ການເມືອງ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິ ວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 13 ມັງກອນ 2021 ທີ່ນະຄອນ ຫລວງວຽງຈັນ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ຈຳນວນ 768 ສະຫາຍ, ຍິງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ຈຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄື ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມ. ສະຫາຍ ບຸນຍັງ ວໍລະຈິດ ກ່າວສູນທອນພົດ ໄຂກອງປະຊຸມ ຢ່າງເປັນທາງການ, ເຊິ່ງມີບາງຕອນສຳຄັນວ່າ: ເມື່ອຫວນເບິ່ງຄືນການນຳພາ-ຊີ້ນຳຂອງສູນກາງພັກໃນການຈັດ ຕັ້ງປະຕິບັດມະຕິ X ຂອງພັກ ...

Read More »

ສື່ມວນຊົນ ກຽມພ້ອມໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ

ໃນວັນທີ 11 ມັງກອນ 2021, ຂະແໜງສື່ມວນຊົນ ນັບທັງສື່ເອເລັກໂຕຣນິກ ແລະ ສື່ສິ່ງພິມ ໄດ້ພ້ອມກັນປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການຮັບໃຊ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-15 ມັງກອນ 2021 ຢູ່ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອແນໃສ່ເຮັດວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານສຳຄັນຕ່າງໆ ໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມີປະສິດທິພາບ, ມີປະສິດທິຜົນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດລ້ອນໜ້າທີ່ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ມາຮອດປັດຈຸບັນ, ຂະແໜງສື່ມວນຊົນແມ່ນມີຄວາມພ້ອມໃນການຮັບໃຊ້ທຸກດ້ານ ແລະ ໄດ້ແບ່ງຄວາມຮັບຜິດຊອບເປັນອັນລະອຽດ ເປັນຕົ້ນແມ່ນ: ສຳເລັດການແຕ່ງຕັ້ງຈຸບັນນາທິການປະຈຳສູນຂ່າວ, ຈຸພາບນິ້ງ, ພາບເໜັງຕີງ ແລະ ຖ່າຍທອດສົດ ປະຈຳຢູ່ໃນຫ້ອງປະຊຸມ ແລະ ຈຸອື່ນໆ ເພື່ອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ຢູ່ສູນຂ່າວ, ໃນການປະສານງານເອກະສານຕ່າງໆ ແລະ ຕິດຕາມ, ກວດກາ, ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ມອບໃບຍ້ອງຍໍໃຫ້ຜູ້ນໍາພາກທຸລະກິດລາວສອງທ່ານ

