ກະຊວງຍຸຕິທຳເຊື່ອມຊຶມ ບັນດານິຕິກຳກ່ຽວກັບການກໍ່ສ້າງໜ່ວຍພັກປອດໃສເຂັ້ມແຂງໜັກແໜ້ນ ແລະ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ຂຶ້ນໃນເມື່ອບໍ່ດົນມານີ້ ທີ່ກະຊວງດັ່ງກ່າວ ເຜີຍແຜ່ເອກະສານໂດຍ ທ່ານ ບຸນທາ ຊົງເຢີທ່າວ ຮອງເລຂາຄະນະພັກ ຫົວໜ້າກົມຈັດຕັ້ງພະນັກງານກະຊວງ ຊຶ່ງມີບັນດາພະນັກງານອ້ອມຂ້າງກະຊວງ ເຂົ້າຮ່ວມຮັບຟັງ.

ການເຊື່ອມຊຶມຄັ້ງນີ້ ທ່ານ ບຸນທາ ຊົງເຢີທ່າວ ໄດ້ຍົກໃຫ້ເຫັນມະຕິວ່າດ້ວຍການເພີ່ມທະວີການຊີ້ນຳ-ນຳພາຂອງຄະນະພັກຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ຄຳແນະນຳຂອງຄະນະປະຈຳຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບການປ່ອນບັດ, ການນັບຄະແນນສຽງ ແລະ ການປະກາດຜົນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II, ຄຳແນະນຳການເລືອກຕັ້ງລະດັບຊາດ ຂອງຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບການກະກຽມໂຄງປະກອບບຸກຄະລາກອນ,

ຄຳແນະນຳຂອງຄະນະກຳມະການເລືອກຕັ້ງລະດັບຊາດວ່າດ້ວຍການໂຄສະນາ ແລະ ປຸກລະດົມຂະບວນການ ໃນບັ້ນເລືອກຕັ້ງ, ຄຳແນະນຳ ຂອງຄະນະກຳມະການເລືອກຕັ້ງລະດັບຊາດກ່ຽວກັບການໂຄສະນາຫາສຽງໃຫ້ຜູ້ສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ II ເພື່ອສຶກສາອົບຮົມໃຫ້ຜູ້ມີສິດເລືອກຕັ້ງຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມກ່ຽວກັບທາດແທ້ຂອງລະບອບການເມືອງ ຊຶ່ງແມ່ນລະບອບປະຊາທິປະໄຕ ປະຊາຊົນ ມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບໂຄງປະກອບການຈັດຕັ້ງ ແລະ ບຸກຄະລາກອນຂອງສະມາຊິກສະພາແຫ່ງຊາດຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II ຢ່າງຄົບຖ້ວນຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ເຮັດໃຫ້ຜູ້ມີສິດເລືອກຕັ້ງເຫັນໄດ້ຜູ້ສະໝັກຮັບເລືອກຕັ້ງກຳໄດ້ປະຫວັດການເຄື່ອນໄຫວວຽກງານຂອງຜູ້ສະໝັກເລືອກຕັ້ງ ແລະ ເຮັດໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການພັດ ທະນາການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ພ້ອມທັງສ້າງສາຍພົວພັນສະໜິດແໜ້ນກັບປະຊາຊົນຢູ່ໃນທ້ອງຖິ່ນຂອງ ຕົນ.
ແຫຼ່ງຂໍ້ມູນ: ປະຊາຊົນ