ຜົນກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນ ທັນວາ 2018

ກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນທັນວາ 2018 ໄດ້ດໍາເນີນລະຫວ່າງ 24 -25 ທັນວາ 2018, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໂດຍມີບັນດາ ທ່ານ ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ໄດ້ພ້ອມກັນສຸມໃສ່ພິຈາລະນາ, ປະກອບຄໍາເຫັນເຂົ້າໃສ່ 6 ເອກະສານສໍາຄັນ ດັ່ງນີ້:

1. ບົດລາຍງານກ່ຽວກັບສະພາບພົ້ນເດັ່ນ ຂອງການເຄື່ອນໄຫວວຽກງານການຕ່າງປະເທດຂອງລັດຖະບານ ປະຈຳປີ 2018 ແລະ ທິດທາງແຜນການສຳລັບປີ 2019.
2. ບົດລາຍງານການຕີລາຄາກ່ຽວກັບສະພາບການເຂົ້າຮ່ວມ, ລາຍງານ ແລະ ຕອບຄຳຊັກຖາມຂອງລັດຖະບານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດຊຸດທີ VIII
3. ບົດລາຍງານກ່ຽວກັບການວາງແຜນ ແລະ ດໍາເນີນວຽກງານຟື້ນຟູຫຼັງໄພພິບັດໃນຂອບເຂດທົ່ວປະເທດປີ 2018.
4. ບົດລາຍງານກ່ຽວກັບຜົນການຈັດຕັ້ງປະຕິບັດຄໍາສັ່ງ ສະບັບເລກທີ15/ນຍ ແລະ ສະພາບການດຳເນີນທຸລະກິດໄມ້ຢູ່ ສປປ ລາວ.
5. ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາການຈັດຕັ້ງປະຕິບັດປີ ທ່ອງທ່ຽວລາວ 2018 ແລະ ແຜນການເປີດປີທ່ອງທ່ຽວ ລາວ-ຈີນ 2019.
6. ຮ່າງດຳລັດວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ປະຈໍາປີ2019.

ຂໍ້ມູນຈາກ: ຂປລ.

Comments