ເດືອນທັນວາ ລັດຖະບານວາງ 10 ວຽກງານຈຸດສຸມ

ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພະຈິກ 2018 ໃນມື້ທີສອງໄດ້ດໍາເນີນໃນວັນທີ 19 ພະຈິກ 2018, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ນອກຈາກຈະສຸມໃສ່ພິຈະລະນາ ແລະ ປະກອບຄໍາເຫັນເຂົ້າໃສ່ 5 ເອກະສານສໍາຄັນແລ້ວ ກອງປະຊຸມຍັງໄດ້ເປັນເອກະພາບ ແລະ ຕັດສິນໃຈສູງ ເພື່ອພ້ອມກັນຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນເດືອນ ທັນວາ 2018 ດັ່ງນີ້:

​​​​​1.ໃຫ້ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເພີ່ມທະວີຄວາມເອົາໃຈ ໃສ່ຕໍ່ວຽກງານຮັກສາຄວາມສະຫງົບ, ຄວາມເປັນລະບຽບ ຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນແມ່ນບັນດາໜໍ່ແໜງຂອງອາຊະຍາກຳ, ຄ້າມະນຸດ, ການຂີ້ລັກງັດແງະ, ການຄ້າຂາຍ ແລະ ເສບຢາເສບຕິດ, ການມົ້ວສຸມຂີ່ລົດກວນເມືອງ, ອັກຄີໄພ, ການໃຊ້ສື່ອອນໄລ໌ ເຄື່ອນໄຫວແບ່ງແຍກ ແລະ ຍຸແຍ່ໃຫ້ປະຊາຊົນເຂົ້າໃຈຜິດ ຕໍ່ການຈັດຕັ້ງຂອງພວກເຮົາ ແລະ ການເຄື່ອນໄຫວ ທີ່ບໍ່ສອດຄ່ອງກັບກົດໝາຍ ແລະ ລະບຽບການອື່ນໆ.

​​​​​2.ໃຫ້ກະຊວງການຕ່າງປະເທດ ສືບຕໍ່ຕິດຕາມຢ່າງໃກ້ຊິດສະພາບການພາກພື້ນ ແລະ ສາກົນ ໂດຍມີການວິເຄາະວິໃຈເລິກເຊິ່ງກ່ຽວກັບຄວາມສ່ຽງ ແລະ ທ່າອ່ຽງຜົນກະທົບທາງດ້ານການເມືອງ, ເສດຖະກິດ ແລະ ສັງຄົມ ທີ່ອາດມີຕໍ່ປະເທດເຮົາ. ພ້ອມນີ້ກໍກະກຽມຕ້ອບຮັບ ແລະ ເປັນເຈົ້າພາບຈັດກອງປະຊຸມຮ່ວມກັບລັດຖະບານກໍາປູເຈຍ ແລະ ລັດຖະບານຣາຊະອານາຈັກໄທ.

​​​​​3.ໃຫ້ກະຊວງແຜນການ ແລະ ການລົງທຶນ ຄົ້ນຄວ້າ ແລະ ປະກອບຄໍາເຫັນຕໍ່ຮ່າງມະຕິຂອງກອງປະຊຸມສະພາແຫ່ງຊາດ ສະໄໝສາມັນ ເທື່ອທີ 6 ພ້ອມທັງສົມທົບກັບພາກສ່ວນກ່ຽວຂ້ອງຮີບຮ້ອນກະກຽມຮ່າງດໍາລັດ ວ່າດ້ວຍການຜັນຂະຫຍາຍການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ປີ 2019 ໃຫ້ໄດ້ອອກໃນເດືອນ 12 ແລະ ເລີ່ມຈັດຕັ້ງປະຕິບັດໃນຕົ້ນເດືອນມັງກອນ ປີ 2019 ນີ້.

​​​​​4.ໃຫ້ກະຊວງການເງິນ ສືບຕໍ່ສຸມໃສ່ວຽກງານຄຸ້ມຄອງການເກັບລາຍຮັບໃຫ້ໄປຕາມແຜນງວດ ຊຶ່ງໃນປີ 2018 ພວກເຮົາມີເວລາພຽງແຕ່ເດືອນສຸດທ້າຍແລ້ວ.

