ການເມືອງ

ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ຈະຢ້ຽມຢາມ ສປປ ລາວ.

ໂດຍຕອບສະໜອງຕາມຄໍາເຊີນ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສົມເດັດ ອັກຄະມະຫາ ເສນາ ບໍດີ ເຕໂຈ ຮຸນແຊນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 5-6 ທັນວາ 2018 ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ລາວ ແລະ ກໍາປູເຈຍ. —————————— SPM Thongloun Sisoulith

Read More »

ທ່ານ ບຸນຍັງ ວໍລະຈິດ ຢ້ຽມຊົມຫໍວາງສະແດງພາຫະນະ ອາວຸດຍຸດໂທ ປ້ອງກັນເມືອງ ວຽງໄຊ

ຕອນເຊົ້າວັນທີ 30 ພະຈິກ 2018 ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແລະ ຄະນະ ໄດ້ຢ້ຽມຊົມຫໍວາງສະແດງ ພາຫະນະອາ ວຸດຍຸດໂທ ປ້ອງກັນເມືອງ ວຽງໄຊ, ແຂວງ ຫົວພັນ ແຕ່ປີ 1964-1975 ຊຶ່ງເປັນໄລຍະຕໍ່ສູ້ກູ້ຊາດຕ້ານການຮຸກຮານຂອງພວກຈັກກະພັດອາເມລິກາ ໂດຍສະເພາະການດຳເນີນ 3 ກ້ຽງຢູ່ລາວ ຄື: ຂ້າກ້ຽງ, ທຳລາຍກ້ຽງ ແລະ ດັບສູນກ້ຽງ. ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດ.

Read More »

ແຂວງເທື່ອທຽນເຫວ້ ໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຂອງປະທານປະເທດລາວ

ວັນທີ 29 ພະຈິກ, ຢູ່ແຂວງເທື່ອທຽນເຫວ້  ໂດຍໄດ້ຮັບການມອບສິດຈາກປະທານປະເທດແຫ່ງ ສປປ.ລາວ, ທ່ານ ສັນຕິພາບ ພົມວິຫານ, ເລຂາພັກແຂວງ, ເຈົ້າແຂວງໆສະຫວັນນະເຂດ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງ ໃຫ້ແຂວງເທື່ອທຽນ – ເຫວ້. ນີ້ແມ່ນລາງວັນອັນສູງສົ່ງຈາກ ສປປ.ລາວ ມອບໃຫ້ແຂວງເທື່ອທຽນເຫວ້ ຍ້ອນແຂວງມີການປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນສາມັກຄີພິເສດ, ມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງແຂວງ, ປະຊາຊົນສອງປະເທດຫວຽດນາມ – ລາວ ເນື່ອງໃນໂອກາດສະເຫຼີມສະຫຼອງ 40 ປີ ແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ – ລາວ ແລະ 55 ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດຫວຽດນາມ – ລາວ. ເນື່ອງໃນໂອກາດດັ່ງກ່າວ, ທ່ານສັນຕິພາບ ພົມວິຫານ ໄດ້ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຕໍ່ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນຫວຽດນາມເວົ້າລວມ ແລະ ແຂວງເທື່ອທຽນເຫວ້ ເວົ້າສະເພາະ. ພ້ອມກັນນັ້ນ, ທ່ານສັນຕິພາບ ພົມວິຫານ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຜັນຂະຫຍາຍ ປະຕິບັດບົດບັນທຶກວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ເພື່ອປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນໍ້າໃຈສາມັກຄີ ແລະ ພ້ອມກັນປົກປັກຮັກສາ, ພັດທະນາ, ກ້າວຂຶ້ນຕາມເສັ້ນທາງທີ່ສອງພັກໄດ້ວາງອອກ. ...

Read More »

ລັດກຽມງົບປະມານ 2.548 ຕື້ກີບ  ເພື່ອລຶບລ້າງຄວາມທຸກຍາກ…. 

