ທ່ານ ຄໍາໄຕ ສີພັນດອນ ໃຫ້ທິດຊີ້ນຳພະນັກງານຫຼັກແຫຼ່ງ ແຂວງຄຳມ່ວນ

ໃນວັນທີ 18 ທັນວາ 2018 ຜ່ານມານີ້, ທ່ານ ຄຳໄຕ ສີພັນດອນ ອະດີດປະທານພັກ, ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ພົບປະໂອ້ລົມ ໃຫ້ທິດຊີ້ນຳຕໍ່ຄະນະພັກ, ອຳນາດການ ປົກຄອງ ແຂວງຄຳມ່ວນ ໂດຍທ່ານໄດ້ເນັ້ນໃຫ້ເອົາໃຈໃສ່ສຳຄັນໃນຂົງເຂດວຽກງານ ປກຊ-ປກສ ໃຫ້ແຂງແຮງກວ່າເກົ່າ, ສຸມໃສ່ ແກ້ໄຂບັນດາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນ

ເປັນຕົ້ນ ບັນຫາຢາເສບຕິດ, ຂີ້ລັກ, ງັດແງະ ແລະ ອຸບັດເຫດ ເພື່ອສ້າງຄວາມ ເຊື່ອໝັ້ນ ແລະ ໄວ້ວາງໃຈໃນການດຳລົງຊີວິດຂອງປະຊາຊົນ ໄປພ້ອມໆ ກັບການວາງແຜນການຜະລິດເຂົ້ານາແຊງ, ປູກພືດລະດູແລ້ງໃຫ້ຫຼາຍຂຶ້ນ ເພື່ອທົດແທນຜົນເສຍຫາຍ ໂດຍສະເພາະ ບັນດາປັດໄຈການຜະລິດ, ຊົນລະປະທານ, ແນວພັນຕ່າງໆ ແລະ ພ້ອມກັນກະກຽມກອງປະຊຸມ 3 ຂັ້ນໃຫ້ມີປະສິດທິຜົນ ແລະ ບັນລຸຕາມຄາດໝາຍ.


ໂອກາດດຽວກັນ, ທ່ານ ໂອໄດ ສຸດາພອນ ເຈົ້າແຂວງຄຳມ່ວນ ກໍໄດ້ລາຍງານສະພາບການພັດທະນາເສດຖະກິດໂດຍລວມຂອງແຂວງ ເປັນຕົ້ນ ຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນທົ່ວແຂວງມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ດ້ານການລົງທຶນຂອງລັດ ໃນປີ 2018 ມີຈຳນວນໂຄງການ ທີ່ສະພາຮັບຮອງທັງໝົດ 310 ໂຄງການ ແລະ ໃນ 9 ເດືອນທີ່ຜ່ານມາສາມາດຈັດຕັ້ງປະຕິບັດໄດ້ 128 ໂຄງການ, ດ້ານການເກັບລາຍຮັບເຂົ້າງົບປະມານ ມີແຜນການເກັບລາຍຮັບທັງພູດຂອງສູນກາງ ແລະ ທ້ອງຖິ່ນ 689 ຕື້ກວ່າກີບ.

ມາຮອດກາງເດືອນທັນວາ 2018 ສາມາດປະຕິບັດໄດ້ 630 ຕື້ກີບ ເທົ່າກັບ 91,45% ຂອງແຜນການ.
ສ່ວນດ້ານກະສິກຳ ແຂວງຄຳມ່ວນ ກໍແມ່ນແຂວງໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເຊິ່ງໃນລະດູຝົນຜ່ານມາ ມີເນື້ອທີ່ນາຖືກຖ້ວມ 72 ພັນເຮັກຕາ, ໃນນີ້ເສຍຫາຍ 26 ພັນເຮັກຕາ ແລະ ເພື່ອທົດແທນຜົນເສຍຫາຍດັ່ງກ່າວ ທາງແຂວງໄດ້ສູ້ຊົນຜະລິດນາແຊງໃນເນື້ອທີ 10 ພັນເຮັກຕາ, ໄປພ້ອມໆກັບວຽກງານກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດ ຕິດພັນກັບການນໍາພາແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ປັດຈຸບັນໄດ້ສ້າງ ແລະ ປະກາດຄອບຄົວພັດທະນາໄດ້ແລ້ວ 71.310 ຄອບຄົວ ເທົ່າກັບ 91,3%, ຈຳນວນຄອບຄົວທຸກຍາກຍັງເຫຼືອ 638 ຄອບຄົວ ເທົ່າກັບ 0,84%, ບ້ານທຸກຍາກຍັງ 10 ບ້ານ ເທົ່າກັບ 1,44% ລວມເຖິງວຽກງານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ.

ຂອບໃຈແຫຼ່ງຂໍ້ມູນ.

Comments