ນາຍົກລັດຖະມົນຕີແຫ່ງ ສປຈີນ ສົ່ງສານອວຍພອນວັນຊາດແຫ່ງ ສປປ ລາວ ຄົບຮອບ 43 ປີ.

ສະຫາຍ ທອງລຸນ ສີສຸລິດ
ນາຍົກລັດຖະມົນຕີສາທາລະນະລັດປະຊາທິປະໄຕປະຊາຊົນລາວ
ທີ່ນະຄອນຫຼວງວຽງຈັນ

ເນື່ອງໃນໂອກາດວັນຄົບຮອບ 43 ປີແຫ່ງການສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວ, ຂ້າພະເຈົ້າຂໍຕາງໜ້າລັດຖະບານຈີນ ແລະ ໃນນາມສ່ວນຕົວ ຂໍສະແດງຄວາມອວຍພອນອັນປະເສີດເຖິງສະຫາຍ ແລະ ຜ່ານສະຫາຍເຖິງລັດຖະບານລາວ.

ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ເຫັນວ່າ, ໃນໜຶ່ງປີທີ່ຜ່ານມາ, ປະເທດລາວມີຄວາມສະຫງົບ, ປະຊາຊົນຢູ່ເຢັນເປັນສຸກ, ພາລະກິດການສ້າງສາປະເທດຊາດ ສືບຕໍ່ໄດ້ຮັບຄວາມຄືບໜ້າໃໝ່.

ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ສາຍພົວພັນຈີນ-ລາວ ໄດ້ຮັກສາທ່ວງທ່າຂະຫຍາຍຕົວທີ່ດີ, ການຮ່ວມມືໃນທຸກຂົງເຂດໄດ້ຮັບການຊຸກຍູ້ໃຫ້ກ້າວໄປໜ້າຢ່າງໜັກແໜ້ນ. ຈີນຍິນດີຮ່ວມກັນກັບລາວ, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວເຕັມໄປດ້ວຍຄວາມອຸດົມສົມບູນຢ່າງບໍ່ຢຸດຢັ້ງ ເພື່ອສ້າງຜົນປະໂຫຍດຕົວຈິງໃຫ້ປະຊາຊົນສອງປະເທດ ຫຼາຍກວ່າເກົ່າ.

ຂໍອວຍພອນ ໃຫ້ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈົ່ງມີຄວາມຈະເລີນຮຸ່ງເຮືອງ ປະຊາຊົນມີຄວາມຜາສຸກ.

ຂໍອວຍພອນ ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ລາວ ຈົ່ງໄດ້ຮັບການປັບປຸງແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ຫຼີເຄີ້ສຽງ
ນາຍົກລັດຖະມົນຕີສາທາລະນະລັດປະຊາຊົນຈີນ
ທີ່ນະຄອນຫຼວງປັກກິ່ງ
ວັນທີ 02 ທັນວາ 2018

ຂອບໃຈຂໍ້ມູນຈາກເພສບຸກ ທ່ານ ສຸຣິອູດົງ ແສງດາຣາ.

Comments