ລັດຖະບານ ໄດ້ວາງຄາດໝາຍ ແຜນການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນປີ 2019 ໂດຍຈະມີການຈັດສັນງົບປະມານການລົງທຶນ ຈຳນວນ 2.548 ຕື້ກີບ ເພື່ອສູ້ຊົນສ້າງຄອບຄົວໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ ໃຫ້ໄດ້ 4.649 ຄອບຄົວ, ສ້າງບ້ານໃຫ້ມີເງື່ອນໄຂບັນລຸມາດຖານພົ້ນທຸກ 220 ບ້ານ, ສ້າງບ້ານພັດທະນາ ໃຫ້ໄດ້ 100 ບ້ານ. ພ້ອມກັນນີ້, ຈະສ້າງຕົວແບບບ້ານໃຫຍ່ມີລັກສະນະຕົວເມືອງນ້ອຍ ໃນຊົນນະບົດໃຫ້ໄດ້ ແຂວງລະ 1-2 ບ້ານ. ໃນວັນທີ 29 ພະຈິກ 2018, ທ່ານ ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລາຍງານ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ຕິດພັນກັບເປົ້າໝາຍການພັດທະນາແບບຍືນຍົງ ໂດຍລະບຸວ່າ: ໃນໄລຍະເຄິ່ງສະໄໝທີ່ຜ່ານມາ ລັດຖະບານໄດ້ຈັດສັນ ແລະ ລະດົມທຶນຮອນ ເຂົ້າໃນການຈັດຕັ້ງປະຕິບັດ ວຽກງານການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ມີມູນຄ່າລວມປະມານ 3.373 ຕື້ກີບ, ...

Read More »

ສອງຝ່າຍຕົກລົງສ້າງຕັ້ງສາຍພົວພັນມິດຕະພາບ ແລະ ສ້າງນະຄອນມິດຕະພາບ.

ໃນວັນທີ 26 ພະຈິກ 2018 ຜ່ານມານີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງສະຫວັນນະເຂດ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ ໄດ້ຕ້ອນຮັບການມາຢ້ຽມຢາມ ແລະ ພົບປະຂອງ ທ່ານ ຕູ້ ເຈຍຫາວ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານປະຊາຊົນແຂວງຫູ ໜານ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ພ້ອມຄະນະ. ໃນໂອກາດນີ້, ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວຕ້ອນ ຮັບການນຳຂອງແຂວງຫູໜານ ສປ ຈີນ ພ້ອມທັງລາຍງານສະພາບການພັດທະນາໂດຍສັງເຂບ, ຈາກນັ້ນ ທ່ານ ຕູ້ ເຈຍ ຫາວ ກໍໄດ້ກ່າວໂດຍຫຍໍ້ກ່ຽວກັບສະພາບລວມຂອງແຂວງຫູ ໜານ ແລະ ຈຸດປະສົງຂອງການ ເດີນທາງມາຄັ້ງນີ້ວ່າ: ເພື່ອເສີມ ສ້າງສາຍພົວພັນມິດຕະພາບ ລະຫວ່າງແຂວງສະຫວັນນະເຂດ ສປປ ລາວ ແລະ ແຂວງ ຫູໜານ ສປ ຈີນ, ກໍຄືນະຄອນໄກສອນພົມວິຫານ ກັບນະຄອນຊຽງຖານ ເຊິ່ງໄດ້ຕົກລົງເຫັນດີ ເປັນເອກະພາບໃນດ້ານພື້ນ ຖານກ່ຽວກັບການສ້າງສາຍພົວພັນມິດຕະພາບຂອງສອງແຂວງກໍຄືສອງນະຄອນ ແລະ ...

Read More »

ປີນິ້ອາດບໍ່ໄດ້ຕາມເປົ້າໝາຍທີ່ຕັ້ງໄວ້ 5 ລ້ານເທື່ອຄົນ.

ໃນ 6 ເດືອນຕົ້ນປີ 2018 ມີນັກທ່ອງທ່ຽວເຂົ້າມາລາວ 2,1 ລ້ານກວ່າເທື່ອຄົນ ແຕ່ມາໃນໄລຍະໜຶ່ງ ໄດ້ເກີດມີໄພພິບັດທາງທຳມະຊາດ ຢ່າງຮຸນແຮງຢູ່ຫຼາຍແຂວງ ຊຶ່ງໄດ້ສົ່ງຜົນກະທົບຕໍ່ການທ່ອງທ່ຽວ, ມາຮອດເດືອນ ກັນຍາ ປີ 2018 ມີນັກທ່ອງທ່ຽວເຂົ້າມາລາວ 2,9 ລ້ານກວ່າເທື່ອຄົນ ແລະ ອີກ 3 ເດືອນທ້າຍປີ 2018 ຄາດວ່າຈະມີນັກທ່ອງທ່ຽວເພີ່ມຂຶ້ນ ລວມໝົດປີ ຄາດວ່າຈະບໍ່ຕໍ່າກວ່າ 4 ລ້ານເທື່ອຄົນ,ຊຶ່ງຕ່ຳກວ່າເປົ້າໝາຍທີ່ຕັ້ງໄວ້ຄື 5 ລ້ານເທື່ອຄົນ. ທ່ານ ບໍ່ແສງຄໍາ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ເມື່ອວັນທີ 27 ພະຈິກ ພາຍ ໃຕ້ການເປັນປະທານຂອງທ່ານ ສົມພັນ ແພງຄຳມີ ຮອງປະທານສະພາແຫ່ງຊາດ ວ່າ: ປີ 2019 ຈະເປີດປີທ່ອງທ່ຽວ ລາວ-ຈີນ ຊຶ່ງຈະເຮັດໃຫ້ນັກທ່ອງທ່ຽວຈີນເຂົ້າມາທ່ຽວລາວເພີ່ມຂຶ້ນຈາກ 4 ແສນກວ່າເທື່ອຄົນໃນປີນີ້ ເພີ່ມຂຶ້ນເປັນ 1 ລ້ານເທື່ອຄົນ ...

