ເຄິ່ງສະໄໝສະພາແຫ່ງຊາດ ຮັບຮອງກົດໝາຍໄດ້ 63 ສະບັບໃນນັ້ນສ້າງໃໝ່ 27 ສະບັບ

ການເຄື່ອນໄຫວປະຕິບັດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ໃນໄລຍະເຄິ່ງສະໄໝຜ່ານມາ ໄດ້ມີຜົນສຳເລັດຫຼາຍດ້ານ ເປັນຕົ້ນ: ການປະຕິບັດແຜນສ້າງ ແລະ ປັບປຸງກົດໝາຍ, ເອົາໃຈໃສ່ພິຈາລະນາບັນຫາສຳຄັນຕ່າງໆ ຕາມພາລະບົດບາດຂອງຕົນ ກໍຄື ການຕົກລົງບັນຫາສຳຄັນພື້ນ ຖານຂອງປະເທດຊາດ, ການປະຕິບັດວຽກງານຕິດຕາມກວດກາ, ການສ້າງຄວາມເຂັ້ມແຂງໃຫ້ແກ່ສະພາແຫ່ງຊາດ, ລວມທັງການເຄື່ອນໄຫວວຽກງານຂອງ ຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ.


ທ່ານ ນາງ ສີໃສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ ໄດ້ສະເໜີຕໍ່ກອງປະຊຸມສະ ໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 19 ທັນວາ 2018, ໂດຍຊີ້ໃຫ້ເຫັນວ່າ: ຜົນງານແຕ່ປີ 2016-2018 ໂດຍສະພາແຫ່ງຊາດຊຸດທີ VIII ສາມາດຮັບຮອງເອົາກົດໝາຍທັງ ໝົດ 63 ສະບັບ, ເທົ່າ 60% ຂອງແຜນການ 5 ປີ. ໃນນີ້, ມີກົດໝາຍສ້າງໃໝ່ 27 ສະບັບ, ກົດໝາຍປັບປຸງ 36 ສະບັບ.

ສຳລັບປີ 2018 ສ້າງ ແລະ ປັບປຸງກົດໝາຍໄດ້ 21 ສະບັບ, ເທົ່າກັບ 95% ຂອງແຜນການປີ, ເຊິ່ງມີກົດໝາຍສ້າງໃໝ່ 15 ສະບັບ ແລະ ກົດໝາຍປັບປຸງ 6 ສະບັບ.

ສະພາແຫ່ງຊາດໄດ້ມີຄວາມຮັບຜິດຊອບສູງ ໃນການຕົກລົງບັນຫາສຳຄັນຂອງຊາດ ເຊິ່ງໃນວາລະດຳເນີນກອງປະຊຸມ 6 ຄັ້ງຜ່ານມາ ມີ ທັງໝົດ 124 ເນື້ອໃນ ແລະ ໄດ້ມີມະຕິຮັບຮອງ 84 ສະບັບ; ສະເພາະ 2018 ໄດ້ພິຈາລະນາ 45 ເນື້ອໃນ ແລະ ມີມະຕິຮັບຮອງ 38 ສະບັບ.

ຂໍ້ມູນຈາກ: ຂປລ.

Comments