ປະທານປະເທດແຫ່ງ ສປຈີນ ສົ່ງສານອວຍພອນວັນຊາດແຫ່ງ ສປປລາວ ຄົບຮອບ 43 ປີ.

ສະຫາຍ ບຸນຍັງ ວໍລະຈິດ
ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ
ປະທານປະເທດແຫ່ງ ສປປລາວ
ທີ່ນະຄອນຫຼວງວຽງຈັນ

ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວຄົບຮອບ 43 ປີ, ຂ້າພະເຈົ້າຂໍຕາງໜ້າພັກກອມມູນິດຈີນ ແລະ ປະຊາຊົນຈີນ ແລະ ໃນນາມສ່ວນຕົວ, ສົ່ງຄຳອວຍພອນອັນປະເສີດ ແລະ ຊົມເຊີຍຢ່າງສຸດໃຈໄປຍັງສະຫາຍ ແລະ ຜ່ານສະຫາຍໄປຍັງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວປານອ້າຍນ້ອງ.

ໜຶ່ງປີຜ່ານມາ, ປະເທດລາວມີສະຖຽນລະພາບທາງການເມືອງ, ສັງຄົມມີຄວາມປອງດອງກັນ, ເສດຖະກິດພັດທະນາເປັນຢ່າງດີ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ.     ໃນຖານະເປັນສະຫາຍ ແລະ ເພື່ອນມິດ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນເປັນຢ່າງຍິ່ງຕໍ່ເລື່ອງນີ້, ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳ-ນຳພາ ຂອງສູນກາງພັກປະຊາຊົນປະຕິວັດລາວ ທີ່ມີສະຫາຍບຸນຍັງເປັນແກນນຳ, ປະຊາຊົນປະເທດລາວ ຍ່ອມຈະສາມາດບັນລຸເປົ້າໝາຍສູ້ຊົນທີ່ກຳນົດໄວ້ໃນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກ ປະຊາຊົນປະຕິວັດລາວ ແລະ ຈະປະສົບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາປະເທດຊາດ.

ນັບແຕ່ຕົ້ນປີມານີ້, ການພົວພັນຈີນ-ລາວໄດ້ສືບຕໍ່ຮັກສາທ່ວງທ່າຂະຫຍາຍຕົວເປັນຢ່າງດີ. ການນໍາຂັ້ນສູງຂອງສອງຝ່າຍໄດ້ແລກປ່ຽນການໄປມາຫາສູ່ກັນເລື້ອຍໆ, ການເຊື່ອມຕໍ່ທາງຍຸດທະສາດໄດ້ດຳເນີນໄປເປັນຢ່າງດີ, ການຮ່ວມມືດ້ານໂຄງການໃຫຍ່ໃຫຍ່ໄດ້ມີຄວາມຄືບໜ້າທີ່ດີ, ການແລກປ່ຽນໃນຂົງເຂດວັດທະນະທຳ ໄດ້ຂະຫຍາຍຕົວເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ ແລະ ໄດ້ນໍາເອົາຜົນປະໂຫຍດຕົວຈິງມາໃຫ້ສອງປະເທດ ແລະ ປະຊາຊົນສອງຊາດ.

ຂ້າພະເຈົ້າເອົາໃຈໃສ່ຢ່າງສູງຕໍ່ການຂະຫຍາຍການພົວພັນລະຫວ່າງຈີນ-ລາວ ແລະ ຍິນດີສຸມທຸກຄວາມພະຍາຍາມຮ່ວມກັບທ່ານ ເພື່ອຮ່ວມກັນຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວທີ່ມີຄວາມໝາຍຍຸດທະສາດ.

ຂໍອວຍພອນ ໃຫ້ປະເທດລາວຈົ່ງມີຄວາມຈະເລີນຮຸ່ງເຮືອງ ແລະ ປະຊາຊົນມີ ພະລານາໄມສົມບູນ, ມີຄວາມສະຫງົບປອດໄພ ແລະ ມີຄວາມຜາສຸກຕະຫຼອດໄປ.

ຂໍອວຍພອນ ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວຈົ່ງໄດ້ຮັບການປັບປຸງແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ສີຈິ້ນຜິງ
ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ
ປະທານປະເທດ ແຫ່ງ ສປ ຈີນ.
ວັນທີ 2 ທັນວາ 2018

 

ຂອບໃຈຂໍ້ມູນຈາກເພສບຸກ ທ່ານ ສຸຣິອູດົງ ແສງດາຣາ.

Comments