ຂ່າວ ຕ່າງປະເທດ

ຜູ້ນຳລັດເຊຍ ຈະປະຊຸມສຸດຍອດກັບ ຜູ້ນຳເກົາຫລີເໜືອ ໃນມື້ອື່ນນີ້…

ສຳນັກຂ່າວເອພີລາຍງານຈາກນະຄອນມອສໂກປະເທດລັດເຊຍ ໃນວັນທີ 23 ເມສາ 2019 ວ່າ: ວັງເຄຣມລິນທຳນຽບປະທານາທິບໍດີລັດເຊຍຖະແຫຼງວ່າ ປະທານາທິບໍດີວາລາດີເມຍ ປູຕິນ ແຫ່ງລັດເຊຍຈະພົບເຈລະຈາກັບ ທ່ານ ຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫລີເໜືອໃນການປະຊຸມສຸດຍອດ ຈະມີຂຶ້ນໃນວັນພະຫັດ ວັນທີ 25 ເມສານີ້ ທີ່ເມືອງວາລາດິວອສຕອຄ ເມືອງທ່າແຄມຝັ່ງປາຊິຟິກ ທາງຕາເວັນອອກ ຂອງລັດເຊຍ ເຊິ່ງມີການກຽມດ້ານສະຖານທີ່ໄວ້ຮຽບຮ້ອຍແລ້ວ ແຕ່ຍັງຂໍປົກປິດໄວ້ກ່ອນດ້ວຍເຫດຜົນດ້ານຄວາມປອດໄພ. ທ່ານ ຢູຣິ ອູຊາຄອຟ ທີ່ປຶກສາວັງເຄຣມລິນຖະແຫຼງວ່າ ການເຈລະຈາຫາລືຈະມຸ່ງເນັ້ນໄປທີ່ປະເດັນທີ່ຍັງຕົກລົງກັນບໍ່ໄດ້ວ່າດ້ວຍໂຄງການນິວເຄຼຍເກົາຫລີເໜືອ ໂດຍລັດເຊຍຈະຫາທາງລວມກຳລັງໄປໃນແນວທາງທີ່ເປັນບວກ ເຊິ່ງເຄີຍຖືກຂັດຂວາງຈາກຝ່າຍປະທານາທິບໍດີໂດນັລ ທຣັມ ຂອງອາເມຣິກາຈາກການປະຊຸມສຸດຍອດທີ່ຜ່ານມາກັບຜູ້ນຳເກົາຫລີເໜືອ ນອກຈາກນັ້ນລັດເຊຍ ຈະຫາທາງທີ່ຈະຊ່ວຍສ້າງ ຫຼື ກຳນົດເງື່ອນໄຂ ແລະ ບັນຍາກາດທີ່ດີເພື່ອໃຫ້ບັນລຸຂໍ້ຕົກລົງຂອງບັນຫາເທີງຄາບສະໝຸດເກົາຫລີ ທີ່ປຶກສາວັງເຄຣມລິນຍັງຊີ້ໃຫ້ເຫັນແຜນລັດເຊຍ-ຈີນ ທີ່ສະເໜີແນວທາງເທື່ອລະຂັ້ນຕອນຂອງການແກ້ບັນຫານິວເຄຼຍເກົາຫລີເໜືອ ແລະ ຮຽກຮ້ອງໃຫ້ຜ່ອນຄາຍມາດຕະການຂວ້ຳບາດເກົາຫລີເໜືອ ແລະ ຫຼັກປະກັນດ້ານຄວາມໝັ້ນຄົງໃຫ້ກັບເກົາຫລີເໜືອ ນອກຈາກນັ້ນແລ້ວ ການລະງັບການທົດລອງນິວເຄຼຍເກົາຫລີເໜືອ ແລະ ຫຼຸດລະດັບການຮ່ວມຊ້ອມຮົບອາເມຣິກາກັບເກົາຫລີໃຕ້ຈະຊ່ວຍຜ່ອນຄາຍຄວາມເຄັ່ງຕຶງ ແລະ ສ້າງເງື່ອນໄຂສຳລັບຄວາມຄືບໜ້າໃນການເຈລະຈາເປັນລຳດັບຕໍ່ໄປວາລະຂອງການຫາລືລະຫວ່າງປະທານາທິບໍດີຣັດເຊຍກັບຜູ້ນຳເກົາຫລີເໜືອຍັງລວມເຖິງຄວາມຮ່ວມມືທະວີພາຄີ ເພາະມູນຄ່າການຄ້າລະຫວ່າງລັດເຊຍກັບເກົາຫລີເໜືອນັ້ນນ້ອຍຫຼາຍເມື່ອປີຜ່ານມາໂຕເລກຢູ່ທີ່ 34 ລ້ານໂດລາ ເທົ່ານັ້ນ ສາເຫດສຳຄັນນັ້ນເປັນເພາະມາດຕະການຂວ້ຳບາດຂອງນານາຊາດນັ້ນເອງ ທີ່ມາ: ABC Laos ...

