ການເມືອງ

ສະເຫຼີມສະຫຼອງ ວັນສ້າງຕັ້ງອົງການ ກວດກາພັກ – ລັດ ຄົບຮອບ 39 ປີ

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ (16/02/1982 – 16/02/2021) ແລະ ຍ້ອງ ຍໍຜົນງານ 5 ປີ ແລະ ປະຈໍາປີ 2020 ໃຫ້ພະນັກງານກວດກາສູນກາງພັກ ຂຶ້ນໃນວັນທີ 16 ກຸມພາ 2021 ທີ່ຫ້ອງປະຊຸມ ຄະນະກວດກາສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ; ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການເລຂາທິການສູນກາງພັກສະໄໝ XI, ຮອງນາ ຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ, ສະຫາຍ ຄໍາພັນ ພົມມະທັດ ກໍາມະການ ກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ; ມີບັນດາຮອງປະ ທານຄະນະ ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ແລະ ພະນັກງານພາຍໃນ ຄະນະກວດ ກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມ.ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ...

Read More »

ເປີດນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງຍາວ 43,5 ກິໂລແມັດ ເພື່ອເປັນຂອງຂວັນໃຫ້ປະຊາຊົນ

ໃນວັນທີ 15 ກຸມພາ 2021 ໄດ້ມີພິທີເປີດການນຳໃຊ້ເສັ້ນທາງຄອນກຣີດອ້ອມດອນໂຂງ ເຊິ່ງມີຄວາມຍາວທັງໝົດ 43,5 ກິໂລແມັດ ຢູ່ເມືອງໂຂງ ແຂວງຈຳປາສັກ ພາຍຫລັງສໍາເລັດການກໍ່ສ້າງ ໂດຍໄດ້ຮັບການຊ່ວຍເຫລືອລ້າ ຈາກໂຄງການພັດທະນາເຂດເສດຖະກິດໃໝ່ສີທັນດອນ ມູນຄ່າ 12 ລ້ານກວ່າໂດລາສະຫະລັດ.ໃຫ້ກຽດເຂົ້າຮ່ວມພິທີດັ່ງກ່າວ, ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ນາງ ຄໍາພູ ລິດທິສັກ ເຈົ້າເມືອງໂຂງ, ພ້ອມດ້ວຍບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ. ໂອກາດນີ້, ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນ ຈຳກັດ ລາຍງານໃຫ້ຮູ້ວ່າ: ເສັ້ນທາງຄອນກຣີດອ້ອມດອນໂຂງແຫ່ງນີ້ ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 6 ຕຸລາ 2018 ໂດຍໃຊ້ເວລາໃນການກໍ່ສ້າງທັງໝົດ 2 ປີ 4 ເດືອນ, ເຊິ່ງເປົ້າໝາຍຂອງບໍລິສັດໃນການກໍ່ສ້າງເສັ້ນທາງນີ້ ບໍ່ພຽງແຕ່ເປັນຂອງຂວັນໃຫ້ປະຊາຊົນຊາວເມືອງໂຂງເທົ່ານັ້ນ, ແຕ່ຍັງເປັນພັນທະຂອງບໍລິສັດເພື່ອປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງໂຂງ ເຊິ່ງເປັນການສະແດງອອກເຖິງຄວາມຕັ້ງ ໃຈອັນເດັດດ່ຽວຂອງບໍລິສັດ ...

