ຄະນະບໍລິຫານງານພັກ-ອົງການປົກຄອງ ນະຄອນຫຼວງວຽງຈັນ ເຂົ້າວາງພວງມາລາ ໃນໂອກາດວັນຊາດ

ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 43 ປີ, ໃນຕອນເຊົ້າຂອງວັນທີ 2 ທັນວາ 2018 ນີ້ຄະນະບໍລິຫານງານພັກ-ອົງການປົກຄອງນະຄອນຫຼວງວຽງຈັນ ນໍາໂດຍທ່ານ ປອ ສິນລະວົງ ຄຸດໄພທູນ ເລຂາຄະນະພັກ,ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ເຂົ້າວາງພວງມາລາຢູ່ທີ່ ອະນຸສາວະລີ ນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ທີ່ໜ້າຮູບຫຼໍ່ ປະທານໄກສອນ ພົມວິຫານ.

 

ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃໝ່

Comments