Read More »

ແບຣນກິລາດັງ ທຸ້ມເງິນ 1.600 ລ້ານຢູໂລ ເຊັນສັນຍາສະໜັບສະໜູນທີມ Real Madrid ຍ້ອນ….

ແບຣນອຸປະກອນກິລາຕ່າງໆ ກັບການສະໜັບສະໜູນ ຊຸດການແຂ່ງຂັນໃຫ້ກັບທີມສະໂມສອນບານເຕະ ຊັ້ນນຳຂອງໂລກເປັນເລື່ອງທຳມະດາທີ່ເຮົາເຫັນໃນປັດຈຸບັນ, ແຕ່ ຈະຄຸ້ມຄ່າບໍ່ເມື່ອ ແບຣນກິລາດັງ Adidas ລົງທຶນທຸ່ມເງິນມະຫາສານສະໜັບສະໜູນໃຫ້ກັບທີມ Real Madrid  ລາຊາຊຸດຂາວ    1.600 ລ້ານຢູໂລ ກັບສັນຍາ 12 ປີເຕັມ. ຫຼັງຈາກຈະໝົດສັນຍາ ລະຫວ່າງ Adidas ກັບ Real Madridໃນລະດູການ 2018-2019 ນີ້ ທາງແບຣນດັງຜະລິດຕະພັນຜູ້ຜະລິດອຸປະກອນກິລາຈາກເຢຍລະມັນ ກໍບໍ່ລໍຊ້າທີ່ຈະສ້າງສັນຍາໃໝ່ຂຶ້ນ ເພື່ອເປັນຜູ້ສະໜັບສະໜູນຕໍ່ ແຕ່ສະບັບນີ້ ສະໜັບສະໜູນເຖິງ 12 ປີ ແລະ ຈະເລີ່ມແຕ່ລະດູການປີ 2019-2020 ຄິດເປັນມູນຄ່າລວມ 1.600 ລ້ານຢູໂລ ແລະ ທາງ Real Madrid ຈະໄດ້ຮັບເງິນ 120 ລ້ານຢູໂລ/ລະດູການ  ແລະ ຍັງໄດ້ສ່ວນແບ່ງຈາກການຂາຍອຸປະກອນກິລາທີ່ກ່ຽວຂ້ອງກັບທີມອີກ 20%. ການສະໜັບສະໜູນຂອງແບຣນ Adidas  ຄັ້ງນີ້ແມ່ນຄຸ້ມຄ່າອີຫລີ ເພາະສາມາດສ້າງແບຣນໃຫ້ແຂງແກ່ນຕື່ມຂຶ້ນອີກ ແລະ ທາງ Adidas ຍັງໄດ້ຮັບສິດສ້າງໜ້າຮ້ານໃນສະໜາມ Santiago Bernabéu  ນຳອີກ. ຮ້ານ Adidas ໃນສະໜາມນີ້ ຈະໃຫຍ່ເປັນອັນດັບຕົ້ນຂອງໂລກນຳອີກ. ບໍ່ພໍເທົ່ານັ້ນ ...