Read More »

ນາຍົກເຕືອນພະແນກການຕ່າງໆຂອງລັດບໍ່ໃຫ້ຊື້ພາຫະນະເພີ່ມເຕີມ

ໜັງສືພິມວຽງຈັນທາມ ລາຍງານວ່າ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວເຕືອນພະແນກການຕ່າງໆຂອງລັດບໍ່ໃຫ້ຊື້ພາຫະນະເພີ່ມເຕີມເພື່ອນຳໃຊ້ພາຍຫຼັງທີ່ຮູ້ວ່າອຳນາດການປົກຄອງແຂວງຈຳນວນໜຶ່ງກຳລັງວາງແຜນຊື້ລົດໃໝ່. “ ຂ້ອຍໄດ້ຍິນວ່າບາງແຂວງໄດ້ອອກຄຳສັ່ງຊື້ລົດ ເວັ້ນເສຍແຕ່ວ່ານີ້ແມ່ນສິ່ງຈຳເປັນແທ້ໆ” ເພິ່ນໄດ້ກ່າວຕໍ່ກອງປະຊຸມປະຈຳປີ 2020 ຂອງຂະແໜງການເງິນ, ແຜນການ ແລະ ການລົງທືນທີ່ນະຄອນຫຼວງວຽງຈັນ. ເນື່ອງຈາກຈຳນວນພາຫະນະຂອງລັດມີຫຼາຍກວ່າ 30,000 ຄັນ ນາຍົກລັດຖະມົນຕີໄດ້ກ່າວຕໍ່ໜ່ວຍງານທີ່ກ່ຽວຂ້ອງໃຫ້ຄຳນວນໃໝ່ ແລະ ຈັດສັນພາຫະນະໃໝ່ເພື່ອການໃຊ້ງາານທີ່ເໝາະສົມ ທ່ານກ່າວຕື່ມອີກວ່າ: ພາຫະນະຂອງລັດຈຳນວນຫຼວງຫຼາຍບວກໃສ່ກັບລົດສ່ວນຕົວໄດ້ເຮັດໃຫ້ຖະ ໜົນແອອັດ, ໂດຍສະເພາະໃນໄລຍະເວລາໂມງການ. ບົດລາຍງານທີ່ພົ້ນເດັ່ນກ່ຽວກັບແຜນການຂອງແຂວງໃນການຊື້ລົດໃໝ່ແມ່ນມີໃນໄລຍະເວລາທີ່ມີການປ່ຽນແປງຜູ້ນຳໃໝ່ໃນອົງການຈັດຕັ້ງຂອງລັດເຊິ່ງຈະເກີດຂື້ນໃນທຸກໆຫ້າປີ ຕາມທຳນຽມປະຕິບັດເຈົ້າໜ້າທີ່ອາວຸໂສທີ່ຂຶ້ນຕຳແໜ່ງໃໝ່ມັກຈະໄດ້ຮັບລົດໃໝ່. ໃນຂະນະທີ່ເຈົ້າໜ້າທີ່ຂັ້ນສູງຫຼາຍຄົນກຳນົດຈະອອກບຳນານໃນໄວໆນີ້, ໝາຍຄວາມວ່າຜູ້ສືບທອດທີ່ຈະເຂົ້າມາປ່ຽນແທນຈະໄດ້ຮັບລົດໃໝ່ ຕາມການປະຕິບັດຕາມຮີດຄອງປະເພນີ. ນາຍົກລັດຖະມົນຕີທອງລຸນ, ຜູ້ທີ່ຖືກເລືອກຕັ້ງເປັນເລຂາທິການໃຫຍ່ຂອງພັກປະຊາຊົນປະຕິວັດລາວເມື່ອບໍ່ດົນມານີ້, ໄດ້ກ່າວເຕືອນວ່າງົບປະມານຂອງລັດຄວນຈະນຳໃຊ້ພຽງແຕ່ຄວາມຕ້ອງການທີ່ຈຳ ເປັນ ແລະ ເປັນບຸລິມະສິດເທົ່ານັ້ນຍ້ອນວ່າປະເທດລາວກຳລັງປະສົບກັບຄວາມຫຍຸ້ງຍາກທາງດ້ານການເງິນສ່ວນໃຫຍ່ແມ່ນຍ້ອນການຂາດດຸນງົບປະມານຊຳເຮື້ອ ແລະ ສະສົມໜີ້ສິນ. ນາຍົກລັດຖະມົນຕີໄດ້ນຳໜ້າຄວາມພະຍາຍາມໃນການຫຼຸດຜ່ອນການໃຊ້ຈ່າຍພິເສດສຳລັບພາຫະນະທີ່ຫຼູຫຼາ. ໃນປີ 2017 ບັນດາຜູ້ນຳພັກ ແລະ ລັດໄດ້ນຳເອົາລົດທີ່ມີລາຄາແພງຢູ່ເອີຣົບໃຫ້ລັດ, ເຊິ່ງຕໍ່ມາກໍ່ຂາຍໃນການປະມູນລົດຍີ່ປຸ່ນໄດ້ຮັບການສະໜອງ ເພື່ອທົດແທນລົດຫຼູຫຼາທີ່ຖືກສົ່ງຄືນ. ໃນປີດຽວກັນ, ນາຍົກລັດຖະມົນຕີໄດ້ອອກດຳລັດນາຍົກລັດຖະມົນຕີເລກທີ 15 ວ່າດ້ວຍການສະ ໜອງ ແລະ ຄຸ້ມຄອງພາຫະນະໃຫ້ແກ່ຜູ້ນຳລະດັບສູງ, ເຊິ່ງຕັດຄ່າໃຊ້ຈ່າຍໃນການນຳໃຊ້ພາຫະນະ ແລະຄ່າໃຊ້ຈ່າຍໃນການບຳລຸງຮັກສາ.

