ສສຊ ສຸມໃສ່ປະກອບຄຳເຫັນ ແລະ ສະເໜີໃຫ້ຮີບຮ້ອນກວດກາຄືນ ເຂື່ອນໄຟຟ້າ.

ໃນວາລະການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດເທື່ອທີ VIII ໃນວັນທີ 21 ພະຈິກ 2018, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສຸມໃສ່ການປະກອບຄຳຄິດ ຄຳເຫັນໃສ່ ບັນດາບົດລາຍງານຂອງລັດຖະບານ, ເຊິ່ງປະກອບມີ ການຈັດຕັ້ງປະຕິບັດວຽກງານ ພົ້ນເດັ່ນ ປະຈຳປີ 2018, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ລວມທັງ ບົດລາຍງານອົງການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດກາ ລັດຖະບານ.

ພ້ອມກັນນີ້ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ໃຫ້ຮີບຮ້ອນກວດກາຄືນບັນດາໂຄງການເຂື່ອນໄຟຟ້າທີ່ສ້າງສຳເລັດ ແລະ ດໍາເນີນການຜະລິດໄຟຟ້າແລ້ວ ແນໃສ່ຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມປອດໄພ.
ການປະກອບຄຳຄິດເຫັນຂອງບັນດາ ສສຊ ຫຼາຍເຂດເລືອກຕັ້ງ ໄດ້ເປັນເອກະພາບສະເໜີໃຫ້ປະເມີນຄືນກ່ຽວກັບຜົນກະທົບຂອງການສ້າງເຂື່ອນໄຟຟ້າ ແລະ ສະເໜີໃຫ້ມີການສົ່ງເສີມວິຊາຊີບໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກການສ້າງເຂື່ອນໃນແຕ່ລະແຫ່ງ ແນໃສ່ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ດີຂຶ້ນເທື່ອລະກ້າວ.

ຂໍ້ມູນຈາກ: ຂປລ.

Comments