ການເມືອງ

ເອກອັກຄະລັດຖະທູດ ສປປ ລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີອິນເດຍ

ໃນວັນທີ 10 ມັງກອນ 2019, ທີ່ທຳນຽບປະທານາທິບໍດີ ຣາສະຕຼາປະຕີ ບາວັນ (Rashtrapati Bhavan), ນິວເດນລີ, ທ່ານ ບຸນແນມ ຈວງຫອມ ໄດ້ຍື່ນສານຕາຕັ້ງຕໍ່ ທ່ານ ຣາມ ນາດ ໂກວິນ (Ram Nath Kovind), ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນເດຍ, ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິນເດຍ.   ຂໍ້ມູນຈາກ: ຂປລ.

Read More »

ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ຍັງມີຫຼາຍສິ່ງທ້າທາຍ

ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ ໄດ້ກ່າວໃນກອງປະຊຸມສະຫລຸບຕີລາຄາ ການຈັດຕັ້ງປະຕິບັດ ວຽກງານການເງິນ ປະຈໍາປີ 2018 ແລະ ທິດທາງແຜນການປະຈໍາປີ 2019 ຂອງຂະແໜງການເງິນ ວ່າ: ຜ່ານການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ປີ 2018 ທີ່ຜ່ານມາເຫັນວ່າ: ມີຫຼາຍດ້ານຍັງພົບຄວາມຫຍຸ້ງຍາກ ແລະ ທ້າທາຍສູງ, ບັນຫາລວມແມ່ນຍັງເປັນແຜນທີ່ສືບຕໍ່ແກ້ໄຂ ສະພາບຄວາມຝືດເຄືອງ ທາງດ້ານການເງິນ-ງົບປະມານ ທີ່ເກີດຂຶ້ນມາໃນໄລຍະຫຼາຍສົກປີງົບປະມານທີ່ຜ່ານມາ, ຊຶ່ງຕ້ອງໃຊ້ເວລາພໍສົມຄວນ ຈຶ່ງຈະສາມາດຟື້ນໂຕ ແລະ ກັບເຂົ້າສູ່ສະພາບປົກກະຕິໄດ້, ນອກຈາກນີ້, ສະພາບແວດລ້ອມຂອງພາກພື້ນ ແລະ ສາກົນ ໂດຍລວມ ກໍຍັງບໍ່ທັນເອື້ອອໍານວຍເທົ່າທີ່ຄວນ, ບັນຫາການເຕີບໂຕ ທາງດ້ານເສດຖະກິດ ຂອງປະເທດ ພາກພື້ນ ແລະ ຄູ່ຄ້າຂອງປະເທດເຮົາບໍ່ທັນຟື້ນໂຕດີ, ສະພາບດ້ານການເງິນຂອງໂລກ ຍັງມີການຜັນແປຫຼາຍດ້ານ ເປັນຕົ້ນອັດຕາດອກເບ້ຍຂອງຕະຫຼາດການເງິນສາກົນເພີ່ມຂຶ້ນສູງ, ລາຄານໍ້າມັນມີ ຈັງຫວະເໜັງຕິງໄວຊຶ່ງສົ່ງຜົນເຮັດໃຫ້ຕົ້ນທຶນການຄ້າ, ການລົງທຶນ ແລະ ການຜະລິດສູງຂຶ້ນ. ສະເພາະພາຍໃນປະເທດ ເຖິງວ່າໃນດ້ານມະຫາພາກ ເສດຖະກິດແຫ່ງຊາດ ຍັງມີຄວາມໝັ້ນທ່ຽງ ແລະ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ແຕ່ໃນຈັງຫວະທີ່ຊ້າລົງ ເນື່ອງຈາກປັດໄຈພາຍນອກ ...

