ພິທີວາງສີລາລືກໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ……..

ພິທີວາງສີລາລືກໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນໄດ້ຈັດຂຶ້ນໃນວັນທີ 28 ທັນວານີ້, ທີ່ບ້ານໂນນສະອາດ (ເຂດດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ, ທ່ານ ປ້າຄຳເມິງ ພັນລະຍາທ່ານ ປະທານປະເທດແຫ່ງສປປລາວ, ທ່ານ ສາວ ເວີນຢູ (Zhao Wenyu) ທີ່ປຶກສາດ້ານເສດຖະກິດ-ການຄ້າສະຖານທູດຈີນ ປະຈຳ ສປປ ລາວ, ມີບັນດາແຂກຖືກເຊີນເຂົ້າຮ່ວມ.

Image may contain: one or more people, people standing and outdoor

ໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສຳນຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ, ເປັນໜໍ່ແໜງຂອງປະເທດຊາດ ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ດັ່ງນັ້ນ, ຈຶ່ງມີຄວາມຈຳເປັນໃຫ້ມີການຂະຫຍາຍທາງດ້ານສະຖານທີ່ ທີ່ເໝາະສົມທາງດ້ານວັດຖຸອຸປະກອນການນຳໃຊ້ທີ່ທັນສະໄໝສິ່ງອຳນວຍຄວາມສະດວກຄົບຖ້ວນເຂົ້າໃນການເຄື່ອນໄຫວກິດຈະກຳຂອງຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ.

Image may contain: one or more people, people standing, sky and outdoor

ດັ່ງນັ້ນ, ພັກ ແລະ ລັດຖະບານຈຶ່ງເຫັນໄດ້ຄວາມສຳຄັນດັ່ງກ່າວ ແລະ ໄດ້ຕົກລົງມອບເນື້ອທີ່ດິນ 3,5 ເຮັກຕາທີ່ຕັ້ງຢູ່ບ້ານໂນນສະອາດເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອສ້າງເປັນສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ ແລະ ງົບປະມານໃນການກໍ່ສ້າງສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ, ໄລຍະຜ່ານມາລັດຖະບານຈີນໄດ້ຊ່ວຍເຫຼືອຫຼາຍໂຄງການໃຫ້ແກ່ ສປປ ລາວເວົ້າລວມ, ເວົ້າສະເພາະກໍຄືງົບປະມານ 72.060.000 ລ້ານຢວນ ເພື່ອສ້າງເປັນສູນກິດຈະກຳຄົບວົງຈອນຂອງຊາວໜຸ່ມ-ເຍົາວະຊົນລາວ .

ແຫຼ່ງຂໍ້ມູນ: ວສລ

Comments