ສູນທອນພົດ ເລຂາທິການໃຫຍ່ ກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງວຽງໄຊ

ສູນທອນພົດຂອງສະຫາຍ ບຸນ​ຍັງ ​ວໍລະ​ຈິດ
ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະ​ທານ​ປະ​ເທດ ​ແຫ່ງ ສ​ປ​ປ ລາວ ກ່າວໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ເມືອງ​ວຽງ​ໄຊຖານທີ່ໝັ້ນ​ຂອງການ​ປະຕິວັດລາວຄົບຮອບ 50 ປີ (ທີ່​ເມືອງ​ວຽງ​ໄຊ, ວັນ​ທີ 30 ​ພະຈິກ 2018)
—————————–
– ນ້ອມ​ນະ​ມັດ​ສະ​ການ​ພ​ຣະ​ເຖ​ຣາ​ນຸ​ເຖ​ຣະ!
– ສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ!
– ບັນດາແຂກທີ່ມີກຽດ ທັງ​ພາຍ​ໃນ​ ແລະ​ ຕ່າງປະ​ເທດ!
– ພີ່ນ້ອງ​​ຮ່ວມ​ຊາດ ​ແລະຊາວເມືອງ​ວຽງ​ໄຊ ທີ່​ຮັກ​ແພງທັງຫຼາຍ!

ມື້ນີ້, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ສະພາ​ແຫ່ງ​ຊາດ, ລັດຖະບານ​, ສູນ​ກາງ​ແນວ​ລາວ​ສ້າງ​ຊາດພ້ອມ​ດ້ວຍ ຊາວ​ເມືອງ​ວຽງ​ໄຊ ​ແລະ ປະຊາຊົນ​ບັນດາ​ເຜົ່າ​ ໃນ​ທົ່ວ​ປະ​ເທດມີ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​​​ ແລະ​ ພາກພູມ​ໃຈ​ເປັນ​ຢ່າງ​ຍິ່ງ​ທີ່​ໄດ້ພ້ອມ​ກັນຈັດ​ຕັ້ງພິທີສະເຫຼີມສະຫຼອງວັນ​ສ້າງ​ຕັ້ງ​ເມືອງ​ວຽງໄຊຄົບຮອບ 50 ປີ, ວັນ​ສະຖາປະນາ ສປປ ລາວ ຄົບ​ຮອບ 43 ປີ ​ແລະ ວັນ​ເກີດ​ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກ ຂອງປວງຊົນລາວ ຄົບຮອບ 98 ປີ ຢູ່​ທີ່​ເມືອງ​ວຽງ​ໄຊຖານ​ທີ່​ໝັ້ນ​ຂອງ​ການ​ປະຕິວັດລາວ ທີ່​ສວຍ​ສົດ​ງົດ​ງາມ​ ແລະ ມີ​ມູນ​ເຊື້ອ​ສະຫງ່າ​ລາສີ​ແຫ່ງ​ນີ້.

ໃນ​ພິທີ​ອັນ​ຄຶກຂຶມ ​ແລະ ມີ​ຄວາມ​ໝາຍ​ສຳຄັນ​ທາງ​ປະຫວັດສາດ​ນີ້, ພວກເຮົາຮູ້ສຶກອາໄລຮັກຢ່າງສຸດຊຶ້ງ ​ແລະ ​ຈົດ​ຈໍາ​ລ້ຳ​ລຶກຄຸນງາມຄວາມດີ​ອັນ​​ໃຫ່ຍຫຼວງ ຂອງປະທານໄກສອນ ພົມວິຫານ ຜູ້ນໍາທີ່ປີຊາສາມາດ, ຜູ້ກໍ່ຕັ້ງ, ນໍາພາພັກເຮົາເຮັດສໍາເລັດພາລະກິດ​ການ​ປະຕິວັດປົດປ່ອຍຊາດ ແລະ ນໍາພາລິເລີ່ມການປ່ຽນແປງໃໝ່ຮອບດ້ານ ມີຫຼັກການຢູ່ປະເທດເຮົາ, ພ້ອມກັນ​ນັ້ນ​ກໍ​ມີ​ຄວາມ​ອາ​ໄລ​ຮັກ ແລະ​ ຮູ້​ບຸນຄຸນ, ຈົດຈໍາຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາສະຫາຍຜູ້ນໍາພັກ-ລັດ, ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນລາວເຜົ່າຕ່າງໆ, ຕະຫຼອດ​ເຖິງນັກຮົບ​ອາສາ​ສະໝັກ,​ ຊ່ຽວຊານ​ຫວຽດນາມ​ ແລະ​ເພື່ອນ​ມິດສາ​ກົນ ທີ່ໄດ້ເສຍສະຫຼະຊີວິດ, ​ເລືອດ​ເນື້ອເພື່ອຄວາມ​ເປັນເອກະລາດ​ແຫ່ງ​ຊາດ ​ແລະ ​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ​ລາວບັນດເຜົ່າ, ເພື່ອສະແດງຄວາມຮູ້ບຸນຄຸນ, ຈົດຈໍາລໍ້າລຶກຄຸນງາມຄວາມດີຂອງບັນດາສະຫາຍເຫຼົ່ານັ້ນ, ຂ້າພະເຈົ້າສະເໜີ ບັນດາສະຫາຍລຸກຂຶ້ນກົ້ມຫົວໄວ້ອາໄລເຖິງດວງວິນຍານຂອງພວກເພິ່ນ 1 ນາທີ (ຂໍເຊີນ).

ຕາງໜ້າຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ສ່ວນຕົວ, ຂ້າພະ​ເຈົ້າ​ ຂໍ​ສົ່ງຄວາມ​ຢ້ຽມ​ຢາມ​ຖາ​ມຂ່າວອັນ​ອົບ​ອຸ່ນ, ຄວາມ​ສາມັກຄີ​ຮັກ​ແພງ​ອັນ​ສະໜິດ​ສະໜົມ ​ແລະ​ ​ພອນ​ໄຊ​ອັນ​ປະ​ເສີດ ​ໄປ​ຍັງ​ບັນດາ​ນັກ​ປະຕິວັດ​ອາວຸ​ໂສ, ວິລະ​ຊົນແຫ່ງ​ຊາດ, ນັກຮົບ​ແຂ່ງຂັນ​, ພະນັກງານ, ສະມາຊິກ​ພັກ, ນາຍ ​ແລະ ພົນທະຫານ, ນາຍ ແລະ ພົນ​ຕຳຫຼວດ ຕະຫຼອດ​ຮອດ​ພີ່ນ້ອງ​ຮ່ວມ​ຊາດ ​ໃນ​ທົ່ວ​ປະ​ເທດ ແລະ ພີ່ນ້ອງ​ຊາວລາວ​ທີ່ຢູ່​ຕ່າງ​ປະ​ເທດ ມານະໂອກາດນີ້ດ້ວຍ.

ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຢ່າງ​ຈິງ​ໃຈ ມາ​ຍັງ​ບັນດາສະຫາຍ​ເພື່ອນ​ມິດ​ຜູ້​ຢູ່​​ໃກ້ ແລະ ຢູ່​ໄກ ທີ່​ໄດ້​ນຳ​ເອົາ​ຄວາມ​ສາມັກຄີ, ຮັກ​ແພງ ອັນ​ສະໜິດ​ສະໜົມ ແລະ ອົບ​ອຸ່ນ ມາສູ່​​ພັກ-​ລັດ ກໍ​ຄືປະຊາຊົນບັນ​ດາ​ເຜົ່າລາວ​ ໃນ​ໂອກາດວັນ​ທີ່ມີຄວາມໝາຍທາງປະຫວັດສາດນີ້, ອັນສະແດງໃຫ້ເຫັນເຖິງມິດຕະພາບ ແລະສາຍພົວພັນທີ່ໝັ້ນຄົງຂະໜົງແກ່ນບໍ່ວ່າໃນສະໄໝຕໍ່ສູ້​ປົດ​ປ່ອຍ​ຊາດ ໃນເມື່ອກ່ອນກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ​ເຮົາໃນປັດຈຸບັນ.

ບັນ​ດາສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ!
ຊາດ​ລາວ​ເຮົາ ​ເປັນ​ຊາດ​ໜຶ່ງ ທີ່​ມີ​ປະຫວັດສາດອັນ​ສະຫງ່າ​ງາມ​ແຫ່ງ​ການ​ກໍ່​ຕັ້ງ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ເປັນເວ​ລາ​ພັນ​ປີ,​ ເປັນ​ຊາດ​ໜຶ່ງທີ່​ມີ​ອະລິຍະ​ທໍາ, ມີ​ວັດທະນະ​ທໍາ ອັນ​​​ດີງາມ ທີ່ເປັນ​ເອ​ກະ​ລັກ​ສະ​ເພ​າະຂອງ​ຕົນ​ເອງ.

ປະ​ເທດ​ຊາດຂອງ​ພວກ​ເຮົາ ນັບ​​ແຕ່​​ໄດ້ທ້ອນ​ໂຮມ​ເຂົ້າ​ເປັນ​ອານາຈັກ​ລ້ານ​ຊ້າງ (ປີ ຄ.ສ 1353) ພາຍ​ໃຕ້​ການ​ນໍາພາຂອງເຈົ້າຟ້າງຸ່ມ​ ​ແລະ ບັນພະ​ບູລຸ​ດອື່ນໆ ຂອງ​ພວກ​ເຮົາ ​ໄດ້​ພາ​ປະຊາຊົນ​ເຮົາກໍ່​ຕັ້ງ, ສ້າງສາ​ພັດທະນາ​ຜ່ານ​ຫຼາຍ​ຍຸກ, ຫຼາຍ​ສະ​ໄໝ ​ຊຶ່ງມີທັງຍຸກທີ່ຮຸ່ງເຮືອງສີວິ​ໄລ ​ແລະ ມີທັງໄລຍະສູນເສຍເອກະລາດ ຕົກເປັນເມືອງຂຶ້ນຂອງຕ່າງຊາດເປັນ​ເວ​ລາຮ້ອຍກວ່າ​ປີ, ແຕ່ດ້ວຍມູນເຊື້ອຮັກ​ເຊື້ອ​ແພງ​ຊາດອັນດູດດື່ມ, ຄວາມສາມັກຄີປອງ​ດອງອັນ​ໜັກແໜ້ນ, ​ປະຊາ​ຊົນລາວ​ບັນ​ດາ​ເຜົ່າ ໄດ້ຮ່ວ​ມ​ແຮງ​ຮ່ວມ​ໃຈ​ກັນປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ອັນ​ແສນ​ຮັກຂອງ​ຕົນ ​ແລະ ເດັດດ່ຽວລຸກ​ຂຶ້ນຕໍ່ສູ້ບໍ່ຍອມຈໍານົນຕ້ານ ການຮຸກຮານ​, ການ​ຢຶດຄອງ​ຂອງສັກດີນາຕ່າງດ້າວ​.

ການ​ລຸກ​ຂຶ້ນ​ຕໍ່ສູ້​ຂອງ​ປະຊາຊົນເດັ່ນ​ກວ່າ​ໝູ່​ ແມ່ນຂະ​ບວນການ​ຕໍ່ສູ້​ກູ້ຊາດ ທີ່​ນຳ​ໂດຍ​ເຈົ້າ​ອານຸວົງ, ພໍ່​ກະ​ດວດ, ອົງ​ແກ້ວ, ອົງ​ກົມມະ​ດຳ ​ແລະ ເຈົ້າຟ້າ​ປັດ​ໃຈ; ການ​ຕໍ່ສູ້​ດັ່ງກ່າວ​ເຖິງ​ວ່າ​ບໍ່​ໄດ້​ຮັບ​ໄຊຊະນະ​ຢ່າງ​ສົມບູນ, ​ແຕ່​ໄດ້​ປະ​ໄວ້​ມູນ​ເຊື້ອ​ຮັກ​ເຊື້ອ​ແພງ​ຊາດ, ມູນ​ເຊື້ອ​ອັນ​ພິລາດ​ອາດ​ຫານ ບໍ່​ຍອມ​ຈຳນົນ ​ແລະ ຕໍ່ສູ້​ຢ່າງ​ໜຽວ​ແໜ້ນ ​ເພື່ອ​ກອບ​ກູ້​ເອກ​ະລາດ​ອິດສະຫຼະພາບ.

ບັນດາ​ສະຫາຍ​ ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ !
ມະຫາ​ປະຕິວັດສັງ​ຄົມ​ນິ​ຍົມ​​ເດືອນຕຸລາຣັດ​ເຊຍປີ 1917 ໄດ້​ຮັບ​ໄຊຊະນະ, ​ເປັນ​ຂີດ​ໝາຍສຳຄັນເຮັດ​ໃຫ້​ບັນດາ​ປະຊາ​ຊາດໃນທົ່ວ​ໂລກ ທີ່​ຕົກ​ເປັນ​ເມືອງ​ຂຶ້ນ ​ແລະ​ ເຄິ່ງ​ເມືອງ​ຂຶ້ນນັ້ນ ​​ລຸກ​ຂຶ້ນ​ຕໍ່ສູ້​ເພື່ອ​ຍາດ​ເອົາ​ເອກະລາດສິດ​ເສລີພາບ ​ແລະ ອໍານາດ​ອະທິປະ​ໄຕມາ​ໃຫ້ຕົນເອງ.

ຢູ່ອິນດູຈີນ, ສາມ​ຊາດ​ລາວ-ຫວຽດນາມ-ກຳປູ​ເຈຍ ພາຍ​ໃຕ້​ການ​ນໍາພາ​ທີ່​ປີ​ຊາ​ສາມາດ ​ແລະ ສະຫຼາດ​ສ່ອງ​ໃສ​ຂອງ​ພັກ​ຄອມ​ມູນິດ ​ອີນດູ​ຈີນ​ ໂດຍ​ແມ່ນ ​ປະທານ​ໂຮ່ຈີ​ມິນ ຜູ້​ນໍາ​ທີ່​ຍິ່ງ​ໃຫ່ຍ ​ແລະ​ ເຄົາລົບ​ຮັກ​ເປັນ​ຜູ້​ນໍາ, ປະຊາຊົນລາວ​ບັນດາ​ເຜົ່າ ໄດ້ພ້ອມ​ກັນ​ລຸກ​ຂຶ້ນ​ຕໍ່ສູ້ຕ້ານ​ພວກ​ຈັກກະພັດ​, ພວກລ່າ​ເມືອງ​ຂຶ້ນແບບເກົ່າຢ່າງພິລະອາດຫານ, ລາວ​ໄດ້​ປະກາດ​ເອກະລາດ ​ເມື່ອ​ວັນ​ທີ 12 ຕຸລາ ​ປີ 1945 ​ເພື່ອ​ໃຫ້ຊາວໂລກ​ໄດ້ຮັບ​ຮູ້​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ລາວ.