Read More »

ທຸກຂະແໜງ ຕ້ອງເອົາໃຈໃສ່ຄຸ້ມຄອງກວດກາ ການນຳໃຊ້ແຮງງານຕ່າງປະເທດ

ທ່ານ ສອນ​ໄຊ ສີ​ພັນ​ດອນ ຮອງນາຍົກ ລັດຖະມົນຕີ ໄດ້​ໃຫ້​ກຽດ​ໂອ້​ລົມ ໃນກອງ​ປະ​ຊຸມ​ທົ່ວ​ປະ​ເທດ ປຶກ​ສາ​ຫາ​ລື​ກ່ຽວ​ກັບແຜນ​ສືບ​ຕໍ່​ແກ້​ໄຂຄົນ​ຕ່າງ​ປະ​ເທດ ​ທີ່​ເຄື່ອນ​ໄຫວ ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຂອງ ສ​ປ​ປ ລາວ ໃນ​ວັນ​ທີ 8 ມັງ​ກອນ 2019 ທີ່ຜ່ານມາ, ໂດຍ​ເນັ້ນ​​ໃຫ້​ພາກສ່ວນ​ກ່ຽວຂ້ອງ ​ນຳ​ເອົາ​ກົດ​ໝາຍ ​ລະ​ບຽບ​ການ​ທີ່​ມີ​ຢູ່ ເຂົ້າເຖິງ​ກຸ່ມ​ຄົນ​ເປົ້າ​ໝາຍທີ່​ກ່ຽວ​ຂ້ອງ​ ກັບ​ການຄຸ້ມ​ຄອງ​ຄົນ​ຕ່າງ​ປະ​ເທດ ໃຫ້​ໄດ້​ຢ່າງ​ທົ່ວ​ເຖິງ​ທັນ​ກັບ​ເວ​ລາ, ຕ້ອງ​ເຮັດ​ໃຫ້​ສັງ​ຄົມ ທັງ​ພາຍ​ໃນ ແລະ ສາ​ກົນ ຮັບ​ຮູ້ເຂົ້າໃຈ​ຢ່າງ​ເລິກເຊິ່ງ ຕໍ່​ແນວ​ທາງ​ຕ່າງ​ປະ​ເທດ​ຂອງ​ພັກ, ເ​ຂົ້າໃຈ​ເຖິງ​ຄວາມ​ຈຳ​ເປັນ ​ໃນ​ການ​ແກ້​ໄຂບັນ​ຫາ ທີ່​ເປັນ​ປະ​ກົດ​ການ​ຫຍໍ້​ທໍ້ ເພື່​ອສ້າງ​ເງື່ອນ​ໄຂ ໃຫ້ສ​ປ​ປ ລາວ ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ​ກົນ. ​ ຄຽງ​ຄູ່ກັນ​ນັ້ນ, ທຸກ​ຂະ​ແໜງ​ການ, ອົງ​ການ​ທ້ອງ​ຖິ່ນ​ທຸກ​ຂັ້ນ ຕ້ອງ​ເພີ່ມ​ທະ​ວີ​ຄວາມ​ຮັບ​ຜິດ​ຊອບຕໍ່​ພັກ, ລັດ ແລະ ຕໍ່​ປະ​ເທດ​ຊາດ ໃນ​ການ​ບັງ​ຄັບ​ໃຊ້ ແລະ ປະ​ຕິ​ບັດ​ຕາມ​ກົດ​ໝາຍ, ​ລະ​ບຽບ​ການ ທີ່​ມີ​ຢູ່​ຂະແໜງ​ການ ແລະ ທ້ອງ​ຖິ່ນ​ຕົນ ກ່ຽວ​ກັບ​ການ​ຄຸ້ມ​ຄອງ ຄົນ​ຕ່າງ​ປະ​ເທດ​ຢ່າງ​ເຂັ້ມ​ງວດ ແລະ ເອົາ​ໃຈ​ໃສ່​ຄຸ້ມ​ຄອງກວດ​ກາ ການ​ນຳ​ໃຊ້​ແຮງ​ງານ​ຕ່າງ​ປະ​ເທດ ​ຢູ່​ບັນ​ດາໂຄງ​ການ ...

