ສານທ່ານນາຍົກ ໃນໂອກາດວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ

ມື້ນີ້ປວງຊົນລາວທັງຊາດ ແລະ ວົງຄະນະຍາດສາກົນ ໄດ້ຮ່ວມແຮງຮ່ວມໃຈກັນຈັດຕັ້ງຂະບວນການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງເປັນວັນຫນຶ່ງທີ່ມີຄວາມໝາຍສໍາຄັນສໍາລັບບັນດາປະຊາຊາດໃນທົ່ວໂລກ ໂດຍໄດ້ເລີ່ມມີການ ສະເຫຼີມສະຫຼອງນັບແຕ່ປີ 1991 ເປັນຕົ້ນມາ ອັນມີຈຸດປະສົງເພື່ອປູກຈິດສໍານຶກ, ສົ່ງເສີມການຕ້ານ, ສະກັດກັ້ນ ແລະ ການລຶບລ້າງການໃຊ້ຄວາມຮຸນແຮງທຸກຮູບແບບຕໍ່ແມ່ຍິງ ແລະ ເດັກຍິງ ທັງຍັງເປັນວັນລະນຶກເຖິງຂະບວນການເຄື່ອນໄຫວຕໍ່ສູ້ເພື່ອເຮັດໃຫ້ສິດທິອັນເປັນພື້ນຖານ ກໍຄືກຽດສັກສີ ຂອງແມ່ຍິງ ແລະ ເດັກຍິງໃນທົ່ວໂລກ ໄດ້ຮັບການປົກປ້ອງ.

ການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງສໍາລັບປີ 2018 ນີ້ ແມ່ນຈະເລີ່ມແຕ່ວັນທີ 25 ພະຈິກ ຈົນຮອດ ວັນທີ 10 ທັນວາ, ພາຍໃຕ້ຫົວຂໍ້ “Hear Me Too” ຊຶ່ງມີຄວາມໝາຍວ່າ “ຮັບຟັງຂ້ອຍແນ່. ຫົວຂໍ້ດັ່ງກ່າວນີ້, ເຖິງວ່າເປັນຄໍາເວົ້າສັ້ນໆ ແຕ່ກໍມີຄວາມໝາຍເລິກເຊິ່ງທີ່ສື່ສານເຖີງຄວາມຕ້ອງການຂອງ ແມ່ຍິງ ແລະ ເດັກຍິງ ທີ່ເປັນຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງຢູ່ໃນຄອບຄົວ ກໍຄື ໃນສັງຄົມ.

ອີງຕາມສະຖິຕິຈາກອົງການອະນາໄມໂລກ, ປັດຈຸບັນນີ້ 1 ໃນ 3 ຂອງແມ່ຍິງ ຫຼື  35% ຂອງແມ່ຍິງທັງໝົດທົ່ວໂລກ ເຄີຍໄດ້ຮັບຄວາມຮຸນແຮງຕໍ່ຮ່າງກາຍ ແລະ ທາງເພດຈາກຄູ່ຮ່ວມຊີວິດ. ການໃຊ້ຄວາມຮຸນແຮງໃນລັກສະນະນີ້ ໄດ້ສົ່ງຜົນກະທົບທາງດ້ານລົບຕໍ່ຮ່າງກາຍ, ຈິດໃຈ ແລະ ສຸຂະພາບການຈະເລີນພັນຂອງແມ່ຍິງ ຊຶ່ງຮ້າຍແຮງໄປກວ່ານັ້ນ ອາດນໍາໄປສູ່ການຕິດເຊື້ອພະຍາດຕິດຕໍ່ທາງເພດ ແລະ ອື່ນໆ.

ສປປ ລາວ ໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດແຜນງານ ເພື່ອການຫຼຸດຜ່ອນ ແລະ ລຶບລ້າງການນໍາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ. ໃນຊຸມປີຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມເຄື່ອນໄຫວ ທັງໃນເວທີພາກພື້ນ ແລະ ສາກົນຢ່າງຕັ້ງໜ້າ ສະແດງອອກໃນການເຂົ້າຮ່ວມເປັນພາຄີໃນສົນທິສັນຍາພື້ນຖານດ້ານສິດທິມະນຸດຂອງ ອົງການສະ​ຫະ​ປະ​ຊາ​ຊາດ ຈຳນວນຫຼາຍສະບັບ, ໃນນັ້ນລວມມີ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW), ສົນທິສັນຍາວ່າດ້ວຍສິດທິເດັກ (CRC) ແລະ ອະນຸສັນຍາເພີ່ມເຕີມ 2 ສະບັບ ຂອງສົນທິສັນຍາວ່າດ້ວຍສິດທິເດັກທີ່ພົວພັນກັບການຄ້າຂາຍເດັກ, ໂສເພນີເດັກ ແລະ ຮູບພາບລາມົກອານາຈານເດັກ ແລະ ການເອົາເດັກເຂົ້າຮ່ວມໃນການປະທະກັນດ້ານອາວຸດ ພ້ອມທັງ ຮັບຮອງເອົາຖະແຫຼງການ ອາຊຽນ ວ່າດ້ວຍ ການລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ.

