ພິທີສະເຫຼີມສະຫຼອງຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ

ມື້ນີ້ທາງທີມງານ ວາລະສານ TARGET ໄດ້ປະມວນພາບ ພິທີສະເຫຼີມສະຫຼອງວັນສ້າງຕັ້ງເມືອງວຽງໄຊ ແຂວງ ຫົວພັນ ຖານທີ່ໝັ້ນຂອງການປະຕິວັດ ຄົບຮອບ 50 ປີ (ວັນທີ 30 ພະຈິກ 1968 ຫາວັນທີ 30 ພະຈິກ 2018 ) ຈັດຂຶ້ນໃນຕອນແລງວັນທີ 30 ພະຈິກ 2018 ທີ່ສະ ໜາມຫຼວງເມືອງ ວຽງໄຊ ມາໃຫ້ບັນດາທ່ານໄດ້ຮັບຊົມ.

ທ່ານ ບຸນຍັງ ວໍລະຈິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ,ທ່ານ ພັນຄຳ ວິພາວັນ, ຜູ້ປະຈໍາການ, ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວຫນ້າຄະນະກຳມະການລະດັບຊາດເພື່ອກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງເມືອງວຽງໄຊ ຄົບຮອບ 50 ປີ , ພ້ອມດ້ວຍການນໍາພັກ-ລັດ, ບັນດາທ່ານອະດີດການນໍາພັກ-ລັດ,ສະພາແຫ່ງຊາດ,ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ປະຈໍາລາວ ແລະ ມວນຊົນຊາວແຂວງຫົວພັນ ເຂົ້າຮ່ວມນັບໝື່ນຄົນ.

 

ຂອບໃຈພາບຈາກເພສທ່ານ ສົມສະໜຸກ ມີໄຊ.

ນສພ ວຽງຈັນທາມ.

Comments