Read More »

37 ປະເທດກຽມ ເຂົ້າຮ່ວມກອງປະຊຸມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ” ທີ່ ສປ ຈີນ

ສຳນັກຂ່າວລາຍງານຈາກນະຄອນຫຼວງປັກກິ່ງ, ປະເທດຈີນເມື່ອວັນທີ 19 ເມສາ 2019 ວ່າ ທ່ານ ຫວັງ ອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ຖະແຫຼງເມື່ອວັນສຸກວ່າປະທານາທິບໍດີ ສີ ຈິ້ນຜິງ ສົ່ງສານເຊີນ ແລະໄ ດ້ຮັບການຕອບຮັບຈາກຜູ້ນຳລັດຖະບານຂອງ 37 ປະເທດ ໃນການເຂົ້າຮ່ວມປະຊຸມ ໜຶ່ງແລວໜຶ່ງເສັ້ນທາງ ເພື່ອຄວາມຮ່ວມມືລະຫວ່າງປະເທດ (BRF) ແລະ ການປະຊຸມ “ຄວາມລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ” (BRF)  ຈະຈັດຂື້ນອາທິດໜ້າ ໂດຍຈະແບ່ງເປັນການປະຊຸມ ແລະ ຫາລືແລກປ່ຽນຄວາມຄິດເຫັນ ລະຫວ່າງເຈົ້າໜ້າທີ່ລະດັບສູງ ທີ່ສູນການປະຊຸມແຫ່ງຊາດ ໃນນະຄອນຫຼວງປັກກິ່ງ ແລະ ການປະຊຸມໂຕະມົນລະດັບຜູ້ນຳທີ່ເຮືອນຮັບຮອງແຄມທະເລສາບຢ່ຽນຊີ ໃນເຂດຫວາຍໂຫຣວຊານນະຄອນຫຼວງປັກກິ່ງ ທັງນີ້, ປະເທດທີ່ເຂົ້າຮ່ວມກອງປະຊຸມລວມເຖິງຜູ້ນຳຈາກ 10 ປະເທດສະມາຊິກສະມາຄົມປະຊາຊາດແຫ່ງອາຊີຕະເວັນອອກສຽງໃຕ້ (ອາຊຽນ), ໃນໂອກາດນີ້ ທ່ານບຸນຍັງ ວໍລະຈິດ ປະເທດລາວ ຈະປະຕິບັດພາລະກິດຢ້ຽມຢາມຈີນຢ່າງເປັນທາງການຫຼັງຈາກກອງປະຊຸມຄັ້ງນີ້ ແລະ ອີກ 27 ປະເທດ ລວມເຖິງປະທານາທິບໍດີ ວາລາດີເມຍ ປູຕິນ ຜູ້ນຳຣັດເຊຍ, ນາຍົກລັດຖະມົນຕີເຊບາສຕຽນ ຄັວຊ ຜູ້ນຳອອສເຕຣຍ, ນາຍົກລັດຖະມົນຕີ ຈູເຊປເປ ກອນເຕ ...

Read More »

ຍີ່ປຸ່ນ ກຳນົດໃຫ້ວິຊາການຂຽນໂປຣແກຣມ ເປັນວິຊາພື້ນຖານຂອງນັກຮຽນຊັ້ນປະຖົມ.

