ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ຈະສຸມໃສ່ 5 ວຽກງານຈຸມສຸມທີ່ສຳຄັນ……….

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໃຫ້ຮູ້ວ່າ: ໃນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາສາກົນວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ ໃຫ້ແຂງແຮງມີປະສິດທິຜົນຫຼາຍກວ່າເກົ່າ ແລະ ປັບປຸງແກ້ໄຂຈຸດອ່ອນ-ຂໍ້ຄົງຄ້າງ ຜ່ານມາໃຫ້ເຂັ້ມງວດ, ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງຈະສຸມໃສ່ 5 ວຽກງານຈຸມສຸມທີ່ປະກອບມີ: ເພີ່ມທະວີການໂຄສະນາສຶກສາອົບຮົມ, ປຸກລະດົມທຸກການຈັດຕັ້ງ ແລະ ພົນລະເມືອງລາວໃຫ້ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ໄພອັນຕະລາຍຂອງການສໍ້ລາດບັງຫຼວງຕາມທິດນຳທີ່ວ່າ: ບໍ່ກ້າ, ບໍ່ສາມາດ ແລະ ບໍ່ຢາກສໍ້ລາດບັງຫຼວງ,

ການສໍ້ຣາສບັງຫຼວງ ຢູ່ລາວ ຍັງຊໍາເຮື້ອ

ໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການຕ້ານການສໍ້ລາດບັງຫຼວງ, ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນຊັ້ນຄົນຕ່າງໆ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ-ທົ່ວເຖິງ ແລະ ເລິກເຊິ່ງ ທັງເປັນເຈົ້າການເຂົ້າຮ່ວມການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ແຂງແຮງກວ່າເກົ່າ, ສືບຕໍ່ຄົ້ນຄວ້າປັບປຸງ ແລະ ສ້າງນິຕິກໍາຕ່າງໆກ່ຽວກັບວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ຮັດກຸມ ແລະ ຄົບຖ້ວນເທື່ອລະກ້າວ ເປັນຕົ້ນແມ່ນການກຳນົດເນື້ອໃນຂອງຍຸດທະສາດຕ້ານການສໍ້ລາດບັງຫຼວງ ແຕ່ປີ 2021-2025 ໃຫ້ມີເນື້ອໃນຄົບຖ້ວນ, ຈະແຈ້ງ ແລະ ຕິດຕາມການຜັນຂະຫຍາຍຈັດຕັ້ງປະຕິບັດໃນວຽກງານຕົວຈິງ, ເພີ່ມທະວີຄວາມຮັບຜິດຊອບຂອງບັນດາອົງການປົກປ້ອງກົດໝາຍແຕ່ລະຂັ້ນໃນການປະຕິບັດພາລະບົດບາດ, ໜ້າທີ່, ສິດອໍານາດ ຂອງຕົນໃຫ້ມີຄວາມໂປ່ງໃສ, ຍຸຕິທຳ, ຕິດພັນກັບການສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃນຂົງເຂດທີ່ຕົນຮັບຜິດຊອບໃຫ້ເຂັ້ມງວດກ່ວາເກົ່າ.

ການຊື້ຈ້າງເຂົ້າເປັນ ຣັຖກອນ ຍັງສືບຕໍ່

ນອກນັ້ນ ສິ່ງສຳຄັນແມ່ນຈະເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໃນການຕິດຕາມກວດກາເປັນປົກກະຕິ ເລີ່ມແຕ່ຫົວທີ ແລະ ດຳເນີນການກວດກາຢ່າງເລິກເຊິ່ງ ຕໍ່ການລະເມີດລະບຽບກົດໝາຍ ແລະ ພຶດຕິກຳສໍ້ລາດບັງຫຼວງ, ເມື່ອກວດເຫັນມີການລະເມີດ-ມີການສໍ້ລາດບັງຫຼວງຕ້ອງແກ້ໄຂຜົນຂອງການກວດກາຢ່າງເດັດຂາດ, ເຂັ້ມງວດ, ຍຸຕິທຳ ແລະ ທັນເວລາ. ສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບບັນດາປະເທດທີ່ເປັນພາຄີ, ປະເທດເພື່ອນມິດ ແລະ ບັນດາອົງການຈັດຕັ້ງສາກົນຢ່າງເປັນເຈົ້າການ ແລະ ແຂງແຮງກວ່າເກົ່າ ເພື່ອຍາດແຍ່ງເອົາທຶນຮອນ ແລະ ບົດຮຽນປະສົບການໃນການສະກັດກັ້ນ ແລະຕ້ານການສໍ້ຫຼາດບັງຫຼວງ.

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments