ຄະນະຊ່ຽວຊານ ຈາກສະຖາບັນກວດສອບສູງສຸດ 10 ປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ເຈົ້າແຂວງ.

ໃນວັນທີ 20 ພະຈິກ 2018 ທີ່ຫ້ອງວ່າການປົກຄອງ ແຂວງ ຫຼວງພະບາງ ທ່ານ ບຸນປອນ ວັນນະຈິດ ຮອງປະທານກວດສອບແຫ່ງຊາດລາວ ໄດ້ນໍາຄະນະຊ່ຽວຊານ ຈາກສະຖາບັນກວດສອບສູງສຸດ ບັນດາ 10 ປະເທດອາຊຽນ ເຂົ້າຢ້ຽມຂໍ່ານັບ ແລະ ຫາລື ກັບ ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ.

ຈຸດປະສົງເພື່ອລາຍງານການຈັດກອງປະຊຸມເຝິກອົບຮົມ ວຽກງານກວດສອບການເງິນຂອງສະຖາບັນສູງສຸດ 10 ປະເທດອາຊຽນ ຢູ່ອົງການກວດສອບປະຈໍາພາກເໜືອ (ແຂວງຫຼວງພະບາງ).

ໂອກາດນີ້, ທ່ານ ຄໍາຂັນ ຈັນທະວີສຸກ ໄດ້ຍົກໃຫ້ເຫັນຄວາມສໍາຄັນ ຂອງວຽກງານກວດສອບ, ໂດຍສະເພາະຢູ່ແຂວງ ຫຼວງພະບາງ ໃນໄລຍະຜ່ານມາ ພ້ອມທັງສະໜັບສະໜູນໃຫ້ຊຸດອົບຮົມດັ່ງກ່າວ, ຈັດຕັ້ງປະຕິບັດປະສົບຜົນສໍາເລັດ ພ້ອມນໍາໄປຈັດຕັ້ງປະຕິບັດຢູ່ໃນແຕ່ລະປະເທດຂອງຕົນ.

ຈາກນັ້ນທາງຄະນະຊ່ຽວຊານດັ່ງກ່າວ, ກໍໄດ້ເດີນທາງໄປເຂົ້າຮ່ວມເປີດຊຸດເຝິກອົບຮົມ ຢູ່ອົງການກວດສອບແຫ່ງຊາດ ປະຈໍາພາກເໜືອ ທີ່ ແຂວງຫຼວງພະບາງ.

ຂໍ້ມູນຈາກ: ຂປລ.

 

 

Comments