ພໍແຕ່​​ໄດ້​ຮັບ​ເອ​ກະ​ລາດ ບໍ່​ເທົ່າ​ໃດ​​​ເດືອນ ພວກ​ລ່າ​ເມືອງ​ຂຶ້ນແບບ​ເກົ່າ​ ​ກໍກັບຄືນ​ມາ​ຮຸກ​ຮານ​ລາວອີກ ຄັ້ງ​ທີ 2. ​ໃນ​ສະພາບ​ການ​ດັ່ງກ່າວ, ກອງ​ປະຊຸມ​ໃຫຍ່​ແນວ​ລາວ​ຕໍ່ຕ້ານ​ທົ່ວ​ປະ​ເທດ​ ໄດ້​ໄຂ​ຂຶ້ນ ​ໃນກາງ​ເດືອນ​ ສິງ​ຫາ ປີ 1950 ​ໄດ້ວາງ​ໂຄງການ​ ການ​ເມືອງ 12 ຂໍ້, ໄດ້​ເລືອກ​ຕັ້ງ​ຄະນະ​ກໍາມະການ​ສູນ​ກາງ​ແນວ​ລາວ​ອິດ​ສະຫຼະ ແລະ ແຕ່ງ​ຕັ້ງ​ລັດຖະບານ​ລາວ​ຕໍ່ຕ້ານ ​​​ເພື່ອ​ສືບ​ຕໍ່​ພາ​ປະຊາຊົນ​ລາວ​ຕໍ່ສູ້ຕ້ານກັບ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ​ທີ່​ເຂົ້າ​ມາ​ຮຸກ​ຮານ​ລາວ ຈົນ​ໄດ້​ຮັບ​ໄຊຊະນະ ຫຼັງ​ຈາກ​ນັ້ນ ພວກ​ຈັກກະພັດ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ ກໍ​ເຂົ້າ​ມາ​ແທນ​ທ່ີ​.

ບັນ​ດາສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ!
​ ໂດ​ຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງພາລະກິດຕໍ່ສູ້​ກູ້​ຊາດ ​ແລະ ​ການ​ເຕີບ​ໃຫ່ຍຂະຫຍາຍຕົວ​ຂອງ​ກຳລັງການປະຕິວັດລາວ, ວັນທີ 22 ມີນາ ປີ 1955 ພັກປະຊາຊົນລາວ ຊຶ່ງແມ່ນພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ ໄດ້ຮັບການສ້າງຕັ້ງ​ຂຶ້ນຢູ່​ຖານ​ທີ່​ໝັ້ນ ແຂວງຫົວພັນ (ຕາແສງໂສຍ, ເມືອງໂສຍ) ນັ້ນແມ່ນເຫດການການເມືອງທີ່ມີຄວາມໝາຍສໍາຄັນທາງປະຫວັດສາດຂອງຊາດລາວເຮົາ, ເປັນຄັ້ງທໍາອິດທີ່ໄດ້ມີພັກການເມືອງປະຕິວັດສະເພາະຂອງຕົນ ເຮັດໃຫ້ການຕໍ່ສູ້ປະຕິວັດຂອງປະຊາຊົນເຮົາເຊື່ອມເຂົ້າເປັນສ່ວນໜຶ່ງຂອງການປະຕິວັດໃນອິນດູຈີນກໍຄືໃນໂລກ, ເປັນການສະໜອງຕອບຢ່າງທັນການຕໍ່ຄວາມຮຽກຮ້ອງຕ້ອງການ ຂອງການຕໍ່ສູ້ປະຕິວັດ ຂອງປະຊາຊົນທີ່ພວມກ້າວສູ່ບາດລ້ຽວໃໝ່ອັນຂ້ຽວຂາດທີ່ສຸດໃນເວລານັ້ນ, ເປັນການປຸກລະດົມກໍາລັງໃຈ, ເພີ່ມຄວາມເຊື່ອໝັ້ນຂອງປະຊາຊົນລາວບັນດາເຜົ່າ ຕໍ່ໄຊຊະນະຂອງພາລະກິດປະຕິວັດ, ເປັນການກະຕຸກຊຸກຍູ້ໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເສີມຂະຫຍາຍມານະຈິດປະຕິວັດ ແລະ ນໍ້າໃຈເສຍສະຫຼະອັນບໍ່ມີຂອບເຂດເພື່ອປະເທດຊາດ, ເປັນການເຕົ້າໂຮມບັນດາກໍາລັງທີ່ຮັກຊາດ, ຄຽດແຄ້ນຈັກກະພັດຜູ້ຮຸກຮານເຂົ້າເປັນກ້ອນກໍາລັງມະຫາສະມັກຄີທົ່ວປວງຊົນ, ເຮັດສໍາເລັດໜ້າທີ່ການຕໍ່ສູ້​ກູ້​ຊາດ.

ໃນ​ຕົ້ນປີ 1956 ​ໂດຍ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ປະຊາຊົນທົ່ວ​ປະ​ເທດ​ໄດ້​ໄຂຂຶ້ນ​ຢູ່​​ໃນຖານທີ່ໝັ້ນແຂວງ​ຫົວພັນ ​ໄດ້​ປ່ຽນ​ຊື່​ແນວ​ລາວ​ອິດສະຫຼະ ມາ​ເປັນ​ແນວ​ລາວ​ຮັກ​ຊາດ ແນ​ໃສ່​ເຕົ້າ​ໂຮມ​ທຸກ​​ກຳ​ລັງ, ທຸກ​ການ​ຈັດ​ຕັ້ງ ປະຊາຊົນບັນດາເຜົ່າໄດ້ສາມັກຄີກັນເປັນຈິດໜຶ່ງໃຈດຽວ ເຂົ້າໃນແນວໂຮມກູ້ຊາດອັນກວ້າງຂວາງ ​ເພື່ອ​ຕໍ່ສູ້ຍືດເຍື້ອ ຍາວນານ ຜາບແພ້ພວກສັດ​ຕູຮຸກຮານ ແລະ ລູກແຫຼ່ງຕີນມື, ກໍ່ສ້າງປະເທດລາວ ສັນຕິພາບ ເປັນກາງ ເອກະລາດ ປະຊາທິປະໄຕ ເອກະພາບ ແລະ ວັດທະນາຖາວອນ, ສືບ​ຕໍ່ນຳພາ​ການ​ປະ​ຕິ​ວັດ​ກ້າວ​ຂຶ້ນ.

