ການເມືອງ

ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ທັນວາ 2018

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນທັນວາ 2018 ໄດ້ດໍາເນີນລະຫວ່າງ 24 -25 ທັນວາ 2018, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາ ທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 6 ເອກະສານສໍາຄັນ ດັ່ງນີ້: 1. ບົດລາຍງານກ່ຽວກັບສະພາບພົ້ນເດັ່ນ ຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການສຳລັບປີ 2019. 2. ບົດລາຍງານການຕີລາຄາກ່ຽວກັບສະພາບການເຂົ້າຮ່ວມ, ລາຍງານ ແລະ ຕອບຄຳຊັກຖາມຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII 3. ບົດລາຍງານກ່ຽວກັບການວາງແຜນ ແລະ ດໍາເນີນວຽກງານຟື້ນຟູຫຼັງໄພພິບັດໃນຂອບເຂດທົ່ວປະເທດປີ 2018. 4. ບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ15/ນຍ ແລະ ສະພາບການດຳເນີນທຸລະກິດໄມ້ຢູ່ ສປປ ລາວ. 5. ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2018 ...

Read More »

ນະຄອນຫຼວງວຽງຈັນ-ມົດສະກູ ລົງນາມບົດບັນທຶກການຮ່ວມມືລະຫວ່າງ ອົງຄະນະພັກ

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ­ຫວ່າງ ອົງ­ຄະ​ນະ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ອົງ­ຄະ​ນະ​ພັກ ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ຈັດ​ຂຶ້ນ​ວັນ​ທີ 21 ທັນ­ວາ 2018 ຢູ່​ຫ້ອງ​ວ່າ­ການ ນວ ໃນ​ໂອ­ກາດ​ທີ່​ຄະ­ນະ​ຜູ້​ແທນ​ອົງ­ຄະ​ນະ​ພັກ​ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ເດີນ­ທາງ​ມາ​ຢ້ຽມ­ຢາມ​ລາວ ວັນ​ທີ 17-22 ທັນ­ວາ 2018, ລົງ​ນາມ​ລະ­ຫວ່າງ​ທ່ານ ບຸນ​ທອງ ພົມ­ມະ­ຈັນ ຄະ­ນະ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ ນວ ແລະ ທ່ານ ປາ​ຣ​ໂຟ​ນົບ ເດ​ນິ​ສ ອັນ​ເດ​ເຢວິດ ຄະ­ນະ​ກຳ­ມະ­ການ​ຂັ້ນ​ສູນ​ກາງ­ຂອງ​ພັກ​ກອມ​ມູ​ນິດ​ຣັດ​ເຊຍ ຮອງ​ເລ­ຂາ​ອົງ­ຄະ​ນະ​ພັກ​ກອມ​ມູ​ນິດ​ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ຜູ້​ແທນ​ສະ­ພາ​ດູ​ມາ​ຂອງ​ສະ­ຫະ­ພັນ​ສາ­ທາ­ລະ­ນະ​ລັດ​ຣັດ​ເຊຍ ໂດຍ​ມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ. ອົງ­ຄະ​ນະ​ພັກ ​ສອງ​ນະ­ຄອນ­ຫຼວງ ຈະສືບ­ຕໍ່​ສາຍ​ພົວ­ພັນ​ກັນ ບົນ​ພື້ນ­ຖານ​ຫຼັກ­ການ​ມິດ­ຕະ­ພາບ ຄວາມ​ສາ­ມັກ­ຄີ ຄວາມ​ສະ­ເໝີ­ພາບ ການ​ເຄົາ­ລົບ​ເຊິ່ງ​ກັນ ແລະ ກັນ ເພື່ອ​ເປົ້າ​ໝາຍ​ໃນ​ການ​ຮັດ​ແໜ້ນ ເສີມ​ຂະ­ຫຍາຍ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ທີ່​ມີ​ມູນ­ເຊື້ອ​ລະ­ຫວ່າງ​ສອງ​ພັກ​ປະ­ຊາ­ຊົນ​ຂອງ​ສອງ​ຊາດ ລາວ-ຣັດ​ເຊຍ ກໍ​ຄື ລະ­ຫວ່າງ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ແລະ ...

