ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດທະນາ.

ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ (ເຄິ່ງສະໄໝ) ທີ່ລັດຖະບານ ຊຸດທີ 8 ໄດ້ສຸມໃສ່ປະຕິບັດໜ້າທີ່ ຕາມທີ່ກົດໝາຍວ່າດ້ວຍລັດຖະບານໄດ້ກຳນົດໄວ້ ແລະ ໄດ້ຜັນຂະຫຍາຍບັນດານະໂຍບາຍ ແລະ ມະຕິຂອງພັກ, ມະຕິກອງປະຊຸມຂອງສະພາແຫ່ງຊາດ ແຕ່ລະຄັ້ງເຂົ້າໃນແຜນວຽກຕົວຈິງ ເຮັດໃຫ້ການຄຸ້ມຄອງລັດ ກໍຄື ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີສະພາບພົ້ນເດັ່ນ ແລະ ບັນລຸຕາມຄາດໝາຍໃນຫຼາຍດ້ານ.


ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ພະຈິກ 2018 ມີບາງຕອນສຳຄັນວ່າ: ໃນເຄິ່ງສະໄໝທີ່ຜ່ານມາ, ລັດຖະບານ ໄດ້ພະຍາຍາມສືບ ຕໍ່ຮັກສາສະຖຽນລະພາບທາງດ້ານການເມືອງ ມີຄວາມະສະຫງົບ ແລະ ເປັນລະບຽບຮຽບຮ້ອຍຂອງສັງ ຄົມໄດ້ໂດຍພື້ນຖານ, ເສດຖະກິດສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ມີການພັດ ທະນາຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການປົວແປງໃຫ້ດີຂຶ້ນກວ່າເກົ່າ, ການປົກປັກຮັກສາສິ່ງແວດລ້ອມ, ການນຳໃຊ້ຊັບພະຍາກອນທໍາມະຊາດ ຕາມທິດການພັດທະນາສີ ຂຽວ-ຍືນຍົງ ໄດ້ຮັບການປະຕິບັດຢ່າງຕັ້ງໜ້າ, ນໍາພາປະເທດກ້າວສູ່ການຫລຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາເທື່ອລະກ້າວ.

2 ປີ ກວ່າມານີ້, ລັດຖະບານ ໄດ້ມີຄວາມພະຍາຍາມສູງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໂດຍໄດ້ສຸມໃສ່ກວດກາຄືນ ແລະ ວິເຄາະວິໄຈ ສະພາບການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ພາກພື້ນ ລວມທັງສະພາບຄວາມເປັນຈິງພາຍໃນປະເທດ.

ດັ່ງນັ້ນ, ຈຶ່ງໄດ້ສະເໜີຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ໃນປີ 2016 ເພື່ອດັດແກ້ບາງຕົວເລກຄາດໝາຍມະຫາພາກ ໂດຍສະເພາະ ແມ່ນຕົວເລກເຕີບໂຕທາງດ້ານເສດຖະກິດ ສະເລ່ຍ 4 ປີ (2017-2020) ຈາກ 7,5% ມາເປັນ 7,2%.

ທ່ານ ນາຍົກ ເນັ້ນຕື່ມວ່າ: ລັດຖະບານ ຈະສືບຕໍ່ເອົາໃຈໃສ່ສູ້ຊົນປັບປຸງ ແລະ ແກ້ໄຂຫຼາຍບັນຫາທີ່ສຳຄັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII ບັນລຸຕາມຄາດໝາຍທີ່ວາງໄວ້, ໂດຍສະເພາະແມ່ນ ທິດທາງແຜນການປີ 2019. ເຮັດໃຫ້ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຊາດ ໄວ້ຢ່າງໜັກແໜ້ນ, ຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພ ແລະ ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໃຫ້ມີປະສິດທີຜົນກວ່າເກົ່າ; ຮັກສາສະຖຽນລະພາບ ຂອງເສດຖະກິດມະຫາພາກໃຫ້ມີຄວາມໝັ້ນທ່ຽງ, ເຂັ້ມແຂງ ແລະ ຍືນຍົງ, ສູ້ຊົນເຮັດໃຫ້ການເຕີບໂຕ ຂອງເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງເພີ່ມຂຶ້ນ 6,7% ຂຶ້ນໄປ, ສະເລ່ຍລາຍຮັບຕໍ່ຫົວຄົນປະມານ 2.726 ໂດລາສະຫະລັດ, ລາຍຮັບແຫ່ງຊາດຕໍ່ຫົວຄົນ (GNI) ໃຫ້ໄດ້ປະ ມານ 2.317 ໂດລາສະຫະລັດ, ພ້ອມສືບຕໍ່ລະດົມທຶນ ເພື່ອການພັດທະນາໃຫ້ໄດ້ທັງໝົດບໍ່ຕ່ຳກວ່າ 44.347 ຕື້ກີບ ເທົ່າກັບ 27% ຂອງລາຍຮັບແຫ່ງຊາດ (GDP).

ບັນຫາທີ່ຈະຕ້ອງສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າປະກອບມີ: ສຸມໃສ່ປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII ຢ່າງເຂັ້ມງວດ ແລະ ເຄັ່ງຄັດກວ່າເກົ່າ ເພື່ອພ້ອມກັນສູ້ຊົນໃຫ້ບັນລຸໄດ້ຄາດໝາຍຕ່າງໆທີ່ວາງໄວ້ ບົນພື້ນຖານຈິດໃຈປະຢັດ, ສືບຕໍ່ປະຕິບັດຄຳສັ່ງເລກທີ 15/ນຍ ຢ່າງເຂັ້ມງວດ, ຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານໃນການດຳເນີນທຸລະກິດ, ຄຳສັ່ງ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດ, ຄຳສັ່ງເລກທີ 12/ນຍ ວ່າດ້ວຍການຈັດຕັ້ງປະຕິບັດ 8 ມາດຕະການຊຸກຍູ້ເສດຖະກິດ ແລະ ແຈ້ງການ ອື່ນໆ ຂອງລັດຖະບານວາງໄວ້ຢ່າງເຂັ້ມງວດ ເພື່ອຮັກສາຈັງຫວະການເຕີບໂຕທາງດ້ານເສດຖະກິດ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຢູ່ໃນທ່ວງທ່າທີ່ດີ.

 

ຂໍ້ມູນຈາກ: ຂປລ.

 

 

Comments