ການເມືອງ

ຊີວະປະຫວັດຫຍໍ້ : ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ

ຊີວະປະຫວັດຫຍໍ້ ຊື່: ສົມເດັດ ອັກຄະ ມະຫາເສນາບໍດີ ເຕໂຈ ຮຸນ ແຊນ (Samdech Akka Moha Sena Padei Techo HUN Sen) ເກີດເມື່ອວັນທີ: 05 ສິງຫາ 1952 (ວັນເກີດແຈ້ງໃນໜັງສືທາງການ 04 ເມສາ 1951) ບ່ອນເກີດ: ບ້ານ ພາມກໍຊາ, ເມືອງ ຊະຕຶງຕຣັງ, ແຂວງ ກຳປົງຈາມ ຄອບຄົວ: ສົມຣົດ ແລະ ມີລູກ 06 ຄົນ ຫຼັງຈາກສຳເລັດການສຶກສາຊັ້ນປະຖົມ ທີ່ ໂຮງຮຽນປະຖົມທ້ອງຖິ່ນ, ໃນປີ 1965 ສົມເດັດ ຮຸນເຊັນ ໄດ້ເຂົ້າ ມາໃນນະຄອນຫຼວງພະນົມເປັນ ເພື່ອຮຽນສຶກສາຕໍ່ໃນຊັ້ນມັດທະຍົມຕອນຕົ້ນ ທີ່ ໂຮງຮຽນ Lycee Indra Devi. ທ່ານໄດ້ອາໄສຢູ່ ວັດ Neakavoan. ໃນປີ 1970, ກຳປູເຈຍ ໄດ້ເກີດສົງຄາມ, ເພື່ອຕອບສະໜອງຄໍາຮ້ອງຂໍຂອງເຈົ້າຊາຍ ...

Read More »

ການນຳພັກ-ລັດ ວາງພວງມາລາ ລະນຶກເຖິງນັກຮົບປະຕິວັດ ສະຫຼອງວັນຊາດ 2 ທັນວາ

ໃນວັນທີ 2 ທັນວາ 2018 ນີ້, ການ​ນຳ​ພັກ​-ລັດ ນຳ​ໂດຍ ທ່ານ ບຸນ​ຍັງ ວໍລະ​ຈິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ປະທານ​ປະ​ເທດ​ ແຫ່ງ ສປປ ລາວ ໄດ້​ເຂົ້າ​ວາງພວງມາລາ ຢູ່​ອານຸສາ​ວະລີ ນັກຮົບ​ນິລະນາມ (ດາວ​ແດງ) ນະຄອນຫຼວງ​ວຽງ​ຈັນ, ​ເນື່ອງ​ໃນ​ໂອກາດ​ ສະຫຼອງ​ວັນຊາດ ທີ 2 ທັນວາ ຄົບຮອບ 43 ປີ. ການວາງພວງມາລາໃນຄັ້ງນີ້, ແມ່ນເພື່ອເປັນການສະແດງ ຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ​ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈໍານົນ ຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ທີ່​ໄດ້ເສຍສະຫຼະຊີວິດ, ເລືອດເນື້ອເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການຊີ້ນຳ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ, ສະຖາປະນາ ເປັນສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975. ພາຍຫຼັງສຳເລັດການວາງພວງມາລາ ທີ່ອານຸສາວະລີ ນັກຮົບນິລະນາມແລ້ວ, ຄະນະການນຳພັກ-ລັດ ...

Read More »

ນາຍົກລັດຖະມົນຕີແຫ່ງ ສປຈີນ ສົ່ງສານອວຍພອນວັນຊາດແຫ່ງ ສປປ ລາວ ຄົບຮອບ 43 ປີ.

ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີສາທາລະນະລັດປະຊາທິປະໄຕປະຊາຊົນລາວ ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນຄົບຮອບ 43 ປີແຫ່ງການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມອວຍພອນອັນປະເສີດເຖິງສະຫາຍ ແລະ ຜ່ານສະຫາຍເຖິງລັດຖະບານລາວ. ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ເຫັນວ່າ, ໃນໜຶ່ງປີທີ່ຜ່ານມາ, ປະເທດລາວມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ພາລະກິດການສ້າງສາປະເທດຊາດ ສືບຕໍ່ໄດ້ຮັບຄວາມຄືບໜ້າໃໝ່. ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ສາຍພົວພັນຈີນ-ລາວ ໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ດີ, ການຮ່ວມມືໃນທຸກຂົງເຂດໄດ້ຮັບການຊຸກຍູ້ໃຫ້ກ້າວໄປໜ້າຢ່າງໜັກແໜ້ນ. ຈີນຍິນດີຮ່ວມກັນກັບລາວ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວເຕັມໄປດ້ວຍຄວາມອຸດົມສົມບູນຢ່າງບໍ່ຢຸດຢັ້ງ ເພື່ອສ້າງຜົນປະໂຫຍດຕົວຈິງໃຫ້ປະຊາຊົນສອງປະເທດ ຫຼາຍກວ່າເກົ່າ. ຂໍອວຍພອນ ໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນມີຄວາມຜາສຸກ. ຂໍອວຍພອນ ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ຈົ່ງໄດ້ຮັບການປັບປຸງແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ. ຫຼີເຄີ້ສຽງ ນາຍົກລັດຖະມົນຕີສາທາລະນະລັດປະຊາຊົນຈີນ ທີ່ນະຄອນຫຼວງປັກກິ່ງ ວັນທີ 02 ທັນວາ 2018 ຂອບໃຈຂໍ້ມູນຈາກເພສບຸກ ທ່ານ ສຸຣິອູດົງ ແສງດາຣາ.

Read More »

ປະທານປະເທດແຫ່ງ ສປຈີນ ສົ່ງສານອວຍພອນວັນຊາດແຫ່ງ ສປປລາວ ຄົບຮອບ 43 ປີ.

ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປລາວ ທີ່ນະຄອນຫຼວງວຽງຈັນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວຄົບຮອບ 43 ປີ, ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ ແລະ ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ສົ່ງຄຳອວຍພອນອັນປະເສີດ ແລະ ຊົມເຊີຍຢ່າງສຸດໃຈໄປຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວປານອ້າຍນ້ອງ. ໜຶ່ງປີຜ່ານມາ, ປະເທດລາວມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມປອງດອງກັນ, ເສດຖະກິດພັດທະນາເປັນຢ່າງດີ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ.     ໃນຖານະເປັນສະຫາຍ ແລະ ເພື່ອນມິດ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ເລື່ອງນີ້, ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳ-ນຳພາ ຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ມີສະຫາຍບຸນຍັງເປັນແກນນຳ, ປະຊາຊົນປະເທດລາວ ຍ່ອມຈະສາມາດບັນລຸເປົ້າໝາຍສູ້ຊົນທີ່ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ປະຊາຊົນປະຕິວັດລາວ ແລະ ຈະປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດຊາດ. ນັບແຕ່ຕົ້ນປີມານີ້, ການພົວພັນຈີນ-ລາວໄດ້ສືບຕໍ່ຮັກສາທ່ວງທ່າຂະຫຍາຍຕົວເປັນຢ່າງດີ. ການນໍາຂັ້ນສູງຂອງສອງຝ່າຍໄດ້ແລກປ່ຽນການໄປມາຫາສູ່ກັນເລື້ອຍໆ, ການເຊື່ອມຕໍ່ທາງຍຸດທະສາດໄດ້ດຳເນີນໄປເປັນຢ່າງດີ, ການຮ່ວມມືດ້ານໂຄງການໃຫຍ່ໃຫຍ່ໄດ້ມີຄວາມຄືບໜ້າທີ່ດີ, ການແລກປ່ຽນໃນຂົງເຂດວັດທະນະທຳ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ສອງປະເທດ ແລະ ປະຊາຊົນສອງຊາດ. ຂ້າພະເຈົ້າເອົາໃຈໃສ່ຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ລາວ ...