ໃນຍຸກນີ້ ເປັນຍຸກທີ່ທຸກຢ່າງຜ່ານຄອມພິວເຕີ້, ໂທລະສັບ ຫຼື ເຕັກໂນໂລຊີຕ່າງໆ ໄດ້ຢ່າງງ່າຍດາຍ, ການເຕີບໂຕເຕັກໂນໂລຊີໃນອົງກອນຕ່າງໆ ເພີ່ມຂຶ້ນຢ່າງວ່ອງໄວ ດັ່ງນັ້ນ, ເລື່ອງການຂຽນໂປຣແກຣມ ຈຶ່ງຖືວ່າເປັນເລື່ອງຈຳເປັນຫຼາຍ. ເຊິ່ງປະເທດເຈົ້າພໍ່ເຕັກໂນໂລຊີ ຄືກັບປະເທດຍີ່ປຸ່ນກໍເລັ່ງເຫັນເຖິງຄວາມສຳຄັນຂອງເລື່ອງນີ້ ລ່າສຸດກະຊວງສຶກສາ ຂອງປະເທດຍີ່ປຸ່ນໄດ້ມີການປະກາດໃຫ້ ການຂຽນໂປຣແກຣມ ເປັນວິຊາພື້ນຖານທີ່ຕ້ອງມີສອນໃນໂຮງຮຽນຊັ້ນປະຖົມສຶກສາ ຈະມີການສອນຕັ້ງແຕ່ປະຖົມ ປ 5 ແລະ ເລີ່ມໃຊ້ຫຼັກສູດໃໝ່ນີ້ໃນເດືອນເມສາ 2020 ແຕ່ກ່ອນນັ້ນ ຫຼັກສູດນັກຮຽນຊັ້ນປະຖົມຍີ່ປຸ່ນມີວິຊາໂປຣແກຣມມິ່ງພື້ນຖານຢູ່ແລ້ວ ເຊັ່ນ: ການຂຽນໂປຣແກຣມແຕ້ມຮູບສີ່ຫຼຽມຕ່າງໆໃນໜ້າຈໍ ແລະ ຂຽນໂປຣແກຣມສັ່ງໃຫ້ຫຼອດໄຟ LED ຮຸ່ງໄດ້. ການປ່ຽນແປງນີ້ກໍເພື່ອໃຫ້ຄົນລຸ້ນໃໝ່ມີທັກສະດ້ານໄອທີ ຮອງຮັບການຂາດແຮງງານດ້ານນີ້ໃນອະນາຄົດ ແລະ ສອນວິທີຄິດແບບຕັກກະໃຫ້ກັບເດັກນ້ອຍເຖິງວ່າໃຫຍ່ມາຈະບໍ່ໄດ້ໄປເຮັດວຽກດ້ານສາຍໄອທີ. ໂດຍເປົ້າໝາຍຂອງຫຼັກສູດໃໝ່ນີ້ ກໍຄືຕ້ອງເປັນການປູພື້ນຖານ ແລະ ກຽມຄົນລຸ້ນໃໝ່ມີທັກສະດ້່ານໄອທີ ເພື່ອແກ້ໄຂບັນຫາການຂາດແຮງງານດ້ານໄອທີ ທີ່ຄາດວ່າຈະຂາດແຮງກວ່າ 290.000 ຄົນໃນປີ 2020 ແລະ ເພີ່ມເປັນ 590.000 ຄົນໃນປີ 2030. ທີ່ມາ:  asia.nikkei.com/Economy/Coding-will-be-mandatory-in-Japan-s-primary-schools-from-2020

Read More »