Read More »

ທ່ານ ດຣ ພັນຄໍາ ວິພາວັນ ຢ້ຽມຢາມພົບປະການນໍາແຂວງໄຊສົມບູນ

ໃນວັນທີ 8 ມັງກອນ 2019 ທີ່ຜ່ານມາ ທ່ານ ດຣ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ,ຜູ້ປະຈໍາການຄະນະເລຂາທິການສູນກາງພັກ,ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ລົງພົບປະຢ້ຽມຢາມການນໍາແຂວງ ໄຊສົມບູນ ລາຍລະອຽດຕິດຕາມຊົມຄຣິບດ້ານລຸ່ມ: ຂ່າວ ປກສ ແຂວງໄຊສົມບູນ ທ່ານ ດຣ ພັນຄຳ ວິພາວັນ ຮອງປະທ່ານປະເທດ ແຫ່ງ ສປປ ລາວ ລົງພົບປະ ຢ້ຽມຢາມ ການນຳ ແຂວງໄຊສົມບູນ Posted by ຂ່າວ ປກສ ແຂວງໄຊສົມບູນ on Tuesday, January 8, 2019 ຂອບໃຈຂໍ້ມູນຈາກ: ຂ່າວ ປກສ ແຂວງ ໄຊສົມບູນ.

Read More »

ນາຍົກ ເນັ້ນໃຫ້ກະຊວງການເງິນເລັ່ງແກ້ໄຂ 6 ບັນຫາຂໍ້ຄົງຄ້າງ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານແຜນການ – ການເງິນ ປະຈຳປີ 2018 ແລະ ທິດທາງປີ 2019 ວ່າ: ເພື່ອເປັນການຊຸກຍູ້ລະບົບເສດຖະກິດໃຫ້ກ້າວໄປຂ້າງໜ້າທຸກຂະແໜງການ ຈະຕ້ອງໄດ້ປະຕິບັດໜ້າທີ່ຂອງຕົນຢ່າງເຕັມກຳລັງ ເປັນຕົ້ນແມ່ນ 6 ບັນຫາຂໍ້ຄົງຄ້າງ ແລະ ຈຸດສຸມໃຫ້ເປັນໄປຕາມສະພາແຫ່ງຊາດຮັບຮອງ. ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຊົມເຊີຍບາງຂະແໜງການທີ່ປະຕິບັດໄດ້ ໃນປີ 2018 ຄຽງຄູ່ກັບຜົນສຳເລັດກໍປາສະຈາກບໍ່ໄດ້ຂໍ້ຫຍຸ້ງຍາກບາງຈຳນວນທີ່ຈະຕ້ອງໄດ້ສຸມໃສ່ ແລະ ແກ້ໄຂ ເຊັ່ນ: 1 .ເສດຖະກິດຂອງ ສປປ ລາວ ເຕີບໂຕຊ້າກວ່າທີ່ກຳນົດໃນປີຜ່ານມາ ແລະ ສິ່ງທີ່ໜ້າເປັນຫ່ວງນັ້ນແມ່ນພື້ນຖານຫົວໜ່ວຍເສດຖະກິດຍັງບໍ່ທັນເຂັ້ມແຂງ ແລະ ຍັງມີຂໍ້ຈຳກັດໃນການສ້າງຖານລາຍຮັບທີ່ແນ່ນອນ ເຮັດໃຫ້ການເພີ່ມຂຶ້ນຂອງງົບປະມານບໍ່ທັນມີຄວາມໝັ້ນທ່ຽງສ່ວນໃຫຍ່ຍັງອີງໃສ່ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເປັນຕົ້ນຕໍ. 2. ການຈັດຕັ້ງປະຕິບັດ 8 ມາດຕະການ ຊຸກຍູ້ເສດຖະກິດຍັງມີຄວາມຊັກຊ້າ ເປັນຕົ້ນມາດຕະການປັບປຸງສະພາບແວດລ້ອມ ແລະ ອຳນວຍຄວາມສະດວກໃນການດຳເນີນທຸລະກິດ, ມາດຕະການພັດທະນາ SME, ການສົ່ງເສີມການຜະລິດຢູ່ພາຍໃນປະເທດ, ມາດຕະການແກ້ໄຂໜີ້ສິນພາຍໃນ ໂດຍສະເພາະການແກ້ໄຂໜີ້ສິນການລົງທຶນຂອງລັດດ້ວຍການຈັດສັນງົບປະມານເຂົ້າແຜນແຕ່ລະປີ ແລະ ແກ້ໄຂດ້ວຍຮູບແບບການອວ່າຍໜີ້ສາມແຈຍັງບໍ່ທັນມີປະສິດທິພາບເທົ່າທີ່ຄວນບໍ່ສາມາດແກ້ໄຂໜີ້ສິນຕົວຈິງ, ຍ້ອນເຮົາຍັງຂາດກ້ອນເງິນທີ່ຈະອັດສີດເຂົ້າໃນລະບົບເສດຖະກິດ ແລະ ...