ພ້ອມນີ້ ໃນປີ 2019 ພວກເຮົາຕ້ອງໃຫ້ມີວິທີການຈັດເກັບລາຍຮັບ ໂດຍນໍາໃຊ້ເຄື່ອງມືທັນສະໄໝໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ເລີ່ມຕົ້ນແຕ່ຫົວທີໂລດ; ພ້ອມນີ້, ກໍໃຫ້ຮີບຮ້ອນຈັດສັນງົບປະມານລົງທຶນຂອງລັດ ເພື່ອຊໍາລະໜີ້ໂຄງການລົງທຶນຂອງລັດ ໃນປີ 2019  ໃຫ້ມີຄວາມເໝາະສົມ ທັງຮັບປະກັນຄວາມໂປ່ງໃສ ຍຸຕິທໍາ ເພື່ອຫຼີ້ກການຈົ່ມວ່າຂອງຜູ້ປະກອບການຕໍ່ການນໍາພວກເຮົາ.

​​​​​5.ໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ຕິດຕາມ ແລະ ກວດກາຄຸນນະພາບຂອງການສ້ອມແປງຖະໜົນຫົນທາງ ທີ່ໄດ້ຮັບຜົນກະທົບຈາກໄພ ທໍາມະຊາດ ຢູ່ທ້ອງຖິ່ນຕ່າງໆ ເພື່ອອໍານວຍຄວາມສະດວກໃນການຂົນສົ່ງ ແລະ ແຈກຢາຍສິນຄ້າຂອງປະຊົນ ກໍຄືຜູ້ປະກອບການໃຫ້ເປັນປົກກະຕິ.

ພ້ອມກັນນີ້, ກໍໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າອອກແຈ້ງການທີ່ຈະແຈ້ງ ແລະ ປະຕິບັດໄດ້ໃນການປະຕິບັດນະໂຍບາຍພິເສດກ່ຽວກັບທີ່ດິນ, ໄຟຟ້າ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ຕໍ່ປະຊາຊົນ ແລະ ຜູ້ປະກອບການຢູ່ເຂດທີ່ໄດ້ຮັບຜົນກະທົບຈາກໄພພິບັດໃນປີນີ້.

​​​​​6.ໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະສານສົມທົບກັບຄະນະຮັບຜິດຊອບ, ອົງການປົກຄອງແຂວງ ແລະ ພາກສ່ວນກ່ຽວຂ້ອງກະກຽມຄວາມພ້ອມໃນທຸກດ້ານ ແລະ ສ້າງເງື່ອນໄຂໃຫ້ຮອບດ້ານ ກະກຽມສະເຫຼີມສະຫຼອງເມືອງວຽງໄຊ ຄົບຮອບ 50 ປີ ທີ່ແຂວງຫົວພັນ ແລະ ການສະເຫຼີມສະຫຼອງວັນຊາດ ຄົບຮອບ 43 ປີ ໃຫ້ມີຄວາມຮັບປະກັນທາງດ້ານເນື້ອໃນ, ຄວາມສະຫງົບ, ປອດໄພ, ຂະບວນການ, ຄວາມປະຍັດມັດທະຢັດ.

​​​​​7.ໃຫ້ບັນດາຂະໜງການ ທີ່ຈະຕາງໜ້າລັດຖະບານ ລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ ສະໄໝສາ ມັນ ເທື່ອທີ 6 ກະກຽມບັນດາເອກະສານ ໃຫ້ຮອບຄອບຮັດກຸມແລະ ເປັນເອກະພາບກັນສູງ ເພື່ອລາຍງານ ແລະ ຊີ້ແຈງຕໍ່ກອງປະຊຸມສະພາ ຄັ້ງທີ່ຈະມາເຖິງນີ້, ພ້ອມນີ້ ລັດຖະບານ ຈະໄດ້ຜ່ານຮ່າງກົດໝາຍ ທັງໝົດ 09 ສະບັບ.