Mark zuckerberg ປະກາດ Face book ຈະເນັ້ນຄວາມເປັນສ່ວນຕົວຂອງຜູ້ໃຊ້ງານ

Mark zuckerberg ປະກາດວ່າ ເຟສບຸກຈະເນັ້ນຄວາມເປັນສ່ວນຕົວ ເພີ່ມທາງເລືອກໃຫ້ສາມາດໂພສຊົ່ວຄາວໄດ້ຕາມຕ້ອງການ ເພີ່ມການເຊື່ອມຕໍ່ກັນກັບແອັບອື່ນໆ ແລະ ສ້າງສູນຂໍ້ມູນເພີ່ມໃນປະເທດເປັນປະຊາທິປະໄຕ. Mark zuckerberg ໂພສໃນເຟສບຸກສ່ວນຕົວ ປະກາດເຖິງທິດທາງໃນອະນາຄົດຂອງເຟສບຸກວ່າ ຈະເນັ້ນ 4 ເລື່ອງຕໍ່ໄປນີ້:…. ເນັ້ນຄວາມເປັນສ່ວນຕົວ ແລະ ການເຂົ້າລະຫັດການແຊັດ ເພື່ອໃຫ້ຜູ້ໃຊ້ໝັ້ນໃຈວ່າ ຄົນອື່ນຈະບໍ່ສາມາດອ່ານຂໍ້ຄວາມຂອງທ່ານໄດ້ ບໍ່ວ່າຈະເປັນແຮັກເກີ້ ຫຼື ເຈົ້າໜ້າທີ່ລັດ ຫຼື ແມ້ແຕ່ຈາກທີມງານເຟສບຸກເອງ ເພີ່ມທາງເລືອກໃຫ້ໂພສຂໍ້ຄວາມ,​ ຮູບ ຫຼື ຄຼິບໄດ້ຊົ່ວຄາວໄດ້ຕາມຄວາມຕ້ອງການ ຈະເປັນປີ, ເປັນເດືອນ, ເປັນຊົ່ວໂມງ ຫຼື ເປັນນາທີໄດ້. ເພີ່ມການເຊື່ອມຕໍ່ກັນລະຫວ່າງ Facebook, Messenger, Instagram, ແລະ WhatsApp ໂດຍສະເພາະແຊັດສ່ວນຕົວ ສ້າງສູນຂໍ້ມູນເພີ່ມໃນປະເທດຕ່າງໆ ແຕ່ຈະບໍ່ສ້າງໃນປະເທດທີ່ຈຳກັດສິດທິມະນຸດ ເພາະສ່ຽງທີ່ຈະຖືກລັດຖະບານປະເທດນັ້ນໆ ແຊກແຊງ. ຫຼັງຈາກຜູ້ນຳປະກາດທິດທາງແບບນີ້ ຝ່າຍທີມວິສາວະກຳ, ນັກພັດທະນາ ກໍຕ້ອງໄປພັດທະນາຕໍ່ ສ່ວນຝ່າຍຜູ້ໃຊ້ງານຄືເຮົາເຈົ້າຂ້ອຍກໍລໍຖ້າເບິ່ງກັນໄປວ່າ ເຟສບຸກຈະເພີ່ມຟີເຈີ້ ຫື ລູກຫຼິ້ນໃຫມ່ໆມາໃຫ້ເຮົາໃຊ້ກັນແບບໃດ. ຂ່າວ:  facebook.com/notes/mark-zuckerberg/a-privacy-focused-vision-for-social-networking/10156700570096634 ພາບຈາກ: facebook.com/markzuckerberg

Read More »