Read More »

ມູນຄ່າການຄ້າຂອງສອງປະເທດໃນປີ 2018 ລັນລຸ 1 ຕື້ໂດລາ

ໃນຊຸມປີຜ່ານມາ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນຈັດຫຼາຍກິດຈະກໍາເພື່ອຮັດແໜ້ນສາຍພົວພັນລະຫວ່າງສອງຝ່າຍ ເປັນຕົ້ນແມ່ນການສະເຫຼີມສະຫຼອງປີແຫ່ງຄວາມສາມັກຄີ ແລະ ມິດຕະພາບ 2017, ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 55 ປີ (1962-2017) ແລະ ວັນເຊັນສົນທິສັນຍາວ່າດ້ວຍການຮ່ວມມື ແລະ ມິດຕະພາບລາວ-ຫວຽດນາມຄົບຮອບ 40 ປີ (1977-2017). ສອງປະເທດໄດ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ຕົກລົງຮ່ວມມືໃນວຽກງານປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ແລະ ໄດ້ສົ່ງເສີມການປະສານງານລະຫວ່າງທ້ອງຖິ່ນກັບທ້ອງຖິ່ນໂດຍສະເພາະໃນເຂດຊາຍແດນ, ມີການສ້າງພື້ນຖານໂຄງລ່າງ, ຕອບສະໜອງຄວາມຕ້ອງການທາງດ້ານສາທາລະນະສຸກ, ພັດທະນາຊັບພະຍາກອນມະນຸດ, ແລະ ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບຕາມແນວຊາຍແດນ. ສອງປະເທດຍັງມີການສົ່ງເສີມການຮ່ວມມືໃນຂະແໜງການອື່ນໆເປັນຕົ້ນການຂົນສົ່ງ, ການສຶກສາ-ເຝິກອົບຮົມ, ວັດທະນະທຳ-ທ່ອງທ່ຽວ, ແລະ ສາທາລະນະສຸກ. ປັດຈຸບັນ ຈໍານວນນັກສຶກສາ ລາວ ທີ່ກໍາລັງຄົ້ນຄວ້າ ຢູ່ ສສ ຫວຽດນາມ ມີທັງໝົດ 14.644 ຄົນ, ໃນນັ້ນ ທຶນລັດຖະບານ 4.228 ຄົນ ມາຮອດເດືອນຕຸລາ 2018, ຫວຽດນາມຍັງສືບຕໍ່ເປັນໜຶ່ງໃນສາມຜູ້ລົງທຶນທີ່ໃຫຍ່ທີ່ສຸດໃນສປປ.ລາວ ມີທັງໝົດ 409 ໂຄງການມູນຕ່າ 4,1 ຕື້ໂດລາສະຫະລັດ. ມູນຄ່າການຄ້າຂອງສອງປະເທດໃນປີ ...