 ທ່ານ​ ອຸ​ເດດ ສຸວັນນະ​ວົງ, ປະທານ​ສະພາ​ການ​ຄ້າ ​ແລະ ອຸດ​ສະຫະ​ກໍ​າ​ແຫ່​ງຊາດລາວ (LNCCI) ​ແລະ ທ່ານ ວິຣະຈິດ ພິລາ​ພັນ​ເດດ, ຜູ້​ອໍານວຍ​ການ​ໃຫ່ຍມູນ​ນິທິ​ສົ່ງ​ເສີມ​ການ​ສຶກສາ, ​ໄດ້​ຮັບ​ໃບ​ຍ້ອງຍໍ​ຈາກລັດຖະມົນ​ຕີ​ກະຊວງ​ການ​ຕ່າງປະ​ເທດ​​ຍີ່​ປຸ່ນ. ພິທີ​ມອບໃບ​ຍ້ອງຍໍ​ດັ່ງກ່າວ​ຈັດ​ຂື້ນໃນ​ວັນ​ທີ 7 ມັງ​ກອນ 2021 ​ທີ່ບ້ານພັກ​ເອກ​ອັກ​ຄະ​ຣາຊະ​ທູດ​ຍີ່ປຸ່ນ ທີ່​ນະຄອ​ນຫລວງ​ວຽງ​ຈັນ ​ແລະ ​ໃຫ້​ກຽດ​ມອບ​​ໂດຍ ພະນະ​ທ່ານ ທາ​ເກ​ວະ​ກະ ​ເຄ​ໂຊ, ​​ເອກອັກ​ຄະ​ຣາຊະ​ທູດ​ຍີ່ປຸ່ນ ປະ​ຈໍາ ສປປ ລາວ. ​ໃນ​ພິທີ ທ່ານ​ ທູ​ດ ທາ​ເກ​ວະ​ກະ ​ເຄ​ໂຊ ​ໄດ້ກ່າວ ສະ​​ແດງ​ຄວາ​ມຊົມ​ເຊີຍຕໍ່​ຜົນ​ສໍາ​ເລັດ​ຂອງທັງ​ສ​ອງທ່ານ ທີ່​ໄດ້​ອຸທິດ ທຸ້ມ​ເທ​ເຫື່ອ​ແຮງ ​ສະຕິ​ປັນຍາ ປະກອບສ່ວນ​ສົ່ງ​ເສີມສາຍ​ພົວພັນອັນ​ດີງາມ​ລະ​ຫວ່າງ ຍີ່ປຸ່ນ ​ແລະ ສປປ ລາວ. ​ ໃຫ້​ກຽດ​​ເຂົ້າ​ຮວ່ມພິທີ​ມອບ​ໃບ​ຍ້ອງຍໍ​ດັ່ງກ່າວ ປະກອບມີ ທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ, ລັດ​ຖະມົນຕີ ກະຊວງ​ອຸດ​ສະຫະ​ກໍ​າ ​ແລະ ການ​ຄ້າ, ພະນະ​ທ່ານ ດຣ. ປອນ​ເມກ ດາລາ​ລອຍ, ​ອະ​ດີດປະ​ທານ​ສະ​ມາ​ຄົມ​ມິດຕະພາບ​ລາວ-​ຍີ່ປຸ່ນ, ພະນະ​ທ່ານ ​ເຄນ​ທອງ ນວນ​ທະ​ສິງ, ຮອງ​ປະທານ​ຄະນະ​ກໍາ​ມະ​ທິການ​ຕ່າງປະ​ເທດ ປະ​ຈໍາສະພາ​ແຫ່​ງຊາດ, ​ແລະ ທັງ​ເປັນປະທານ​ຄະນະ​ມິດ​ຕະພາບລັດຖະສະພາ​ລາວ-​ຍີ່​ປຸ່ນ ພ້ອ​ມດ້ວຍ​ບັນດາ​ແຂ​ກຜູ້​ມີ​ກຽດ​ຈາກ​ກະຊວງ​ທີ່​ກ່ຽວ​ຂ້ອງ, ຄອບ​ຄົວ ​ແລະ ໝູ່​ເພື່ອນ​ຂອງ​ທັງ​ສອງ​ທ່ານ ...

Read More »

ກອງປະຊຸມລັດຖະບານ ເປີດກວ້າງທ້າຍສະໄໝ ຊຸດທີ VIII ພິຈາລະນາຫລາຍບັນຫາສຳຄັນ

ກອງປະຊຸມລັດຖະບານ ຊຸດທີ VIII ເປີດກວ້າງທ້າຍສະໄໝ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ມັງກອນ 2021 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໂດຍມີ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຮອງນາຍົກລັດຖະມົນຕີ, ບັນດາຄະນະລັດຖະບານ, ລັດຖະມົນຕີ, ພ້ອມດ້ວຍເຈົ້າແຂວງ, ຮອງເຈົ້າແຂວງ ໃນຂອບເຂດທົ່ວປະເທດ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ແລະ ພິຈາລະນາ ໃນຫລາຍບັນຫາສຳຄັນ ທີ່ສະເໜີໂດຍ ບັນດາກະຊວງ ອ້ອມຂ້າງສູນກາງ ເປັນຕົ້ນ, ການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ຊຸດທີ VIII (2016-2020), ການສະຫລຸບການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ແລະ ຜ່ານຮ່າງເບື້ອງຕົ້ນ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຄວາມຄືບໜ້າການປັບປຸງກົນໄກການອຳນວຍຄວາມສະດວກ ແລະ ບັນດາຕົວຊີ້ວັດຕ່າງໆ ໃນການດຳເນີນທຸລະກິດຢູ່ ...

