ສສຊ ປະກອບຄຳເຫັນໃສ່ບົດລາຍງານ ຂົງເຂດ ໄອຍະການ.

ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ວັນທີ 30 ພະຈິກ 2018 ພາຍໃຕ້ການເປັນປະທານຂອງ ທ່ານນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ຊຶ່ງເປັນມື້ທີ 9 ບັນດາ (ສສຊ) ໄດ້ພ້ອມກັນສຸມໃສ່ ປະກອບຄຳຄິດຄຳເຫັນ ຕໍ່ບົດລາຍງານຂອງ ອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການເຄື່ອນໄຫວວຽກງານໄລຍະກາງສະໄໝ 2 ປີເຄິ່ງ ຂອງແຜນການ 5 ປີ (2016-2020), ວຽກງານປະຈໍາປີ 2018 ແລະ ທິດທາງແຜນການປີ 2019-2020 ແລະ ວຽກງານຈຸດສຸມ ປີ 2019 ທັງນີ້ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ດຳເນີນໄປຢ່າງມີຜົນສຳເລັດ ແລະ ມີປະສິດທິຜົນ.

ການປະກອບຄຳເຫັນໃນຄັ້ງນີ້, ບັນດາ ສສຊ ໄດ້ເນັ້ນໜັກຫຼາຍບັນຫາສໍາຄັນ ເປັນຕົ້ນການປະຕິບັດພາລະບົດບາດ ໃນການຕິດຕາມກວດກາທົ່ວໄປ ຂອງອົງການໄອຍະການ ຕໍ່ການເຄົາລົບ ແລະ ປະຕິບັດກົດໝາຍ ໃນຂົງເຂດພະນັກງານ, ທະຫານ, ຕຳຫຼວດ ເຫັນວ່າຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ເຊິ່ງພາໃຫ້ເກີດມີປະກົດການຫຍໍ້ທໍ້ເກີດຂຶ້ນຫຼາຍ ເຮັດໃຫ້ສັງຄົມຈົ່ມວ່າ ພະນັກງານສະມາຊິກພັກ ລະເມີດລະບຽບກົດໝາຍ ແຕ່ວ່າການດຳເນີນຄະດີຕໍ່ຜູ້ລະເມີດນັ້ນ ພັດມີຈຳນວນໜ້ອຍ, ການລົງວິໄນຍັງບໍ່ເດັດຂາດ.

ຕໍ່ບັນຫາດັ່ງກ່າວ, ສສຊ ໄດ້ສະເໜີໃຫ້ອົງການໄອຍະການ ເພີ່ມທະວີໃນການຕິດຕາມກວດກາ ເພື່ອເຮັດໃຫ້ປະກົດການຫຍໍ້ທໍ້ ແລະ ສຽງສັງຄົມຈົ່ມວ່າ ໃຫ້ຫຼຸດໜ້ອຍຖອຍລົງ; ບັນຫາຜູ້ຖືກຫາ ບໍ່ໄດ້ຮັບຄວາມເປັນທຳ, ຖືກກັກຂັງກາຍກຳນົດ ເນື່ອງຈາກການສືບສວນ-ສອບສວນມີຄວາມຊັກຊ້າ; ການແກ້ໄຂຄະດີອຸບັດເຫດ ໄລຍະຜ່ານມາ ແມ່ນໄດ້ແກ້ໄຂແຕ່ຄະດີທາງອາຍາ ເກືອບ 90% ສ່ວນຄະດີທາງແພ່ງ ແມ່ນບໍ່ໄດ້ຖືກແກ້ໄຂຫຼາຍປານໃດ; ການຕິດຕາມການດຳເນີນຄະດີ ຂອງອົງການສືບສວນ-ສອບສວນ ບາງຄະດີຍັງບໍ່ທັນເຮັດໄດ້ດີເທົ່າທີ່ຄວນ;

ສະເໜີ ໃຫ້ກວດກາຄືນບັນຊີນັກໂທດ ທັງໝົດທີ່ໄດ້ອະນຸຍາດອອກໄປປິ່ນປົວນັ້ນມີເທົ່າໃດ, ການອະນຸຍາດນີ້ຖືກຕ້ອງເໝາະສົມແລ້ວຫຼືບໍ່, ເຈັບເປັນແທ້ຫຼືບໍ່, ປິ່ນປົວແລ້ວປານໃດຈຶ່ງຈະເອົາກັັບເຂົ້າມາ.

ຂໍ້ມູນຈາກ: ຂປລ.

Comments