Read More »

ຄູ-ແພດ-ວິຊາການສົ່ງເສີມການຜະລິດ ຍີ້ມແຍ້ມເມື່ອລັດຖະບານໃຫ້ບູລິມະສິດ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນຊີ້ແຈງ ຕໍ່ບັນດາສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 28 ພະຈິກ 2018 ທີ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫຼວງວຽງຈັນ, ໂດຍມີເນືອໃນສໍາຄັນບາງຕອນວ່າ: ລັດຖະບານ ໄດ້ເປັນເອກະພາບ ແລະ ຕັດສິນໃຈຈັດສັນໂກຕ້າພະນັກງານ ລັດຖະກອນໃໝ່ປະຈຳປີ 2019 ລົງມາເຫຼືອພຽງ 1.500 ຄົນ, ຊຶ່ງມີຕົວເລກໜ້ອຍກວ່າປີຜ່ານມາ, ໂດຍຈະໃຫ້ບູລິມະສິດແກ່ແພດໝໍ, ຄູ-ອາຈານ, ວິຊາການສົ່ງເສີມການຜະລິດ ແລະ ອື່ນໆ. ແຕ່ຍັງຈະໄດ້ຕິດຕາມກວດກາຕື່ມ ເພື່ອແກ້ໄຂປະກົດການຫຍໍ້ທໍ້ ໃນການຈັດແບ່ງໂກຕ້າທີ່ມີຈຳກັດ ໃຫ້ໄປເຖິງເປົ້າໝາຍທີ່ຈຳເປັນແທ້. ໂດຍລັດຖະບານ ຈະໄດ້ກວດກາຄືນບັນຫາ ພະນັກງານ-ລັດຖະກອນ ເຫຼືອບໍ່ພໍ, ຄົ້ນຄວ້າດຸ່ນດ່ຽງ ຈາກບ່ອນເຫຼືອໄປສູ່ບ່ອນທີ່ຍັງຂາດເຂີນ, ຫັນພະນັກງານ-ລັດຖະກອນ ຈາກສູນກາງລົງຊ່ວຍທ້ອງຖິ່ນໃຫ້ຫຼາຍຂຶ້ນ, ຍົກສູງຄຸນນະພາບ ແລະ ປະສິດທິພາບ ຂອງພະນັກງານລັດຖະກອນ ເພື່ອສ້າງໃຫ້ເຂົາເຈົ້າ ໃຫ້ມີປະສົບການຕົວຈິງ ແລະ ເຕີບໃຫຍ່ ຈາກວຽກຮາກຖານກາຍເປັນພະນັກງານທີ່ມີຄຸນນະພາບ ແລະ ສາມາດເຮັດວຽກຮັບໃຊ້ປະຊາຊົນຢ່າງແທ້ຈິງ. ...

Read More »

ຊົມເຊີຍ!!! ລັດຖະບານຢືນຢັນວ່າຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດອີກ.