Read More »

ທ່ານ ຈູມມາລີ ໄຊຍະສອນ ພົບປະໂອ້ລົມການນໍາ 4 ແຂວງພາກໃຕ້

ທ່ານ ຈູມມາລີ ໄຊຍະສອນ  ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະໂອ້ລົມການນໍາ 4 ແຂວງພາກໃຕ້ ຄື: ຈໍາປາສັກ, ສາລະວັນ, ອັດຕະປື ແລະ ເຊກອງ. ການພົບປະໂອ້ລົມຄັ້ງນີ້ ຈັດຂຶ້ນຢູ່ຫ້ອງວ່າການແຂວງຈໍາປາສັກ, ເຂົ້າຮ່ວມຮັບຟັງການໂອ້ລົມມີທ່ານ ປອ.ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້, ບັນດາທ່ານເລຂາ-ຮອງເລຂາພັກແຂວງ ຈໍາປາສັກ, ສາລະວັນ, ອັດຕະປື, ເຊກອງ ພ້ອມດ້ວຍການນໍາພະແນກການກົມກອງທີ່ກ່ຽວຂ້ອງອ້ອມຂ້າງແຂວງ, ການນໍາ 9 ເມືອງ ແລະ 1 ນະຄອນ ເຂົ້າຮ່ວມ. ທ່ານ ຈູມມາລີ ໄຊຍະສອນ ໄດ້ຮັບຟັງການລາຍງານສະພາບລວມທົ່ວໄປຂອງແຂວງຈໍາປາສັກ, ການພັດທະນາເສດຖະກິດ-ສັງຄົມ, ວຽກງານພັດທະນາຊົນນະບົດ ແລະ ວຽກງານພັກ-ພະນັກງານ ໂດຍຫຍໍ້ ເຊິ່ງລາຍງານໂດຍທ່ານ ປອ. ບຸນຖອງ ດີວິໄຊ ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ ຊຶ່ງໃນ 9 ...

Read More »

ນາຍົກລັດຖະມົນຕີ ອອກຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທຸລະກິດ

ຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ຫຼື ຄຂທ ແມ່ນໄດ້ຮັບການແຕ່ງຕັ້ງໂດຍ ທ່ານນາຍົກລັດຖະມົນຕີ ຕາມຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະກຳມະການຄວບຄຸມການແຂ່ງຂັນທາງທຸລະກິດ ສະບັບເລກທີ 67/ນຍ, ລົງວັນທີ 04 ຕຸລາ 2018. ຄຂທ ເປັນອົງການຄຸ້ມຄອງການຈັດຕັ້ງປະຕິບັດກົດໝາຍແຂ່ງຂັນທາງທຸລະກິດຂອງ ສປປລາວ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ແລະ ບັງຄັບໃຊ້ ກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ໃຫ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ນາຍົກລັດຖະມົນຕີຕົກລົງແຕ່ງຕັ້ງ ຄຂທ ໂດຍແຕ່ງຕັ້ງໃຫ້ ທ່ານ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນປະທານ ຄຂທ ແລະ ແຕ່ງຕັ້ງໃຫ້ ທ່ານ ຫົວໜ້າກົມຄຸມຄອງ, ພັດທະນາວິສາຫະກິດ ແລະ ປະກັນໄພ, ກະຊວງການເງິນ, ທ່ານ ຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ເປັນຮອງປະທານ ຄຂທ. ຄຂທ ປະຕິບັດສິດ ແລະ ໜ້າທີ່ຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 50 ຂອງກົດໝາຍວ່າດ້ວຍການແຂ່ງຂັນທາງທຸລະກິດ ສະບັບເລກທີ 60/ສພຊ, ລົງວັນທີ 14 ກໍລະກົດ 2015 ...