ຈີນ ລົງໂທດຈຳຄຸກ 14 ປີ ອາດີດເຈົ້າໜ້າທີລະດັບສູງ ຖານຮັບສິນບົນ

ສຳນັກຂ່າວຊິນຫົວລາຍງານໃນວັນທີ 27 ມີນາ 2019 ວ່າ ສານປະຊາຊົນຊັ້ນກາງນະຄອນຫນິງປົວ ປະກາດຄຳພິພາກສາ ທ່ານ ຫລູ່ ເຫວ່ຍ ອາດີດຮອງຫົວຫນ້າຝ່າຍການເຜີຍແຜ່ຂ່າວຂອງຄະນະກຳມະການພັກຄອມມິວນິສຈີນ (CPC) ຊື່ງຖືກລົງໂທດຈຳຄຸກ 14 ປີ ແລະ ປັບໃຫມເງິນ 3 ລ້ານຢວນ ຖານຮຽກຮັບສິນບົນ ຄຳພິພາກສາຂອງສານລະບຸວ່າເງິນ ແລະ ຊັບສິນທີ່ທ່ານ ຫລູ່ ໄດ້ຮັບມາໃນຮູບແບບສິນບົນ ລວມເຖິງຜົນປະໂຫຍດອື່ນໆ ທີ່ເກີດຈາກເງິນ ແລະຊັບສິນເຫຼົ່ານັ້ນ ຈະຖືກສືບສວນລາຍລະອຽດ ແລະ ຮຽກຄືນທັງໝົດກ່ອນສົ່ງຕໍ່ໄປຍັງໜ່ວຍງານຄັງເງິນແຫ່ງລັດ ອີກຢ່າງ ທ່ານ ຫລູ່ ກ່າວຍອມຮັບຄຳພິພາກສາຂອງສານ ແລະ ຈະບໍ່ຢືນອຸທອນຕໍ່ສານປະຊາຊົນຊັ້ນສູງສຸດ ສານລະບຸວ່າ: ທ່ານ ຫລູ່ ຖືກກວດພົບວ່າໃຊ້ປະໂຫຍດຈາກຕຳແໜ່ງໜ້າທີ່ຊ່ວຍເຫຼືອອົງກອນ ແລະ ບຸກຄະລາກອນຈຳນວນໜຶ່ງທີ່ເຮັດວຽກກ່ຽວກັບການຈັດການອິນເຕີເນັດ ລວມເຖິງຊ່ວຍສົ່ງເສີມການປະກອບທຸລະກິດ ການເລືອກຕຳແຫນ່ງ ແລະການໂຍກຍ້າຍວຽກລະຫວ່າງ 2002-2017 ດ້ວຍການກະທຳອັນທຸຈະລິດດັ່ງກ່າວ ທ່ານຫລູ່ ໄດ້ຮຽກຮ້ອງ ຫຼືຍອມຮັບເງີນ ແລະຊັບສິນ ມູນຄ່າລວມ 32 ລ້ານຢວນ  ຈາກກຸ່ມອົງກອນ ແລະບຸກຄະລາກອນຂ້າງຕົ້ນ ທັງທາງກົງ ຫຼືທາງອ້ອມໂດຍຜ່ານບຸກຄົນອື່ນ

Read More »

ແອັບດັງ TikTok ຖືກໜ່ວຍງານ FTC ປັບໃໝ 5.7 ລ້ານໂດລາສະຫະລັດຍ້ອນ…..

ແອັບ TikTok ລົບຄຼິບທັງໝົດທີ່ໂພສໂດຍເດັກນ້ອຍອາຍຸ 13 ປີອອກໝົດ ແລະ ຍັງອອກກົດລະບຽບໃໝ່ ຫ້າມເດັກຕໍ່າກວ່າ 13  ສະໝັກສ້າງໂປຣຟາຍ ແອັບທີ່ກຳລັງດັງໄປທົ່ວໂລກຄືແອັບ TikTok ຫາກໍຖືກໜ່ວຍງານ FTC  (Federal Trade Commission) ຂອງສະຫະລັດປັບໃໝ 5.7 ລ້ານໂດລາ ໃນຂໍ້ຫາ ລະເມີດກົດໝາຍຄຸ້ມຄອງຂາດການເບິ່ງແຍງຂໍ້ມູນສ່ວນຕົວຂອງເດັກນ້ອຍ ແລະ ບໍ່ມີການຂໍຄຳເຫັນດີຈາກຜູ້ປົກຄອງກ່ອນທີ່ຈະເກັບຂໍ້ມູນຂອງເດັກ. ເຮັດໃຫ້ລ່າສຸດ  TikTok ຕ້ອງໄດ້ລົບຄຼິບທັງໝົດທີ່ໂພສໂດຍເດັກນ້ອຍອາຍຸ 13 ປີອອກ ແລະ ຍັງໄດ້ອອກກົດລະບຽບໃໝ່ ຫ້າມເດັກຕໍ່າກວ່າ 13 ສະໝັກສ້າງໂປຟາຍ,​ຫ້າມໂພສ, ຫ້າມສົ່ງຂໍ້ຄວາມ ແລະ ຫ້າມຄອມເມັ້ນໃດໆອີກຕໍ່ໄປ. ນອກຈາກນີ້,​ ຍັງມີການລົບໂປຣຟາຍຂອງເດັກກນ້ອຍຕໍ່າກວ່າ 13 ທີ່ມີນັ້ນໝົດ ໂດຍບໍ່ໄດ້ແຈ້ງເຕືອນກ່ອນ ເຖິງຢ່າງໃດກໍຕາມ ເດັກຕໍ່າກວ່າ 13 ຍັງສາມາດເປີດແອັບ TikTok ນີ້ມາເບິ່ງຄຼິບຂອງຄົນອື່ນໆໄດ້ທົ່ວໄປ. ທີ່ມາ:  theverge.com/2019/2/27/18243510/tiktok-age-young-user-videos-ftc-settlement-13-childrens-privacy-law