​​​​​8.ໃຫ້ກະຊວງກະສິກໍາ ແລະ ປ່າໄມ້ ແລະ ບັນດາຂະແໜງການ ແລະ ທ້ອງ ຖິ່ນໃນຂອບເຂດທົ່ວປະເທດ ເອົາໃຈໃສ່ກະກຽມຮອບດ້ານໃຫ້ແກ່ການຜະລິດລະດູແລ້ງ, ປູກພຶດເປັນສິນຄ້າໃຫ້ເປັນລະບົບ ແລະ ຕໍ່ເນື່ອງເປັນຂະບວນຟົດຟຶື້ນ ເພື່ອສ້າງໃຫ້ປະຊາຊົນມີລາຍຮັບຈາກການຂາຍຜົນຜະລິດ ນັບມື້ນັບຫຼາຍຂຶ້ນ ຈາກຄອບຄົວທີ່ທຸກຍາກ ກາຍເປັນຄອບຄົວທີ່ຮັ່ງມີ.

ພ້ອມນີ້, ກໍໃຫ້ກະຊວງສາທາລະນະສຸກ ສືບຕໍ່ເຝົ້າລະວັງພະຍາດຕິດແປດຈາກສັດຕໍ່ຄົນ ພ້ອມທັງປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ຄຸ້ມຄອງ ແລະ ກວດກາຜົນຜະລິດກະສິກໍາ ແລະ ສິນຄ້າບໍລິໂພກ ເພື່ອຮັບປະກັນຄວາມປອດໄພຕໍ່ສຸຂະພາບຂອງປະຊາຊົນ ກໍຄືຜູ້ບໍລິໂພກ.

​​​​​9.ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສະຫຼຸບການຈັດຕັ້ງປະຕິບັດປີທ່ອງທ່ຽວລາວ 2018, ຖອດຖອນບົດຮຽນ ແລະ ກະກຽມໃຫ້ດີກວ່າເກົ່າ ໃນການເປີດປີທ່ອງທ່ຽວ ລາວ-ຈີນ ໃນປີ 2019 ນີ້ ເພື່ອນໍາໃຊ້ທ່າແຮງຂອງປີທ່ອງທ່ຽວດັ່ງກ່າວໃນການຊຸກຍູ້ການເຕີບໂຕຂອງເສດຖະກິດ ແລະ ເສີມຂະຫຍາຍສາຍພົວ ພັນຮ່ວມມືຍຸດທະສາດ ຕາມທິດ 4 ດີ ລະຫວ່າງ ສອງຊາດລາວ-ຈີນ. ພ້ອມກັນນີ້, ໃຫ້ເອົາໃຈໃສ່ສົມທົບກັບຂະແໜງການກ່ຽວຂ້ອງ ເພື່ອຄຸ້ມຄອງສື່ຕ່າງໆ ລວມທັງສື່ອອນໄລ໌ ຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.

​​​​​10.ໃຫ້ບັນດາຂະແໜງການສູນກາງ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຍົກສູງຄວາມເປັນເຈົ້າການປະຕິບັດພາລະບົດບາດຂອງຕົນໃຫ້ຄົບຖ້ວນ ໂດຍສະເພາະເອົາໃຈໃສ່ ແລະ ເຂັ້ມງວດໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ວຽກງານຈຸດສຸມຂອງຕົນ ໃຫ້ມີປະສິດທິຜົນສູງ.

​​​​​​ໃນຕອນທ້າຍ, ກອງປະຊຸມ ໄດ້ຮຽກຮ້ອງໃຫ້ພະນັກງານ, ສະມາຊິກພັກ, ລັດຖະກອນ, ທະຫານ, ຕໍາຫຼວດ, ກໍາມະກອນ, ນັກຮຽນຮູ້-ປັນຍາຊົນ, ນັກທຸລະກິດ, ຜູ້ປະກອບການ ທັງພາກລັດ ແລະ ເອກະຊົນ, ປະຊາຊົນເຜົ່າຕ່າງໆ ຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ພ້ອມກັນຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ໝັ້ນຄົງເຂັ້ມແຂງ.

ຂໍ້ມູນຈາກເວບໄຊ໌ ລັດຖະບານ.
ແຫຼ່ງ: ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ 

Comments