Read More »

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງສາລະວັນ ເປີດກວ້າງຄັ້ງທີ 9 ສະໃໝ່ ທີ່ VIII

ກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 9 ສະໃໝ່ທີ່ VIII ໄດ້ໄຂຂື້ນຢ່າງເປັນທາງການ ໃນວັນທີ 8 ມັງກອນ ປີ 2019 ຢູ່ທີ່ສະໂມສອນແຂວງສາລະວັນໂດຍການເປັນປະທານຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆສາລະວັນ, ໂດຍມີທ່ານ ຮອງເລຂາພັກແຂວງ, ຮອງເຈົ້າແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ປະທານສະມາຊິກສະພາແຫ່ງຊາດປະຈຳເຂດເລຶອກຕັ້ງທີ 14 ແຂວງສາລະວັນ ແລະ ປະທານສະພາປະຊາຊົນແຂວງ, ພ້ອມດ້ວຍເຈົ້າເມືອງໃນ 8 ຕົວເມືອງເຂົ້າຮ່ວມ ທ່ານ ບົວທອງ ຄຸນຍອດປັນຍາ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສາລະວັນ ໄດ້ຂຶ້ນຜ່ານບົດຕີລະຄາ ການນຳພາຮອບດ້ານຂອງຄະນະບໍລິຫານງານພັກແຂວງປະຈຳປີ 2018 ພ້ອມທັງວາງທິດທາງແຜນການປີ 2019 ຈາກນັ້ນກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປະ ຈຳປີ 2018 ທິດທາງຈຸດສຸມປີ 2019, ຮັບຟັງການຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການເງິນ-ງົບ ປະມານປີ 2018 ແລະທິດທາງແຜນການປີ 2019, ບົດລາຍງານການແກ້ໄຂບັນຫາປະກົດການຫຍໍ້ທໍ້ ແລະຄວາມເປັນລະບຽບຮຽບຮ້ອຍໃນສັງຄົມທົ່ວແຂວງປີ 2018 ທິດທາງແກ້ໄຂໃນຕໍ່ໜ້າ, ພ້ອມດ້ວຍບົດລາຍງານການຈັດຕັ້ງປະຕິບັດແຜນການຜະລິດກະສີກຳຕິດພັນກັບການແກ້ໄຂຄວາມທຸກຍາກປີ 2018 ແລະທິດທາງແກ້ໄຂຕໍ່ໜ້າ, ໄດ້ຮັບຟັງບົດລາຍງານການສົ່ງເສີມການຜະລິດເປັນສິນຄ້າຕິດພັນກັບຕະຫຼາດປີ 2018 ແລະທິດທາງແກ້ໄຂໃນຕໍ່ໜ້າ, ...

Read More »

ລາວ-ຫວຽດນາມ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ໃນປີ 2019

ໃນຕອນເຊົ້າ ວັນທີ 6 ມັງກອນ 2019; ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນ ຊວນ ຟຸກ ໄດ້ຮ່ວມເປັນປະທານ ຊີ້ນຳກອງປະຊຸມຄັ້ງທີ 41 ປະຈຳປີ 2019 ຂອງຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ແລະ ລັດຖະບານແຫ່ງ ສສ ຫວຽດນາມ ຢູ່ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ. ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນຕີລາຄາຜົນຂອງການຈັດຕັ້ງປະຕິບັດ ບົດບັນທຶກກອງປະຊຸມ ຄັ້ງທີ 40 ກໍ່ຄືຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈໍາປີ 2018 ແລະ ພ້ອມກັນປຶກສາຫາລື ກ່ຽວກັບທິດທາງການຮ່ວມມື ໃນປີ 2019. ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດຂອງການ ຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າ ດ້ວຍແຜນການຮ່ວມມືໃນປີ 2018 ຜ່ານມາ, ເຊິ່ງບັນລຸຜົນສຳເລັດໃນຫຼາຍດ້ານ ເປັນຕົ້ນ: ການແລກ ປ່ຽນຄະນະຜູ້ແທນຂັ້ນສູງຂອງສອງພັກ, ສອງລັດ ໄດ້ດຳເນີນເປັນປົກກະຕິ; ການຮ່ວມມືດ້ານການພັດທະນາຊັບພະຍາກອນມະນຸດ ກໍ່ໄດ້ຮັບການປັບປຸງດ້ານຄຸນນະພາບ ແລະ ເປີດກວ້າງດ້ວຍຫລາຍຮູບການ, ...