Read More »

ທ່ານ ນາງ ຊາຣີນ ທູລາດາຣ ຖືກແຕ່ງຕັ້ງມາເປັນຫົວໜ້າຫ້ອງການຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ

ໃນວັນທີ 11 ກຸມພາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນໜັງສືແຕ່ງຕັ້ງ ຂອງ ນາງ ຊາຣີນ ທູລາດາຣ (Mrs. Shareen Tuladhar), ເພື່ອມາເປັນຫົວໜ້າຫ້ອງການຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີຕ່າງປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ນາງ ຊາຣີນ ທູລາດາຣ ທີ່ຖືກແຕ່ງຕັ້ງມາເປັນຫົວໜ້າຫ້ອງການຂອງອົງການ IOM ປະຈຳ ສປປ ລາວ ແລະ ພ້ອມກັນນັ້ນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫລືອ ຂອງອົງການ IOM ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ. ທັງສອງທ່ານ ໄດ້ແລກປ່ຽນຄຳເຫັນ ກ່ຽວກັບ ການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ IOM ໂດຍສະເພາະ ການສະໜັບສະໜູນຊ່ວຍເຫຼືອໃນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆເປັນຕົ້ນ: ໂຄງການສ້າງຄວາມສາມາດໃຫ້ແກ່ພະນັກງານກະຊວງຂະແໜງການທີ່ກ່ຽວຂ້ອງ, ...

Read More »

ອົງການຫານໂລກ ສືບຕໍ່ສະໜັບສະໜູນ ອາຫານທ່ຽງໃຫ້ແກ່ໂຮງຮຽນປະຖົມສຶກສາ ໃນ ສປປ ລາວ

ອົງການອາຫານໂລກ (WFP) ສືບຕໍ່ການຮ່ວມມື ເພື່ອສະໜອງອາຫານທ່ຽງ ໃຫ້ແກ່ນັກ ຮຽນກຽມປະຖົມສຶກສາ ແລະ ນັກຮຽນຊັ້ນປະຖົມສຶກສາ ຈໍານວນ 63.000 ຄົນ, ໃນ 18 ເມືອງຂອງແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ດ້ວຍອາຫານເພື່ອສຸຂະພາບດີ ແລະ ຫລາກຫລາຍກິດຈະກໍາທີ່ກ່ຽວຂ້ອງ.ພິທີລົງນາມຂໍ້ຕົກລົງກ່ຽວກັບແຜນງານ McGovern-Dole ສຳລັບໂຄງການອາຫານທ່ຽງໃນໂຮງ ຮຽນ 2020-2025 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 9 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ. ຕາງໜ້າລົງນາມຄັ້ງນີ້, ໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ...

