ລາວ-ອິນເດຍ ມີສາຍພົວພັນການທູດນໍາກັນ 62 ປີ.

ໃນວັນທີ 23 ພະຈິກ 2018, ທີ່ນະຄອນຫຼວງວຽງຈັນ, ກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ອິນເດຍ ຄັ້ງທີ 9 ໄດ້ຖືກຈັດຂຶ້ນ, ໂດຍການເປັນປະທານຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ທ່ານນາງ ສຸດສະມາ ຊະວາຣາດ (Sushma SWARAJ), ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ອິນເດຍ, ໂດຍມີເຈົ້າໜ້າທີ່ກ່ຽວຂ້ອງຂອງທັງສອງປະເທດເຂົ້າຮ່ວມ.

ໃນກອງປະຊຸມຄັ້ງນີ້, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ນາງ ສຸດສະມາ ຊະວາຣາດ ທີ່ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລະຫວ່າງ ລາວ-ອິນເດຍ.
ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ທີ່ໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຕະຫຼອດໄລຍະ 62 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນຳກັນ (ວັນທີ 2 ກຸມພາ 1956), ເຊິ່ງເຫັນໄດ້ຈາກຜົນສຳເລັດຂອງການແລກປ່ຽນການຢ້ຽມຢາມ ລະຫວ່າງການນໍາຂັ້ນສູງຂອງສອງປະເທດ ໃນໄລຍະຜ່ານມາ.

ພ້ອມດຽວກັນນີ້, ສອງຝ່າຍໄດ້ຮ່ວມກັນທົບທວນຄືນ ຜົນການຈັດຕັ້ງປະຕິບັດບົດບັນທຶກກອງປະຊຸມຄະນະກຳມາທິການຮ່ວມ ວ່າດ້ວຍການຮ່ວມມື ລາວ-ອິນເດຍ ຄັ້ງຜ່ານມາ ແລະ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນກ່ຽວກັບທິດທາງ ແລະ ເເຜນການຮ່ວມມືໃນຊຸມປີຕໍ່ໜ້າ.
ສອງຝ່າຍເຫັນດີຈະສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນດ້ານຕ່າງໆໃຫ້ຫຼາຍຂຶ້ນ, ໂດຍສະເພາະ ດ້ານວຽກງານການຕ່າງປະເທດ, ພະລັງງານ ແລະ ບໍ່ແຮ່, ຄົມມະນາຄົມຂົນສົ່ງ, ການຄ້າ ແລະ ການລົງທຶນ, ການພັດທະນາຊັບພະຍາກອນມະນຸດ, ກະສິກຳ ແລະ ອື່ນໆ.

ພ້ອມກັນນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ແລະ ແລກ ປ່ຽນຄຳຄິດເຫັນ ກ່ຽວກັບ ບັນຫາພາກພື້ນ ແລະ ສາກົນ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນ.

ໃນໂອກາດດັ່ງກ່າວນີ້, ທ່ານລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕາງໜ້າລັດຖະບານ ແລະ ປະຊາຊົນ ລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ລັດຖະບານ ແລະ ປະຊາຊົນ ອິນເດຍ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະຜ່ານມາ: ໃນຂອບສອງຝ່າຍ ແມ່ນດ້ານການພັດທະນາຊັບພະຍາກອນມະນຸດ ໂດຍການສະໜອງທຶນຝຶກອົບຮົມໄລຍະສັ້ນ ແລະ ໄລຍະຍາວ ໃນຂະແໜງການຕ່າງໆ ປະມານ 200 ທຶນຕໍ່ປີ, ໂຄງການຊ່ວຍເຫຼືອລ້າໃນການປະຕິສັງຂອນວັດພູຈຳປາສັກ (ໂຄງການທໍາອິດ ໄດ້ສໍາເລັດແລ້ວ), ໂຄງການເງິນກູ້ດອກເບ້ຍຕໍ່າໃນດ້ານກະສິກໍາ, ດ້ານພະລັງງານ ແລະ ດ້ານເຕັກໂນໂລຊີຂໍ້ມູນຂ່າວສານ (ICT) ເປັນຕົ້ນ.
ນອກຈາກນັ້ນ, ສ.ອິນເດຍ ຍັງໄດ້ໃຫ້ການຊ່ວຍເຫຼືອ ສປປ ລາວ ໃນຂອບຫຼາຍຝ່າຍ, ໂດຍຜ່ານຂອບການຮ່ວມມືອາຊຽນ ກໍຄືການຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳຄົງຄາ.

ໃນໂອກາດນີ້ ທ່ານນາງ ສຸດສະມາ ຊະວາຣາດ ລັດຖະມົນຕີ ອິນເດຍ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ພ້ອມທັງສະແດງຄວາມຂອບໃຈຕໍ່ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື, ແລະ ຊ່ວຍເຫຼືອສະໜັບສະໜູນ ອິນເດຍ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ.

ຝ່າຍອິນເດຍ ໄດ້ສະແດງຄວາມຍິນດີ ທີ່ຈະສືບຕໍ່ສະໜັບສະໜູນ ແລະ ໃຫ້ການຊ່ວຍເຫຼືອ ສປປ ລາວ ຕໍ່ໂຄງການຕ່າງໆ ດັ່ງທີ່ເຄີຍໃຫ້ການຊ່ວຍເຫຼືອຜ່ານມາ ໃຫ້ໄດ້ຮັບຜົນສຳເລັດ ຕາມການຕົກລົງຂອງສອງຝ່າຍ.

 

ຂ່າວ,​ພາບ: ກົມຂ່າວກະຊວງການຕ່າງປະເທດ.

Comments