ສະພາແຫ່ງຊາດ ວາງຄາດໝາຍສ້າງ ແລະ ປັບປຸງກົດໝາຍ 41 ສະບັບ ໃນປີ 2019-2020

ຄະນະປະຈໍາສະພາແຫ່ງຊາດ ໄດ້ວາງຄາດໝາຍໃນການສ້າງ ແລະ ປັບປຸງກົດໝາຍ ແຕ່ປີ 2019-2020 ທັງໝົດ 41 ສະບັບ. ໃນນີ້, ຂົງເຂດການປົກຄອງ ແລະ ຍຸຕິທໍາ 9 ສະບັບ, ຂົງ ເຂດເສດຖະກິດ 16 ສະບັບ, ຂົງເຂດວັດທະນະທຳ-ສັງຄົມ 13 ສະບັບ, ຂົງເຂດການຕ່າງປະເທດ 2 ສະບັບ ແລະ ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 1 ສະບັບ.

ຄາດໝາຍດັ່ງກ່າວ, ສະເໜີໂດຍ ທ່ານ ສາຍທອງ ແກ້ວດວງດີ ປະທານກໍາມາທິການກົດໝາຍ ໂດຍຕາງໜ້າຄະນະປະຈຳ ສະພາແຫ່ງຊາດ ຂຶ້ນສະເໜີຕໍ່ກອງປະຊຸມສະໄໝສາມັນ ເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018 ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ.

ສຳລັບແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳ ປີ 2019 ມີທັງໝົດ 23 ສະບັບ. ໃນນີ້, ກົດໝາຍສ້າງໃໝ່ 10 ສະບັບ ແລະ ປັບປຸງ 13 ສະບັບ, ເຊິ່ງຈະໄດ້ນຳສະເໜີ ເຂົ້າພິຈາລະນາຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທືອທີ 7 ຈໍານວນ 10 ສະບັບ ແລະ ເທື່ອທີ 8 ຈໍານວນ 13 ສະບັບ.

ສໍາລັບແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2020 ມີຈຳນວນ 18 ສະບັບ, ສ້າງໃໝ່ 11 ສະບັບ ແລະ ປັບປຸງ 7 ສະບັບ, ໂດຍຈະໄດ້ນຳສະເໜີ ພິຈາລະນາຮັບຮອງຢູ່ກອງປະຊຸມສະໄໝສາມັນ ເທືອທີ 9 ຈຳນວນ 9 ສະບັບ ແລະ ເທື່ອທີ 10 ຈຳນວນ 9 ສະບັບ.

ຂໍ້ມູນຈາກ: ຂປລ.

Comments