Read More »

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງ ສປນວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I (ສປນວ) ໄດ້ໄຂຂຶ້ນທີ່ສໍານັກງານຫ້ອງວ່າການປົກຄອງ ນະຄອນຫຼວງວຽງຈັນ (ນວ) ໂດຍການເປັນປະທານຂອງ ທ່ານ ອານຸພາບ ຕຸນາລົມ ປະທານ ສປນວ ເປັນກຽດເຂົ້າຮ່ວມມີ ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະນໍາພັກ-ລັດ ສະມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 ນວ ສະມາຊິກ ສປນວ ບັນດາຄະນະນໍາ ນວ ເມືອງ ພະແນກການອ້ອມຂ້າງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 4 ວັນ ເພື່ອຄົ້ນຄວ້າ ພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານ ຂອງ ນວ ຄື: ພິຈາລະນາ ແລະ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງ ນວ, ບົດລາຍງານຂອງອົງການກວດສອບແຫ່ງລັດປະຈໍາພາກກາງ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈໍາປີ 2018 ...

Read More »

ປະທານ ສນຊ ຕ້ອນຮັບຄະນະຜູ້ແທນສະມາຄົມ ພຸດທະສາສະໜາ ສປ ຈີນ

ທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ (ສນຊ) ໄດ້ຕ້ອນຮັບການເຂົ້າຢ້ຽມຢາມຂໍ່ານັບຂອງ ພຣະອາຈານໃຫຍ່ ອິນຊຸນ ຮອງປະທານສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ, ເຈົ້າອະທິການວັດ ຫົງຟ້າຊື ພ້ອມດ້ວຍຄະນະ, ໃນວັນທີ 24 ທັນວາ 2018 ທີ່ສູນກາງແນວລາວສ້າງຊາດ (ສນຊ). ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ພຣະອາຈານໃຫຍ່ ອິນຊຸນ ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມທະວີສາຍພົວພັນມິດຕະພາບ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະ ແມ່ນອົງການພຸດທະສາສະໜາສຳພັນລາວ ແລະ ສະມາຄົມພຸດທະສາສະໜາ ແຫ່ງ ສປ ຈີນ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ມີການຂະຫຍາຍຕົວຂຶ້ນເລື້ອຍໆ. ຂໍ້ມູນຈາກ:ຂປລ.

Read More »

ຄະນະຜູ້ແທນ ສັນຕິພາບຫວຽດນາມ ຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມຄຳເຊີນ ຂອງ ຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ຄະນະຜູ້ແທນຄະນະສັນຕິພາບ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງ ວັນທີ 24-28 ທັນວາ 2018. ໃນວັນທີ 24 ທັນວາ 2018, ຄະນະຜູ້ແທນສັນຕິພາບສອງຝ່າຍ ໄດ້ພົບປະທີ່ນະຄອນຫຼວງວຽງຈັນ, ເຊິ່ງຝ່າຍລາວ ນຳໂດຍ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ຮອງປະທານ ຄະນະສັນຕິພາບ ແລະ ສາມັກຄີ ຂອງ ລາວ ແລະ ຝ່າຍ ຫວຽດນາມ ນຳໂດຍ ສະຫາຍ ຟາມ ວັນເຈືອງ, ອະດີດຮອງຫົວໜ້າ ຄະນະພົວພັນຕ່າງປະເທດ ສູນກາງພັກ, ຮອງປະທານ ຄະນະສັນຕິພາບ ຫວຽດນາມ. ສອງຝ່າຍໄດ້ແຈ້ງສະພາບການພົ້ນເດັ່ນ ...

Read More »

