ການເມືອງ

ຄາດການ ຈີນ ຈະກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກໃນອີກ 8 ປີຕໍ່ໜ້າ…………

ຈີນ ຈະແຊງໜ້າສະຫະລັດໃຫ້ກາຍເປັນເສດຖະກິດທີ່ໃຫຍ່ທີ່ສຸດໃນໂລກໃນປີ 2028 ຕາມບົດລາຍງານສະບັບໃໝ່ ຜົນການດຳເນີນງານຂອງບັນດາປະເທດ ໃນການຫຼຸດຜົນກະທົບຂອງການແຜ່ລະບາດໂຄວິດ-19. ໝາຍຄວາມວ່າຂະນະນີ້ມີແນວໂນ້ມທີ່ວ່າຈີນຈະເໜືອກວ່າກວ່າຄູ່ແຂ່ງທາງຕາເວັນຕົກຂອງຕົນກ່ອນໜ້ານີ້ເມື່ອ 5 ປີກ່ອນ; ການວິໄຈຂອງສູນ CEBR (ສູນວິໄຈເສດຖະສາດ ແລະ ທຸລະກິດ). CEBR ກ່າວວ່າ: ຄາດວ່າຈີນຈະເຕີບໂຕຂຶ້ນ 2% ໃນປີ 2020 ເຮັດໃຫ້ເປັນເສດຖະກິດຫຼັກພຽງແຫ່ງດຽວທີ່ຂະຫຍາຍຕົວໄດ້ຈິງໃນປີນີ້, ໃນທາງກົງກັນຂ້າມສະຫະລັດຄາດວ່າຈະຫົດຕົວລົງ 5% ໃນຊ່ວງ 12 ເດືອນທີ່ຜ່ານມາ “ການແຜ່ລະບາດບໍ່ໄດ້ສົ່ງຜົນກະທົບຕໍ່ເສດຖະກິດທຸກປະເທດຢ່າງເທົ່າທຽມກັນ” “ໂດຍສະເພາະຢ່າງຍິ່ງຈີນ ກຳລັງຈະປະເຊີນກັບພາຍຸໄດ້ດີກວ່າເສດຖະກິດຕາເວັນຕົກ ແລະ ດ້ວຍເຫດນີ້ເຮົາຈຶ່ງເຫັນວ່າເສດຖະກິດຈີນແຊງໜ້າອາເມລິກາໃນປີ 2028 ຊຶ່ງໄວກວ່າທີ່ພວກເຮົາເຄີຍຄາດການໄວ້ຊ່ວງປີ 2033 ເມື່ອທຽບກັບຜົນວິໄຈປີກາຍນີ້” ຕອນນີ້ທິດຕາເວັນຕົກຕ້ອງເບິ່ງໄປທາງທິດຕາເວັນອອກ “ຄວາມສຳເລັດຂອງເສດຖະກິດໃນອາຊີ ໃນການຈັດການຜົນທີ່ຕາມາຈາກການລະບາດຂອງ ໂຄວິດ-19 ຊີ້ໃຫ້ເຫັນວ່າເສດຖະກິດຕາເວັນຕົກຄວນມີສະຖານະເປັນ insular ນ້ອຍລົງ ແລະ ຄວນໃຫ້ຄວາມສຳຄັນກັບສິ່ງທີ່ເກີດຂຶ້ນໃນຕາເວັນອອກ” “ໂດຍທົ່ວໄປແລ້ວເຮົາປຽບທຽບຕົວເອງກັບເສດຖະກິດຕາເວັນຕົກອື່ນ ແລະ ເສຍໂອກາດສິ່ງທີ່ມັກຈະເປັນແນວທາງປະຕິບັດທີ່ດີທີ່ສຸດໂດຍສະເພາະຢ່າງຍິ່ງໃນປະເທດທີ່ເຕີບໂຕຢ່າງວ່ອງໄວໃນອາຊີ”

Read More »

ໄຊຍະບູລີ ກໍານົດມື້ຈັດງານບຸນຊ້າງ ເດືອນກຸມພາ ໃນປີໜ້າ……….