ດ້ວຍແນວທາງການເມືອງ ແລະ ການທະຫານອັນຖືກຕ້ອງ ແລະ ປະດິດສ້າງ, ດ້ວຍວິທີ ດໍາເນີນການປະຕິວັດອັນອຸດົມຮັ່ງມີ ແລະ ວິທະຍາສາດ, ພັກ​ໄດ້​ນຳພາທັບມ້າງກົນອຸບາຍກໍ່ສົງຄາມຂອງພວກລ່າເມືອງຂຶ້ນແບບໃໝ່ ອັນພາໄປເຖິງການເຊັນສັນຍາວຽງຈັນ ໃນປີ 1957 ນັ້ນແມ່ນຜົນສໍາເລັດອັນໃຫຍ່ຫຼວງຂອງພັກເຮົາ ແລະ ກໍແມ່ນປະລາໄຊຍຸດທະສາດຄັ້ງ I ຂອງພວກລ່າເມືອງ ຂຶ້ນແບບໃໝ່ໃນການແຊກແຊງ ແລະ ຮຸກຮານລາວ.

ກາງປີ 1959 ເມື່ອຝ່າຍກົງກັນຂ້າມດໍາເນີນການມ້າງເພລັດຖະບານປະສົມ ແລະ ຄວາມຖືກຕ້ອງປອງດອງຊາດ, ປິດລ້ອມກອງພັນທີສອງຢູ່ທົ່ງໄຫຫີນ, ຈັບກຸມຜູ້ນໍາການປະຕິວັດຈໍານວນໜຶ່ງເຂົ້າຄຸກ, ພັກເຮົາໄດ້ຕັດສິນ​ໃຈຫັນທິດການຕໍ່ສູ້ຢ່າງທັນການ, ປຸກລະດົມທົ່ວປວງຊົນລຸກຮືຂຶ້ນ, ຊຸກຍູ້ການຕໍ່ສູ້ທາງດ້ານການທະຫານ ແລະ ການເມືອງຢ່າງແຂງແຮງໃນທົ່ວປະເທດ, ພາຍໃນໄລຍະເວລາອັນສັ້ນໆ ກໍາລັງປະກອບ ອາວຸດປະຕິວັດໄດ້ຂະຫຍາຍຕົວຢ່າງແຂງແຮງ, ສາມາດປົດປ່ອຍດິນແດນໄດ້ 2/3 ແລະ 1/2 ຂອງພົນລະເມືອງທົ່ວປະເທດ, ເຮັດໃຫ້ເຂດປົດປ່ອຍຊຶ່ງປະກອບດ້ວຍຫຼາຍບໍລິເວນຍຸດທະສາດທີ່ສໍາຄັນຕິດລຽນກັນແຕ່ເໜືອຮອດໃຕ້, ອັນໄດ້ເປັນການບັງຄັບໃຫ້ພວກລ່າເມືອງຂຶ້ນ ແບບໃໝ່ຕ້ອງຍອມນັ່ງໂຕະເຈລະຈາ ແລະ ເຊັນສັນຍາເຊີແນວກ່ຽວກັບລາວ, ສ້າງຕັ້ງລັດຖະບານປະສົມແຫ່ງຊາດຄັ້ງທີ II ວັນທີ 22 ເດືອນ 6 ປີ 1962 ຊຶ່ງແນວລາວຮັກຊາດ ໄດ້ມີຖານະສູງກວ່າເກົ່າ, ນັ້ນເປັນການປະລາໄຊຍຸດທະສາດຄັ້ງທີ II ຂອງຈັກກະພັດລ່າເມືອງຂຶ້ນແບບໃໝ່ຢູ່ລາວ.

ຕົ້ນປີ 1964 ພວກປະຕິການ ໄດ້ໂຄ່ນລົ້ມລັດຖະບານປະສົມສາມຝ່າຍ. ຈັກກະພັດລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ ໄດ້ເພີ່ມທະວີສົງຄາມຮຸກຮານປະເທດເຮົາ ຂຶ້ນສູ່ລະດັບສູງ ໂດຍໃຊ້​ເຮືອບິນຖິ້ມລະ​ເບີດທໍາລາຍເຂດປົດປ່ອຍ ສົມທົບກັບການເປີດບັ້ນຮົບຍຸດ​ທະ​ສາດ​ຫຼາຍ​ແຫ່ງ​ເຊັ່ນ: “ສາມສອນ”; “ສອນໄຊ”; “ກູ້ກຽດ ”; “ລາມເຊີນ 719” ​​ແລະ ອື່ນໆ ​ຊຶ່ງ​ໄດ້​ກາຍ​ເປັນສົງຄາມພິເສດ ແລະ ສົງຄາມພິເສດເພີ່ມທະວີຂອງຈັກກະພັດ ເຂົ້າເຂດປົດປ່ອຍ.

ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ປະທານ ໄກສອນ ພົມວິຫານ ​​ແລະ​ ສູນ​ກາງ​ພັກ​ເຮົາເດັດດ່ຽວ ນໍາພາການຕໍ່ສູ້ທັບມ້າງທຸກການບຸກໂຈມຕີ ແລະ ບຽດຢຶດຂອງສັດຕູ​ເຂົ້າ​ເຂດ​ປົດ​ປ່ອຍ, ໄດ້​ມີແນວ​ຄິດ​ຊິ້ນໍາ​ກ່ຽວ​ກັບການ​ກໍ່ສ້າງເຂດປົດປ່ອຍ​ໃຫ້​ເປັນລັດໜຶ່ງ,​ ທີ່​ເຂັ້ມ​ແຂງ ​ແລະ ສ້າງ​ຕັ້ງ​ເມືອງ​ວຽງ​ໄຊເປັນ​ແນວ​ຫຼັງ​ອັນ​ແໜ້ນ​ແກ່ນ​ຂອງ​ການ​ປະຕິວັດ​, ​ເນື້ອ​ໃນ​ຕົ້ນຕໍ​ແ​ມ່ນສຸມ​ໃສ່:

+ ​ຍູ້​ແຮງ​ການ​ຕໍ່ສູ້​ທາງ​ການ​​ເມືອງ​ ແລະ ການທະຫານ, ຂະຫຍາຍກໍາລັງ​ປະຕິວັດ​, ກໍ່ສ້າງຮາກ​ຖານ ການ​ເມືອງ ​ຢູ່​ໃນ​ເຂດປົດ​ປ່ອຍ​, ປັບປຸງກໍາລັງ​ປະກອບ​ອາວຸດ; ສົມທົບການ​ຕໍ່ສູ້​ດ້ວຍ​ກໍາລັງ​ອາວຸດ ກັບ​ການ​ຕໍ່ສູ້ທາງ​ດ້ານ​ການ​ເມືອງ ແລະ ສົມທົບ​ການ​ຕໍ່ສູ້​ປິດ​ລັບ ກັບ​ການ​ຕໍ່ສູ້​ເປີດ​ເຜີຍຖືກ​ກົດໝາຍ; ທັງ​ຕີ, ທັງ​ໜູນ​ໜີບ, ທັງ​ເຈລະຈາຢ່າງມີ​ໄຫວ​ພິບ; ສົມທົບຢ່າງ​ແໜ້ນ​ແຟ້ນ ກໍາລັງ​ແຮງ​ສັງ​ລວມຂອງ​ຊາດ ກັບ​ການ​ຮ່ວມ​ສໍາພັນ​ສູ້​ຮົບ​ລາວ-ຫວຽດນາມ-ກໍ​ປູ​ເຈຍ, ຍາດ​ແຍ່ງ​ຄວາມ​ເປັນ​ໃຈ, ສະໜັບສະໜູນ ​ແລະ ການ​ຊ່ວຍ​ເຫຼືອ​ຈາກ​ສາກົນ ຢ່າງ​ກວ້າງ​ຂວາງ.

+ ອອກ​ແຮງ​ກໍ່ສ້າງ ​ແລະ ປັບປຸງ​ຖານ​ທີ່​ໝັ້ນ ​ແຂວງຫົວພັນ,​​ ສຸມ​ສ້າງ​ເມືອງ​ວຽງ​ໄຊ ​ໃຫ້ເປັນ​ສູນ​ກາງ​ທາງ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ-ສັງ​ຄົມ, ເປັນ​ສູນ​ກາງກໍາລັງ​ປະກອບ​ອາວຸດ, ຍຸດ​ທະ​ສາດ, ຍຸດ​ໂທ​ບາຍ​ ແລະ ຍຸດ​ໂທ​ປະ​ກອນ; ​ສ້າງ​ອຳນາດ​ການ​ປົກຄອງ​ປະຕິວັດ​ແບບ​ໃໝ່ ໂດຍ​ຖື​ເອົາ​ອົງ​ການ​ແນວ​ໂຮມ​ແຫ່ງຊ​າດ ທີ່ມີ​ສາຍ​ໃຍ​ການ​ຈັດ​ຕັ້ງ​ແຕ່ຂັ້ນ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່​ນ ນັ້ນເປັນ​​ຄັນ​ທຸງ​ນຳ​ໜ້າ​ປົກປັກຮັກສາ ແລະ ເປີດກວ້າງເຂດປົດປ່ອຍເທື່ອລະກ້າວ.

+ ​ປະ​ຕິ​ບັດແນວທາງ​ສົງຄາມ​ປະຊາຊົນ​ຂອງ​ພັກ ​​ໂດຍໄດ້ກໍານົດແຜນ​ນະ​ໂຍບາຍ ​ເພີ່ມ​ທະວີ​ກໍາ​ລັງ​ປະຕິວັດ​ໃນ​ທຸກ​ດ້ານ, ​ເປີດ​ກວ້າງ​ແນວ​ໂຮມ​ເອກະ​ພາບ​ແຫ່ງ​ຊາດ, ປຸກລະດົມ ​ແລະ ເຕົ້າ​ໂຮມ​ສາ​ມັກ​ຄີ​ກັນ​ຢ່າງກວ້າງ​ຂວາງ ເຂົ້າ​ໃນ​ແນວ​ໂຮມ​ກູ້​ຊາດ ໂດຍ​ບໍ່ຈຳ​ແນກ​ຜູ້​ທຸກ, ຜູ້​ຮັ່ງ, ທັດ​ສະ​ນະ​ການ​ເມືອງ, ສາ​ສະ​ໜາ, ເຜົ່າ​ຊົນ, ຊັ້ນ​ຄົນ​ຕ່າງໆ ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ; ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນ ​ພ້ອມ​ກັນເດັດ​ດ່ຽວ​ຕໍ່​ສູ້​ອັນ​ລະ​ອິດ​ລະ​ອ້ຽວ, ຍືດ​ເຍື້ອ​ຍາວ​ນານ, ບໍ່​ຢ້ານ​​ຕໍ່​ສັດ​ຕູ​ຜູ້​ຮຸກ​ຮານ, ​ຜ່ານ​ຜ່າ​ທຸກ​ຂໍ້​ຫຍຸ້ງ​ຍາກ​​ນາໆ​ປະ​ການ.

+ ສ້າງ​ເສດຖະກິດ​ ເປັນ​ພື້ນຖານ​ແຫ່ງ​ຄວາມ​ຢູ່​ດີ​ກິນ​ດີ​ຂອງ​ປະຊາຊົນ, ສູນ​ກາງ​ພັກ ໄດ້ວາງ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ ​ເປັນ​ຕົ້ນ ກຳ​ມະ​ກອນ ຕ້ອງ​ຮັບ​ປະ​ກັນ​ໃຫ້​ມີ​ວຽກ​ເຮັດ​ງານ​ທຳ ແລະ ໄດ້​ຮັບ​ການ​​​ເບິ່ງ​ແຍງ​ເປັນ​ຢ່າງ​ດີ; ຊາວ​ໄຮ່​ນາ ຕ້ອງ​ມີ​ດິນ​ໄຮ່​ດິນ​ນາ ເພື່ອ​ຂະ​ຫຍາຍ​ກະ​ສິ​ກຳ ແລະ ມີ​ຢູ່​ມີ​ກິນ; ຊາວ​ຜູ້​ອອກ​ແຮງ​ງານ​ດ້ວຍ​ມັນ​ສະ​ໝອງ ຕ້ອງ​ນຳ​ໃຊ້​ໃຫ້​ສົມ​ກຽດ ແລະ ຂະ​ຫຍາຍ​ຄວາມ​ຮູ້​ຄວາມ​ສາ​ມາດ; ​ສົ່ງ​ເສີມ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ-ການ​ຄ້າ; ຕ້ອງ​ມີ​ນະ​ໂຍ​ບາຍ​ອັນ​ເໝາະ​ສົມ ຕໍ່ຜູ້​ຊົງ​ຄຸນ​ວຸດ​ທິ​ທີ່​ຮັກ​ຊາດ ​ແລະ ຊັ້ນ​ຄົນຕ່າງໆ.

+ ປຸກລະດົມຂະບວນການຕໍ່ສູ້ການເມືອງ ແລະ ດໍາເນີນສົງຄາມກອງຫຼອນຢູ່ເຂດກວດກາຂອງສັດຕູ, ເຮັດໃຫ້ພວກເຂົາຕ້ອງປະເຊີນໜ້າກັບສອງສະໜາມຮົບຄື: ສະໜາມຮົບແນວໜ້າ ແລະ ສະໜາມຮົບແນວຫຼັງ; ສົມທົບຢ່າງແໜ້ນແຟ້ນ ການຕໍ່ສູ້ທາງດ້ານການທະຫານກັບການຕໍ່ສູ້ທາງດ້ານການເມືອງທັງສູ້ຮົບ, ທັງອອກແຮງກໍ່ສ້າງ ແລະ ເສີມຂະຫຍາຍທຸກປັດໄຈຂອງໄຊຊະນະ, ເສີມຂະຫຍາຍກໍາລັງແຮງຕໍ່ສູ້ຂອງຊາດເຮົາຢ່າງສຸດຂີດກັບ​ການສົມທົບກໍາລັງແຮງ​ໃນການຮ່ວມສໍາພັນສູ້ຮົບກັບຫວຽດນາມ ແລະ ກໍາປູເຈຍອ້າຍນ້ອງ, ຍາດແຍ່ງຄວາມສາມັກຄີ ແລະ ການຊ່ວຍເຫຼືອຂອງສາກົນ.

