ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິ ວັດລາວ ໄຂຂຶ້ນຢ່າງສະຫງ່າຜ່າເຜີຍ ໃນຕອນເຊົ້າວັນທີ 13 ມັງກອນ 2021 ທີ່ນະຄອນ ຫລວງວຽງຈັນ ໂດຍມີ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ມີກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ກຳມະການສູນກາງພັກ, ນັກປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ຈຳນວນ 768 ສະຫາຍ, ຍິງ 116 ສະຫາຍ ທີ່ໄດ້ຖືກຄັດເລືອກໃຫ້ຕາງໜ້າອົງຄະນະພັກຂະແໜງການ, ອົງການ ແລະ ທ້ອງຖິ່ນ ໃນຂອບເຂດທົ່ວປະເທດ ແລະ ແຂກຖືກເຊີນ ຈຳນວນ 147 ສະຫາຍ ທີ່ຕາງໜ້າໃຫ້ແກ່ພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ກໍຄື ປະຊາຊົນລາວບັນດາເຜົ່າ ເຂົ້າຮ່ວມ.

ในภาพอาจจะมี 3 คน, ผู้คนอยู่บนเวที, ข้อความพูดว่า "XI"

ສະຫາຍ ບຸນຍັງ ວໍລະຈິດ ກ່າວສູນທອນພົດ ໄຂກອງປະຊຸມ ຢ່າງເປັນທາງການ, ເຊິ່ງມີບາງຕອນສຳຄັນວ່າ: ເມື່ອຫວນເບິ່ງຄືນການນຳພາ-ຊີ້ນຳຂອງສູນກາງພັກໃນການຈັດ ຕັ້ງປະຕິບັດມະຕິ X ຂອງພັກ ຕະຫລອດໄລຍະ 5 ປີຜ່ານມາ ໃນທ່າມກາງສະພາບແວດລ້ອມສາກົນ ແລະ ພາກພື້ນມີການຜັນແປໄປຢ່າງໄວວາ ສັບສົນ ຄາດການໄດ້ຍາກ ແລະ ການແຜ່ລະບາດ ຢ່າງໜັກໜ່ວງຂອງພະຍາດໂຄວິດ-19 ເຊິ່ງເຕັມໄປດ້ວຍ ກາລະໂອກາດ ແລະ ສິ່ງທ້າທ້າຍນັ້ນ, ເຫັນວ່າ ຂະບວນການພັດທະນາສ້າງສາປະເທດຊາດ ໄດ້ມີບາດ ກ້າວຂະຫຍາຍຕົວຕໍ່ເນື່ອງ ແລະ ມີຜົນສໍາເລັດໃຫຍ່ຫລາຍດ້ານ: ຮັບປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ໝາກຜົນຂອງການປະຕິວັດ ໄດ້ຮັບການປົກປ້ອງຢ່າງເຂັ້ມແຂງ, ເຖິງວ່າມີຄວາມ ຫຍຸ້ງຍາກທາງດ້ານການເງິນ-ເງິນຕາ, ບັນຫາໜີ້ສິນ ແລະ ໄດ້ຖືກຜົນກະທົບຢ່າງໜັກໜ່ວງ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19, ແຕ່ພວກເຮົາຍັງສາມາດຢັບຢັ້ງ ບໍ່ໃຫ້ເກີດ ເຫດການຫົດຖອຍຮ້າຍແຮງ ຕໍ່ເສດຖະກິດ-ສັງຄົມ; ຄຸນນະພາບຊີວິດຂອງປະຊາຊົນບັນ ດາເຜົ່າ ໄດ້ຮັບການປັບປຸງ ແລະ ຍົກລະດັບດີຂຶ້ນເປັນກ້າວໆ, ຄວາມທຸກຍາກໄດ້ຮັບ ການແກ້ໄຂ ແລະ ບັນລຸໄດ້ຕາມຄາດໝາຍທີ່ວາງໄວ້; ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ທົ່ວປວງຊົນຮອບດ້ານ ສືບຕໍ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ກໍາລັງປະກອບອາວຸດ ກໍໄດ້ຮັບການປັບປຸງກໍ່ສ້າງ ກາຍເປັນກໍາລັງທີ່ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ ແລະ ມີແບບແຜນທັນສະໄໝ; ບັນດາອົງການອໍານາດລັດ ໄດ້ຮັບການປັບປຸງທາງດ້ານການຈັດຕັ້ງ, ຍົກລະດັບຄຸນນະພາບ ການເຄື່ອນໄຫວ ຕາມທິດ ປົກຄອງດ້ວຍກົດໝາຍ; ອົງການແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນ ຢ່າງເປັນເຈົ້າການ, ການພົວພັນຮ່ວມມື ກັບບັນດາ ປະເທດເພື່ອນມິດຍຸດທະສາດ ແລະ ເພື່ອນມິດສາກົນ ໄດ້ຂະຫຍາຍຕົວສູ່ລະດັບສູງໃໝ່, ບົດບາດອິດທິພົນຂອງພັກ ແລະ ລັດເຮົາ ໄດ້ຮັບການເຊີດຊູໃຫ້ສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ການກໍ່ສ້າງພັກ-ພະນັກງານ ໄດ້ຮັບການເອົາໃຈໃສ່ປັບປຸງ ແລະ ຍົກລະດັບຂຶ້ນຢ່າງຕໍ່ເນື່ອງຕາມທິດ ສ້າງພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແນໃສ່ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ.