Read More »

ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫລືອວັກຊີນຈາກ ສປ ຈີນ

ກະຊວງສາທາລະນະສຸກ ກໍຄື ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ ລັດຖະບານ ສປ ຈີນ ທີ່ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມດ້ວຍເຊີແລງ ຈຳນວນ 300.800 ອັນ ໃຫ້ແກ່ ສປປ ລາວ ເພື່ອນຳມາໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນປະເທດ ໄດ້ຢ່າງທັນການ.ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ສຳພາດໃນໂອກາດຕ້ອນຮັບການຂົນສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ທີ່ມາຈາກ ສປ ຈີນ ໃນຕອນເຊົ້າຂອງວັນທີ 8 ກຸມພາ 2021 ທີ່ສະໜາມບິນສາກົນວັດໄຕ ວ່າ: ການຊ່ວຍເຫລືອຄັ້ງນີ້, ເຊິ່ງເປັນຮອບທີສອງ ແມ່ນມີຄວາມໝາຍສຳຄັນຫລາຍ ເພາະຈະເຮັດໃຫ້ ສປປ ລາວ ສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ບຸກຄະລາກອນຜູ້ທີ່ມີຄວາມສ່ຽງສູງສຸດໄດ້ຄົບໝົດ ເປັນຕົ້ນແມ່ນບຸກຄະລາກອນການແພດ ທີ່ເຮັດວຽກໂດຍກົງກັບຄົນເຈັບ ແລະ ເຮັດວຽກຢູ່ຫ້ອງວິເຄາະ, ບຸກຄະລາກອນທີ່ເຮັດວຽກຢູ່ຕາມຊາຍແດນຕ່າງໆ ແລະ ຜູ້ທີ່ເຮັດວຽກຜະເຊີນໜ້າກັບຄົນເຈັບທີ່ຕິດເຊື້ອ ແລະ ຜູ້ທີ່ສົງໄສການຕິດ ເຊື້ອພະຍາດໂຄວິດ-19 ແລະ ຜູ້ມີຄວາມສ່ຽງທີ່ບໍ່ຮູ້ຈັກ ໃນເບື້ອງຕົ້ນ, ...

Read More »

ມອບ-ຮັບໜ້າທີ່ປະທານຄະນະກວດກາສູນກາງພັກ

ອີງ​ຕາມ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XI ຂອງ​ພັກ ແລະ ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ XI, ໃນ​ຕອນ​ແລງ ວັນ​ທີ 5 ກຸມພາ 2021 ທີ່​ສະໂມສອນ​ຄະນະ​ກວດກາ​ສູນ​ກາງ​ພັກ ໄດ້​ມີ​ພິທີ​ມອບ – ຮັບ ໜ້າທີ່​ລະຫວ່າງ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈໍາ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ (ຜູ້​ເກົ່າ) ປະທານ​ອົງການ​ກວດກາ​ລັດຖະ ບານ ປະທານ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ແລະ ສະຫາຍ ຄຳພັນ ພົມ​ມະ​ທັດ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ ຄະນະ​ ເລຂາທິການ​ສູນ​ກາງ​ພັກ ປະ ທານ​ຄະນະ​ກວດກາ​ສູນ​ກາງ​ພັກ (ຜູ້​ໃໝ່) ໂດຍ​ມີສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ໂອກາດ​ເຂົ້າ​ຮ່ວມພິທີຄັ້ງ​ ນີ້, ສະຫາຍ ທອງ​ລຸນ ສີ​ສຸລິດ ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ​ໃນ​ຫຼາຍ​ບັນ ຫາ​ທີ່​ສຳຄັນ ໂດຍ​ສະເພາະ​ຕໍ່​ສະຫາຍ​ປະທານຄະນະ​ກວດ ກາ​ສູນ​ກາງ​ພັກ (ຜູ້​ເກົ່າ ແລະ ຜູ້​ໃໝ່) ພ້ອມ​ທັງ​ໄດ້​ສະເໜີ​ບາງ​ວຽກ​ງານ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່ ທີ່​ມີ​ເນື້ອ​ໃນ​ສຳຄັນ​ບາງ​ຕອນ​ດັ່ງນີ້: ...