ພັກເຮົາສາມາດນໍາພາການຕໍ່ສູ້ຜາບແພ້ສົງຄາມພິເສດ ແລະ ສົງຄາມພິເສດເພີ່ມທະວີຂອງຈັກກະພັດ, ບັງຄັບໃຫ້ພວກເຂົາຕ້ອງຍອມເຊັນສັນຍາວຽງຈັນ ວ່າດ້ວຍການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດຢູ່ລາວ ໃນວັນທີ 21 ກຸມພາ ປີ 1973 ຊຶ່ງພາໄປເຖິງການສ້າງຕັ້ງລັດຖະບານປະສົມຊົ່ວຄາວແຫ່ງຊາດຄັ້ງທີ່ III ແລະ ຄະນະມົນຕີປະສົມການ ເມືອງແຫ່ງຊາດ, ເຮັດໃຫ້ສອງນະຄອນວຽງຈັນ ແລະ ຫຼວງພະບາງ ເປັນກາງຕາມລະບຽບການພິເສດ, ສ້າງເງື່ອນໄຂພື້ນຖານໃຫ້ການປະຕິວັດຊາດ ປະຊາທິປະໄຕ ຢູ່ປະເທດເຮົາ ກ້າວຂຶ້ນຍາດເອົາໄຊຊະນະສົມບູນ, ພ້ອມກັນນັ້ນ ກໍເປັນຂີດໝາຍແຫ່ງການປະລາໄຊຍຸດທະສາດຄັ້ງທີ III ຂອງພວກລ່າເມືອງຂຶ້ນແບບໃໝ່ຢູ່ລາວ.

​ເມື່ອສະພາວະການປະຕິວັດ ໂດຍກົງຢູ່ປະເທດເຮົາທີ່ໄດ້ກ້າວສູ່ຈຸດສຸກງອມ ໂດຍກໍາກາລະໂອກາດພັນປີມີເທື່ອໜຶ່ງ ພັກເຮົາໄດ້ຕົກລົງໂມ່ງບາດຄ້ອນອັນຕັດສິນໃສ່ສັດຕູ, ຍາດໄດ້ໄຊຊະນະອັນສົມບູນມາໃຫ້ການປະຕິວັດ ແລະ ປະເທດຊາດ ດ້ວຍສາມບາດຄ້ອນຍຸດທະສາດຄື: ການລຸກຮືຂຶ້ນຂອງມະຫາຊົນ, ການໜູນໜີບຢ່າງແຂງແຮງຈາກກໍາລັງປະກອບອາວຸດປະຕິວັດ ​ແລະ ການລຸກຮືຂຶ້ນແຍກຕົວ ຂອງກອງທະຫານຝ່າຍວຽງຈັນ, ພັກເຮົາໄດ້ນໍາພາກອງທັບ ແລະ ປະຊາຊົນໃນທົ່ວປະເທດທັບມ້າງກໍາລັງ ແລະ ກົງຈັກປະຕິການທັງໝົດ, ຍາດເອົາອໍານາດການປົກຄອງມາສູ່ກໍາມືປະຊາຊົນຢ່າງໄວວາແບບ “ບົວບໍ່ຊໍ້ານໍ້າບໍ່ຂຸ່ນແຕ່ຫາກຈັບປາໄດ້ທັງໝົດ”.

ວັນທີ 2 ທັນວາ ປີ 1975 ກອງປະຊຸມໃຫຍ່ຜູ້ແທນປະຊາຊົນທົ່ວປະເທດທີ່ໄຂຂຶ້ນຢູ່ນະຄອນຫຼວງວຽງຈັນ. ໄດ້ເປັນເອກະສັນກັນ ຜ່ານມະຕິປະຫວັດສາດຄື: ລົບລ້າງລະບອບລາຊາທິປະໄຕຢ່າງສິ້ນເຊີງ, ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງແມ່ນລັດຂອງປະຊາຊົນໂດຍປະຊາຊົນ ແລະ ເພື່ອປະຊາຊົນຢ່າງສະຫງ່າຜ່າເຜີຍ.

ໄຊຊະນະປະຫວັດຍິ່ງໃຫຍ່ດັ່ງກ່າວ ເປັນຂີດໝາຍແຫ່ງການສໍາເລັດການປະຕິວັດ ປົດປ່ອຍຊາດຢ່າງສົມບູນ ແລະ ເປີດສາກໃຫ້ແກ່ໄລຍະໃໝ່ຂອງການປະຕິວັດ, ໄລຍະທີ່ປະຊາຊົນເຮົາເປັນເຈົ້າປະເທດຊາດ, ເປັນເຈົ້າຊາຕະກໍາຂອງຕົນຢ່າງແທ້ຈິງ ແລະ ກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ ຢ່າງສະຫງ່າລາສີ, ນັ້ນເປັນການປະລາໄຊທາງຍຸດທະສາດຄັ້ງທີ IV ແລະ ເປັນການປະລາໄຊຢ່າງສິ້ນເຊີງ ຂອງພວກລ່າເມືອງຂຶ້ນແບບໃໝ່ຢູ່ປະເທດເຮົາ.

ບັນ​ດາສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ !
ການຈັດຕັ້ງງານສະເຫຼີມສະຫຼອງເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວຄົບຮອບ 50 ປີ ຂອງພວກເຮົາພໍດີກັບບັນຍາກາດສະເຫຼີມສະຫຼອງ ສປປລາວ ມີ​ອາຍຸຄົບຮອບ 43 ປີ, ການລະນຶກວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 98 ປີ.

ຕະຫຼອດໄລຍະປະຫວັດສາດດັ່ງກ່າວ, ​ພວກ​ເຮົາ ສຸດທີ່ມີ​ຄວາມ​ເອກອ້າງ​ທະ​ນົງ​ໃຈ ທີ່​ເຫັນ​ວ່າພາຍ​ໃຕ້ການ​ນຳ​ພາຂອງ​ພັກ, ຖັນ​ແຖວພະນັກງານ, ທະຫານ, ຕຳ ຫຼວດ ​ແລະປະຊາຊົນ​ລາວ​ບັນດາ​ເຜົ່າ ​ໄດ້​ເສີມ​ຂະຫຍາຍ​ມູນ​ເຊື້ອຮັກ​ຊາດ​ອັນ​ດູດ​ດື່ມ, ຕໍ່ສູ້​ພິລາດ​ອາດ​ຫານ​ບໍ່​ຍອມ​ຈຳນນົນ, ມູນ​ເຊື້ອ​ອອກ​ແຮງ​ງານດຸໝັ່ນຂະຫຍັນພຽນ, ຍາກ​ປານ​ໃດກໍ​ບຸ​ກ, ທຸກ​ປານ​ໃດ ກໍຜ່ານຜ່າ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຂອງພວກເຮົາໃນປັດຈຸບັນ, ປະ​ເທດ​ຊາດ​ຂອງ​ພວກ​ເຮົາ​ໄດ້​ມີ​ການ​ປ່ຽນແປງ​ໃໝ່ໃນ​ຫຼາຍດ້ານ, ຮັບປະກັນຄວາມໝັ້ນຄົງຂອງຊາດ ແລະ ຄວາມ ສະຫງົບປອດໄພ ໃນທົ່ວສັງຄົມ; ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ ທັງ​ດ້ານ​ວັດຖຸ ​ແລະ ຈິດໃຈ, ອິດ​ທິພົນບົດບາດ​ຂອງ ສປປ ລາວ ນັບ​ມື້​ນັບ​ພົ້ນເດັ່ນ​ຂຶ້ນ ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ.