Read More »

ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້າ ນະຄອນຫຼວງ​ວຽງ​ຈັນ

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ສະເໜີ​ຮ່າງທິດທາງ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025) ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ຕໍ່​ກອງ​ປະຊຸມ​ສະໄໝ​ສາ ມັນ​ເທື່ອ​ທີ 10 ຂອງສະພາ​ ປະຊາຊົນນະຄອນຫຼວງໃຫ້​ ຮູ້ວ່າ: ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້ານະ ຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ວາງ​ມາດ​ຕະການ​ລວມ​ໂດຍ ​ເນັ້ນ​ໃສ່ສົ່ງເສີມ​ຄວາມ​ຍືນ​ຍົງ ແລະ ຄວາມຫຼາກ​ຫຼາຍ​ຂອງ​ເສດຖະກິດ, ເຕົ້າໂຮມ​ກຳລັງ​ແຮງ​ຂອງ​ສັງຄົມ ແລະ ນຳ​ໃຊ້​ເສດຖະກິດ​ຫຼາຍ​ພາກສ່ວນ​ເຂົ້າ​ໃນ​ການ​ພັດທະນາ, ຮັບປະກັນ​ການ​ຂະຫຍາຍຕົວ​ຂອງ​ເສດ ຖະກິດ​ໃຫ້​ໝັ້ນ​ທ່ຽງ ແລະ ທັງ​ສູ້​ຊົນ​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ອັດຕາ​ສະເລ່ຍ​ບໍ່​ໃຫ້​ຫຼຸດ 7- 8% ຕໍ່​ປີ, ໃນ​ໄລຍະ 5 ປີ. ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ຄາດ​ວ່າ​ຈະ​ບັນລຸ 356.600 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ​ບັນລຸ 8.750 ໂດ​ລາ. ຂະແໜງ​ກະສິກຳ​ຂະຫຍາຍຕົວ​ສະເລ່ຍ 4 – 4,5% ຕໍ່​ປີ, ຂະແໜງ​ອຸດສາຫະກຳ​ຂະຫຍາຍຕົວ​ສະເລ່ຍ 11,5 -12%ຕໍ່​ປີ, ຂະແໜງການ​ບໍລິການ​ຂະຫຍາຍຕົວ​ສະເລ່ຍ 6,5 – 7%ຕໍ່​ ປີ. ພ້ອມ​ທັງ​ວາງ​ແຜນ​ສ້າງ ແລະ ...

Read More »

ພິທີວາງສີລາລືກໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ……..

ພິທີວາງສີລາລືກໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນໄດ້ຈັດຂຶ້ນໃນວັນທີ 28 ທັນວານີ້, ທີ່ບ້ານໂນນສະອາດ (ເຂດດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ປ້າຄຳເມິງ ພັນລະຍາທ່ານ ປະທານປະເທດແຫ່ງສປປລາວ, ທ່ານ ສາວ ເວີນຢູ (Zhao Wenyu) ທີ່ປຶກສາດ້ານເສດຖະກິດ-ການຄ້າສະຖານທູດຈີນ ປະຈຳ ສປປ ລາວ, ມີບັນດາແຂກຖືກເຊີນເຂົ້າຮ່ວມ. ໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສຳນຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ, ເປັນໜໍ່ແໜງຂອງປະເທດຊາດ ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນໃຫ້ມີການຂະຫຍາຍທາງດ້ານສະຖານທີ່ ທີ່ເໝາະສົມທາງດ້ານວັດຖຸອຸປະກອນການນຳໃຊ້ທີ່ທັນສະໄໝສິ່ງອຳນວຍຄວາມສະດວກຄົບຖ້ວນເຂົ້າໃນການເຄື່ອນໄຫວກິດຈະກຳຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ. ດັ່ງນັ້ນ, ພັກ ແລະ ລັດຖະບານຈຶ່ງເຫັນໄດ້ຄວາມສຳຄັນດັ່ງກ່າວ ແລະ ໄດ້ຕົກລົງມອບເນື້ອທີ່ດິນ 3,5 ເຮັກຕາທີ່ຕັ້ງຢູ່ບ້ານໂນນສະອາດເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອສ້າງເປັນສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ ແລະ ງົບປະມານໃນການກໍ່ສ້າງສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ, ໄລຍະຜ່ານມາລັດຖະບານຈີນໄດ້ຊ່ວຍເຫຼືອຫຼາຍໂຄງການໃຫ້ແກ່ ສປປ ລາວເວົ້າລວມ, ເວົ້າສະເພາະກໍຄືງົບປະມານ 72.060.000 ລ້ານຢວນ ເພື່ອສ້າງເປັນສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ . ...

Read More »

ການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງຍັງມີຢູ່ລາວ……….