Read More »

ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດຢ້ຽມຢາມແຂວງ Aichi

ໃນວັນທີ 20 ມີນາ 2019, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສໍານັກງານໃຫຍ່ ຂອງ ບໍລິສັດ Inochio Holding Inc  ຢູູ່ເມືອງ Toyohashi, ແຂວງ Aichi (ເຊິ່ງຫ່າງຈາກໂຕກຽວ ໄປທາງທິດຕາເວັນຕົກ ໃຊ້ເວລາປະມານໜຶ່ງຊົ່ວໂມງເຄິ່ງໂດຍລົດໄຟ). ບໍລິສັດ Inochio Holding Inc ເປັນບໍລິສັດກະສິກໍາທັນສະໄໝຍີ່ປຸ່ນ ແລະ ຈະໄດ້ລົງທຶນ ຢູູ່ ສປປ ລາວ ດ້ານກະສິກໍາ. ທ່ານ Isao Ishiguro, ປະທານບໍລິສັດ Inochio Holdings Inc. ໄດ້ຍິນດີຕ້ອນຮັບ ຄະນະສະພາແຫ່ງຊາດລາວ ແລະ ໄດ້ນໍາສະເໜີ ອະທິບາຍກ່ຽວກັບແຜນການທຸລະກິດ ແລະ ການລົງທຶນຢູູ່ລາວ ໂດຍສະເພາະ ແຜນການ ການລົງທຶນຢູູ່ແຂວງ ເຊກອງ ໃຫ້ຄະນະຝ່າຍລາວຊາບ.  ທ່ານ ປະທານສະພາ ແຫ່ງຊາດ ໄດ້ທັດສະນະສຶກສາ ສວນກະສິກໍາ ເປັນເຮືອນກະຈົກເຕັກໂນໂລຢີທັນສະໄຫມລະດັບສູງ (High Technology Greenhouse) ຂອງ ...

Read More »

