປັນການປະຕິບັດນະໂຍບາຍ 3 ເປີດຂອງ ທ່ານ ນາຍົກລັດຖະມົນຕີ ຄື: ເປີດໃຈ, ເປີດສິ່ງກີດຂວາງ ແລະ ເປີດປະຕູ, ເຊິ່ງບັນຫາທີ່ຍັງທ້າທາຍໃນປະຈຸບັນນີ້ ...

Read More »

ຮອງປະທານສະມາຄົມມິດຕະພາບ ລັດເຊຍ-ລາວ ໄດ້ຮັບຫຼຽນໄຊແຮງງານ

ລັດຖະບານລາວ ຈັດພິທີປະດັບຫລຽນໄຊແຮງ ງານຊັ້ນ I ໃຫ້ແກ່ ທ່ານ ປານຟີຣົບ ອີກໍ ດາວີໂດວິກ ຮອງປະທານສະມາຄົມມິດຕະພາບລັດເຊຍ-ລາວ ຕາງໜ້າປະດັບໂດຍ ທ່ານ ນາງ ສູນທອນ ໄຊຍະຈັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ມີບັນດາການນໍາພັກ-ລັດ, ປະທານສະມາຄົມມິດຕະພາບ ລາວ-ລັດເຊຍ, ລັດເຊຍ- ລາວ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ຂໍ້ມູນຈາກ: ຂປລ.

Read More »

ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີຕ່າງປະເທດອິນເດຍ.

ໃນໂອກາດຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 22-23 ພະຈິກ 2018 ຕາມຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມາທິການຮ່ວມ ຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ສປປ ລາວ-ສ ອິນເດຍ ທ່ານ ນາງ ສຸດສະມາ ຊະວາຣາດ (Sushma SWARAJ), ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ.ອິນເດຍ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ. ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດສະມາ ຊະວາຣາດ ກໍໄດ້ສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາຍົກລັດຖະມົນຕີ ສປປ ລາວ ແລະ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມ ...

Read More »

ລາວ-ອິນເດຍ ມີສາຍພົວພັນການທູດນໍາກັນ 62 ປີ.

ໃນວັນທີ 23 ພະຈິກ 2018, ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄັ້ງທີ 9 ໄດ້ຖືກຈັດຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ສຸດສະມາ ຊະວາຣາດ (Sushma SWARAJ), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອິນເດຍ, ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ສຸດສະມາ ຊະວາຣາດ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ລາວ-ອິນເດຍ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຕະຫຼອດໄລຍະ 62 ...

Read More »

ສະຖານທູດຈີນ ມອບທຶນການສຶກສາ 25 ທຶນ ໃຫ້ກັບນັກສຶກສາລາວ

ໃນວັນທີ 22 ພະຈິກ 2018, ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ ໄດ້ມອບທຶນການສຶກສາ 25 ທຶນ ມູນຄ່າ 25.000 ໂດລາສະຫະລັດ ໃຫ້ນັກສຶກສາມະຫາວິທະຍາໄລແຫ່ງຊາດ ປີ 1 ຈຳນວນ 25 ຄົນ, ຜູ້ທີ່ມີຜົນການຮຽນລະດັບເກັ່ງ, ມີການປະພຶດດີ, ຖານະຄອບຄົວທຸກຍາກ ແລະ ມາຈາກຕ່າງແຂວງ. ພິທີມອບທຶນດັ່ງກ່າວ, ໄດ້ຈັດຂຶ້ນທີ່ມະຫາວິທະຍາໄລແຫ່ງຊາດ ມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ແລະ ກ່າວຮັບ ຕ່າງໜ້ານັກສຶກສາ, ໂດຍ ທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ມີບັນດາຄະນະບໍດີ, ຄູອາຈານ ແລະ ພະນັກງງານວິຊາການ ທັງສອງຝ່າຍເຂົ້າຮ່ວມ. ສຳລັບປີນີ້, ມີຜູ້ສະໝັກທຶນທັງໝົດ 124 ຄົນ, ຄັດເລືອກເຂົ້າສຳພາດ 35 ຄົນ ແລະ ເອົາພຽງ 25 ...

Read More »