Read More »

ປະທານປະເທດ ມອບສານແຕ່ງຕັ້ງ ໃຫ້ທູດລາວ ປະຈຳຕ່າງປະເທດ

ໃນຕອນເຊົ້າວັນທີ 3 ມັງກອນ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ປະເທດຕ່າງໆ ຈຳນວນ 3 ທ່ານ ຕາມລຳດັບດັ່ງນີ້: ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ທ່ຽງ ບຸບຜາ ເພື່ອໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ທ່ຽງ ບຸບຜາ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ, ກະ ຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ, ເບລາຣຸສ, ອູແກຣນ ແລະ ກາຊັກສະຖານ.ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ຄຳພັນ ອັ່ນລາວັນ ເພື່ອໄປດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ...

Read More »

ສະພາປະຊາຊົນ ແຂວງສະຫວັນນະເຂດ ກະກຽມຈັດກອງປະຊຸມສະໄໝສາມັນເທື່ອທີ 6

ທ່ານ ຫວັນຄຳ ອິນທິຈັກ ຄະນະປະຈຳສະພາ ເລຂາທິການສະພາປະຊາຊົນ ແຂວງສະຫວັນນະເຂດ ໄດ້ຖະແຫຼງຂ່າວໃນທ້າຍເດືອນທັນວາ 2018 ຜ່ານມາວ່າ: ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງ ສະພາປະຊາຊົນແຂວງຊຸດທີ I ຈະໄດ້ໄຂຂຶ້ນຢ່າງເປັນທາງ ການໃນລະຫວ່າງວັນທີ 8-11 ມັງກອນ 2019 ທີ່ຫໍວັດທະນະທຳໄກສອນ ພົມວິຫານ ຊຶ່ງກອງປະຊຸມຈະໄດ້ຮັບຟັງ, ພິຈະລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆເປັນຕົ້ນແມ່ນ: ພິຈະລະນາ ແລະ ຮັບຮອງເອົາ ການລາຍງານໂດຍສັງເຂບຂອງທ່ານເຈົ້າແຂວງສະຫວັນນະເຂດກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງແຂວງປະຈຳປີ 2018 ແລະ ທິດທາງແຜນການ 2019, ຮັບຟັງບົດລາຍງານຂອງຫົວໜ້າພະແນກການເງິນແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດຂອງ ແຂວງປີ 2018 ແລະ ແຜນການ ປີ 2019, ຮັບຟັງການລາຍງານຈາກທ່ານຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາ ການນຳໃຊ້ສານເຄມີເກີນຄ່າມາດຕະຖານ, ພິຈະລະນາ ແລະ ຮັບຮອງເອົາບົດສະຫຼຸບການເຄື່ອນໄຫວຂອງອົງການກວດສອບແຫ່ງລັດປະຈຳພາກກາງປີ 2018 ແລະ ແຜນການປີ 2019, ບົດລາຍງານແກ້ໄຂຜົນການກວດກາ ຕາມຜົນການກວດສອບສົກປີ 2015-2016 ຄືນຫຼັງ, ...

Read More »