ເພື່ອເປັນການປະຕິບັດຕາມມາດຕະການຂອງໜ່ວຍສະເພາະກິດແຫ່ງຊາດ ໃນການຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ນັ້ນ, ແຂວງ ໄຊຍະບູລີ ຈະໄດ້ຈັດງານບຸນຊ້າງປະຈໍາປີ 2021 ຂຶ້ນຕາມຮີດຄອງປະເພນີ ໂດຍຈະໄດ້ຈໍາກັດແຂກຄົນເພື່ອເຂົ້າຮ່ວມງານບຸນດັ່ງກ່າວ. ດັ່ງນັ້ນແຂວງໄຊຍະບູລີ ຈຶ່ງໄດ້ຈັດກອງປະຊຸມ ປຶກສາຫາລື ກ່ຽວກັບການກະກຽມຈັດງານບຸນຊ້າງ ປະຈໍາປີ 2021 ຂຶ້ນໃນວັນທີ 25 ທັນວາ, ທີ່ຫ້ອງປະຊຸມ ແນວລາວສ້າງຊາດ ແຂວງ ໂດຍການເປັນປະທານຂອງທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີ, ມີຫົວໜ້າ, ຮອງຫົວໜ້າ ພະແນກການ, ກົມກອງ ແລະ ພະນັກງານວິຊາການຈາກຫ້ອງວ່າການແຂວງເຂົ້າຮ່ວມ. ໃນກອງປະຊຸມຜູ້ເຂົ້າຮ່ວມ ໄດ້ປຶກສາຫາລືກັນເພື່ອຫ້າງຫາກະກຽມໃນການຈັດງານບຸນຊ້າງປະຈໍາປີໂດຍໄດ້ຕົກລົງຈັດງານບຸນຊ້າງເປັນເວລາ 1 ວັນຄື: ວັນທີ 13 ກຸມພາ 2021 ເປັນມື້ຈັດງານບຸນ, ໃນງານຈະມີການທໍາບຸນຕັກບາດເພື່ອອຸທິດບຸນກຸສົນໄປໃຫ້ຊ້າງທີ່ລ່ວງລັບໄປແລ້ວ, ຈາກນັ້ນຈະໄດ້ມີການແຫ່ຊ້າງ 21 ໂຕອ້ອມເມືອງເຂົ້າສູ່ສະໜາມຫຼວງຂອງແຂວງ, ມີການບາສີສູ່ຂວັນໃຫ້ຊ້າງ ແລະ ນໍາຊ້າງກິນອາຫານບຸບເຟຖືວ່າຈົບພິທີ. ນອກນີ້, ຍັງຈະມີການວາງສະແດງສິນຄ້າທີ່ເປັນຜະລິດຕະພັນຂອງທ້ອງຖິ່ນພາຍໃນແຂວງຈໍານວນໜຶ່ງເພື່ອວາງສະແດງໃນງານບຸນຊ້າງປີນີ້, ທ່ານ ຮອງເຈົ້າແຂວງ ໄດ້ກ່າວວ່າ: ການຈັດງານບຸນຊ້າງປີ2021 ນີ້ ແມ່ນຈະໄດ້ເຮັດນ້ອຍຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ ...

