ແຂວງ ໄຊຍະບູລີ ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາປະຊາຊົນ…..

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງ ໄຊຍະບູລີ ຊຸດທີ I ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 29 ທັນວາ 2020 ທີ່ຫ້ອງປະຊຸມໃຫຍ່ຂອງແຂວງ, ໂດຍການເປັນປະທານຂອງ ທ່ານ ປອ ສົມລິດ ເປືອກປະທານສະພາປະຊາຊົນແຂວງ, ເຂົ້າຮ່ວມເປັນກຽດມີ ທ່ານ ພົງສະຫວັນ ສິດທະວົງ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ໄຊຍະບູລີ, ມີສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນຂັ້ນແຂວງ, ການນໍາຂອງແຂວງ, ພະແນກການ, ອົງການທຽບເທົ່າ, ພະນັກງານບໍານານ ແລະ ບັນດາຫົວໜ່ວຍທຸລະກິດເຂົ້າຮ່ວມຢ່າງພ້ອມພຽງ.

Image may contain: 4 people, people standing and people on stage

ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນໄປເປັນເວລາ 3 ວັນ ແລະ ຈະໄດ້ພ້ອມກັນຮັບຟັງບົດລາຍງານໂດຍສັງເຂບ ຂອງທ່ານເຈົ້າແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດຂອງແຂວງ ປະຈໍາປີ 2020 ແລະ ທິດທາງແຜນການປີ 2021, ຮັບຟັງການລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ(216-2020) ແລະ ທິດທາງແຜນການ 5 ປີ(2021-2025), ຮັບຟັງການລາຍງານກ່ຽວກັບ ຜົນການກວດສອບ ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ, ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວ, ການຈັດຕັ້ງແຜນປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2020, ທິດທາງແຜນການປີ 2021 ແລະ ການຈັດຕັ້ງປະບັດວຽກງານ 5 ປີ, ຮ່າງທິດທາງແຜນການ 5 ປີ ຂອງອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ສະພາປະຊາຊົນແຂວງ ຊຸດທີ I,

Image may contain: one or more people, people sitting and indoor

ຮັບຟັງການປະກອບຄໍາເຫັນຂອງແນວລາວສ້າງຊາດແຂວງຕໍ່ການເຄື່ອນໄຫວຂອງສະພາປະຊາຊົນແຂວງ, ພ້ອມດຽວກັນຈະໄດ້ພິຈາລະນາຮັບຮອງເອົາ 5 ຮ່າງມະຕິຂອງກອງປະຊຸມສະໄໝສາມັນເທື່ອທີ 10 ແລະ ຮ່າງນິຕິກໍາໃຕ້ກົດໝາຍ 2 ສະບັບຄື: ຮ່າງແຜນການຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ແລະ ຮ່າງຂໍ້ຕົກລົງຂອງທ່ານເຈົ້າແຂວງ ວ່າດ້ວຍການກໍານົດປະເມີນລາຄາທີ່ດິນ-ສິ່ງປຸກສ້າງ ແລະ ກອງທຶນພັດທະນາກິລາ-ກາຍຍະກໍາແຂວງ,

Image may contain: one or more people, people standing, people on stage and indoor

ທ່ານ ພົງສະຫວັນ ສິດທະວົງເຈົ້າແຂວງ ໄຊຍະບູລີ ໄດ້ກ່າວວ່າ:ໃນໜຶ່ງປີຜ່ານມາເສດຖະກິດຂອງແຂວງຍັງສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງເມື່ອທຽບກັບແຜນດັດແກ້ຂອງສະພາແລ້ວອັດຕາການເຕີບໂຕຂອງເສດຖະກິດຢູ່ໃນລະດັບ 4,8% ແລະສ້າງມູນຄ່າເພີ່ມລາຄາໃນປີໄດ້ປະມານ 10.706 ຕື້ກີບ, ສະເລ່ຍຕໍ່ຫົວຄົນໃຫ້ໄດ້ 3.031 ໂດລາສະຫະລັດ, ໃນນີ້: ຂະແໜງກະສິກຳຂະຫຍາຍຕົວ 2,1% ກວມເອົາ 26,3%,ອຸດສາຫະກຳຂະຫຍາຍຕົວ 8,4% ກວມເອົາ 35,9%, ບໍລິການຂະຫຍາຍຕົວ 3,4% ກວມເອົາ 37,8% ຂອງລວມຍອດຜະລິດຕະພັນພາຍໃນ, ກອງປະຊຸມດັ່ງກ່າວຍັງຈະໄດ້ມີການປະກອບຄໍາຄິດຄໍາເຫັນຈາກບັນດາສະມາຊິກສະພາປະຊາຊົນແຂວງທີ່ປະຈໍາຢູ່ແຕ່ລະເມືອງ, ການຕອບຄໍາຊັກຖາມ ແລະ ຊີ້ແຈງກັບທີ່ຂອງບັນດາພະແນກການກ່ຽວຂ້ອງຕື່ມອີກ.

ແຫຼ່ງຂໍ້ມູນ: ແຂວງໄຊຍະບູລີ

Comments