ທ່ານເຈົ້າແຂວງຈຳປາສັກ ຕ້ອນຮັບຄະນະຜູ້ແທນ ພັກຄອມມູນິດ ສະຫະພັນຣັດເຊຍ

ໃນວັນທີ 18 ທັນວາ 2018 ຜ່ານມາ ທ່ານ ບຸນຖອງ ດີວິໄຊ ເລຂາພັກແຂວງ,ເຈົ້າແຂວງໆ ຈໍາປາສັກໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຢາມ ຂອງຄະນະຜູ້ແທນພັກຄອມມູນິດ ສະຫະພັນຣັດເຊຍນໍາໂດຍທ່ານ ປຣາບເຟນົບ ອັນດີວິສ ກໍາມະການສູນກາງພັກ ເລຂາອົງຄະນະພັກ ຄອມມູນິດ ສະຫະພັນຣັດເຊຍ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ. ຄຣິບຂ່າວ ທ່ານເຈົ້າແຂວງຈຳປາສັກຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນພັກຄັອມມູນິດຣັດເຊຍ ທ່ານເຈົ້າແຂວງຈຳປາສັກຕ້ອນຮັບການເຂົ້າຢ້ຽມຢາມຂອງຄະນະຜູ້ແທນພັກຄັອມມູນິດສະຫະພັນຣັດເຊຍທີ່ເຂົ້າມາຢ້ຽມຢາມ Posted by ສະຖານິໂທລະພາບແຂວງຈຳປາສັກ on Sunday, December 23, 2018 ຂອບໃຈຂໍ້ມູນຈາກ:ໂທລະພາບແຂວງຈໍາປາສັກ

Read More »

ເປີດສິລາລຶກອະນຸສອນສະຖານຖານທີ່ໝັ້ນການປະຕິວັດເຂດໃຕ້

ໃນວັນທີ 22 ທັນວານີ້ ທ່ານ ພັນຄໍາ ວິພາວັນ ຮອງປະທານປະເທດ ໄດ້ເປັນກຽດເປີດສິລາລຶກອະນຸສອນສະຖານຖານທີ່ຫມັ້ນຂອງການປະຕິວັດເຂດໃຕ້ ບ້ານ ອຸດົມໄຊ (ເຈັງເຫາະ) ເມືອງ ສະຫນາມໄຊ ແຂວງ ອັດຕະປື. ເປັນກຽດເຂົ້າຮ່ວມຍັງມີ ທ່ານ ຄຳໄຕ ສີພັນດອນ ອະດີດປະທານປະເທດ, ທ່ານ ຈູມມາລີ ໄຊຍະສອນ ອະດີດປະທານປະເທດ, ພົນເອກ ຈັນສະຫມອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ, ແລະ ທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື ພ້ອມດ້ວຍຕາງໜ້າອຳນາດການປົກຄອງກ່ຽວຂ້ອງ. ຖານທີ່ຫມັ້ນຂອງການປະຕິວັດເຂດໃຕ້ ບ້ານ ອຸດົມໄຊ (ເຈັງເຫາະ) ໄດ້ສ້າງຕັ້ງຂຶ້ນໃນເດືອນ ຕຸລາ 1948 ພາຍໃຕ້ການຊີ້ນຳ-ນຳພາຂອງອະດີດປະທານປະເທດ ຄຳໄຕ ສີພັນດອນ, ທ່ານ ບຸນ ພົມມະຫາໄຊ, ທ່ານ ແກ້ວ ດວງເສນາ ແລະ ນັກປະຕິວັດຜູ້ອື່ນໆ ເພື່ອສ້າງຖານທີ່ຫມັ້ນຂອງ ການປະຕິວັດ, ກໍ່ສ້າງຮາກຖານການເມືອງ ແລະ ຈັດຕັ້ງກຳລັງປະກອບອາວຸດຕໍ່ສູ້ຕ້ານຈັກກະພັດລ່າເມືອງຂຶ້ນແບບເກົ່າຝຣັ່ງຜູ້ຮຸກຮານເພື່ອກອບກູ້ເອກະລາດຂອງຊາດ, ອິດສະລະພາບ ເອກະລາດ ແລະ ...

Read More »

ຖ່າຍທອດສົດ ປິດກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII  ທີ່ໄດ້ດໍາເນີນມາແຕ່ວັນທີ 20 ພະຈິກ 2018 ໄດ້ປິດລົງຢ່າງເປັນທາງການໃນຕອນບ່າຍຂອງວັນທີ 21 ທັນວາ 2018  ພາຍໃຕ້ການເປັນປະທານຂອງທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ບຸນຍັງວໍລະຈິດ, ເລຂາທິກາານໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປລາວ ແລະ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍ ຄະນະລັດຖະມົນຕີຈາກແຕ່ລະກະຊວງ. 21-12-2018 Posted by ໂທລະພາບເເຫ່ງຊາດລາວ ທຊລ 1 on Thursday, December 20, 2018 ຂອບໃຈໂທລະພາບແຫ່ງຊາດ

Read More »