Read More »

ພິທີ ມອບ​-​ຮັບ ໜ້າທີ່ ລະຫວ່າງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ແລະ ຜູ້​ໃໝ່

ວັນ​ທີ 1 ກຸມພາທີ່ຜ່ານມາ ທີ່​ສະ ໂມສອນ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ມີ​ພິທີ ມອບ​-​ຮັບ ໜ້າທີ່ ລະຫວ່າງ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ແລະ ຜູ້​ໃໝ່ ໂດຍ​ມີ ສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແລະ ສະມາຊິກ​ພັກ​-​ພະນັກງານ​ຫຼັກ​ແຫຼ່ງ​ທົ່ວ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ​ເຂົ້າ​ຮ່ວມ.ສະຫາຍ ຈັນ​ສີ ໂພ​ສີຄຳ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ​ຄະ​ນະເລຂາທິການ​ສູນ​ກາງ​ພັກ ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ຜູ້​ເກົ່າ ອອກພັກ​ການ​-ຮັບ​ອຸດ​ໜູນ​ບຳນານ ໄດ້​ຂຶ້ນ​ກ່າວ​ມອບ​ໜ້າທີ່ ພ້ອມ​ທັງ​ລາຍ​ງານໂດຍ​ຫຍໍ້​ກ່ຽວ​ກັບ​ບາງ​ບັນຫາ ໃນ​ຕະຫຼອດ​ໄລຍະ 10 ປີ ທີ່​ຕົນ​ເອງ ໄດ້​ປະຕິບັດ​ໜ້າທີ່​ຜ່ານ​ມາ ຊຶ່ງ​ພາລະ​ບົດບາດ​ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ແມ່ນ​ກວ້າງຂວາງ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຕົວ​ຈິງ ກໍ​ພົບ​ອຸປະສັກ​ຫຼາຍ ແຕ່​ກໍ​ມີ​ອັນ​ສຳເລັດ​ໃນ​ຫຼາຍ​ດ້ານ ເປັນຕົ້ນ​ແມ່ນ​ການ​ເປັນໃຈ​ກາງ​ຫຼັກ​ແຫຼ່ງ​ເຕົ້າໂຮມ​ຄວາມ​ສາມັກຄີ​ເປັນ​ເອກະ​ພາບ, ເສີມ​ຂະຫຍາຍ​ປະຊາທິປະໄຕ​ພາຍ​ໃນ​ພັກ​ຢ່າງ​ກວ້າງຂວາງ, ບັນ ດາ​ເນື້ອ​ໃນ​ມະຕິ​ຂອງ​ສູນ​ກາງ​ພັກ, ຂອງ​ຄະນະ​ພັກ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ລ້ວນ​ແຕ່​ໄດ້​ຮັບ​ການ​ຈັດຕັ້ງ​ປະຕິບັດ ແລະ ມີ​ຜົນ​ສໍາ​ເລັດ​ຫຼາຍ​ດ້ານ, ບົດບາດ​ການ​ນຳພາ​ຂອງ​ພັກ ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ພະນັກງານ ນັບ​ມື້​ໄດ້​ຮັບ​ການ​ປັບປຸງ​ດີ​ຂຶ້ນ​ເທື່ອ​ລະ​ກ້າວ. ໂອກາດ​ເຂົ້າ​ຮ່ວມ​ພິທີ ມອບ​-​ຮັບ​ໜ້າທີ່​ໃນ​ຄັ້ງ​ນີ້, ສະ ຫາຍ ...