ລັດຖະບານຢືນຢັນວ່າຈະບໍ່ມີການກູ້ຢືມເງິນຈາກຕ່າງປະເທດ ເພື່ອມາໃຊ້ຈ່າຍບໍລິຫານພາຍໃນຢ່າງເດັດຂາດໃນຕໍ່ໜ້າ ເພື່ອຫຼຸດຜ່ອນພາລະໜີ້ສິນຂອງລັດຖະບານໃນໄລຍະຍາວ. ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ກະຊວງການເງິນໄດ້ມີການຄົ້ນຄວ້າປັບໂຄງສ້າງແຜນງົບປະມານແຫ່ງລັດຄືນໃໝ່ເພື່ອຮັບປະກັນໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນໃນຕໍ່ໜ້າ ໂດຍເນັ້ນໃສ່ຄວາມອາດສາມາດທາງດ້ານລາຍຮັບ, ຕັດຊ່ອງການຮົ່ວໄຫຼ ແລະ ການສະໜອງທຶນເປັນບັນຫາສຳຄັນຕົ້ນຕໍ ເພື່ອກຳນົດຂອບເພດານລາຍຈ່າຍບໍ່ໃຫ້ສູງເກີນໄປ ແລະ ຮັກສາອັດຕາການຂາດດຸນປະມານໃນລະດັບທີ່ຄຸ້ມຄອງໄດ້ ແລະ ມີທ່າອ່ຽງຫຼຸດລົງໃນແຕ່ລະປີ ເຊັ່ນ: ໃນສົກປີ 2015 – 2016 ການຂາດດຸນງົບປະມານຢູ່ທີ່ 7,6% ຂອງ GDP, ປີ 2017 ຢູ່ທີ່ 5,49%, ຄາດປີ 2018 ຈະຢູ່ທີ່ 4,72% ແລະ ປີ 2019 ຈະໃຫ້ຫຼຸດລົງມາຢູ່ທີ່ 4,28% ຂອງ GDP. ທ່ານຮອງນາຍົກລັດຖະມົນຕີ ຍອມຮັບວ່າ: ກະຊວງການເງິນ ຈະຕັດຮອນແຜນງົບປະມານລາຍຈ່າຍຂອງລັດຖະບານທີ່ເຫັນວ່າສູງກວ່າລາຍຮັບໃນແຕ່ລະປີລົງເພື່ອບໍ່ໃຫ້ມີການຂາດດຸນດ້ານງົບປະມານຫຼາຍຈົນເກີນໄປ ເພາະຈະກະທົບຕໍ່ໜີ້ສິນຂອງລັດໃນໄລຍະຍາວ. ແນວໃດກໍ່ຕາມ ລັດຖະບານຈະບໍ່ກູ້ຢືມເງິນຈາກຕ່າງປະເທດມາໃຊ້ຈ່າຍເຂົ້າໃນວຽກງານບໍລິຫານພາຍໃນຢ່າງເດັດຂາດ ແຕ່ບໍ່ປະຕິເສດທີ່ຈະອອກພັນທະບັດໃຫ້ຕ່າງປະເທດ ຫຼື ກູ້ຢືມເງິນຈາກຕ່າງປະເທດດອກເບ້ຍທີ່ບໍ່ສູງເກີນໄປ ແລະ ...

Read More »

ກິດຈະກຳ ສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ເລີ່ມຂຶ້ນແລ້ວ.

ໃນຕອນເຊົ້າຂອງມື້ນີ້ ວັນທີ 28 ພະຈິກ 2018 ໄດ້ເປີດງານບຸນປະເພນີຊົນເຜົ່າ ແລະ ງານຕະຫຼາດນັດທີ່ໜອງຜາທ້າວ ເມືອງວຽງໄຊປະຈໍາປີ 2018.ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊຄົບຮອບ 50 ປີ. ໃນຕອນເຊົ້າຂອງມື້ດຽວກັນນີ້ ກໍໄດ້ເປີດຂະບວນຄາລະວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນວັນທີ 28 ພະຈິກ 2018 ຢູ່ເດີ່ນທາດຫຼວງວຽງຈັນ, ໄດ້ຈັດມີພິທີເປີດຂະບວນຄາລາວານລົດທ່ອງທ່ຽວ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ເປັນກຽດເຂົ້າຮ່ວມ, ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະ ມົນຕີ, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຮອງເຈົ້າຄອງ ແລະ ແຂກຖືກເຊີນເຂົ້າຮ່ວມ ຂະບວນຄາລາວານຫຼາຍກວ່າ 500 ທ່ານ.

Read More »

ທ່ານ ທອງລຸນ ສີສຸລິດ ຂຶ້ນຊີ້ແຈງວຽກງານລັດຖະບານ

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ໃນພາກເຊົ້າຂອງວັນທີ 28 ພະຈິກ 2018 ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ , ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງກ່ຽວກັບວຍກງານຂອງລັດຖະບານ ຄຣິບຖ່າຍທອດສົດ live ກອງປະຊຸມສະພາ [ 28-11-2018] live ທ່ານ ນາຍົກລັດຖະມົນຕີ ປະກອບຄຳເຫັນ ແລະ ຊີ້ແຈງສັງລວມຕໍ່ວຽກງານຂອງລັດຖະບານ, ກອງປະຊຸມສະໄໝສາມັນເທື່ອທີ່6 ຂອງສະພາແຫ່ງຊາດຊຸດທີ່VIII[ 28-11-2018] Posted by LAO STAR TV on Tuesday, November 27, 2018

Read More »