ສະເຫຼີມສະຫຼອງວັນສ້າງຕັ້ງເມືອງ ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ ຢ່າງຍິ່ງໃຫຍ່

ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ (ວັນທີ 30 ພະຈິກ 1968 ຫາວັນທີ 30 ພະຈິກ 2018 ) ຈັດຂຶ້ນໃນຕອນແລງວັນທີ 30 ພະຈິກ 2018 ທີ່ສະ ໜາມຫຼວງເມືອງ ວຽງໄຊ.

 

ທ່ານ ພັນຄຳ ວິພາວັນ, ຜູ້ປະຈໍາການ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວຫນ້າຄະນະກຳມະການລະດັບຊາດເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ ລາຍງານວ່າ: ການຈັດງານຄັ້ງນີ້ ເພື່ອຫວນຄືນເຖິງມູນເຊື້ອ, ຄວາມປີຊາສາມາດ, ຄວາມສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ ໃນການນຳພາການປະຕິວັດປົດປ່ອຍຊາດ, ໂຄສະນາສຶກສາອົບຮົມພະນັກງານສະມາຊິກພັກ, ນັກຮົບ, ປະຊາຊົນບັນດາເຜົ່າ ໂດຍສະເພາະຄົນຮຸ່ນຫຼັງໃຫ້ເຂົ້າໃຈຢ່າງຈະແຈ້ງ ແລະ ເລິກເຊິ່ງເຖິງເສັ້ນທາງກ້າວເດີນອັນລະອິດລະອ້ຽວຂອງການປະຕິວັດ ແລະ ຖືເອົາການສະເຫຼີມສະຫຼອງຄັ້ງນີ້ເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດນະໂຍບາຍຂອງພັກ ໂດຍສະເພາະມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກໃຫ້ປະກົດຜົນເປັນຈິງ.

ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ຂຶ້ນກ່າວສູນທອນພົດໃນພິທີ ໂດຍໄດ້ຍົກໃຫ້ເຫັນເຖິງປະຫວັດຄວາມເປັນມາຂອງຊາດລາວ ແລະ ການຕໍ່ສູ້ກູ້ຊາດຂອງປະຊາຊົນລາວບັນດາເຜົ່າ ຕ້ານການຮຸກຮານຂອງພວກຈັກກະພັດຕ່າງດ້າວຜູ້ຮຸກຮານ ພາຍໃຕ້ການນຳພາຂອງ ພັກປະຊາຊົນ ປະຕິວັດລາວ ທີ່ລະອີດລະອ້ຽວ, ຍືດເຍື້ອ ຍາວນານ ແລະ ທໍລະຫົດອົດທົນຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາເປັນ ສປປ.ລາວ ຢ່າງສະຫງ່າ ຜ່າເຜີຍໃນວັນທີ 2 ທັນວາປີ 1975.

ທ່ານ ບຸນຍັງ ວໍລະຈິດ ກ່າວຕື່ມວ່າ: ການສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງ ວຽງໄຊ ຖານທີ່ໝັ້ນ ຂອງ ການປະຕິວັດ ຄົບຮອບ 50 ປີ ພໍດີກັບບັນຍາກາດ ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 43 ປີ, ການລະນຶກວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 98 ປີ.

ເມື່ອທົບທວນຫວນຄືນປະຫວັດແຫ່ງ ການສ້າງຕັ້ງ ແລະ ປົກປັກຮັກສາປະເທດຊາດເປັນເວລາ ພັນປີຂອງຊາວລາວ ເວົ້າລວມ, ເວົ້າສະເພາະເມືອງ ວຽງໄຊ ຖານທີ່ໝັ້ນຂອງການປະຕິວັດ ຍິ່ງພິສູດໃຫ້ເຫັນແຈ້ງວ່າ ບໍ່ມີຍຸກໃດ ສະໄໝໃດທີ່ປະເທດຊາດ ຂອງພວກເຮົາໄດ້ຮັບເອກະລາດ, ປະຊາຊົນມີສິດເສລີ, ມີປະຊາທິປະໄຕ ແລະ ໄດ້ຮັບການພັດທະນາ ຈະເລີນຮຸ່ງເຮືອງເທົ່າກັບຍຸກສະໄໝ ທີ່ມີພັກປະຊາຊົນປະຕິ ວັດລາວ ເປັນຜູ້ຈັດຕັ້ງ ແລະ ນຳພາພາລະກິດການປະຕິວັດປະເທດເຮົາ.

ປັດຈຸບັນ ເມືອງ ວຽງໄຊ ໄດ້ກາຍເປັນມໍລະດົກອັນລໍ້າຄ່າທາງປະຫວັດສາດ ແລະ ທຳມະຊາດ ຂອງປະເທດເຮົາ, ນີ້ຄືຄວາມເອກອ້າງຂອງປະຊາຊົນ ລາວບັນເຜົ່າໃນທົ່ວປະເທດ ກໍຄື ຊາວເມືອງວຽງໄຊ, ແຂວງ ຫົວພັນ ວິລະຊົນທີ່ພວກເຮົາຈະຕ້ອງຈົດຈໍາ, ຈາລຶກໄວ້ ແລະ ສືບທອດໃຫ້ຄົນລຸ້ນຕໍ່ໄປ.

ທ່ານ ບຸນຍັງ ວໍລະຈິດ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ເມືອງວຽງໄຊ ເປັນເມືອງວິລະຊົນ.

ຂໍ້ມູນຈາກ:ວິທະຍຸກະຈາຍສຽງແຫ່ງຊາດ.

 

Comments