Read More »

ຄະນະບໍລິຫານງານພັກ-ອົງການປົກຄອງ ນະຄອນຫຼວງວຽງຈັນ ເຂົ້າວາງພວງມາລາ ໃນໂອກາດວັນຊາດ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 43 ປີ, ໃນຕອນເຊົ້າຂອງວັນທີ 2 ທັນວາ 2018 ນີ້ຄະນະບໍລິຫານງານພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ນໍາໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ເລຂາຄະນະພັກ,ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າວາງພວງມາລາຢູ່ທີ່ ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ໜ້າຮູບຫຼໍ່ ປະທານໄກສອນ ພົມວິຫານ.   ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃໝ່

Read More »

ສູນທອນພົດ ເລຂາທິການໃຫຍ່ ກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງວຽງໄຊ

ສູນທອນພົດຂອງສະຫາຍ ບຸນ​ຍັງ ​ວໍລະ​ຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະ​ທານ​ປະ​ເທດ ​ແຫ່ງ ສ​ປ​ປ ລາວ ກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງ​ວຽງ​ໄຊຖານທີ່ໝັ້ນ​ຂອງການ​ປະຕິວັດລາວຄົບຮອບ 50 ປີ (ທີ່​ເມືອງ​ວຽງ​ໄຊ, ວັນ​ທີ 30 ​ພະຈິກ 2018) —————————– – ນ້ອມ​ນະ​ມັດ​ສະ​ການ​ພ​ຣະ​ເຖ​ຣາ​ນຸ​ເຖ​ຣະ! – ສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ! – ບັນດາແຂກທີ່ມີກຽດ ທັງ​ພາຍ​ໃນ​ ແລະ​ ຕ່າງປະ​ເທດ! – ພີ່ນ້ອງ​​ຮ່ວມ​ຊາດ ​ແລະຊາວເມືອງ​ວຽງ​ໄຊ ທີ່​ຮັກ​ແພງທັງຫຼາຍ! ມື້ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ​, ສູນ​ກາງ​ແນວ​ລາວ​ສ້າງ​ຊາດພ້ອມ​ດ້ວຍ ຊາວ​ເມືອງ​ວຽງ​ໄຊ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ ໃນ​ທົ່ວ​ປະ​ເທດມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​​​ ແລະ​ ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້ພ້ອມ​ກັນຈັດ​ຕັ້ງພິທີສະເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ເມືອງ​ວຽງໄຊຄົບຮອບ 50 ປີ, ວັນ​ສະຖາປະນາ ສປປ ລາວ ຄົບ​ຮອບ 43 ປີ ​ແລະ ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ຄົບຮອບ ...

Read More »

ພິທີສະເຫຼີມສະຫຼອງຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ

ມື້ນີ້ທາງທີມງານ ວາລະສານ TARGET ໄດ້ປະມວນພາບ ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ (ວັນທີ 30 ພະຈິກ 1968 ຫາວັນທີ 30 ພະຈິກ 2018 ) ຈັດຂຶ້ນໃນຕອນແລງວັນທີ 30 ພະຈິກ 2018 ທີ່ສະ ໜາມຫຼວງເມືອງ ວຽງໄຊ ມາໃຫ້ບັນດາທ່ານໄດ້ຮັບຊົມ. ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ,ທ່ານ ພັນຄຳ ວິພາວັນ, ຜູ້ປະຈໍາການ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວຫນ້າຄະນະກຳມະການລະດັບຊາດເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ , ພ້ອມດ້ວຍການນໍາພັກ-ລັດ, ບັນດາທ່ານອະດີດການນໍາພັກ-ລັດ,ສະພາແຫ່ງຊາດ,ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ແລະ ມວນຊົນຊາວແຂວງຫົວພັນ ເຂົ້າຮ່ວມນັບໝື່ນຄົນ.   ຂອບໃຈພາບຈາກເພສທ່ານ ສົມສະໜຸກ ...

