ທ່ານ ທອງລຸນ ສີສຸລິດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີຕ່າງປະເທດອິນເດຍ.

ໃນໂອກາດຢ້ຽມຢາມ ສປປ ລາວ ລະຫວ່າງວັນທີ 22-23 ພະຈິກ 2018 ຕາມຄຳເຊີນຂອງ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ປະທານຄະນະກຳມາທິການຮ່ວມ ຝ່າຍລາວ ວ່າດ້ວຍ ການຮ່ວມມືສອງຝ່າຍ ສປປ ລາວ-ສ ອິນເດຍ ທ່ານ ນາງ ສຸດສະມາ ຊະວາຣາດ (Sushma SWARAJ), ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສ.ອິນເດຍ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທີ່ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.

ໃນໂອກາດດັ່ງກ່າວ, ທ່ານ ນາງ ສຸດສະມາ ຊະວາຣາດ ກໍໄດ້ສະແດງຄວາມຍິນດີ ແລະ ຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນຂອງ ທ່ານ ນາຍົກລັດຖະມົນຕີ ສປປ ລາວ ແລະ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄັ້ງທີ 9 ໃຫ້ທ່ານ ນາຍົກລັດຖະມົນຕີ ຊາບ.

 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການພົວພັນ ແລະ ຮ່ວມມືສອງຝ່າຍ ອັນເປັນມູນເຊື້ອດີງາມ ທີ່ມີມາແຕ່ດົນນານນີ້, ໂດຍສະເພາະ ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ອິນເດຍ ໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນໄລຍະຜ່ານມາ ກໍຄື ປັດຈຸບັນ.

ຂ່າວ,​ພາບ: ກົມຂ່າວກະຊວງການຕ່າງປະເທດ.

Comments