ນະຄອນຫຼວງວຽງຈັນ-ມົດສະກູ ລົງນາມບົດບັນທຶກການຮ່ວມມືລະຫວ່າງ ອົງຄະນະພັກ

ພິ­ທີ​ລົງ​ນາມ​ບົດ​ບັນ­ທຶກ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ­ຫວ່າງ ອົງ­ຄະ​ນະ​ພັກ ນະ­ຄອນ­ຫຼວງ​ວຽງ​ຈັນ (ນວ) ແລະ ອົງ­ຄະ​ນະ​ພັກ ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ຈັດ​ຂຶ້ນ​ວັນ​ທີ 21 ທັນ­ວາ 2018 ຢູ່​ຫ້ອງ​ວ່າ­ການ ນວ ໃນ​ໂອ­ກາດ​ທີ່​ຄະ­ນະ​ຜູ້​ແທນ​ອົງ­ຄະ​ນະ​ພັກ​ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ເດີນ­ທາງ​ມາ​ຢ້ຽມ­ຢາມ​ລາວ ວັນ​ທີ 17-22 ທັນ­ວາ 2018, ລົງ​ນາມ​ລະ­ຫວ່າງ​ທ່ານ ບຸນ​ທອງ ພົມ­ມະ­ຈັນ ຄະ­ນະ​ປະ­ຈຳ​ພັກ ຫົວ­ໜ້າ​ຄະ­ນະ​ຈັດ​ຕັ້ງ ນວ ແລະ ທ່ານ ປາ​ຣ​ໂຟ​ນົບ ເດ​ນິ​ສ ອັນ​ເດ​ເຢວິດ ຄະ­ນະ​ກຳ­ມະ­ການ​ຂັ້ນ​ສູນ​ກາງ­ຂອງ​ພັກ​ກອມ​ມູ​ນິດ​ຣັດ​ເຊຍ ຮອງ​ເລ­ຂາ​ອົງ­ຄະ​ນະ​ພັກ​ກອມ​ມູ​ນິດ​ສະ­ຫະ­ພັນ​ຣັດ​ເຊຍ ປະ­ຈຳ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ຜູ້​ແທນ​ສະ­ພາ​ດູ​ມາ​ຂອງ​ສະ­ຫະ­ພັນ​ສາ­ທາ­ລະ­ນະ​ລັດ​ຣັດ​ເຊຍ ໂດຍ​ມີ​ທ່ານ ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າ​ຄອງ ນວ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ອົງ­ຄະ​ນະ​ພັກ ​ສອງ​ນະ­ຄອນ­ຫຼວງ ຈະສືບ­ຕໍ່​ສາຍ​ພົວ­ພັນ​ກັນ ບົນ​ພື້ນ­ຖານ​ຫຼັກ­ການ​ມິດ­ຕະ­ພາບ ຄວາມ​ສາ­ມັກ­ຄີ ຄວາມ​ສະ­ເໝີ­ພາບ ການ​ເຄົາ­ລົບ​ເຊິ່ງ​ກັນ ແລະ ກັນ ເພື່ອ​ເປົ້າ​ໝາຍ​ໃນ​ການ​ຮັດ​ແໜ້ນ ເສີມ​ຂະ­ຫຍາຍ​ມິດ­ຕະ­ພາບ ແລະ ການ​ຮ່ວມ​ມື​ທີ່​ມີ​ມູນ­ເຊື້ອ​ລະ­ຫວ່າງ​ສອງ​ພັກ​ປະ­ຊາ­ຊົນ​ຂອງ​ສອງ​ຊາດ ລາວ-ຣັດ​ເຊຍ ກໍ​ຄື ລະ­ຫວ່າງ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ແລະ ນວ ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້­ການ​ພັດ­ທະ­ນາ​ສາຍ​ພົວ­ພັນ ຈະ​ດຳ­ເນີນ​ການ​ແລກ­ປ່ຽນ​ເອ­ກະ­ສານ ຂໍ້​ມູນ​ຂ່າວ­ສານ ຜະ­ລິດ​ຕະ​ພັນ​ການ​ພິມ​ຂອງ​ພັກ ບົດ​ພິມ​ທາງ​ໜັງ­ສື­ພິມ​ຂອງ​ພັກ ແລະ ທາງ”​ເວັບ​ໄຊ໌”ຂອງ​ສອງ​ຝ່າຍ ຈະ​ສົ່ງ​ການ​ອວຍ­ພອນ​ໃຫ້​ກັນ ແລະ ກັນ ໃນ​ໂອ­ກາດ​ເຫດ­ການ​ສຳ­ຄັນ​ໃນ​ຊີ­ວິດ​ການ­ເມືອງ​ຂອງ​ອົງ​ການ­ຈັດ­ຕັ້ງ​ພັກ ແລກ­ປ່ຽນ​ຄະ­ນະ​ຜູ້​ແທນ​ເຊິ່ງ​ກັນ ແລະ ກັນ​ໃນ​ແຕ່​ລະ​ໄລ­ຍະ.

ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້­ການ​ຕິດ­ຕໍ່​ພົວ­ພັນ​ເຊິ່ງ​ກັນ ແລະ ກັນ ລະ­ຫວ່າງ​ອົງ​ການ­ຈັດ­ຕັ້ງ​ຊາວ​ໜຸ່ມ ແມ່­ຍິງ ຂອງ​ສອງ​ນະ­ຄອນ­ຫຼວງ ຈະ​ຈັດ­ການ​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ​ລະ­ຫວ່າງ​ສະ­ພາ​ດູ​ມາ ນະ­ຄອນ­ຫຼວງ​ມົດ​ສະ​ກູ ແລະ ສະ­ພາ​ປະ­ຊາ­ຊົນ ນວ ເພື່ອ​ເປົ້າ​ໝາຍ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວ­ພັນ​ມິດ­ຕະ­ພາບ​ລະ­ຫວ່າງ​ສອງ​ນະ­ຄອນ­ຫຼວງ ແລະ ຂົງ­ເຂດ​ຕ່າງໆ​ຮ່ວມ​ກັນ

ລວມ​ທັງ​ການ​ກະ­ຕຸກ​ຊຸກ­ຍູ້​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບົດ​ບັນ­ທຶກ ທີ່​ໄດ້​ເຊັນ​ກັນ​ລະ­ຫວ່າງ​ອົງ­ຄະ​ນະ​ພັກ​ຂອງ​ສອງ​ນະ­ຄອນ­ຫຼວງ ອົງ­ຄະ​ນະ​ພັກ​ກອມ​ມູ​ນິດ​ສະ­ຫະ­ພັນ​ຣັດ​ເຊຍ ຈະ​ໃຫ້­ການ​ອຸ­ປະ­ຖຳ​ຕໍ່​ນັກ​ສຶກ​ສາ​ລາວ ທີ່​ຮ່ຳ­ຮຽນ​ຢູ່​ສະ​ຖາ​ບັນ​ການ​ສຶກ​ສາ​ທີ່​ນະ­ຄອນ­ຫຼວງ​ມົດ​ສະ​ກູ ເພື່ອ​ໃຫ້​ຮູ້​ໃນ​ດ້ານ​ຕ່າງໆ​ຂອງ​ຄຸນ­ຄ່າ​ທາງ​ດ້ານ​ປະ­ຫວັດ­ສາດ ແລະ ວັດ­ທະ­ນະ­ທຳ​ຂອງ​ນະ­ຄອນ­ຫຼວງ​ມົດ​ສະ​ກູ ເຄື່ອນ​ໄຫວ​ຮ່ວມ​ກັນ​ກັບ​ຊາວ​ໜຸ່ມ​ຣັດ​ເຊຍ​ທີ່​ທັນ​ສະ­ໄໝ ບົນ​ພື້ນ­ຖານ​ຈິດ­ໃຈ​ລັດ­ທິ​ສາ­ກົນ​ກຳ​ມະ​ຊີບ.

ແຫຼ່ງຂ່າວ: ນສພ ວຽງຈັນໃໝ່.

Comments