Read More »

ກະຊວງການຕ່າງປະເທດ ຈັດຝຶກອົບຮົມວຽກງານກວດກາ ຄັ້ງທີ II ……

ໃນວັນທີ 25 ທັນວາ 2020, ທີ່ສູນຝຶກອົບຮົມ ແລະ ການຮ່ວມມື (ICTC) ໄດ້ມີພິທີປິດຊຸດອົບຮົມວຽກງານກວດກາ ຄັ້ງທີ II ຂອງກະຊວງການຕ່າງປະເທດ ພາຍຫລັງດຳເນີນມາແຕ່ວັນທີ 14 ທັນວາ 2020 ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ບຸນເຫລືອ ພັນດານຸວົງ ຄະນະປະຈໍາພັກ, ປະທານຄະນະກວດກາພັກ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ແສງທອງ ຊາວພູວົງ ຮອງຫົວໜ້າກົມກວດກາພັກ, ຄະນະກວດກາສູນກາງພັກ, ມີບັນດາຫົວໜ້າກົມ, ຮອງກົມ, ບັນດາສະຫາຍກໍາມະການໜ່ວຍພັກ ແລະ ພະນັກງານ-ສະມາຊິກພັກ ທີ່ເຮັດວຽກງານກວດກາ ກະຊວງການຕ່າງປະເທດ ເຂົ້າຮ່ວມ. ຊຸດຝຶກອົບຮົມຄັ້ງນີ້ ຈັດຂຶ້ນເພື່ອຝຶກອົບຮົມກ່ຽວກັບວຽກງານກວດກາພັກ, ຄວາມຮູ້ກ່ຽວກັບຈິດຕະສາດໃນວຽກງານກວດກາ, ວິທີການສ້າງແຜນການ ແລະ ເອກະສານດໍາເນີນການກວດກາ, ວຽກງານກວດກາລັດ, ວຽກງານຕິດຕາມ, ກວດກາໂຄງການລົງທຶນຂອງລັດເລີ່ມແຕ່ຫົວທີ, ວຽກງານຄົ້ນຄວ້າຄໍາຮ້ອງຟ້ອງ, ຮ້ອງທຸກ ແລະ ຄໍາສະເໜີ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ, ວຽກງານສືບສວນ-ສອບສວນ, ວຽກງານແກ້ໄຂຜົນການກວດກາ ແລະ ການຕິດຕາມການຈັດຕັ້ງປະຕິບັດຜົນການກວດກາ ແລະ ການສ້າງສຳນວນເອກະສານ ແລະ ...

Read More »

ການກໍ່ສ້າງໂຮງໝໍມະໂຫສົດ ໄລຍະທີ 1 ຄືບໜ້າ 80% ຄາດວ່າຈະສໍາເລັດຕົ້ນປີ 2021…………

ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ໄລຍະທີ 1 ມີຄວາມຄືບໜ້າ80% ຄາດວ່າຈະສໍາເລັດ 100% ໃນເດືອນ ມັງກອນ ປີ 2021 ແລະ ຈະເລີ່ມລົງມືກໍ່ສ້າງໃນໄລຍະທີ 2 ໃນເດືອນເມສາ ປີ 2021 ແລະ ຄາດວ່າຈະໃຫ້ສຳເລັດທັງໝົດໃນເດືອນມີນາປີ 2022. ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ເປັນໂຄງການຊ່ວຍເຫຼືອຈາກ ສປ ຈີນ ມູນຄ່າການກໍ່ສ້າງ 590 ລ້ານກວ່າຢວນ ຫຼື ປະມານ 751,8 ຕື້ກີບ ໂດຍໄດ້ແບ່ງອອກເປັນສອງໄລຍະ. ທ່ານ ຫວັງ ຊີກາງ (Wang Zhi Gang) ຫົວໜ້າທີມງານເຕັກນິກ ບໍລິສັດ Beijing Uni-Construction Group Co., Ltd ໄດ້ເປີດເຜີຍຕໍ່ສື່ມວນຊົນເມື່ອວັນທີ 23 ທັນວາ ຜ່ານມາ ວ່າ: ໂຄງການກໍ່ສ້າງໂຮງໝໍມະໂຫສົດ ມີເນື້ອທີ່ທັງໝົດ 30.300 ຕາແມັດ. ໂຄງການດັ່ງກ່າວນີ້ເປັນໂຄງການທີ່ມີຄວາມໝາຍສໍາຄັນຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະຊາຊົນຈີນ ແລະ ປະຊາຊົນລາວ, ເຊິ່ງເປັນໂຄງການທີ່ຜູ້ນຳຂອງສອງປະເທດ ຮ່ວມວາງສີລາລືກ ...

Read More »

ປະທານປະເທດ ເນັ້ນໜັກໃຫ້ສູນກາງສູນກາງ ຊປປລ ເອົາໃຈໃສ່ 9 ວຽກງານສໍາຄັນ……….

ໃນໂອກາດໂອ້ລົມຕໍ່ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດຄັ້ງທີVIII ຈັດຂຶ້ນໃນວັນທີ 24-25 ທັນວາ 2020 ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເນັ້ນໜັກບາງບັນຫາ ດັ່ງນີ້:1. ຄະນະຊາວໜຸ່ມທຸກຂັ້ນແຕ່ສູນກາງຮອດທ້ອງຖິ່ນ, ຮາກຖານ ກ່ອນອື່ນໝົດຕ້ອງເອົາໃຈໃສ່ສຸດຂີດໃນການປົກປັກຮັກສາໝາກຜົນຂອງການປະຕິວັດ, ສືບທອດມູນເຊື້ອອັນດີງາມຂອງຊາດ ແລະ ຂອງຊາວໜຸ່ມ, ເສີມຂະຫຍາຍຜົນງານ ແລະ ທ່າແຮງບົ່ມຊ້ອນຂອງຕົນ ເພື່ອເຮັດສຳເລັດໜ້າທີ່ການເມືອງຂອງພັກ ແລະ ປະຊາຊົນມອບໃຫ້; ປະກອບສວ່ນຢ່າງກົມກຽວເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກ້າວຂື້ນສູ່ຈຸດໝາຍສັງຄົມນິຍົມຢ່າງໜັກແໜ້ນ.2. ຕັ້ງໜ້າສຶກສາອົບຮົມພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ ກໍ່ຄືຊາວໜຸ່ມ-ເຍົາວະຊົນລາວບັນດາເຜົ່າ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ປະຊາຊົນ, ຮູ້ປົກປັກຮັກສາ ແລະ ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຕົນ. 3. ເປັນເຈົ້າການໃນການເຕົ້າໂຮມຄວາມສາມັກຄີ, ປຸກລະດົມຊາວໜຸ່ມ, ເຍົາວະຊົນແລະ ອະນຸຊົນລາວບັນດາເຜົ່າ ໃຫ້ມີແບບແຜນການດຳລົງຊີວິດທີ່ດີ, ດຸໝັ່ນໃນການສຶກສາຮ່ຳຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດຂອງຕົນໃຫ້ສູງຂື້ນໄປເລື້ອຍໆ ເພື່ອໃຫ້ກາຍເປັນຜູ້ຊຳນານງານ ແລະ ກາຍເປັນຜູ້ສືບທອດທີ່ດີີຂອງຊາດ.4. ຄະນະພັກ, ອົງການປົກຄອງ, ອົງການແນວລາວສ້າງຊາດ ...

Read More »

ເຜີຍແຜ່ນະໂຍບາຍແຫ່ງຊາດ ສ້າງເວທີແຫ່ງການຮ່ວມມື ແລະ ການປະສານງານ…….

