ອົງການ (WHO) ຊ່ວຍພັດທະນາຊົນນະບົດ, ສຸຂະສຶກສາ ,ໂພຊະນາການ ແລະ ອື່ນໆ

ທ່ານ ດຣ.ບຸນກອງ ສີຫາວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ມາກ ຈາກຄອບ ຜູ້ຕາງໜ້າຄົນໃໝ່ຂອງອົງການອະນາໄມໂລກ (WHO) ປະຈຳສປປ ລາວ ໃນໂອກາດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ເມື່ອວັນທີ 19 ທັນວາ 2018 ທີ່ຜ່ານມາທີ່ກະຊວງສາທາລະນະສຸກ.

ພ້ອມຕີລາຄາສູງຕໍ່ການຮ່ວມມືທີ່ດີ ແລະ ການຊ່ວຍເຫຼືອຂອງອົງການ WHO ໃຫ້ແກ່ ສປປ ລາວ ໃນໄລຍະຜ່ານມາ ແລະ ຫວັງວ່າ ພາຍໃຕ້ການນຳພາຂອງຜູ້ຕາງໜ້າຄົນໃໝ່ ອົງການ WHO ຈະປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມທະວີການຮ່ວມມື ແລະ ສະໜັບສະໜູນ ລັດຖະບານ ສປປ ລາວ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ 8, ການຈັດຕັ້ງປະຕິບັດວາລະ 2030 ເພື່ອການພັດທະນາແບບຍືນຍົງ ແລະ ການບັນລຸເປົ້າໝາຍ ການພັດທະນາແບບຍືນຍົງ ພາຍໃຕ້ຂອບວຽກທີ່ກ່ຽວຂ້ອງກັບອົງການ WHO ໃຫ້ບັນລຸໄດ້ຕາມຄາດໝາຍ, ໂດຍສະເພາະ ການສົ່ງເສີມການພັດທະນາຊົນນະບົດ, ສຸຂະສຶກສາ ແລະ ໂພຊະນາການ.

ພ້ອມນັ້ນ, ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຂອບໃຈ ຕໍ່ອົງການ WHO ໃນການປະກອບສ່ວນຊ່ວຍເຫຼືອສຸກເສີນ ແກ່ປະຊາຊົນຜູ້ປະສົບໄພພິບັດທາງທຳມະຊາດໃນປີ 2018, ພ້ອມອວຍພອນໃຫ້ຜູ້ຕາງໜ້າອົງການ WHO ຄົນໃໝ່ ປະສົບຜົນສຳເລັດ ໃນການປະຕິບັດໜ້າທີ່ວຽກງານຢູ່ ສປປ ລາວ.

ຂໍ້ມູນຈາກ: ຂປລ.

Comments