Read More »

ຜົນສໍາເລັດຂອງກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII(ເນັ້ນຍົກສູງຄຸນນະພາບການບໍລິການສຸຂະພາບ)

ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII ໄຂຂື້ນຢ່າງເປັນທາງການ ແລະ ໄດ້ດໍາເນີນ ເປັນເວລາ 2 ວັນເຕັມ ແຕ່ວັນທີ 28 ຫາ 29 ມັງກອນ 2021 ທີ່ຫ້ອງປະຊຸມ ICTC, ນະຄອນຫຼວງວຽງຈັນ.ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍວັນທີ 29 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຄະນະລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານຮອງລັດຖະມົນຕີອ້ອມຂ້າງສູນກາງ, ຜູ້ຕາງໜ້າຄະນະກໍາມະທິການວັດທະນະທໍາ-ສັງຄົມສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ,ສູນກາງສະຫະພັນກໍາມະບານ, ທ່ານຮອງເຈົ້າຄອງນະຄອນຫຼວງ, ຮອງເຈົ້າແຂວງຈາກທົ່ວປະເທດ, ຄະນະອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ຫ້ອງການ, ກົມ, ສະຖາບັນ, ໂຮງໝໍສູນກາງ, ສູນຕ່າງໆອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ວິທະຍາໄລ ວິທະຍາສາດ ສຸຂະພາບ ຈາກແຂວງ., ມີບັນດາອາດີດການນໍາ ແລະ ພະນັກງານອະວຸໂສບໍານານ, ວິລະຊົນແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນທັງໝົດ 285 ທ່ານ. ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມຄັ້ງນີ້ວ່າ ເປັນການເຜີຍແຜ່-ເຊື່ອມຊຶມ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ...

Read More »

ນາຍົກລັດຖະມົນຕີ ເນັ້ນ ກະຊວງ ຮສສ ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ

ໃນຕອນບ່າຍຂອງວັນທີ 28 ມັງກອນ 2021 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2020 ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດຫລາຍດ້ານ ຂອງວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ສັງເກດເຫັນວ່າ ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ພິຈາລະນາປັບປຸງແກ້ໄຂ ເປັນຕົ້ນ ແຫລ່ງຂໍ້ມູນໂຄງປະກອບກຳລັງແຮງງານ ຕາມຂະແໜງການເສດຖະກິດ ແລະ ຂໍ້ມູນຂ່າວສານຕະຫລາດແຮງງານ ຍັງບໍ່ມີຄວາມຊັດເຈນ; ການດັດສົມລະຫວ່າງການສະໜອງ ແລະ ຄວາມຕ້ອງການໃນການພັດທະນາສີມືແຮງງານ ຕາມຂະແໜງ ການເສດຖະກິດຍັງບໍ່ທັນກົມກຽວກັນ; ພື້ນຖານໂຄງລ່າງ, ອຸປະກອນການພັດທະນາສີມືແຮງງານ ແລະ ມາດຕະຖານສີມືແຮງງານລະດັບຕ່າງໆຍັງມີຈຳກັດ ແລະ ບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ; ການສົ່ງເສີມການຈັດຫາງານ ແລະ ການເຂົ້າເຖິງການບໍລິການຈັດຫາງານໃນລະບົບຍັງບໍ່ທັນເຂັ້ມແຂງ, ແຮງງານທີ່ເຮັດວຽກເພື່ອການຊົມ ໃຊ້ໃນຄົວເຮືອນທີ່ບໍ່ມີລາຍຮັບ ຫລື ຜົນກໍາໄລຍັງມີຫລາຍ, ການຂາດແຄນແຮງງານໃນທ້ອງຖິ່ນ ແລະ ...

Read More »