ในภาพอาจจะมี ผู้คนอยู่บนเวที

ຕະຫລອດໄລຍະໜຶ່ງສະໄໝຜ່ານມາ, ເຖິງວ່າພັກ ແລະ ລັດເຮົາ ໄດ້ສຸມໃສ່ນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດມະຕິ X ຂອງພັກ ດ້ວຍຄວາມບຸກບືນສູ້ຊົນສູງປານໃດກໍຕາມ, ແຕ່ພວກເຮົາຍັງມີຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ທ້າທາຍຕໍ່ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ເຊິ່ງບັນຫາໃຫຍ່ກໍຍັງແມ່ນບັນຫາທີ່ພວກເຮົາ ໄດ້ຕີລາຄາຢ່າງກົງໄປກົງມາ ກ່ອນໜ້ານີ້ແລ້ວ. ທັງໝົດເຫລົ່ານັ້ນ, ລ້ວນແຕ່ຊີ້ບອກເຖິງສະພາວະຄວາມເປັນຈິງທາງດ້ານການເມືອງ, ເສດຖະກິດ, ວັດທະນະທໍາ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສ້າງພັກ-ພະນັກງານ ທີ່ຮຽກຮ້ອງໃຫ້ພວກເຮົາຕ້ອງກໍາແໜ້ນ ແລະ ພິຈາລະນາ ຢ່າງເປັນລະບົບ, ຄົບຖ້ວນ, ພາວະວິໄສ ເພື່ອເປັນພື້ນຖານ ໃນການວາງທິດທາງໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ຂອງພວກເຮົາ ໃນຊຸມປີຕໍ່ໜ້ານີ້ ໃຫ້ມີການຫັນປ່ຽນໄປສູ່ລວງເລິກ ໄດ້ຢ່າງແທ້ຈິງ.ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນສັງເກດຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ຕິດພັນກັບການປະເມີນ ຢ່າງກວມລວມ ການສ້າງບັນດາປະຖົມປັດໄຈ ໃຫ້ແກ່ການກ້າວຂຶ້ນສັງຄົມນິຍົມ ໃນໄລຍະທີ່ຜ່ານມາ; ຖອດຖອນບົດຮຽນອັນເປັນປະໂຫຍດ ແລະ ຕົກລົງແນວທາງ, ທິດທາງ, ໜ້າທີ່ລວມ, ແຜນນະໂຍບາຍໃຫຍ່ ແລະ ວາງທິດຊີ້ນໍາ ຕໍ່ແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ໃນຕໍ່ໜ້າ ເພື່ອສືບຕໍ່ບູລະນະລະບອບ ປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈໃຫ້ແກ່ການກ້າວເດີນ ສູ່ຈຸດໝາຍສັງຄົມນິຍົມ.

ในภาพอาจจะมี หนึ่งคนขึ้นไป, ผู้คนอยู่บนเวที และสถานที่ในร่ม

ພ້ອມນີ້, ກອງປະຊຸມຍັງຈະໄດ້ພິຈາລະນາ ແລະ ຮັບຮອງເອົາຮ່າງກົດລະບຽບສະບັບປັບປຸງ ແນໃສ່ສ້າງພັກເຮົາໃຫ້ນັບມື້ເຕີບໃຫຍ່ປອດໃສ, ເຂັ້ມ ແຂງ ແລະ ໜັກແໜ້ນ ກ້າວຂຶ້ນເຮັດຫລ້ອນພາລະກໍາປະຫວັດສາດ ອັນມີກຽດສະຫງ່າຂອງຕົນໃນໄລຍະໃໝ່ ແລະ ຈະໄດ້ສໍາຫລວດຕີລາຄາການນໍາພາ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ແລະ ດໍາເນີນການເລືອກຕັ້ງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ທີ່ສະແດງອອກເຖິງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວຂອງພັກ, ຮັບປະກັນລັກສະນະສືບທອດ ແລະ ເຮັດໃຫ້ຖັນແຖວການນໍາຂັ້ນສູງຂອງພັກເຮົາ ນັບມື້ນັບໜຸ່ມແໜ້ນ ປ່ຽມລົ້ນໄປດ້ວຍສະຕິປັນຍາ ໂດຍຄັດເລືອກເອົາບັນດາສະຫາຍ ທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນ ເພື່ອແບກຫາບພາລະໜ້າທີ່ອັນໜັກໜ່ວງທີ່ ພັກ ແລະ ປະເທດຊາດ ໄດ້ມອບໝາຍໃຫ້.ໂອກາດນີ້, ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຫວັງວ່າ ບັນດາສະຫາຍຜູ້ແທນກອງປະຊຸມໃຫຍ່ ຈະເຊີດຊູຄວາມຮັບຜິດຊອບໃຫ້ສູງຂຶ້ນ, ເສີມຂະຫຍາຍປະຊາທິປະໄຕຢ່າງແຂງແຮງ, ສຸມຈິດສຸມໃຈ, ສະຕິປັນຍາ ແລະ ເຫື່ອແຮງເຂົ້າໃສ່ການຄົ້ນຄວ້າ, ຄິດຫງຳ ແລະ ປະກອບຄວາມເຫັນຢ່າງມີຄຸນນະພາບສູງ, ຕົກລົງບັນຫາຢ່າງຖືກຕ້ອງດ້ວຍຈິດໃຈປະຕິວັດບຸກ ເຮັດໃຫ້ກອງປະຊຸມພວກເຮົາບັນລຸຜົນສຳເລັດ ຕາມຈຸດປະສົງຄາດໝາຍຢ່າງສະຫງ່າງາມ.ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ໃນຄັ້ງນີ້ ຈະດຳເນີນຈະດຳເນີນໄປເປັນເວລາ 3 ວັນ ແຕ່ວັນທີ 13-15 ມັງກອນ 2021.

ແຫຼ່ງຂໍ້ມູນ: ຂປລ.

Comments