ໃນພິທີສະເຫຼີມສະຫຼອງອັນຄຶກຂຶມນີ້, ຕາງໜ້າສູນກາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍສັນລະເສີນ ບັນດາສະຫາຍສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ຕະຫຼອດເຖິງພີ່ນ້ອງຊາວລາວຢູ່ຕ່າງປະເທດ ທີ່​ໄດ້ປະກອບສ່ວນເຂົ້າໃນພາລະກິດລວມຂອງຊາດດັ່ງທີ່ກ່າວມານັ້ນຢ່າງສຸດອົກສຸດໃຈ.​ (ຊົມ​ເຊີຍ)!

ຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ແລະ ຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ມາຍັງບັນດາປະເທດອ້າຍນ້ອງເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອພາລະ ກິດການປະຕິວັດ ຂອງພວກເຮົາຕະຫຼອດມາ ​(ຂໍຊົມ​ເຊີຍ).

ບັນ​ດາສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ !
ເມື່ອທົບທວນຫວນຄືນປະຫວັດສາດແຫ່ງການກໍ່ຕັ້ງ ແລະ ປົກປັກຮັກສາປະເທດຊາດເປັນເວລາພັນປີຂອງຊາດລາວເຮົາ​ເວົ້າລວມ, ​ເວົ້າ​ສະ​ເພາະເມືອງວຽງໄຊ-ຖານທີ່ໝັ້ນ ຂອງການປະຕິວັດລາວຄົບ ຮອບ 50 ປີ​ ຍິ່ງພິສູດໃຫ້ພວກເຮົາເຫັນແຈ້ງວ່າ ບໍ່ມີຍຸກໃດ, ສະໄໝໃດ ທີ່ປະເທດຊາດຂອງພວກເຮົາໄດ້ຮັບເອກະລາດ, ປະຊາຊົນ ມີສິດເສລີພາບ, ມີປະຊາທິປະໄຕ ແລະ ໄດ້ຮັບການພັດທະນາ ຈະເລີນຮຸ່ງເຮືອງເທົ່າກັບຍຸກສະໄໝທີ່ມີພັກ ປະຊາຊົນປະຕິວັດລາວ ເປັນຜູ້ຈັດຕັ້ງ ແລະ ນໍາພາລະກິດການປະຕິວັດປະເທດເຮົາ.

​ໃນ​ການ​ນຳພາ ​ແລະ ພາລະກິດ​ປະຕິວັດ ພັກ​ໄດ້ກຳ​ແໜ້ນ​ທິດ​ສະ​ດີ​ປະຕິວັດ, ​ເປັນ​ຕົ້ນ​ການວາງ​ແນວ​ທາງ​ຍຸດ​ທະ​ສາດ​, ຍຸດ​ໂທ​ບາຍຢ່າງ​ຖືກຕ້ອງ, ປະດິດ​ສ້າງສອດ​ຄ່ອງ​ກັບ​ເງື່ອນ​ໄຂ, ສະພາບ​ການ​ຕົວ​ຈິງ​ໃນ​ແຕ່​ລະ​ໄລ​ຍະ, ມີການສົມທົບ​ບັນດາ​ຮູບ​ການ​ຕໍ່​ສູ້ຢ່າງມີ​ໄຫວ​ພິບ; ພັກໄດ້ເອົາໃຈໃສ່ຢ່າງຈົດຈໍ່ຕໍ່ການສຶກສາອົບຮົມ, ເສີມຂະຫຍາຍມູນເຊື້ອຮັກຊາດ, ດຸໝັ່ນຂະຫຍັນ​ໝັ່ນ​ພຽນ, ຄວາມສາມັກຄີຂອງປະຊາຊົນ, ເສີມ​ຂະຫຍາຍ​ທຸກ​ກຳລັງ​ແຮງບົ່ມ​ຊ້ອນພາຍ​ໃນ ​ແລະ ຮ່ວມ​ສຳ​ພັນ​ສູ້​ຮົບ ​ກັບ​ປະຊາຊົນຫວຽດນາມ ອ້າຍ​ນ້ອງ, ພ້ອມ​ທັງຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນ ຊ່ວຍ​ເຫຼືອຈາກ​ເພື່ອນ​ມິດ​ໃນ​ໂລກ, ເຮັດໃຫ້ການປະຕິວັດຊາດປະຊາທິປະໄຕ ເມື່ອກ່ອນໄດ້ຮັບໄຊຊະນະໃຫ່ຍຕໍ່ເນື່ອງ, ກ້າວ​ຂຶ້ນ​ຍາດ​ເອົາ​ໄຊຊະນະ​ຢ່າງ​ສົມບູນ.

ໄຊຊະນະຂອງການປະຕິວັດ ​ເຮົາຕິດພັນ​ແໜ້ນ ກັບເມືອງ​ວຽງ​ໄຊ ປິຕຸພູມທີ່​ລື​ຊື່​ແຫ່ງ​ນີ້ ​ເຊຶ່ງເປັນຖານທີ່ໝັ້ນອັນ​ແຂງ​ແກ່ນ ຂອງ​ການ​ປະຕິວັດ​ລາວສະ​ແດງອອກຢ່າງລວມສູນຄື: ເປັນບ່ອນປະຈໍາການຂອງສູນກາງພັກເຮົາ​ໃນ​ການວາງແນວທາງປົດປ່ອຍຊາດ; ​ເປັນ​ບ່ອນ​ບັນຊາ-ຊີ້​ນໍາ ​ການ​ຕໍ່ສູ້​ທັບ​ມ້າງບັນດາ​ຍຸດ​ທະ​ສາດສົງ​ຄາມ​ຮຸກ​ຮານ​ລາວ​ ຂອງ​ຈັກກະ​ພັດ​ລ່າ​ເມືອງ​ຂຶ້ນ​ແບ​ບ​ໃໝ່; ​ເປັນ​ບ່ອນສ້າງໃຫ້ເປັນລັດໜຶ່ງ, ຖານທີ່ໜັ້ນຂອງການປະຕິວັດລາວ ຕົ້ນ​ກຳ​ເນີ​ດລະບອບ​ປະຊາທິປະ​ໄຕ ​ປະຊາຊົນ​ຢູ່​ປະ​ເທດ​ເຮົາ; ​​ດິນ​ແດນ​ສັນຍາ​ລັກ​ແຫ່ງ​ອິດສະຫຼະພາບ, ດິນແດນແຫ່ງການເຕົ້າ​ໂຮມ​ຄວາມ​ສາມັກຄີ​ ປອງ​ດອງຊາດ;​​ດິນແດນວິລະຊົນ, ເປັນບ່ອນກໍ່ຕັ້ງ​ເຫດການ​ເມືອງ​ທີ່​ສຳຄັນ​ຂອງ​ກຳລັງປະຕິວັດ, ​ເປັນບ່ອນ​ຊຸບ​ຫຼໍ່​ພະນັກງານ​ການ​ນຳ​ຂັ້ນ​ຕ່າງໆ ​ແລະ ພະນັກງານ​ຂອງ​ພັກ-ລັດ ບໍ່​ຈັກ​ວ່າ​ເທົ່າ​ໃດ, ​ເປັນບ່ອນຊີ້ນໍາ-ບັນຊາ ທົ່ວປະເທດປະຕິບັດ 3 ບາດຄ້ອນຍຸດທະສາດ ແລະ ເປັນບໍ່ເກີດຂອງສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນລາວ.