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູງກາງ ກວດພົບເຫັນພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນໃນປີ 2019 ສ່ວນຫຼາຍແມ່ນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການສໍ້ໂກງ ແລະ ອື່ນໆ. ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ ກ່າວໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 17 ປີ (9 ທັນວາ 2003 – 9 ທັນວາ 2020) ທີ່ຈັດຂຶ້ນໃນວັນທີ 28 ທັນວາ 2020 ນີ້ ທີ່ສະໂມສອນ ອົງການກວດກາລັດຖະບານ ນະຄອນຫຼວງວຽງຈັນວ່າ: ໃນປີ 2019 ນີ້ໄດ້ຕິດຕາມກວດກາ ທັງໝົດ 945 ເປົ້າໝາຍ ແລະ ດຳເນີນການກວດກາລົງເລິກຕໍ່ຜູ້ກຳທຳຜິດທີ່ມີພຶດຕິກຳສໍ້ລາດບັງຫຼວງ 70 ເປົ້າໝາຍ, ພົບເຫັນຜູ້ກະທຳຜິດ 196 ຄົນ. ດຳເນີນການສືບສວນ-ສອບສວນຕໍ່ຜູ້ກະທຳຜິດທີ່ມີການສໍ້ລາດບັງຫຼວງ 18 ເປົ້າໝາຍ ພົບເຫັນຜູ້ກະທຳຜິດ 464 ຄົນ, ໄດ້ແກ້ໄຂດ້ານບໍລິຫານ 380 ...

Read More »

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ຈະສຸມໃສ່ 5 ວຽກງານຈຸມສຸມທີ່ສຳຄັນ……….

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໃຫ້ຮູ້ວ່າ: ໃນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາສາກົນວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ ໃຫ້ແຂງແຮງມີປະສິດທິຜົນຫຼາຍກວ່າເກົ່າ ແລະ ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ຜ່ານມາໃຫ້ເຂັ້ມງວດ, ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງຈະສຸມໃສ່ 5 ວຽກງານຈຸມສຸມທີ່ປະກອບມີ: ເພີ່ມທະວີການໂຄສະນາສຶກສາອົບຮົມ, ປຸກລະດົມທຸກການຈັດຕັ້ງ ແລະ ພົນລະເມືອງລາວໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ໄພອັນຕະລາຍຂອງການສໍ້ລາດບັງຫຼວງຕາມທິດນຳທີ່ວ່າ: ບໍ່ກ້າ, ບໍ່ສາມາດ ແລະ ບໍ່ຢາກສໍ້ລາດບັງຫຼວງ, ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ-ທົ່ວເຖິງ ແລະ ເລິກເຊິ່ງ ທັງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ຄົ້ນຄວ້າປັບປຸງ ແລະ ສ້າງນິຕິກໍາຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຮັດກຸມ ແລະ ຄົບຖ້ວນເທື່ອລະກ້າວ ເປັນຕົ້ນແມ່ນການກຳນົດເນື້ອໃນຂອງຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2021-2025 ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຕິດຕາມການຜັນຂະຫຍາຍຈັດຕັ້ງປະຕິບັດໃນວຽກງານຕົວຈິງ, ເພີ່ມທະວີຄວາມຮັບຜິດຊອບຂອງບັນດາອົງການປົກປ້ອງກົດໝາຍແຕ່ລະຂັ້ນໃນການປະຕິບັດພາລະບົດບາດ, ...

Read More »

ເຊື່ອມຊຶມນິຕິກຳການເລືອກຕັ້ງສະມາຊິກສະພາແຫ່ງຊາດ………..