ໃນວັນທີ 24 ທັນວາ 2020 ທີ່ນະຄອນຫລວງວຽງຈັນ, ກະຊວງແຜນການ ແລະ ການລົງທຶນ ຮ່ວມກັບອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ ໄດ້ເຜີຍແຜ່ນະໂຍບາຍແຫ່ງຊາດ ດ້ານປະຊາກອນ ແລະ ການພັດທະນາ (NPDP 2019-2030) ເພື່ອສ້າງເວທີແຫ່ງການຮ່ວມມື ແລະ ການປະສານງານ ໂດຍຜ່ານການຮ່ວມມືຂອງລັດຖະບານກັບພາກສ່ວນກ່ຽວຂ້ອງຕ່າງໆ ໃນຫລາຍຂົງເຂດ ເພື່ອແກ້ໄຂບັນຫາປະຊາກອນ ແລະ ເລັ່ງລັດການບັນລຸແຜນດຳເນີນງານຂອງ ກອງປະຊຸມສາກົນວ່າດ້ວຍປະຊາກອນ ແລະ ການພັດທະນາ (ICPD25) ແລະ ວາລະການພັດທະນາແບບຍືນຍົງຮອດປີ 2030. ທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ການປັບປຸງນະໂຍບາຍດັ່ງກ່າວ ແມ່ນອີງໃສ່ນະໂຍບາຍສະບັບເກົ່າຖືກສ້າງຂຶ້ນມາເປັນເວລາດົນນານແລ້ວ ແລະ ເມື່ອສົມທຽບກັບສະພາບປະຈຸບັນ ເຫັນວ່າມີຫລາຍອັນປ່ຽນ ແປງເປັນຕົ້ນ ສະພາບເສດຖະກິດ-ສັງຄົມ, ສະພາບການພັດທະນາຂອງສາກົນ (SDGs), ການປ່ຽນແປງດ້ານປະຊາກອນ ໂດຍອີງໃສ່ການສຳຫລວດລ່າສຸດ ການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ປີ 2015 ສະແດງໃຫ້ເຫັນວ່າ ປະຊາກອນລາວ ສ່ວນໃຫຍ່ແມ່ນປະຊາກອນໜຸ່ມ ແລະ ຢູ່ໃນໄວອອກແຮງງານ ...

Read More »

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ………

ໃນວັນທີ 24 ທັນວາ 2020 ຢູ່ທີ່ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ມີ​ພິທີມອບ​ຮັບ​​ເງິນ​ຊ່ວຍ​ເຫຼືອຈາກ​ສະຖານ​ເອກ​ອັກຄະ​ລັດຖະທູດ ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງ​ຮ້ອຍ​ຫົກ​ສິບ​ຫ້າ​ລ້ານ​ດົງ) ​ເພື່ອ​ນຳ​ໄປຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ, ກ່າວມອບ ໂດຍທ່ານ ທ່ານ ​ແສງ​ເພັດ​ ຮຸ່ງ​ບຸນ​ຍວງ ​ເອກ​ອັກຄະ​ລັດຖະທູດ ວິສາມັນ​ຜູ້​ມີ​ອຳນາດ​ເຕັມ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ແລະ ຕ່າງໜ້າກ່າວຮັບ ໂດຍແມ່ນທ່ານ ​ເຫົາ​ ອາ ​ເລັ່ງ ( Hau A Lenh) ກຳມະການ​ສູນ​ກາງ​ພັກ, ຮອງ​ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຕາງໜ້າລັດຖະບານ​ຫວຽດນາມ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມເປັນພິຍານ.​ ເງິນ​ຈຳນວນ​ດັ່ງກ່າວ​ໄດ້​ມາຈາກການ​ປະກອບສ່ວນຂອງ​ຄະນະ​ນຳ​,​ ພະນັກງານ​ສະຖານທູດລາວ​ ທີ່​ຮ່າ​ໂນ້ຍ ພ້ອມ​ດ້ວຍນັກ​ສຶກສາລາ​ວທີ່​ກຳລັງ​ສຶກສາ​ຢູ່ ສສ ຫວຽດນາມ ​ພ້ອມ​ທັງ​ການ​ປະກອບສ່ວນ​ຂອງ​ບັນດາ​ກະຊວງ, ທະບວງ ກົມ​, ບັນດາອົງການ​ຈັດ​ຕັ້ງຂັ້ນ​ຕ່າງໆ​ຂອງ​ຫວຽດນາມ ທີ່ປ່ຽນຈາກການຊື້ກະຕ່າດອກໄມ້ ​ເນື່ອງ​ໃນ​ໂອກາດ​ມາ​ອວຍ ...

