ສສຊ ເຂດເລືອກຕັ້ງທີ 2 ແລະ 13 ສະເໜີລັດຖະບານເບິ່ງຄືນບາງດ້ານ.

ໃນວັນທີ 23 ພະຈິກ 2018, ເປັນມື້ທີ 4 ຂອງກອງປະຊຸມສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ 8 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍຕູ້ ປະທານສະພາແຫ່ງຊາດ. ບັນດາສະມາຊິກສະພາແຫ່ງຊາດປະຈຳແຕ່ລະເຂດເລືອກຕັ້ງຍັງສືບຕໍ່ປະກອບຄຳຄິດຄຳເຫັນໃສ່ບົດລາຍງານຂອງລັດຖະບານ, ບົດລາຍງານຂອງອົງການກວດສອບແຫ່ງລັດ ແລະ ບົດລາຍງານຂອງອົງການກວດສອບລັດຖະບານ.

ທ່ານນາງ ປານີ ຢາທໍຕູ້, ປະທານສະພາແຫ່ງຊາດ ໄດ້ເນັ້ນໃຫ້ບັນດາສະມະຊິກສະພາແຫ່ງຊາດ ປະກອບຄຳຄິດຄຳເຫັນໃສ່ໂຄງການຂອງລັດຖະບານກ່ຽວກັບການເກັບລາຍຮັບຈາກແຕ່ລະໂຄງການ; ຖ້າວ່າໂຄງການໃດຫາກນອນຢູ່ໃນຄວາມຮັບຜິດຊອບຂອງທ້ອງຖິ່ນແລ້ວ ສະພາທ້ອງຖິ່ນຈະມີສ່ວນຮ່ວມຄືແນວໃດໃນການຊຸກຍູ້ ການແກ້ໄຂຜົນຂອງການກວດສອບ ກໍຄື ການເກັບລາຍຮັບງົບປະມານທີ່ເປັນການລະເມີດວິໄນແຜນການ-ການເງິນ ເຊິ່ງແຕ່ປີ 2013 – 2016 ແມ່ນຫາກໍ່ກວດໄດ້ພຽງປະມານ 200 ໂຄງການ, ໂດຍທີ່ຍັງບໍ່ທັນໄດ້ລົງເລິກໃສ່ ການແກ້ໄຂຜົນຂອງການກວດສອບກວດກາ ເຮັດໄດ້ຄືແນວໃດແດ່, ຈະມີວິທີທາງແນວໃດເພື່ອເປັນການເກັບລາຍຮັບທີ່ເປັນການລະເມີດວິໄນນັ້ນ ເຂົ້າມອບຄືນໃຫ້ງົບປະມານ, ທັງເປັນການກຳຈັດປະກົດການຫຍໍ້ທໍ້ໃນກົງຈັກລັດຢູ່ແຕ່ລະຂັ້ນອີກ.

ນອກຈາກນີ້, ຍັງເປັນການແກ້ໄຂບັນຫາ 8 ສິ່ງກີດຂວາງທີ່ພວກເຮົາກຳລັງປະເຊີນໜ້າຢູ່ໃນປະຈຸບັນນີ້ ພ້ອມທັງ ເປັນການປະຕິບັດນະໂຍບາຍ 3 ເປີດຂອງ ທ່ານ ນາຍົກລັດຖະມົນຕີ ຄື: ເປີດໃຈ, ເປີດສິ່ງກີດຂວາງ ແລະ ເປີດປະຕູ, ເຊິ່ງບັນຫາທີ່ຍັງທ້າທາຍໃນປະຈຸບັນນີ້ ກໍແມ່ນເປີດທີ 2 ເຊິ່ງເປັນບັນຫາທີ່ເລີ່ມຕັ້ງແຕ່ພື້ນຖານຂຶ້ນມາ ແລະ ກໍກ່ຽວພັນກັບພະນັກງານຂອງແຕ່ລະກົງຈັກທີ່ຮັບຜິດຊອບ, ແລະ ໄດ້ສະເໜີບັນດາຜູ້ແທນປະກອບຄຳເຫັນວ່າ ຈະມີວິທີທາງແກ້ໄຂໄດ້ຄືແນວໃດ.