ປັດຈຸບັນ ​ເມືອງ​ວຽງ​ໄຊ​ໄດ້ກາຍເປັນ​ມໍລະດົກອັນ​ລໍ້າ​ຄ່າ​ທາງປະຫວັດສາດ ​ແລະ ທໍາ​ມະ​ຊາດ​ຂອງ​ປະ​ເທດ​ເຮົາ, ນີ້​ຄື​ຄວາມ​ເອກອ້າງ​ທະ​ນົງ​ໃຈ ແລະ ກຽດສັກ​ສີອັນ​ສູງ​ສົ່ງ ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າ​ ໃນ​ທົ່ວ​ປະ​ເທດ ກໍຄື​ຊາວເມືອງ​ວຽງ​ໄຊ, ແຂວງ​ຫົວພັນວິລະ​ຊົນ ​ທີ່​ພວກ​ເຮົາ​ຈະຕ້ອງ​ໄດ້​ຈົດ​ຈໍາ, ຈາລຶກ​ໄວ້ ​ແລະ ສືບ​ທອດ​ໃຫ້​ຄົນ​ລຸ້ນຕໍ່​ໄປ.

ບັນ​ດາສະຫາຍ ​ແລະ ​ເພື່ອນ​ມິດ​ທີ່​ຮັກ​ແພງ​ທັງຫຼາຍ!
ເພື່ອ​ພັດ​ທະ​ນາປະ​ເທດ​ຊາດຂອງ​ພວກ​ເຮົາ ສູ່​ຈຸດໝາຍ​ທີ່​ວາງ​ໄວ້ ​ແລະ ​ຮອດ​ປີ 2020 ໃຫ້ຫຼຸດ​ພົ້ນ​ອອກ​ຈາກສະຖານະພາບ​ປະ​ເທດ​ດ້ອຍ​ພັດທະນາ ແລະ ກ້າວ​ໄປ​ສູ່​ປ​ະເທດກຳລັງ​ພັດທະນາ ຕາມ​ຈຸດໝາຍ​ປາຍທາງ​ທີ່ພັກ ແລະ ລັດພວກເຮົ​າກຳນົດ​ໄວ້, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ​​ພະນັກງານ, ສະມາຊິກ​ພັກ, ນາຍ ​ແລະ ພົນທະຫານ, ນາຍ ​ແລະ ພົນ​ຕຳຫຼວດ, ນັກຮຽນ​ຮູ້​ປັນຍາ​ຊົນ, ຜູ້​ຊົງ​ຄຸນ​ວຸດ​ທິ, ນັກທຸລະກິດທຸກ​ທົ່ວ​ໜ້າ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ ​ໃນ​ທົ່ວ​ປະ​ເທດ ກໍ​ຄື​ພີ່ນ້ອງ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງປະ​ເທດ ​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ຄວາມ​ສາມັກຄີ​ປອງ​ດອງ ​ເ​ປັນ​ຈິດ​ໜຶ່ງ​ໃຈ​ດຽວກັນ, ພ້ອມກັນສືບ​ທອດ ​ແລະ ເສີມ​ຂະຫຍາຍມູນ​ເຊື້ອ​ຮັກ​ຊາດອັນ​ດູດ​ດື່ມ, ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຂະ​ບວນການ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ ​ໃຫ້​ຟົດ​ຟື້ນ ແລະ ຕໍ່​ເນື່ອງ; ພວກເຮົາຕ້ອງ​ເດັດດ່ຽວຍຶດໝັ້ນ ຄຳຂວັນກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກວາງອອກ ຄື: “ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ, ເພີ່ມທະວີມະຫາສາມັກຄີທົ່ວປວງຊົນທັງຊາດ, ຍຶດໝັ້ນ ແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການ, ປົກປັກຮັກ ແລະ ພັດທະນາປະເທດຕາມທິດຍືນຍົງ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ”.

ຕັ້ງໜ້າພັດທະນາບັນດາແຂວງ ໃນທົ່ວປະເທດ ໃຫ້ເສດຖະກິດຂະຫຍາຍຕົວ, ແຂງແຮງ ແລະ ໜັກແໜ້ນ; ເພີ່ມທະວີວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດ.

ເພີ່ມທະວີວຽກງານກໍ່ສ້າງພັກ-ພະນັກງານ ຕາມ​ທິດ​ສ້າງ​ພັກເຂັ້ມແຂງ ແລະ ໜັກແໜ້ນ ໂດຍຕິດພັນກັບການປັບປຸງປົວແປງທົ່ວພັກ, ແກ້ໄຂຈຸດອ່ອນ, ຂໍ້ຄົງຄ້າງ, ທັງຮັບປະກັນໃຫ້ແກ່ການກະກຽມ​ດຳ​ເນີນກອງປະຊຸມໃຫຍ່ 3 ຂັ້ນທີ່ຈະມາເຖິງນີ້.

ຕັ້ງໜ້າຂຸດຄົ້ນ ແລະ ເສີມຂະຫຍາຍກຳລັງແຮງສັງລວມ ຂອງທົ່ວປວງຊົນທັງຊາດ, ​ເປັນ​ເຈົ້າ​ການປະຕິບັດວຽກງານການຕ່າງປະເທດ ແລະ ປະກອບສ່ວນຢ່າງສົມກຽດ ຂອງ​ຕົ້ນ​ເຂົ້າໃນການພາລະກິດລວມຂອງສາກົນ ເພື່ອສັນຕິພາບ, ມິດຕະພາບ ແລະ ການຮ່ວມມື​ເພື່ອ​ການພັດທະນາ.
ໃນເວລານາທີອັນມີຄວາມໝາຍສຳຄັນນີ້, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍອວຍພອນບັນດາສະຫາຍ​ເພື່ອນ​ມິດ ​ແລະ ​ແຂກທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລານາໄມສົມບູນ, ປະສົບຜົນສໍາເລັດໃນໜ້າທີ່ການງານຂອງຕົນທຸກປະການ.

ອວຍພອນມາຍັງມວນຊົນຊາວເມືອງວຽງໄຊວິລະ​ຊົນ, ຊາວແຂວງຫົວພັນວິລະ​ຊົນ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບເຂັ້ມແຂງ ພ້ອມກັນສູ້​ຊົນສ້າງສາພັດທະນາເມືອງວຽງໄຊ, ແຂວງຫົວພັນ ກໍຄືທົ່ວປະເທດ ໃຫ້ຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນໄປ.

ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໝັ້ນຍືນ!
ພັກປະຊາຊົນປະຕິວັດລາວ ຜູ້ທີ່ມີກຽດສະຫງ່າ ໝັ້ນຍືນ! 

ຂໍ​ຂອບ​ໃຈຂໍ້ມູນຈາກ: ຂປລ.

Comments