ໃນວັນທີ 11 ມັງກອນ 2021, ຂະແໜງສື່ມວນຊົນ ນັບທັງສື່ເອເລັກໂຕຣນິກ ແລະ ສື່ສິ່ງພິມ ໄດ້ພ້ອມກັນປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການຮັບໃຊ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-15 ມັງກອນ 2021 ຢູ່ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອແນໃສ່ເຮັດວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານສຳຄັນຕ່າງໆ ໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມີປະສິດທິພາບ, ມີປະສິດທິຜົນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດລ້ອນໜ້າທີ່ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ມາຮອດປັດຈຸບັນ, ຂະແໜງສື່ມວນຊົນແມ່ນມີຄວາມພ້ອມໃນການຮັບໃຊ້ທຸກດ້ານ ແລະ ໄດ້ແບ່ງຄວາມຮັບຜິດຊອບເປັນອັນລະອຽດ ເປັນຕົ້ນແມ່ນ: ສຳເລັດການແຕ່ງຕັ້ງຈຸບັນນາທິການປະຈຳສູນຂ່າວ, ຈຸພາບນິ້ງ, ພາບເໜັງຕີງ ແລະ ຖ່າຍທອດສົດ ປະຈຳຢູ່ໃນຫ້ອງປະຊຸມ ແລະ ຈຸອື່ນໆ ເພື່ອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ຢູ່ສູນຂ່າວ, ໃນການປະສານງານເອກະສານຕ່າງໆ ແລະ ຕິດຕາມ, ກວດກາ, ຄຸ້ມຄອງ ຄວາມເປັນລະບຽບຮຽບຮ້ອຍຂອງນັກຂ່າວ, ສື່ມວນຊົນ ພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວຢູ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ.

ພ້ອມກັນນັ້ນ ກໍໄດ້ມີການປຶກສາຫາລືເພື່ອເຮັດໃຫ້ວຽກງານໂຄສະນາ ນັບທັງຢູ່ພາຍໃນກອງປະຊຸມ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ ໃຫ້ມີຫລາຍຮູບຫລາຍສີ, ຫລາກຫລາຍສີສັນ, ລວມທັງການສະແດງຄວາມຄິດເຫັນ ແລະ ຄວາມຮູ້ສຶກຂອງປະຊາຊົນ, ພໍ່ຄ້າຊາວຂາຍ, ທະຫານ, ຕຳຫລວດ ແລະ ອື່ນໆ ທີ່ມີຕໍ່ກອງປະຊຸມ. ຄຽງຄູ່ກັນນັ້ນ ກໍໄດ້ມີການເຜີຍແຜ່ລະບຽບການຕ່າງໆສຳລັບສື່ມວນຊົນ ໃນເຄື່ອນໄຫວເກັບກຳຂ່າວຕະຫລອດໄລຍະດຳເນີນກອງປະຊຸມ, ພ້ອມທັງໄດ້ໄດ້ເນັ້ນໃຫ້ເອົາໃຈໃສ່ຕໍ່ມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ແຫຼ່ງຂ່າວ: ຂປລ