Read More »

ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດໄດ້ປະກອບສ່ວນສຳຄັນ ໃນວຽກງານຊາວໝຸ່ມ…….

ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວ ຄັ້ງທີ VIII ວັນທີ 24 ທັນວາ 2020 ນີ້, ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຮອງປະທານສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວວ່າ: ໃນໄລຍະຜ່ານມາ, ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ໄດ້ປະກອບສ່ວນຫລາຍດ້ານເຂົ້າໃນວຽກງານຊາວໜຸ່ມ ເປັນຕົ້ນ ເຂົ້າຮ່ວມຂະບວນການຂອງສູນກາງຊາວໜຸ່ມ, ການລົງຮາກຖານຕ່າງໆ, ການເຂົ້າຮ່ວມທຸກໆກອງປະຊຸມທີ່ປິ່ນອ້ອມຂອງສູນກາງຊາວໜຸ່ມ. ນອກຈາກນີ້ ສະມາຄົມນັກທຸລະກິດໜຸ່ມແຫ່ງຊາດ ຍັງມີສ່ວນຮ່ວມໃນການລົງຊ່ວຍເຫລືອບັນດາແຂວງ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດທາງທຳມະຊາດ ແລະ ຊ່ວຍເຫລືອຜູ້ດ້ອຍໂອກາດ, ພ້ອມທັງມີສ່ວນຮ່ວມໃນຫລາຍກິດຈະກໍາ ເປັນຕົ້ນ ສິລະປະກິລາ, ການປົກປັກຮັກສາສິ່ງແວດລ້ອມ, ກິດຈະກໍາຕ່າງໆ ເພື່ອຕ້ອນຮັບວັນປະຫວັດສາດທີ່ສໍາຄັນຂອງຊາດ ໂດຍສະເພາະແມ່ນໃນໂອກາດ ວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ ແລະ ວັນສຳຄັນອື່ນໆ, ໄດ້ລະດົມທຶນຊ່ວຍເຫລືອໃນທຸກໆເຫດການເຊັ່ນ: ອຸທົກກະໄພ, ນໍ້າຖ້ວມ ແລະ ອື່ນໆ ເປັນວັດຖຸ ປັດໃຈ ແລະ ງົບປະມານເງິນສົດລວມມູນຄ່າຫລາຍຕື້ກີບ. ສະຫາຍ ນາງ ອໍລະໄທ ສັນຕິຄົງຄາ ຍັງໃຫ້ຮູ້ອີກວ່າ: ໃນນາມເປັນຜູ້ແທນຂອງສະມາຄົມນັກທຸລະກິດໜຸ່ມ ຮູ້ສຶກເປັນກຽດຢ່າງສູງ ທີ່ໄດ້ຮັບຄັດເລືອກເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດໃນຄັ້ງນີ້ ...

Read More »

ການພັດທະນາມະນຸດຂອງ ສປປ ລາວຍັງຕິດຢູ່ອັນດັບທີ່ 137 ໃນ 189 ປະເທດ ແລະ ເຂດແຄ້ວນທົ່ວໂລກ……