ມາຮອດປັດຈຸບັນນີ້, ສາມາດຕີລາຄາໄດ້ວ່າ ສປປ ລາວ ໄດ້ປະສົບຜົນສໍາເລັດໂດຍພື້ນຖານ ໃນການປະຕິບັດພັນທະຂອງຕົນຮ່ວມກັບວົງຄະນະຍາດສາກົນ ແລະ ໄດ້ນໍາເອົາເນື້ອໃນຈິດໃຈຂອງສົນທິສັນຍາສາກົນທີ່ ສປປ ລາວ ເປັນພາຄີ ມາຈັດຕັ້ງຜັນຂະຫຍາຍເຂົ້າໃນລັດຖະທໍາມະນູນ, ກົດໝາຍ ແລະ ນະໂຍບາຍຂອງລັດຖະບານ ເພື່ອສ້າງແຜນຍຸດທະສາດ, ແຜນປະຕິບັດງານ ແລະ ໂຄງການທີ່ມີຈຸດປະສົງສົ່ງເສີມຄວາມກ້າວໜ້າແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງການນໍາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໂດຍໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ປູກຈິດສໍານຶກ ແລະ ຍົກລະດັບຄວາມຮູ້ຄວາມເຂົ້າໃຈໃນວຽກງານດັ່ງກ່າວ ໃຫ້ແກ່ພະນັກງານ ແລະ ປະຊາຊົນໃນຂອບເຂດທົ່ວປະເທດ.

ນອກນັ້ນ,ໃນປີ 2018 ນີ້, ສປປ ລາວ ໄດ້ນຳສະເໜີບົດລາຍງານແຫ່ງຊາດ ພາຍໃຕ້ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ (CEDAW) ແລະ ສົນທິສັນຍາວ່າດ້ວຍສິດທິເດັກ (CRC) ຢູ່ຫ້ອງການອົງການ ສປຊ ທີ່ ເຊີແນວ ຢ່າງມີຜົນສຳເລັດສູງ.

ເຖິງແມ່ນວ່າໄລຍະຜ່ານມາພວກເຮົາສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານ, ແຕ່ໃນເວລາດຽວກັນນັ້ນ ພວກເຮົາຍັງສືບຕໍ່ປະເຊີນໜ້າກັບສິ່ງທ້າທາຍຫຼາຍອັນ ໃນວຽກງານປົກປ້ອງສິດ ແລະ ຜົນປະໂຫຍດຂອງແມ່ຍິງ ແລະ ເດັກຍິງ ໂດຍສະເພາະແມ່ນຢູ່ເຂດຫ່າງໄກສອກຫຼີກ ຊຶ່ງຮຽກຮ້ອງໃຫ້ປວງຊົນທັງຊາດ ຕ້ອງໄດ້ເພີ່ມທະວີຄວາມເປັນເຈົ້າການປະກອບສ່ວນ ແລະ ເຂົ້າຮ່ວມຢ່າງຕັ້ງຫນ້າ.

ດ້ວຍເຫດນີ້, ພວກເຮົາ ຕ້ອງເປັນເອກະພາບກັນຕັດສິນໃຈລົງທຶນເຂົ້າໃສ່ການສ້າງຂະບວນການປູກຈິດສໍານຶກໃຫ້ທົ່ວປວງຊົນຮັບຮູ້ ແລະເຂົ້າໃຈຢ່າງທົ່ວເຖິງ, ການສ້າງຂີດຄວາມສາມາດ ແລະ ຄວາມເຂັ້ມແຂງໃຫ້ເຈົ້າໜ້າທີ່ ແລະ ຂະແໜງການກ່ຽວຂ້ອງໃນແຕ່ລະຂັ້ນ ຈາກສູນກາງລົງເຖິງທ້ອງຖິ່ນ ພ້ອມທັງປັບປຸງຂອດປະສານງານເພື່ອຮັບປະກັນເຮັດໃຫ້ການບັນລຸເປົ້າໝາຍການຫຼຸດຜ່ອນ ແລະ ລຶບລ້າງການນໍາໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຢ່າງມີປະສິດທິຜົນ.