ທ່ານ ບຸນເຕັມ ຊ່ວງໄຊຍະວົງ , ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດໄດ້ປະກອບຄຳເຫັນວ່າ: ຢາກໃຫ້ລັດຖະບານເພີ່ມຄວາມເອົາໃຈໃສ່ໃນການຄຸ້ມຄອງລັດດ້ວຍກົດໝາຍ, ດ້ວຍການເພີ່ມຄວາມເດັດຂາດໃນການປະຕິບັດລະບຽບກົດໝາຍຕໍ່ຜູ້ກະທຳຜິດ, ຜູ້ທີ່ກະທຳຜິດຕ້ອງໄດ້ຮັບການປະຕິບັດວິໄນຕາມລະບຽບກົດໝາຍ, ຢາກໃຫ້ແບ່ງຄວາມຮັບຜິດຊອບ, ສິດອຳນາດໃຫ້ລະອຽດລະຫວ່າງສະພາທ້ອງຖິ່ນ ແລະ ສະພາແຫ່ງຊາດ.


ທ່ານ ຄໍາສຸກ ບຸນຍາວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານກ່ຽວກັບລາຍຮັບງົບປະມານວ່າ: ຢາກໃຫ້ລັດຖະບານເພີ່ມຄວາມເອົາໃຈໃສ່ໃນການກວດກາຕື່ມກ່ຽວກັບການຍົກເວັ້ນພາສີ – ອາກອນນໍາເຂົ້າ ເຊິ່ງໃນປະຈຸບັນນີ້ ຍັງມີການລັກລອບພາສີຢ່າງຫຼວງຫຼາຍ, ໂດຍສະເພາະບັນດາແຂວງຕາມລຽບຊາຍແດນເຊັ່ນ: ການລັກລອບນໍາເຂົ້ານ້ຳມັນເຊື້ອໄຟ; ປົກກະຕິແຕ່ບໍ່ໄດ້ຮັບການແກ້ໄຂ, ໃນເວລາທີ່ເຈົ້າໜ້າທີ່ກວດພົບເຫັນກໍພຽງແຕ່ປັບໄໝເອົາເງິນເທົ່ານັ້ນແລ້ວປ່ອຍໄປ, ເຮັດໃຫ້ເງິນບໍ່ເຂົ້າງົບປະມານ, ຈຶ່ງຢາກໃຫ້ເພີ່ມຄວາມເອົາໃຈໃສ່ໃນຈຸດນີ້ຕື່ມເພາະວຽກງານພາສີ – ອາກອນເປັນແຫຼ່ງລາຍຮັບໜຶ່ງທີ່ສ້າງລາຍຮັບໃຫ້ງົບປະມານຢ່າງມະຫາສານທີ່ລັດຖະບານຕ້ອງໄດ້ເພີ່ມຄວາມເອົາໃຈໃສ່ ແລະ ມີມາດຕະການເຂັ້ມງວດຕື່ມ.
ນອກນັ້ນ, ທ່ານນາງ ປານີ ຢາທໍຕູ້, ປະທານສະພາແຫ່ງຊາດ ຍັງໄດ້ເນັ້ນໃຫ້ບັນດາສະມາຊິກສະພາແຫ່ງຊາດ ພິຈາລະນາ ແລະ ມີຄວາມເຫັນຢ່ງມີຈຸດສຸມໃສ່ບົດສະເໜີຂອງລັດຖະບານ ທີ່ສະເໜີມາກ່ຽວກັບແຜນປະຕິບັດລາຍຮັບໃນປີ 2019 ວ່າຈະສາມາດຈັດຕັ້ງປະຕິບັດໄດ້ຕາມແຜນລາຍຮັບຫຼື ບໍ່ ກ່ອນທີ່ຈະພິຈາລະນາຮັບຮອງເອົາແຜນດັ່ງກ່າວເພື່ອຈັດຕັ້ງປະຕິບັດຕໍ່ໄປ.

ຂໍ້ມູນຈາກ: ວິທະຍຸກະຈາຍສຽງແຫ່ງຊາດລາວ.

Comments