ກະຊວງ​ຍຸຕິ​ທຳ​ເຊື່ອມຊຶມ​ ບັນດາ​ນິຕິ​ກຳ​ກ່ຽວ​ກັບ​ການ​ກໍ່ສ້າງ​ໜ່ວຍ​ພັກ​ປອດ​ໃສ​ເຂັ້ມແຂງ​ໜັກ​ແໜ້ນ ແລະ ການເລືອກ​ຕັ້ງ​ສະມາຊິກ​ສະພາແຫ່ງ​ຊາດ​ຊຸດ​ທີ IX ແລະ ສະພາ​ປະຊາຊົນ​ຂັ້ນ​ແຂວງ​ ຊຸດ​ທີ II ຂຶ້ນ​ໃນ​ເມື່ອບໍ່​ດົນ​ມານີ້ ​ທີ່​ກະຊວງດັ່ງກ່າວ ເຜີຍແຜ່​ເອກະສານ​ໂດຍ ທ່ານ ບຸນ​ທາ ຊົງ​ເຢີ​ທ່າວ ຮອງ​ເລຂາ​ຄະນະ​ພັກ ຫົວໜ້າ​ກົມ​ຈັດ​ຕັ້ງ​ພະນັກງານກະຊວງ ຊຶ່ງ​ມີ​ບັນດາ​ພະນັກງານ​ອ້ອມ​ຂ້າງ​ກະຊວງ​ ເຂົ້າ​ຮ່ວມ​ຮັບ​ຟັງ. ການ​ເຊື່ອມ​ຊຶມ​ຄັ້ງ​ນີ້​ ທ່ານ ບຸນ​ທາ ຊົງ​ເຢີ​ທ່າວ ໄດ້​ຍົກ​ໃຫ້​ເຫັນ​ມະຕິ​ວ່າ​ດ້ວຍການເພີ່ມທະວີການ​ຊີ້ນຳ​-​ນຳພາ​ຂອງຄະນະພັກ​ຕໍ່​ການເລືອກ​ຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ IX ແລະ ສະມາຊິກ​ສະພາປະຊາຊົນຂັ້ນ​ແຂວງ​ ຊຸດ​ທີ II, ຄຳ​ແນະນຳ​ຂອງ​ຄະນະ​ປະຈຳຄະນະກຳມະການ​ເລືອ​ກ​ຕັ້ງ​ລະດັບ​ຊາດ​ກ່ຽວ​ກັບ​ການ​ປ່ອນ​ບັດ, ການນັບຄະແນນ​ສຽງ ແລະ ການປະກາດຜົນ​ຂອງ​ການ​ເລືອກຕັ້ງສະມາຊິກ​ສະພາ​ແຫ່ງ​ຊາດ ​ຊຸດ​ທີ IX ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ​ ຊຸດ​ທີ II, ຄຳ​ແນະນຳ​ການ​ເລືອກຕັ້ງ​ລະດັບຊາດ ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ລະດັບ​ຊາດ​ກ່ຽວ​ກັບ​ການ​ກະກຽມ​ໂຄງ​ປະກອບ​ບຸກ​ຄະລາ​ກອນ, ຄຳ​ແນະນຳ​ຂອງ​ຄະນະ​ກຳມະການ​ເລືອກ​ຕັ້ງ​ລະດັບ​ຊາດ​ວ່າ​ດ້ວຍ​ການ​ໂຄສະນາ ແລະ ປຸກລະດົມ​ຂະບວນ​ການ ​ໃນບັ້ນເລືອກ​ຕັ້ງ, ຄຳ​ແນະນຳ​ ຂອງ​ຄະນະກຳມະການເລືອກຕັ້ງ​ລະດັບ​ຊາດ​ກ່ຽວ​ກັບ​ການໂຄສະນາ​ຫາ​ສຽງ​ໃຫ້​ຜູ້​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ແຫ່ງ​ຊາດ​ ຊຸດ​ທີ IX ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ​ຊຸດ​ທີ II ເພື່ອ​ສຶກສາ​ອົບຮົມໃຫ້ຜູ້ມີ​ສິດ​ເລືອກ​ຕັ້ງ​ຮັບ​ຮູ້ ແລະ ເຂົ້າໃຈ​ແຈ້ງ​ຕື່ມ​ກ່ຽວ​ກັບ​ທາດ​ແທ້​ຂອງ​ລະບອບ​ການເມືອງ ຊຶ່ງແມ່ນ​ລະບອບ​ປະຊາທິປະໄຕ​ ປະຊາຊົນ ມີ​ຄວາມ​ຮັບ​ຮູ້ ແລະ ...

Read More »

ແຂວງ ໄຊຍະບູລີ ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນ…..

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ໄຊຍະບູລີ ຊຸດທີ I ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ປອ ສົມລິດ ເປືອກປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ການນໍາຂອງແຂວງ, ພະແນກການ, ອົງການທຽບເທົ່າ, ພະນັກງານບໍານານ ແລະ ບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 3 ວັນ ແລະ ຈະໄດ້ພ້ອມກັນຮັບຟັງບົດລາຍງານໂດຍສັງເຂບ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021, ຮັບຟັງການລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ(216-2020) ແລະ ທິດທາງແຜນການ 5 ປີ(2021-2025), ຮັບຟັງການລາຍງານກ່ຽວກັບ ຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວ, ການຈັດຕັ້ງແຜນປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2020, ...

Read More »