Read More »

ສະເຫຼີມສະຫຼອງວັນສ້າງຕັ້ງເມືອງ ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ ຢ່າງຍິ່ງໃຫຍ່

ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ (ວັນທີ 30 ພະຈິກ 1968 ຫາວັນທີ 30 ພະຈິກ 2018 ) ຈັດຂຶ້ນໃນຕອນແລງວັນທີ 30 ພະຈິກ 2018 ທີ່ສະ ໜາມຫຼວງເມືອງ ວຽງໄຊ.   ທ່ານ ພັນຄຳ ວິພາວັນ, ຜູ້ປະຈໍາການ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວຫນ້າຄະນະກຳມະການລະດັບຊາດເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ລາຍງານວ່າ: ການຈັດງານຄັ້ງນີ້ ເພື່ອຫວນຄືນເຖິງມູນເຊື້ອ, ຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດປົດປ່ອຍຊາດ, ໂຄສະນາສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະຄົນຮຸ່ນຫຼັງໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງກ້າວເດີນອັນລະອິດລະອ້ຽວຂອງການປະຕິວັດ ແລະ ຖືເອົາການສະເຫຼີມສະຫຼອງຄັ້ງນີ້ເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ. ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຂຶ້ນກ່າວສູນທອນພົດໃນພິທີ ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງຊາດລາວ ແລະ ...

Read More »

ປະດັບຫລຽນຄໍາ ໃຫ້ເມືອງວຽງໄຊ ເປັນເມືອງວິລະຊົນ

ໃນໂອກາດສະເຫຼີມສະຫຼອງ ເມືອງວຽງໄຊ ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50 ປີ ໃນຕອນຄໍ່າວັນທີ 30 ພະຈິກ 2018 ທ່ານ ບຸນຍັງ ວໍລະຈີດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ,ປະທານປະເທດ ແຫ່ງ ສປປ ລາວ ໄດ້ເປັນກຽດຕາງໜ້າພັກແລະລັດຖະບານ ຂຶ້ນປະດັບຫຼຽນຄໍາ ໃຫ້ເມືອງວຽງໄຊ ເປັນເມືອງວິລະຊົນ .ໂດຍທ່ານເຈົ້າເມືອງໆວຽງໄຊ ຂຶ້ນຮັບ.   ຂໍ້ມູນຈາກ: ຂປລ.

Read More »

ສສຊ ປະກອບຄຳເຫັນໃສ່ບົດລາຍງານ ຂົງເຂດ ໄອຍະການ.

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 30 ພະຈິກ 2018 ພາຍໃຕ້ການເປັນປະທານຂອງ ທ່ານນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ຊຶ່ງເປັນມື້ທີ 9 ບັນດາ (ສສຊ) ໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານຂອງ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວວຽກງານໄລຍະກາງສະໄໝ 2 ປີເຄິ່ງ ຂອງແຜນການ 5 ປີ (2016-2020), ວຽກງານປະຈໍາປີ 2018 ແລະ ທິດທາງແຜນການປີ 2019-2020 ແລະ ວຽກງານຈຸດສຸມ ປີ 2019 ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ດຳເນີນໄປຢ່າງມີຜົນສຳເລັດ ແລະ ມີປະສິດທິຜົນ. ການປະກອບຄຳເຫັນໃນຄັ້ງນີ້, ບັນດາ ສສຊ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ເປັນຕົ້ນການປະຕິບັດພາລະບົດບາດ ໃນການຕິດຕາມກວດກາທົ່ວໄປ ຂອງອົງການໄອຍະການ ຕໍ່ການເຄົາລົບ ແລະ ປະຕິບັດກົດໝາຍ ໃນຂົງເຂດພະນັກງານ, ທະຫານ, ຕຳຫຼວດ ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ເຊິ່ງພາໃຫ້ເກີດມີປະກົດການຫຍໍ້ທໍ້ເກີດຂຶ້ນຫຼາຍ ເຮັດໃຫ້ສັງຄົມຈົ່ມວ່າ ພະນັກງານສະມາຊິກພັກ ...

Read More »