ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູງກາງ ກວດພົບເຫັນພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນໃນປີ 2019 ສ່ວນຫຼາຍແມ່ນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການສໍ້ໂກງ ແລະ ອື່ນໆ.

ທ່ານ ສີໃນ ມຽງລາວັນ ຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາລັດຖະບານ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ ກ່າວໃນພິທີສະເຫຼີມສະຫຼອງວັນຕ້ານການສໍ້ລາດບັງຫຼວງສາກົນຄົບຮອບ 17 ປີ (9 ທັນວາ 2003 – 9 ທັນວາ 2020) ທີ່ຈັດຂຶ້ນໃນວັນທີ 28 ທັນວາ 2020 ນີ້ ທີ່ສະໂມສອນ ອົງການກວດກາລັດຖະບານ ນະຄອນຫຼວງວຽງຈັນວ່າ: ໃນປີ 2019 ນີ້ໄດ້ຕິດຕາມກວດກາ ທັງໝົດ 945 ເປົ້າໝາຍ ແລະ ດຳເນີນການກວດກາລົງເລິກຕໍ່ຜູ້ກຳທຳຜິດທີ່ມີພຶດຕິກຳສໍ້ລາດບັງຫຼວງ 70 ເປົ້າໝາຍ, ພົບເຫັນຜູ້ກະທຳຜິດ 196 ຄົນ. ດຳເນີນການສືບສວນ-ສອບສວນຕໍ່ຜູ້ກະທຳຜິດທີ່ມີການສໍ້ລາດບັງຫຼວງ 18 ເປົ້າໝາຍ ພົບເຫັນຜູ້ກະທຳຜິດ 464 ຄົນ, ໄດ້ແກ້ໄຂດ້ານບໍລິຫານ 380 ຄົນ, ດຳເນີນຄະດີ 84 ຄົນ, ສະຫຼຸບຄະດີສົ່ງໄອຍະການ 62 ຄົນ, ໄອຍະການຖະແຫຼງການຕັດສິນ 37 ຄົນ, ສານຕັດສິນແລ້ວ 34 ຄົນ ຊຶ່ງຜູ້ກະທຳຜິດແມ່ນລວມທັງ ພະນັກງານ ແລະ ເອກະຊົນ, ຜົນເສບຫາຍທີ່ເກີດຂຶ້ນ ແມ່ນຖືກເກັບກູ້ຄືນໄດ້ຫຼາຍສົມຄວນ.

ທ່ານ ສີໃນ ໄດ້ກ່າວຕື່ມວ່າ: ເພື່ອອັດຊ່ອງວ່າງ ແລະ ສະກັດກັ້ນພຶດຕິກຳທີ່ເປັນການສໍ້ລາດບັງຫຼວງໃຫ້ຫຼຸດໜ້ອຍຖອຍລົງ, ລັດແຫ່ງ ສປປ ລາວ ໄດ້ພະຍາຍາມປັບປຸງກົງຈັກການຈັດຕັ້ງທຸກຂັ້ນ, ທຸກພາກສ່ວນ ລວມທັງວິສາຫະກິດຂອງລັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນຕື່ມ ແລະ ມີຄວາມໂປ່ງໃສ, ຫຼຸດຜ່ອນຂອດຂັ້ນບໍລິການ, ແກ້ໄຂຊ່ອງວ່າງໃນການສວຍໃຊ້ໜ້າທີ່, ນຳໃຊ້ເຄື່ອງມືທັນສະໄໝເຂົ້າໃນການເກັບລາຍຮັບ ແລະ ການຄຸ້ມຄອງບໍລິຫານລັດ, ເພີ່ມທະວີວຽກງານຕິດຕາມ-ກວດກາຂອງສະພາແຫ່ງຊາດ, ສະພາປະຊາຊົນຂັ້ນທ້ອງຖິ່ນຕໍ່ການປະຕິບັດໜ້າທີ່ຂອງອົງການບໍລິຫານ, ໄອຍະການປະຊາຊົນ, ສານປະຊາຊົນ ແລະ ເຈົ້າໜ້າທີ່ລັດ, ສຸມໃສ່ແກ້ໄຂພຶດຕິກຳທີ່ເປັນການລະເມີດລະບຽບກົດໝາຍ ເປັນຕົ້ນແມ່ນການສໍ້ລາດບັງຫຼວງຢູ່ແຕ່ລະຂົງເຂດຂະແໜງການ ແລະ ທ້ອງຖິ່ນຢ່າງເປັນເຈົ້າການ, ໄດ້ເອົາໃຈໃສ່ສ້າງ ແລະ ປັບປຸງກົດໝາຍ, ນິຕິກຳລຸ່ມກົດໝາຍກໍ່ຄືກົນໄກ ແລະ ລະບອບ-ລະບຽບການຕ່າງໆໃຫ້ຫຼາຍ ແລະ ຮັດກຸມກວ່າເກົ່າ. ເພື່ອເປນເຄື່ອງມືໃນການຄຸ້ມຄອງສັງຄົມດ້ວຍກົດໝາຍໃຫ້ນັບມື້ເຂັ້ມແຂງຂຶ້ນເລື້ອຍໆ.
ແຫຼ່ງຂໍ້ມູນ: ວຽງຈັນທາຍ.