ໃນບົດລາຍງານການພັດທະນາມະນຸດໄດ້ຈັດອັນດັບບັນດາປະເທດໂດຍອີງໃສ່ດັດສະນີການພັດທະນາມະນຸດ (HDI) ເຊິ່ງວັດຜົນ ສຳເລັດໂດຍສະເລ່ຍໃນສາມດ້ານພື້ນຖານຂອງການພັດທະນາມະນຸດ, ອາຍຸຍືນ, ການສຶກສາ ແລະ ລາຍໄດ້ຕໍ່ຫົວຄົນ; ໃນລະຫວ່າງປີ 1990 ແລະ 2019, ຄ່າ HDI ຂອງ ສປປ ລາວ ໄດ້ເພີ່ມຂື້ນຈາກ 0.405 ເປັນ 0.613, ເພີ່ມຂື້ນ 51,4 ເປີເຊັນ, ແລະ ສົ່ງຜົນໃຫ້ຖືກຈັດຢູ່ອັນດັບ 137 ໃນ 189 ປະເທດ ແລະ ເຂດແຄວ້ນ, ອີງຕາມບົດລາຍງານການພັດທະນາມະນຸດ (HDR) 2020 ໂດຍອົງການສະຫະປະຊາຊາດ ເພື່ອການພັດທະນາ (ອົງການ UNDP) ໃນວັນພຸດທີ 23 ທັນວາ 2020 ທີ່ນະຄອນຫຼວງວຽງຈັນ. ບົດລາຍງານສະບັບນີ້ ຄົບຮອບ 30 ປີຂອງ HDR: ” ການພັດທະນາມະນຸດ ແລະ Anthropocene” ໄດ້ຮັບການແນະນຳຕົວຢ່າງເປັນທາງການໃນປະເທດລາວໂດຍອົງການ UNDP ຮ່ວມມືກັບມະຫາວິທະຍາໄລແຫ່ງຊາດລາວ ພາຍຫຼັງການເຜີຍແຜ່ທົ່ວໂລກ ໃນວັນທີ 15 ທັນວາ ...

Read More »

ປັດຈຸບັນ ພະນັກງານ-ລັດຖະກອນທົ່ວປະເທດມີທັງໝົດ 178.821 ຄົນ…….

ໃນບົດລາຍງານການເມືອງທີ່ ສະຫາຍ ທອງຈັນ ມະນີໄຊ, ເລຂາຄະນະພັກ, ລັດຖະມົນຕີກະຊວງ ພາຍໃນ ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງພາຍໃນ ຄັ້ງທີ II ຈັດຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນທີ 22 ທັນ 2020 ໄດ້ໃຫ້ຮູ້ກ່ຽວກັບວຽກງານຄຸ້ມຄອງລັດຖະກອນ ຕະຫລອດໄລຍະ 5 ປີ ຜ່ານມາວ່າ: ວຽກງານຄຸ້ມຄອງລັດຖະກອນຂອງລາວ ໄດ້ຫັນເຂົ້າສູ່ການຄຸ້ມຄອງດ້ວຍລະບຽບກົດໝາຍ ແລະ ເປັນທັນສະໄໝເທື່ອລະກ້າວ. ໂດຍໄດ້ສ້າງ, ປັບປຸງນິຕິກຳ ແລະລະບຽບການຄຸ້ມຄອງລັດຖະກອນ ເພື່ອເປັນບ່ອນອີງໃຫ້ແກ່ບັນດາກະຊວງ, ອົງການຂັ້ນສູນກາງ ແລະ ອົງການປົກຄອງທ້ອງຖິ່ນ ປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ ເປັນຕົ້ນ ໄດ້ປະກາດໃຊ້ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບເລກທີ 74/ສພຊ, ລົງວັນທີ 15 ທັນວາ 2015, ດຳລັດລຸ່ມກົດໝາຍ 5 ສະບັບ ແລະ ນິຕິກຳຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນ ຫຼາຍກວ່າ 40 ສະບັບ; ເພື່ອປະຕິບັດວຽກງານຄຸ້ມຄອງມະຫາພາກ ການແບ່ງຂັ້ນຄຸ້ມຄອງ ແລະ ປະຕິບັດນະໂຍບາຍ 3 ສ້າງ ກະຊວງພາຍໃນໄດ້ສະເໜີລັດຖະບານມອບ 9 ວຽກງານຄຸ້ມຄອງລັດຖະກອນໃຫ້ກະຊວງ, ອົງການ ແລະ ທ້ອງຖິ່ນ ...

Read More »