ຂ້າພະເຈົ້າ, ຂໍຖືໂອກາດນີ້ ຕາງໜ້າລັດຖະບານ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ອົງການຈັດຕັ້ງພັກ-ລັດ, ບັນດາອົງການຈັດຕັ້ງມະຫາຊົນ, ອໍານາດການປົກຄອງທ້ອງຖິ່ນ, ພາກເອກະຊົນ ຕະຫຼອດຮອດພີ່ນ້ອງປະຊາຊົນລາວບັນດາເຜົ່າ ແລະ ເດັກນ້ອຍທຸກຄົນ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານການຕ້ານ, ສະກັດກັ້ນ ແລະ ຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ.

ພ້ອມກັນນັ້ນ, ກໍຂໍສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມຕ່າງໆ ທີ່ໄດ້ໃຫ້ການສະໜັບສະໜູນອັນມີຄຸນຄ່າ ແກ່ ສປປ ລາວ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍຂອງ ລັດຖະບານ ທີ່ກ່ຽວຂ້ອງກັບວຽກງານດັ່ງກ່າວ.

ຂ້າພະເຈົ້າ ມີຄວາມເຊື່ອໝັ້ນເປັນຢ່າງຍິ່ງວ່າ ການປະກອບສ່ວນທັງໃນດ້ານເຫື່ອແຮງ ແລະ ສະຕິປັນຍາຂອງທຸກພາກສ່ວນໃນສັງຄົມ ຈະເຮັດໃຫ້ພວກເຮົາສາມາດປະສົບຜົນສໍາເລັດໃນການຮັບປະກັນໃຫ້ ແມ່ຍິງ ແລະ ເດັກຍິງ ດໍາລົງຊີວິດໃນສັງຄົມ ແລະ ຄອບຄົວມີສະພາບແວດລ້ອມປອດໄພ ແລະ ໃນບັນຍາກາດທີ່ເຕັມໄປດ້ວຍຄວາມຮັກ ແລະ ຄວາມອົບອຸ່ນ ພ້ອມທັງໄດ້ຮັບສິດ ແລະ ໂອກາດເພື່ອພັດທະນາຕົນເອງ ພ້ອມທັງປະກອບສ່ວນເຂົ້າໃນວຽກງານສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃຫ້ທຽບທັນກັບສາກົນເທື່ອລະກ່າວ.

ໃນ​ໂອກາດການສະເຫຼີມສະຫຼອງ ວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ວັນທີ 25 ພະຈິກ 2018 ນີ້, ຕາງໜ້າ​ໃຫ້ຄະນະລັດຖະບານ, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ ອົງການຈັດຕັ້ງພັກ-ລັດ, ບັນດາອົງການຈັດຕັ້ງມະຫາຊົນ, ອໍານາດການປົກຄອງທ້ອງຖິ່ນ, ພາກເອກະຊົນຕະຫຼອດຮອດພີ່ນ້ອງປະຊາຊົນລາວບັນດາເຜົ່າ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງສາກົນ ​ໃນຂອບເຂດທົ່ວປະເທດ​ ຈົ່ງ​ສືບຕໍ່ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ໃນການລຶບລ້າງການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກຍິງ ໃຫ້ໄດ້ໝົດໄປ ຕາມຄຳຂວັນຂອງວາລະ 2030 ເພື່ອການພັດທະນາແບບຍືນຍົງ ສປຊ ທີ່ວ່າ “ບໍ່ປະຖິ້ມໃຜໄວ້ທາງຫຼັງ ທັງນີ້ກໍເພື່ອ​ສ້າງກາລະໂອກາດໃຫ້ແມ່ຍິງ ແລະ ເດັກຍິງລາວທຸກຖ້ວນຫນ້າ ສາມາດພັດທະນາຕົນເອງໃຫ້ກາຍເປັນກໍາລັງແຮງ ທີ່ສາມາດປະກອບສ່ວນເຂົ້າໃນການສ້າງສາພັດທະນາປະເທດຊາດໃນອະນາຄົດຢ່າງເຕັມສ່ວນ.

ສຸ​ດທ້າຍ​ນີ້, ຂ້າ​ພະ​ເຈົ້າ ຂໍ​ອວຍພອນ​ໃຫ້ການ​ສະ​ເຫຼີ​ມສະຫຼອງວັນສາກົນເພື່ອລຶບລ້າງການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນປີນີ້ ພາຍໃຕ້ຄໍາຂວັນທີ່ວ່າ “Hear Me Too: ຮັບຟັງຂ້ອຍແນ່ ຈົ່ງ​ປະສົບ​ຜົນສຳ​ເລັດຢ່າງ​ຈົບ​ງາມ.

Comments