ທ່ານ ໂດໂນ ທຣຳ ແລະ ທ່ານ ກິມ ຈົງອຶນ ໄດ້ເດີນທາງຮອດ ຫວຽດນາມ ແລ້ວ…

ຜູ້ນຳສູງສຸດຂອງ ສປປ ເກົາຫຼີ ກິມ ຈົງອຶນ ໄດ້ເດີນທາງໂດຍລົດໄຟສາຍພິເສດເຖິງສະຖານີ ຢົງຢັງ ຂອງແຂວງລັງເຊິນ  ທີ່ມີຊາຍແດນຕິດກັບແຂວງກວາງຊີ ສປ ຈີນ ໃນຕອນເຊົ້າວັນທີ 26 ກຸມພາ  ໂດຍການໃຊ້ເວລາ 2 ມື້ເຄິ່ງ ໃນໄລຍະທາງ ໄກເຖິງ 4.000 ກິໂລແມັດ ເພື່ອເຖິງຫວຽດນາມແລະ ພ້ອມນັ້ນ ທ່ານ ໂດໂນ ທຣຳ ປະທານາທິບໍດີສະຫະລັດເດີນທາງເຖິງນະຄອນຫຼວງຮ່າໂນ່ຍ ສສ.ຫວຽດນາມ ໃນຄ່ຳຄືນຂອງມື້ດຽວກັນ ດ້ວຍຍົນໂດຍສານປະຈຳຕໍາແໜ່ງ. ທັງສອງຜູ້ນຳ ແມ່ນເຂົ້າຮ່ວມກອງປະຊຸມສຸດຍອດ ສປປ ເກົາຫຼີ-ສະຫະລັດ  ຄັ້ງທີ 2  ທີ່ຈະມີຂຶ້ນໃນລະຫວ່າງວັນທີ 27-28 ກຸມພາ.  ສຳນັກຂ່າວສູນກາງສປປ ເກົາຫຼີ (KCNA) ລາຍງານວ່າ ຂະບວນລົດໄຟຂອງ ກິມ ຈົງ ອຶນ ໄດ້ເດີນທາງອອກຈາກນະຄອນຫຼວງພຽງຢາງໃນຕອນບ່າຍຂອງວັນທີ 23 ກຸມພາ ເຊິ່ງໃນຂະບວນລົດໄຟດັ່ງກ່າວມີເຈົ້າໜ້າທີ່ຂັ້ນສູງຂອງສປປ ເກົາຫຼີ ຫຼາຍທ່ານໃນນັ້ນລວມມີ ກິມ ໂຢຈອງ ເຊິ່ງເປັນ ນ້ອງສາວ ຂອງທ່ານ ກິມ ຈົງອຶນ. ໃນການໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມຂອງທ່ານ ຫງວຽນ ຊວນ ...

Read More »

ສອງປະເທດ ຈະເພີ່ມທະວີການຊ່ວຍເຫຼືອທາງດ້ານການຄຸ້ມຄອງ ແລະ ພັດທະນາສີມືແຮງງານ

ໃນລະຫວ່າງ ວັນທີ 20-22 ກຸມພາ 2019 ນີ້ ທ່ານ ປອ. ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ໄດ້ເດີນທາງເຂົ້າຮ່ວມ ກອງປະຊຸມລະດັບລັດຖະມົນຕີ ແຮງງານ ຢູ່ທີ່ຣາຊະອານາຈັກໄທ ຕາມການເຊື້ອເຊີນຂອງທ່ານ ພົນຕຳຫຼວດເອກ ອະດຸນ ແສງສິງແກ້ວ ລັດຖະມົນຕີວ່າການ ກະຊວງແຮງງານ ແຫ່ງ ຣາຊະອານາຈັກໄທ. ກອງປະຊຸມຄັ້ງນີ້ ແມ່ນເພື່ອສືບຕໍ່ການຈັດຕັ້ງຜັນຂະຫຍາຍຖະແຫຼງການຮ່ວມກອງ ປະຊຸມສອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຣາຊະອານາຈັກໄທ ໃນທ້າຍປີ 2018 ທີ່ນະຄອນຫຼວງວຽງຈັນ ກໍຄືການທົບທວນການຮ່ວມມືໃນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ເພື່ອປົກປ້ອງສິດຜົນປະໂຫຍດຂອງຜູ້ໃຊ້ແຮງງານ ແລະ ຜູ້ອອກແຮງງານລາວ-ໄທ ແນໃສ່ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດຮ່ວມກັນ, ໃນໄລຍະສອງປີຜ່ານສອງກະຊວງໄດ້ເອົາໃຈໃສ່ປະສານສົມທົບ ແລະ ຈັດຕັ້ງປະຕິບັດບັນດາໜ້າວຽກຫລັກທີ່ກຳນົດໄວ້ໃນບັດບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ໃນປີ 2016 ແລະ ຂໍ້ຕົກລົງວ່າດ້ວຍການຈ້າງງານ ປີ 2017 ກໍໄດ້ມີຜົນສຳເລັດຫລາຍດ້ານ ...

Read More »