ກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງ.

ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ຊີ້ແຈງກ່ຽວກັບການແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວຽກງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານມາຕໍ່ກອງປະຊຸມສະໄໝສາມັນເທື່ອທີ່ 6 ຂອງສະພາແຫ່ງຊາດຊຸດທີ່ 8 ໃນຕອນເຊົ້າຂອງວັນທີ 26 ພະຈິກ 2018 ຜ່ານມາວ່າ:

ໄລຍະການຈັດຕັ້ງປະຕິບັດ ວຽກງານພະລັງງານ ແລະ ບໍ່ແຮ່ ໄດ້ດໍາເນີນໄປຕາມແນວທາງປ່ຽນແປງໃໝ່ຂອງພັກເປັນຕົ້ນ: ການຫັນເປັນອຸດສາຫະກຳທັນສະໄໝ, ປັດຈຸບັນທົ່ວປະເທດມີແຫຼ່ງພະລິດພະລັງງານໄຟຟ້າເຖີງ 61 ແຫ່ງລວມກຳລັງຕິດຕັ້ງ 7ແສນເມກະວັດ ສາມາດຜະລິດໄຟຟ້າໄດ້ 37ລ້ານກວ່າກິໂລວັດໂມງ ນັບແຕ່ປີ 2003 ຫາ 2017 ຂະແໜງທໍລະນີສາດ – ບໍ່ແຮ່ ເປັນຂະແໜງໜື່ງທີ່ສຳຄັນນອນຢູ່ໃນແຖວໜ້າຂອງລະບົບເສດຖະກິດແຫ່ງຊາດ ສາມາດສ້າງລາຍຮັບເຂົ້າງົບປະມານໄດ້ຫຼາຍສົມຄວນ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ – ສັງຄົມ ຢ່າງຕໍ່ເນື່ອງ,

ຄຽງຄູ່ກັນນັ້ນຍັງຕ້ອງໄດ້ສຸມໃສ່ແກ້ໄຂຂໍ້ຄົງຄ້າງຕື່ມອີກ ໂດຍສະເພາະການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ຍັງບໍ່ທັນສອດຄ່ອງກັບສະພາບ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ, ການກຳນົດຄວາມຮັບຜິດຊອບຂອງຂະແໜງການທີ່ກ່ຽວຂ້ອງ ລະຫວ່າງສູນກາງຍັງບໍ່ທັນລະອຽດ ລວມເຖິງວຽກງານສຳຄັນອື່ນໆ.
ປັດຈຸບັນ, ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ສືບຕໍ່ປັບປຸງຍຸດທະສາດການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການຕົວຈິງ,

ໃນປີ 2019 ທີ່ຈະມາເຖິງນີ້ ຈະສຸມໃສ່ວາງນະໂຍບາຍດ້ານລາຄາໄຟຟ້າ ເຂົ້າໃນການຊຸກຍູ້ສົ່ງເສີມຫົວໜ່ວຍທຸລະກິດ, ໂດຍຈະໄດ້ກຳນົດນະໂຍບາຍຫຼຸດລາຄາໄຟຟ້າ ສຳລັບຂະແໜງຊົນລະປະທານ 50% ແລະ ຂະແໜງລ້ຽງສັດ 30% ແລະ ຈະໄດ້ປັບປຸງຫົວໜ່ວຍລາຄາ ໄຟຟ້າຂອງ ຂະແໜງລ້ຽງສັດ ຈາກອັດຕາຫົວໜ່ວຍອຸດສາຫະກຳ ມາເປັນກະສິກຳ.
ສ່ວນການຊົມໃຊ້ ໄຟຟ້າເຂົ້າໃນການຜະລິດກະສິກຳ ໂດຍສະເພາະ ການນໍາໃຊ້ໄຟຟ້າເຂົ້າໃນໂຄງການຊົນລະປະທານຕ່າງໆ ເຫັນວ່າບໍລິມາດການຊົມໃຫ້ບໍ່ຫຼາຍ ແຕ່ເມື່ອຊົມໃຊ້ແລ້ວພັດບໍ່ມີການຊໍາລະຄ່າກະແສໄຟຟ້າ ນັບແຕ່ປີ 1995 ເປັນຕົ້ນມາ ແລະ ກໍໄດ້ລາຍງານລັດຖະບານ ເພື່ອປົດໜີ້ຂອງ ປະຊາຊົນບໍ່ໄດ້ໃຊ້ໜີອອກ ເຊິ່ງປັດຈຸບັນ ເກືອບ 200 ຕື້ກີບ,

ສະນັ້ນ ນະໂຍບາຍຫຼຸດຄ່າໄຟຟ້າ 50% ແລະ 30% ນີ້, ແມ່ນເພື່ອບໍ່ໃຫ້ມີໜີ້ເພີ່ມຂຶ້ນອີກ ແລະ ຍ້ອນຢາກໃຫ້ມີຜະລິດຕະພັນຂອງກະສິກອນເກີດຂຶ້ນ ຈຶ່ງໄດ້ຫຼຸດລາຄາໄຟຟ້າດັ່ງກ່າວລົງ ຕາມການຊີ້ນຳ ຂອງລັດຖະບານ ກໍຄື ສະພາແຫ່ງຊາດ.
ພາຍຫຼັງສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ຮັບຟັງການຊີ້ແຈງ ກ່ຽວກັບການແກ້ໄຂຂໍ້ຄົງຄ້າງການຈັດຕັ້ງປະຕິບັດວຽກງານ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໃນໄລຍະຜ່ານແລ້ວ,ສະມາຊິກສະພາແຫ່ງຊາດແຕ່ລະເຂດເລືອກຕັ້ງໄດ້ສືບຕໍ່ປະກອບຄຳຄິດເຫັນໃສ່ວຽກງານນີ້ຕື່ມອີກເພື່ອໃຫ້ສອດຄ່ອງກັບສະພາບເງື່ອນໄຂຕົວຈີງໃນປັດຈຸບັນ.

 ທ່ານ ນາງບົວວັນ ທໍາມະວົງ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 10 ແຂວງວຽງຈັນມີຄຳຊັກຖາມເພີ່ມຕື່ມ ຕໍ່ການຊີ້ແຈງຂອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ວ່າ: ຈະມີວິທີການແນວໃດຕໍ່ການພັດທະນາກົນໄກ ບາງໂຄງການຂອງຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ຍັງຂາດບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ເພື່ອໃຫ້ວຽກງານນີ້ໄດ້ຮັບປະສິດທິຜົນສູງຂື້ນກວ່າເກົ່າ ລວມເຖິງການຂະຫຍາຍກຳລັງການຜະລິດຂອງເຂື່ອນນ້ຳງື່ມໜຶ່ງຕື່ມອີກ.
ທ່ານ ບຸນລອດ ອ່ອນພະຈັນ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ່ 4 ແຂວງອຸດົມໄຊ ມີຄໍາຊັກຖາມເພີ່ມຕື່ມ ວ່າ: ກ່ຽວກັບໂຮງງານສັງກະສີ ຢູ່ເມືອງນາໝໍ້ ບ້ານນ້ຳແພ ໄດ້ຢຸດສະຫງັກມາດົນແລ້ວ ແຕ່ປັດຈຸບັນຍັງມີການຂຸດຄົ້ນຢູ່ ຄວນຈັດຕັ້ງປະຕິບັດໃນຮູບແບບໃດ?.

ຂ່າວ: ເດດອາລຸນ ແກ້ວວິໄລ
ພາບ: ຕາລີເຊຍ

Comments